Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສືບຕໍ່ເສີມຂະຫຍາຍຜົນງານ ແລະ ມູນເຊື້ອ ຂອງ ພັກປະຊາຊົນ ປະຕິວັດລາວ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 05/10/2020 16:45:20 ຈຳ​ນວນ​​ຢ້ຽມ​ຊົມ 2989 ຄັ້ງ

ປີນີ້, ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ, ຜູ້ຈັດຕັ້ງ ແລະ ນຳພາທຸກໄຊຊະນະຂອງການປະຕິວັດລາວ, ຜູ້ທີ່ໄດ້ນຳພາປະຊາຊົນລາວບັນດາເຜົ່າ ຂຽນໜ້າປະຫວັດສາດຍຸກໃໝ່ ອັນສະຫວ່າງສະໄຫວຂອງຊາດລາວເຮົາ ໄດ້ໝູນວຽນມາບັນຈົບຄົບຮອບ 64 ປີ (22/3/1955-22/3/2019) ຊຶ່ງການສະເຫຼີມສະຫຼອງວັນປະຫວັດສາດສຳຄັນດັ່ງກ່າວ ໄດ້ດຳເນີນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ປວງຊົນລາວເຮົາ ພວມອອກແຮງແຂ່ງຂັນຢ່າງເປັນຂະບວນກວ້າງຂວາງ ແລະ ຟົດຟື້ນ ໃນທົ່ວສັງຄົມ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII, ການກະກຽມໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ສຳເລັດການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ.

ກ່ອນໜ້ານີ້ 64 ປີ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທຳອິດ ໄດ້ຈັດຂຶ້ນໃນວັນທີ 22/3-6/4/1955 ທີ່ແຂວງຫົວພັນ ໂດຍມີຜູ້ແທນສົມບູນເຂົ້າຮ່ວມຈຳນວນ 20 ສະຫາຍ ຊຶ່ງຕາງໜ້າໃຫ້ສະມາຊິກພັກເກືອບ 400 ສະຫາຍໃນທົ່ວປະເທດ. ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນປະທານ ໄກສອນ ພົມວິຫານ ເປັນປະທານ ແລະ ກອງປະຊຸມໄດ້ເລືອກເອົາປະທານເປັນເລຂາທິການໃຫຍ່ຂອງພັກປະຊາຊົນລາວ. ກອງປະຊຸມດັ່ງກ່າວ ແມ່ນມີຄວາມໝາຍສຳຄັນຫຼາຍດ້ານຄື: ໜຶ່ງ: ແມ່ນເປັນການປະກາດສ້າງຕັ້ງ ພັກປະຕິວັດ ຊຶ່ງເປັນຕົວແທນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ. ສອງ: ແມ່ນເປັນການສະແດງໃຫ້ເຫັນວ່າການກຳເນີດຂອງພັກປະຕິວັດນີ້ ແມ່ນຜົນຂອງການປະສານສົມທົບລະຫວ່າງລັດທິມາກ-ເລນິນ, ຂະບວນກຳມະກອນ ແລະ ຊາວຜູ້ອອກແຮງງານລາວທີ່ຮັກຊາດ. ສາມ: ພັກກຳເນີດຂຶ້ນໄດ້ວາງແນວທາງການເມືອງອອກຢ່າງຖືກຕ້ອງ ແລະ ສອດຄ່ອງກັບຍຸກສະໄໝຄື: “ນຳພາທົ່ວປວງຊົນລາວສາມັກຄີຕໍ່ສູ້ເຮັດສຳເລັດພາລະກິດປົດປ່ອຍຊາດ, ສ້າງປະເທດລາວໃຫ້ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.

ການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຂຶ້ນໃນວັນທີ 22/3/1955 ແມ່ນເຫດການ ການເມືອງອັນສຳຄັນຍິ່ງໃຫຍ່ ແລະ ເປັນບາດລ້ຽວຕັດສິນໃນປະຫວັດສາດແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງຊາດລາວເຮົາ ຊຶ່ງນັບແຕ່ນັ້ນມາພາລະກິດປະຕິວັດຢູ່ປະເທດເຮົາ ໄດ້ມີການນຳພາໂດຍກົງຂອງພັກປະຕິວັດຂອງຊົນຊັ້ນກຳມະກອນລາວເຮົາເອງ ແລະ ເຮັດໃຫ້ຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນເຮົາມີບາດກ້າວຂະຫຍາຍຕົວທາງດ້ານຄຸນນະພາບ. ການສ້າງຕັ້ງພັກແມ່ນການລວມຍອດຂອງມູນເຊື້ອຮັກຊາດອັນສູງສົ່ງ ແລະ ນ້ຳໃຈຕໍ່ສູ້ອັນອົງອາດກ້າແກ່ນເດັດຂາດ ບໍ່ອ່ອນຍອມຂອງຊາດລາວເຮົາ ທີ່ໄດ້ຜ່ານການທົດສອບອັນລະອິດລະອ້ຽວຂ້ຽວຂາດ ໃນການຕໍ່ສູ້ເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ນັບຕັ້ງແຕ່ມື້ກຳເນີດເກີດຂຶ້ນ, ພັກໄດ້ວາງໂຄງການການເມືອງອັນຖືກຕ້ອງ, ຊີ້ນຳນຳພາຂະບວນການຕໍ່ສູ້ປົດປ່ອຍຊາດ, ສາມາດເຕົ້າໂຮມຄວາມສາມັກຄີ, ການສະໜັບສະໜູນຂອງຊັ້ນຄົນຕ່າງໆ ເຂົ້າຮ່ວມການຕໍ່ສູ້ຢ່າງອົງອາດກ້າຫານທີ່ສຸດ ແລະ ສາມາດຕີເອົາຊະນະຈັກກະພັດຜູ້ຮຸກຮານ ທີ່ມີກຳລັງແຮງລື່ນພວກເຮົາຫຼາຍເທົ່າຕົວ. ປັດຈຸບັນນີ້ ແມ່ນພວມຊີ້ນຳນຳພາຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ເພື່ອນຳເອົາປະເທດຊາດຫຼຸດພົ້ນຈາກການດ້ອຍພັດທະນາ.

ໄລຍະ 64 ປີແຫ່ງການສ້າງຕັ້ງ ແລະ ນຳພາ ພາລະກິດປະຕິວັດ, ພັກເຮົາ ຍາມໃດກໍເປັນເສນາທິການທາງການເມືອງທີ່ສະຫຼາດສ່ອງໃສ, ເປັນກອງນຳໜ້າທີ່ແໜ້ນແກ່ນ, ເປັນຕົວແທນແຫ່ງຜົນປະໂຫຍດຂອງຊາດ ແລະ ຊາວຜູ້ອອກແຮງງານທີ່ຮັກຊາດ ແລະ ກ້າວໜ້າ, ເປັນແກນນຳໃນລະບົບການເມືອງແຫ່ງລະບອບປະຊາທິປະໄຕ ປະຊາຊົນ ອັນເຂັ້ມແຂງ ແລະ ເປັນກຳລັງການເມືອງອັນໜຶ່ງອັນດຽວ, ມີຄວາມສາມາດປະຕິບັດບົດບາດນຳພາຕໍ່ທົ່ວສັງຄົມ, ນຳພາປະເທດຊາດໄປສູ່ຄວາມຈະເລີນຮຸ່ງເຮືອງ.

