Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ວັນທີ 21 ມີນາ ແມ່ນວັນໜຶ່ງທີ່ສຳຄັນໃນປະຫວັດສາດຂອງຊາດລາວເຮົາ, ເປັນວັນທີ່ພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ໄດ້ສ້າງໂສກນາດຕະກຳໃຫ້ແກ່ປະຊາຊົນລາວເມືອງທ່າແຂກ ແຂວງຄຳມ່ວນ ແລະ ພະນັກງານນັກຮົບຂອງພວກເຮົາ. ຍ້ອນການກະທຳທີ່ໄຮ້ມະນຸດສະທຳ ແລະ ໂຫດຮ້າຍປ່າເຖື່ອນຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ, ວັນທີ 21/3/1946 ຈຶ່ງໄດ້ກາຍເປັນ “ວັນຄຽດແຄ້ນ” ຂອງປະຊາຊົນລາວຕໍ່ພວກຈັກກະພັດລ່າເມືອງຂຶ້ນແບບເກົ່າຜູ້ຮຸກຮານ ເປັນວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຊຶ່ງປີນີ້ ແມ່ນຄົບຮອບ 73 ປີ (21/3/1946-21/3/2019).
ກ່ອນໜ້ານີ້, ປີ 1946 ພວກລ່າເມືອງຂຶ້ນແບບເກົ່າ ໄດ້ກັບຄືນມາຮຸກຮານລາວອີກຄັ້ງໃໝ່ ເພື່ອສະກັດກັ້ນ, ຕ້ານຢັນການບຸກລຸກຄັ້ງໃໝ່ຂອງສັດຕູນັ້ນ ທະຫານ ແລະ ປະຊາຊົນລາວບັນດາເຜົ່າ ສົມທົບກັບກອງກຳລັງປະກອບອາວຸດຂອງຄົນຫວຽດນາມຢູ່ລາວ ໄດ້ດຳເນີນການຕໍ່ສູ້ຢ່າງອົງອາດກ້າແກ່ນ, ຕີຕ້ານການບຸກລຸກບຽດຢຶດຂອງສັດຕູຢູ່ບັນດາຕົວເມືອງຕ່າງໆໃຫ້ປະລາໄຊເປັນກ້າວໆ. ເດັ່ນກວ່າໝູ່ແມ່ນບັ້ນຮົບປ້ອງກັນຕົວເມືອງທ່າແຂກ.
ເພື່ອກະກຽມໃຫ້ແກ່ການຕໍ່ສູ້ຕ້ານກັບກຳລັງທະຫານຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ພວກປະຕິການຂາຍຊາດທີ່ຈະຢຶດເອົາຕົວເມືອງທ່າແຂກ, ໃນຕົ້ນເດືອນກຸມພາ ປີ 1946 ໜ່ວຍພັກປະຈຳເມືອງທ່າແຂກ ໄດ້ຈັດກອງປະຊຸມ ແລະ ອອກມະຕິ ຊຶ່ງໄດ້ລະບຸວ່າ: “ຕ້ອງເພີ່ມຄວາມສາມັກຄີລະຫວ່າງສອງກຳລັງປະກອບອາວຸດຂອງລາວ ແລະ ຊາວຫວຽດນາມຕ່າງດ້າວ ເພື່ອກະກຽມໃຫ້ແກ່ການຕໍ່ສູ້ປ້ອງກັນເມືອງທ່າແຂກ, ປົກປັກຮັກສາຊັບສົມບັດຂອງປະຊາຊົນ ແລະ ການທົດສອບໃນແປວໄຟ ເພື່ອສ້າງກຳລັງໃຫ້ເຕີບໃຫຍ່ຂະຫຍາຍຕົວ”.
