Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພັກ-ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ຍາມໃດກໍ່ໃຫ້ຄວາມສຳຄັນ ຕໍ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ໂດຍຖືເປັນໜ້າທີ່ບຸລິມະສິດອັນດັບຕົ້ນ ເພື່ອສ້າງເງື່ອນໄຂເຮັດໃຫ້ປະຊາຊົນມີຢູ່ມີກິນ, ຮັ່ງມີຜາສຸກ ແລະ ກ້າວໄປເຖິງການນໍາພາປະເທດຊາດຫຼຸດພົ້ນ ອອກຈາກຄວາມດ້ອຍພັດທະນາ ຕາມຄາດໝາຍທີ່ໄດ້ວາງໄວ້ ດ້ວຍຫຼາຍວິທີການ. ໜຶ່ງໃນນັ້ນແມ່ນການຍາດແຍ່ງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເວົ້າລວມ, ເວົ້າສະເພາະ ໂຄງການໄຟຟ້າຖ່ານຫີນຫົງສາ ມີມູນຄ່າການລົງທຶນເຖິງ 3.710 ລ້ານໂດລາ, ເປັນການລົງທຶນຮ່ວມກັນ ລະຫວ່າງ ລາວ-ໄທ ທີ່ຈົດທະບຽນຈັດຕັ້ງເປັນນິຕິບຸກຄົນ ຕາມກົດໝາຍ ແຫ່ງ ສປປ ລາວ ເມື່ອເດືອນກໍລະກົດ 2009 ໂດຍມີຜູ້ຖືຮຸ້ນ 3 ບໍລິສັດ ຄື: ລັດວິສາຫະກິດຖືຮຸ້ນລາວ 20%; ບໍລິສັດ ອາເອດຊ ອິນເຕີເນເຊິນແນວ (ສິງກະໂປ) ຄໍປໍເລເຊິນ (ບໍລິສັດຍ່ອຍຂອງ ບໍລິສັດຜະລິດໄຟຟ້າ ຣາດຊະບູລີ ໂຮນດິ້ງ ຈໍາກັດ (ມະຫາຊົນ) ຖືຮຸ້ນ 40% ແລະ ບໍລິສັດ ບ້ານປູພາວເວີ ຈຳກັດ (ມະຫາຊົນ) ປະເທດໄທ ຖືຮຸ້ນ 40% ຊຶ່ງໄດ້ເລີ່ມການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນ ໂດຍໃຊ້ຖ່ານຫີນລິກໄນ ເປັນເຊື້ອໄຟ, ຕັ້ງຢູ່ເມືອງຫົງສາ ແຂວງໄຊຍະບູລີ ໃນປີ 2010 ແລະ
ສຳເລັດໃນປີ 2015 ມີຂະໜາດກຳລັງການຜະລິດລວມ 1.878 ເມກາວັດ ແລະ ເປົ້າໝາຍຂອງການກໍ່ສ້າງໂຮງໄຟຟ້າແຫ່ງນີ້ ແມ່ນເພື່ອຈຳໜ່າຍໄຟຟ້າ ໃຫ້ລັດວິສາຫະກິດໄຟຟ້າລາວ 100 ເມກາວັດ, ສ່ວນທີ່ເຫຼືອຂາຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ, ມີໄລຍະສຳປະທານ 25 ປີ (2015-2041), ເຮັດໃຫ້ລັດຖະບານລາວ ມີລາຍຮັບຈາກໂຄງການດັ່ງກ່າວ ໂດຍທາງກົງຕະຫຼອດໄລຍະສຳປະທານ ແລະ ປະຊາຊົນບັນດາເຜົ່າ ກໍຄືທ້ອງຖິ່ນເຂດບໍລິເວນໂຄງການ ກໍໄດ້ຮັບຜົນປະໂຫຍດຈາກໂຄງ ການດັ່ງກ່າວ ເປັນຕົ້ນການຈັດສັນທີ່ດິນ ແລະ ທີ່ຢູ່ອາໄສ, ການສ້າງວຽກເຮັດງານທຳ, ມີແຫຼ່ງນໍ້າໃຊ້ຖາວອນ ສຳລັບການດຳລົງຊີວິດ ແລະ ປູກຝັງ-ລ້ຽງສັດ, ລະບົບໄຟຟ້າ, ເສັ້ນທາງ, ການສຶກສາ, ສາທາລະນະສຸກ, ສີມືແຮງງານ ແລະ ລາຍຮັບຂອງປະຊາຊົນ ແມ່ນໄດ້ຮັບການປັບປຸງດີຂຶ້ນຢ່າງຈະແຈ້ງ.