ໃນໄລຍະດັ່ງກ່າວ ພັກເຮົາສາມາດສ້າງໄດ້ຜົນງານ ແລະ ມູນເຊື້ອອັນສະຫງ່າງາມ. ສຳລັບຜົນງານອັນຍິ່ງໃຫຍ່ແມ່ນພັກໄດ້ວາງຍຸດທະສາດ, ຍຸດທະວິທີປະຕິວັດທີ່ສະຫຼາດສ່ອງໃສໄດ້ນຳພາການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນລາວບັນດາເຜົ່າ ອອກຈາກແອກຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ຢ່າງຍືດເຍື້ອຍາວນານ ແລະ ມີໄຊຍິ່ງໃຫຍ່. ພັກໄດ້ນຳພາສ້າງຕັ້ງກອງທັບ ແລະ ບັນດາກຳລັງປະກອບອາວຸດປະຕິວັດຂອງປະຊາຊົນ, ທັງໄດ້ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງໃຫ້ເຕີບໃຫຍ່ເຂັ້ມແຂງ, ເປັນກຳລັງຫຼັກແຫຼ່ງໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພັກເຮົາ ໄດ້ສ້າງກາລະໂອກາດ ແລະ ຂະຫຍາຍກຳລັງຕົວຈິງຂອງການປະຕິວັດ, ຕີສັດຕູໃຫ້ຖອຍໄປເທື່ອລະກ້າວ, ຍາດເອົາໄຊຊະນະຢ່າງຕໍ່ເນື່ອງເປັນແຕ່ລະພາກສ່ວນກ້າວຂຶ້ນຍາດເອົາໄຊຊະນະຢ່າງສົມບູນດ້ວຍ 3 ບາດຄ້ອນຍຸດທະສາດ ແລະ ລຸກຮື້ຂຶ້ນ ຍຶດອຳນາດໂດຍສັນຕິວິທີແບບ “ບົວບໍ່ຊ້ຳ ນ້ຳບໍ່ຂຸ່ນ”, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975, ສ້າງລະບົບອຳນາດການປົກຄອງປະຕິວັດຂຶ້ນໃນທົ່ວປະເທດ, ພັກນຳພາ ພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ, ມີຫຼັກການໄດ້ຮັບຜົນສຳເລັດອັນສຳຄັນຫຼາຍປະການ, ສ້າງບັນດາປະຖົມປັດໄຈຂອງລະບອບສັງຄົມນິຍົມໃຫ້ປະກົດຂຶ້ນເປັນກ້າວໆ. ພັກໄດ້ກຳນົດ ແລະ ນຳພາປະຕິບັດຍຸດທະສາດ, ຍຸດໂທບາຍ ແລະ ນະໂຍບາຍຕ່າງໆ ດ້ານການພົວພັນຕ່າງປະເທດໃນແຕ່ລະໄລຍະຢ່າງຖືກຕ້ອງ ເຮັດໃຫ້ປະເທດເຮົາມີເພື່ອນມິດທັງຢູ່ໃກ້ ແລະ ຢູ່ໄກ ນັບມື້ນັບຫຼາຍ, ບົດບາດຂອງປະເທດເຮົາໃນເວທີສາກົນ ກໍໄດ້ຮັບການເຊີດຊູນັບມື້ນັບສູງຂຶ້ນ. ສ່ວນມູນເຊື້ອຂອງພັກແມ່ນພັກເຮົາ ໄດ້ມີຄວາມຈົງຮັກພັກດີ ແລະ ຮູ້ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນເງື່ອນໄຂຕົວຈິງຂອງປະເທດເຮົາ, ພັກເຮົາຍາມໃດ ກໍສົມທົບລັດທິຮັກຊາດອັນແທ້ຈິງກັບລັດທິສາກົນກຳມະຊີບອັນຜ່ອງໃສ ສົມທົບກຳລັງແຮງສັງລວມຂອງຊາດກັບກຳລັງແຮງຂອງຍຸກສະໄໝຢ່າງຖືກຕ້ອງ, ພັກເຮົາ ຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ, ຜູກພັນຢ່າງສະໜິດແໜ້ນກັບມະຫາຊົນ, ຮູ້ເສີມຂະຫຍາຍກຳລັງແຮງອັນໃຫຍ່ຫຼວງຂອງມະຫາຊົນ ເພື່ອສຳເລັດໜ້າທີ່ຂອງການປະຕິວັດ, ພັກເຮົາ ຮູ້ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນການກໍ່ສ້າງພັກແບບໃໝ່ຂອງຊົນຊັ້ນກຳມະກອນຢ່າງຖືກຕ້ອງ ແລະ ປະດິດສ້າງ, ພັກເຮົາ ມີແກ່ນສານນຳພາທີ່ກ້າແກ່ນ, ມີຖັນແຖວພະນັກງານຫຼັກແຫຼ່ງທີ່ຈົງຮັກພັກດີຢ່າງເດັດຂາດຕໍ່ປະເທດຊາດ ແລະ ຕໍ່ພາລະກິດປະຕິວັດ, ພັກເຮົາ ມີມູນເຊື້ອສາມັກຄີສາກົນ ແລະ ຍາມໃດກໍໄດ້ສົມທົບແໜ້ນລະຫວ່າງກຳລັງແຮງຂອງຊາດກັບກຳລັງແຮງຂອງສາກົນ.