ປະຕິບັດມະຕິດັ່ງກ່າວ ຄະນະບັນຊາການທະຫານ ແລະ ຄະນະຮັກສາຕົວເມືອງທ່າແຂກ ໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ບັນຊາການສູງສຸດ ໄດ້ໂຮມປະຊຸມ ເພື່ອຜ່ານແຜນການສູ້ຮົບປ້ອງກັນຕົວເມືອງທ່າແຂກຢ່າງລະອຽດ. ຄະນະບັນຊາການໄດ້ມອບໜ້າທີ່ໃຫ້ 2 ທ່ານຄື: ທ່ານ ສິງກະໂປ ສີໂຄດຈຸນລະມະນີ ແລະ ທ່ານ ຫງວຽນແຈ້ງ ຮອງຫົວໜ້າຄະນະບັນຊາການຮັບຜິດຊອບເຂດຕາເວັນອອກສ່ຽງເໜືອ ແລະ ທິດຕາເວັນຕົກສ່ຽງໃຕ້ຂອງເມືອງທ່າແຂກ, ກຳລັງທະຫານພວກເຮົາ ລວມມີ 800 ກວ່າຄົນ ໄດ້ຈັດຕັ້ງເປັນ 4 ກອງຮ້ອຍ (ລາວ 2 ກອງຮ້ອຍ ແລະ ຊາວຫວຽດນາມຕ່າງດ້າວ 2 ກອງຮ້ອຍ) ປະກອບອາວຸດ ແລະ ມີໜ້າທີ່ຮ່ວມກັບໜ່ວຍປ້ອງກັນຕົວກຽມພ້ອມສູ້ຮົບກັບພວກສັດຕູໃນທຸກທິດ.
ເວລາ 6 ໂມງເຊົ້າຂອງວັນທີ 21/3/1946 ເຮືອບິນຂອງພວກລ່າເມືອງຂຶ້ນແບບເກົ່າ ໄດ້ຫວ່ານໃບປີວລົງຕົວເມືອງທ່າແຂກ ຊຶ່ງມີເນື້ອໃນໃຫ້ທະຫານກູ້ຊາດວາງອາວຸດ ແລະ ຍອມຈຳນົນຕໍ່ກອງທະຫານພວກລ່າເມືອງຂຶ້ນແບບເກົ່າ. ຫຼັງຈາກນັ້ນ ບໍ່ເຖິງເຄິ່ງຊົ່ວໂມງ ທະຫານພວກລ່າເມືອງຂຶ້ນແບບເກົ່າ ໄດ້ເຕົ້າໂຮມກຳລັງຢ່າງຫຼວງຫຼາຍ ຊຶ່ງມີທະຫານຮາບ 7 ກອງຮ້ອຍ, ທະຫານປືນໃຫຍ່ 1 ໝວດ, ລົດສືບຂ່າວ 2 ຈຸ, ເຮືອບິນຂັບໄລ່ 4 ລຳ, ເຮືອບິນຖິ້ມລະເບີດ 2 ລຳ ແລະ ເຮືອບິນສືບຂ່າວ 1 ລຳ ບຸກໂຈມຕີເຂົ້າຕົວເມືອງທ່າແຂກເປັນ 3 ປີກ.
ພວກເຂົາໄດ້ເລີ່ມເປີດສາກບຸກໂຈມຕີດ້ວຍກຳລັງໄຟປືນໃຫຍ່ໜ້າດິນ ປະສານກັບເຮືອບິນຖິ້ມລະເບີດ ແລະ ຍິງປືນກົນກວາດລົງໃສ່ກາງເມືອງ ແລະ ຝູງຄົນໃນຕະຫຼາດ, ຍິງໃສ່ກອງບັນຊາການ, ໂຮງຮຽນປະຖົມຊາວຫວຽດນາມຕ່າງດ້າວຢ່າງຮ້າຍແຮງ ແລະ ປ່າເຖື່ອນ ເຮັດໃຫ້ຕົວເມືອງລຸກເປັນໄຟ, ປະຊາຊົນຈຳນວນຫຼາຍຮ້ອຍຄົນເສຍຊີວິດ ແລະ ຖືກບາດເຈັບ.