ທ່ານ ນ. ດາວວິນ ລາດຊະກິດ ຮອງເຈົ້າເມືອງໆຫົງສາ ໄດ້ໃຫ້ຮູ້ວ່າ: ພາຍຫຼັງທີ່ລັດຖະບານ ແລະ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ລົງນາມເຊັນສັນຍາສໍາປະທານໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ຮ່ວມກັນ ໃນວັນທີ 30 ພະຈິກ 2009 ເປັນຕົ້ນມາ, ອົງການປົກຄອງເມືອງຫົງສາ ໄດ້ເອົາໃຈໃສ່ສົມທົບ ຢ່າງສະເໝີຕົ້ນສະເໝີປາຍ ກັບ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ແລະ ໜ່ວຍງານຍົກຍ້າຍຈັດສັນ-ຟື້ນຟູອາຊີບ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກການພັດທະນາໂຮງໄຟຟ້າຫົງສາ ພາຍໃຕ້ການນໍາພາຂອງຄະນະຊີ້ນໍາໂຄງການຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ, ເຮັດໃຫ້ການຍົກຍ້າຍ ແລະ ຈັດສັນອາຊີບໃຫ້ປະຊາຊົນດຳເນີນໄປດ້ວຍດີ ຊຶ່ງເປັນອີກວຽກງານໜຶ່ງທີ່ສຳຄັນຍິ່ງ ຕ້ອງໄດ້ເອົາໃຈໃສ່ພິເສດໃນການພັດທະນາອາຊີບໃຫ້ກັບປະຊາຊົນ ທີ່ຖືກຍົກຍ້າຍໄປຢູ່ບ້ານຈັດສັນໃໝ່ ຈຳນວນ 450 ຄອບຄົວ ໃຫ້ມີລາຍໄດ້ພົ້ນຂີດຄວາມທຸກຍາກພາຍໃນ 3 ປີ ແລະ ມີລາຍຮັບເພີ່ມຂຶ້ນ 150% ພາຍໃນ 10 ປີ ເລີ່ມແຕ່ສົກປີ 2012-2022. ໂດຍລັດຖະບານລາວ ໄດ້ກຳນົດໃຫ້ເສັ້ນທາງຫົງສາ ຫາ ໄຊຍະບູລີ ແລະ ຂຶ້ນທະບຽນຢ່າງເປັນທາງການໃສ່ຊື່ວ່າ: “ບ້ານນາແກ່ນຄຳ” ສຳເລັດໃນເດືອນກໍລະກົດ 2012 ແລະ ກຳນົດໃຫ້ບໍລິສັດ ຕ້ອງເບິ່ງແຍງ ແລະ ສະໜັບສະໜູນປະຊາຊົນທີ່ຖືກຍົກຍ້າຍ ເປັນຕົ້ນ ເງິນຊົດເຊີຍ; ພື້ນທີ່ຢູ່ອາໄສ 450 ຕາແມັດ/ຄອບຄົວ; ພື້ນທີ່ທຳການຜະລິດ 2 ເຮັກຕາ/ຄອບຄົວ; ສົ່ງເສີມ ແລະ ພັດທະນາອາຊີບທາງເລືອກຕ່າງໆ ເຊັ່ນ: ຫັດຖະກຳ, ປູກຝັງ ແລະ ລ້ຽງສັດ ພ້ອມທັງ ເຮັດວຽກໃນໂຄງການຢ່າງໜ້ອຍ 1 ຕໍາແໜ່ງ/ຄອບຄົວ ຕະຫຼອດໄລຍະສໍາປະທານ. ນອກນັ້ນ, ຍັງໄດ້ກໍ່ສ້າງລະບົບສາທາລະນຸປະໂພກ, ສິ່ງອຳນວຍຄວາມສະດວກຕ່າງໆ ໃນເທດສະບານເມືອງ ປະກອບສ່ວນທຶນໃນການສ້າງຖະໜົນຫົນທາງພາຍໃນເມືອງ ແລະ ເຊື່ອມຈອດກັບເມືອງອ້ອມຂ້າງ.