ເພື່ອເຊີດຊູເສີມຂະຫຍາຍຜົນງານ ແລະ ມູນເຊື້ອຂອງພັກປະຊາຊົນ ປະຕິວັດລາວນັ້ນ ພັກຕ້ອງສືບຕໍ່ປັບປຸງຕົນເອງ, ເຊີດຊູບົດບາດນຳພາ, ສ້າງພັກໃຫ້ປອດໃສ ເຂັ້ມແຂງ, ເພີ່ມທະວີຄວາມສາມັກຄີພາຍໃນພັກ, ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ບຸກບືນສູ້ຊົນໃນການຈັດຕັ້ງປະຕິບັດບັນດາທິດທາງໜ້າທີ່ ແລະ ຄາດໝາຍສູ້ຊົນທີ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກວາງອອກ, ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສຸມໃສ່ປັບປຸງປົວແປງຊີວິດການເປັນຢູ່ໃຫ້ດີຂຶ້ນ, ພັກຕ້ອງຍົກສູງຄວາມສາມາດນຳພາ ອຳນາດການປົກຄອງ ເພື່ອເຮັດໃຫ້ອຳນາດການປົກຄອງເສີມຂະຫຍາຍທາດແທ້ຂອງລັດເຮົາທີ່ເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ກໍ່ສ້າງກົງຈັກໃຫ້ປອດໃສຂາວສະອາດຢ່າງແທ້ຈິງ, ສືບຕໍ່ຮັບປະກັນຄວາມສະຫງົບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຕັ້ງໜ້າປະຕິບັດມາດຕະການຍຸດທະສາດຫັນລົງຮາກຖານ, ລະດົມປະຊາຊົນກໍ່ສ້າງຮາກຖານການເມືອງໃຫ້ເຂັ້ມແຂງ ໂດຍຕິດພັນກັບການສ້າງບ້ານ, ກຸ່ມບ້ານພັດທະນາໃນແຕ່ລະທ້ອງຖິ່ນ ໃຫ້ນັບມື້ເພີ່ມຂຶ້ນ, ແກ້ໄຂຄວາມຫຍຸ້ງຍາກຕ່າງໆ ກໍຄືຕ້ານທຸກປະກົດການຫຍໍ້ທໍ້ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ມະຫາຊົນທາງດ້ານການສໍ້ລາດບັງຫຼວງ, ການຟຸ່ມເຟືອຍ, ອາດຍາສິດ, ຍົກສູງປະສິດທິຜົນ ແລະ ກຳລັງແຮງແຫ່ງການບໍລິຫານຂອງລັດໃຫ້ສູງຂຶ້ນ.

ສະມາຊິກພັກ, ພະນັກງານ ຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ປັບປຸງແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງຕ່າງໆ, ຍົກລະດັບຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດໃຫ້ສູງຂຶ້ນ, ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ຄວາມເປັນແບບຢ່າງນຳໜ້າ ແລະ ຄວາມຮັບຜິດຊອບການເມືອງຂຶ້ນຕື່ມ ເພື່ອຮ່ວມກັນສ້າງກຳລັງແຮງໃຫ້ພັກ ເຮັດຫຼ້ອນພາລະກຳປະຫວັດສາດໃນເງື່ອນໄຂໃໝ່.

ພັກປະຊາຊົນ ປະຕິວັດລາວ ຜູ້ມີກຽດສະຫງ່າ ໝັ້ນຍືນ !

                                                (ໂດຍ: ມິ່ງໂກ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com