ການຕໍ່ສູ້ຍິ່ງດຸເດືອດຂຶ້ນສູ່ລະດັບສູງ, ທະຫານລ່າເມືອງຂຶ້ນແບບເກົ່າ ກໍຍິ່ງພະຍາຍາມຈະຜ່າຂ້າມແນວປ້ອງກັນເຂົ້າໄປໃຫ້ໄດ້ ຊຶ່ງພວກເຂົາໄດ້ໃຊ້ລົດລາດຕະເວນຕິດອາວຸດ, ລົດຫຸ້ມເກາະແລ່ນຕາມທາງເລກທີ 13 ບຸກເຂົ້າຕົວເມືອງ. ແຕ່ການບຸກໂຈມຕີຂອງທະຫານ ສັດຕູແຕ່ລະປີກລ້ວນແຕ່ຖືກກຳລັງທະຫານຂອງພວກເຮົາ ຕີຕ້ານ, ສະກັດກັ້ນຢ່າງເດັດດ່ຽວ ແລະ ອາດຫານ. ຮອດ 17 ໂມງຂອງວັນທີ 21/3/1946 ທະຫານປີກຕ່າງໆຂອງສັດຕູ ໄດ້ເຄື່ອນເຂົ້າມາຕົວເມືອງໝົດ. ພວກເຮົາສັງເກດເຫັນວ່າ ບໍ່ສາມາດຮັກສາຕົວເມືອງທ່າແຂກໄວ້ໄດ້ ເພາະ “ເຫຼັກຫຼາຍກວ່າຖ່ານ” ທະຫານຂອງພວກເຮົາທັງຕ້ານ ແລະ ຖອຍໄປທາງແຄມແມ່ນ້ຳຂອງ ພ້ອມກັບປະຊາຊົນໃຊ້ເຮືອພາຍ, ເຮືອຈັກ, ໄມ້ທ່ອນ ເພື່ອລອຍຂ້າມແມ່ນ້ຳຂອງໄປແຂວງນະຄອນພະນົມ ປະເທດໄທ. ພວກສັດຕູໄດ້ໃຊ້ເຮືອບິນ, ປືນໃຫຍ່, ປືນກົນຈັກ ແລະ ປືນອື່ນໆ ຍິງໃສ່ປະຊາຊົນ ແລະ ທະຫານຂອງພວກເຮົາທີ່ພວມຂ້າມແມ່ນ້ຳຂອງຢ່າງໂຫດຮ້າຍສາມານທີ່ສຸດ ເຮັດໃຫ້ພະນັກງານ-ນັກຮົບ ແລະ ປະຊາຊົນ ຖືກບາດເຈັບລົ້ມຕາຍຢ່າງຫຼວງຫຼາຍ. ເຮືອຈັກທີ່ປະທານ ສຸພານຸວົງ ແລະ ພະນັກງານຈຳນວນໜຶ່ງ ໄດ້ຖືກເຮືອບິນຂອງສັດຕູຍິງຢູ່ກາງແມ່ນ້ຳຂອງ. ປະທານ ສຸພານຸວົງ ຖືກບາດເຈັບສາຫັດ ແລະ ໄດ້ເອົາເພິ່ນໄປປິ່ນປົວຢູ່ໂຮງໝໍແຂວງນະຄອນພະນົມ ປະເທດໄທ.
ພາຍຫຼັງພວກລ່າເມືອງຂຶ້ນແບບເກົ່າ ແລະ ລູກແຫຼ້ງຕີນມືຂອງພວກເຂົາ ຢຶດຄອງຕົວເມືອງທ່າແຂກໄດ້ແລ້ວ ພວກເຂົາໄດ້ສ້າງໂທດກຳທີ່ບໍ່ມີວັນຈະລືມໄດ້ໃຫ້ປະຊາຊົນລາວ ໂດຍພວກເຂົາໄດ້ເຂັ່ນຂ້າປະຊາຊົນລາວ ແລະ ຊາວຫວຽດນາມຕ່າງດ້າວຜູ້ບໍລິສຸດ ດ້ວຍວິທີທີ່ໂຫດຫ້ຽມ, ເຂັ່ນຂ້າແມ່ມານດ້ວຍການເອົາກະບີ່ແທງທ້ອງ, ຈັບເອົາເດັກນ້ອຍຍັດໃສ່ກະເປົາປ່ານມັດປາກ ແລ້ວຖິ້ມລົງນ້ຳຂອງ ແລະ ໃສ່ຄົກມອງຕຳຈົນຕາຍ, ເອົາປືນຍິງກວາດໃສ່ຝູງຄົນ ແລ້ວໂຍນລົງນ້ຳຂອງ ຊຶ່ງເຮັດໃຫ້ນ້ຳຂອງເວລານັ້ນ ເຕັມໄປດ້ວຍເລືອດ ແລະ ຊາກສົບ. ປະຊາຊົນຜູ້ບໍລິສຸດ ລວມທັງແມ່ຍິງ ແລະ ເດັກນ້ອຍ ຈຳນວນ 3.000 ກວ່າຄົນ ຖືກຂ້າຕາຍ, ເຮືອນຊານບ້ານຊ່ອງ ແລະ ພື້ນຖານໂຄງລ່າງຖືກທຳລາຍເປັນຈຳນວນຫຼວງຫຼາຍ, ຄອບຄົວ, ຜົວ, ເມຍ, ພໍ່, ແມ່, ລູກ ຖືກພັດພາກຈາກກັນ, ລູກກາຍເປັນກ່ຳພ້າ-ກ່ຳພອຍ.
ເພື່ອເປັນການລະນຶກວັນຄຽດແຄ້ນ ວັນທີ 21 ມີນາ 1946 ນັ້ນ ພວກເຮົາກໍໄດ້ດຳເນີນການລະນຶກດ້ວຍຫຼາຍຮູບການເຊັ່ນ: ໂຮມຊຸມນຸມ, ປາຖະກະຖາ, ວາງພວງມາລາຢູ່ສຸສານແຫ່ງຊາດ ແລະ ອະນຸສາວະລີນັກຮົບນິລະນາມແຫ່ງຕ່າງໆ, ຈັດຕັ້ງຢ້ຽມຢາມບັນດາສູນເສຍອົງຄະ, ໂຄສະນາສຶກສາອົບຮົມຜ່ານສື່ຕ່າງໆ, ສ້າງສາລະຄະດີເປັນແຜ່ນ CD ແລະ ອື່ນໆ. ພ້ອມນີ້ ພວກເຮົາຄວນຈົດຈຳ ແລະ ຮັບຮູ້ເຂົ້າໃຈຄວາມໝາຍສຳຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ ຊຶ່ງບັ້ນຮົບດັ່ງກ່າວ ແມ່ນໜຶ່ງໃນບັ້ນຮົບຕໍ່ສູ້ທີ່ສຳຄັນທີ່ສຸດໃນລາວ. ມັນບໍ່ພຽງແຕ່ເປັນ “ວັນຄຽດແຄ້ນ” ຂອງປະຊາຊົນລາວຕໍ່ພວກລ່າເມືອງຂຶ້ນແບບເກົ່າຜູ້ຮຸກຮານ, ມັນຍັງເປັນວັນສາມັກຄີຕໍ່ສູ້ດ້ວຍເລືອດເນື້ອເປັນຕາຍນຳກັນ ລະຫວ່າງສອງຊາດລາວ-ຫວຽດນາມ ອ້າຍນ້ອງທີ່ເປັນແວ່ນແຍງອັນເຫຼື້ືອມໃສຂອງນ້ຳໃຈສູ້ຮົບຢ່າງພິລະອາດຫານບໍ່ຍອມຈຳນົນຂອງກອງທັບ ແລະ ປະຊາຊົນເມືອງທ່າແຂກ ກໍຄືການບັນຊາທີ່ເດັດດ່ຽວໜຽວແໜ້ນຂອງຄະນະກອງບັນຊາການກຳລັງປະກອບອາວຸດຂອງພວກເຮົາ ໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ນຳໜ້າ, ມັນໄດ້ຝັງເລິກໃນດວງໃຈ ຂອງປະຊາຊົນລາວ ແລະ ຫວຽດນາມຕ່າງດ້າວ ທີ່ຮັກຊາດຈົນຊົ່ວກາລະນານ. ບັ້ນຮົບດັ່ງກ່າວ ເຖິງບໍ່ໄດ້ຮັບໄຊຊະນະ ແລະ ຖືກນອງເລືອດກໍຕາມ, ແຕ່ມັນກໍເປັນການປຸກລະດົມນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນລຸກຂຶ້ນຢ່າງເປັນຂະບວນຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບເກົ່າ. ພ້ອມນັ້ນ ຍັງພິສູດໃຫ້ເຫັນເຖິງຄວາມສະຫຼາດ, ຄວາມເກັ່ງກ້າສາມາດ ແລະ ມີໄຫວພິບໃນການຊີ້ນຳ ແລະ ບັນຊາສູ້ຮົບຂອງກຳລັງປະຕິວັດລາວ. ນອກນີ້ ຍັງໄດ້ສະແດງໃຫ້ປະຊາຊົນລາວ ແລະຊາວໂລກເຫັນແຈ້ງເຖິງທາດແທ້ ຄວາມປ່າເຖື່ອນ, ໂຫດຫ້ຽມສາມານຂອງພວກລ່າເມືອງຂຶ້ນແບບເກົ່າ ທີ່ມີຕໍ່ປະຊາຊົນລາວ ໂດຍສະເພາະແມ່ນຊາວເມືອງທ່າແຂກ. ພ້ອມນີ້ ມັນຍັງໄດ້ກາຍເປັນເຫດການປະຫວັດສາດແຫ່ງການຕໍ່ສູ້ພິລະອາດຫານຂອງປະຊາຊົນລາວ ແລະ ກາຍເປັນກະແສຟອງໃຫ້ແກ່ການປະຕິວັດຊາດ ປະຊາທິປະໄຕ ຂອງພວກເຮົາກ້າວໄປສູ່ການປົດປ່ອຍຊາດຢ່າງສົມບູນ.
(ໂດຍ: ມິ່ງໂກ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com