ການພັດທະນາໂຄງການໄຟຟ້າຫົງສາ, ບໍລິສັດ ໄຟຟ້າຫົງສາ ຈຳກັດ ໄດ້ຖືສຳຄັນ ແລະ ເອົາໃຈໃສ່ຕໍ່ວຽກງານດ້ານເຕັກນິກ ເປັນຢ່າງຍິ່ງ ໂດຍສະເພາະການຈັດການ, ການວັດແທກຄຸນນະພາບການກໍ່ສ້າງ ແລະ ການຄຸ້ມຄອງສິ່ງ ແວດລ້ອມ ໂດຍມີການພັດທະນາ ແລະ ນຳໃຊ້ລະບົບເຕັກນິກທີ່ທັນສະໄໝ ແລະ ໄດ້ມາດຕະຖານສາກົນ ເພື່ອຮັບປະກັນແກ່ການຜະລິດກະແສໄຟຟ້າ ທາງດ້ານປະລິມານ ແລະ ຄຸນນະພາບ, ມີຄວາມປອດໄພ ໃນຕະຫຼອດໄລຍະສຳປະທານ ລວມທັງການພັດທະນາຄຸນນະພາບຊີວິດຂອງຊຸມຊົນອ້ອມຂ້າງໂຮງໄຟຟ້າ ໃຫ້ເຕີບໃຫຍ່ໄປພ້ອມໆກັນ ຈຶ່ງເປັນທີ່ມາຂອງການນຳໃຊ້ລະບົບການບໍລິຫານຈັດການດ້ານຄວາມປອດໄພ, ສຸຂະພາບ, ສຸຂະອະນາໄມ ແລະ ສິ່ງແວດລ້ອມ ພ້ອມດ້ວຍການຜະລິດ ທີ່ເປັນມິດກັບສິ່ງແວດລ້ອມ ເຂົ້າມານຳໃຊ້ກັບທຸກຂັ້ນຕອນ ຂອງຂະບວນການຜະລິດໄຟຟ້າ ແລະ ການປະຕິບັດວຽກງານ ໂດຍໄດ້ສຶກສາປະເມີນຜົນກະທົບຕໍ່ສິ່ງແວດລ້ອມ EIA ແລະ ພັດທະນາການບໍລິຫານສິ່ງແວດລ້ອມ EMP ຢ່າງຮອບດ້ານ ດ້ວຍການນຳໃຊ້ເຕັກໂນໂລຊີຖ່ານຫີນສະອາດ ມາໃຊ້ໃນໂຮງໄຟຟ້າ, ລະບົບເຜົາໄໝ້ ຢ່າງມີປະສິດທິພາບ, ເຕັກໂນໂລຊີດັກຈັບມວນສານ ແລະ ຄວບຄຸມຝຸ່ນ; ລະບົບບຳບັດນໍ້າເສຍ ທີ່ໄດ້ມາດຕະຖານ ຈົນກ້າວສູ່ຄວາມຍືນຍົງ ດ້ວຍມາດຕະຖານ ISO 10041:2015 ໂດຍໄດ້ຮັບການກວດສອບຈາກ ບໍລິສັດ ບູໂຣ ເວີລີທັດ ປະເທດໄທ ຈຳກັດ ແລະ ຜ່ານການປະເມີນກວດສອບແລ້ວ ໃນເດືອນມັງກອນ 2019 ເຮັດໃຫ້ໝັ້ນໃຈໄດ້ວ່າ ໂຮງໄຟຟ້າຫົງສາ ເປັນໂຮງໄຟຟ້າຖ່ານຫີນ ທີ່ມີມາດຕະຖານດ້ານສິ່ງແວດລ້ອມ ເປັນໜຶ່ງຄວາມພາກພູມໃຈ ແລະ ເປັນອີກໜຶ່ງຄວາມສຳເລັດ ທີ່ສຳຄັນຂອງໂຮງໄຟຟ້າຫົງສາ ທີ່ຍັງຄົງມຸ້ງໝັ້ນພັດທະນາທຸລະກິດຢ່າງຕໍ່ເນື່ອງ ຄຽງຄູ່ກັບການມີສ່ວນຮ່ວມຮັບຜິດຊອບຕໍ່ສິ່ງແວດລ້ອມ ຂອງຜູ້ພັດທະນາໂຄງການຢ່າງແທ້ຈິງ.
ໜຶ່ງໃນຜົນສຳເລັດອັນພົ້ນເດັ່ນ, ໄດ້ສະແດງອອກ ດັ່ງໃນວັນທີ 2 ມີນາ 2019 ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ໄດ້ມີພິທີຖະແຫຼງຂ່າວ ການມອບ-ຮັບໃບຢັ້ງຢືນ ມາດຕະຖານດ້ານການຈັດການສິ່ງແວດລ້ອມ ISO 14001: 2015 ຂຶ້ນ ທີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງພັດ ອິນທະປັນຍາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະອຳນວຍການ ໂຄງການດັ່ງກ່າວ ແລະ ສື່ມວນຊົນ. ໃນໂອກາດນີ້, ທ່ານ ຄະທາຢຸດ ຊູພູນ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ໄດ້ມີຄຳເຫັນໃນພິທີວ່າ: ສຳລັບ ISO 14001: 2015 ແມ່ນມາດຕະຖານການຈັດການສິ່ງແວດລ້ອມ ທີ່ເປັນສາກົນ ແລະ ທົ່ວໂລກໃຫ້ການຍອມຮັບ ຊຶ່ງປະກອບດ້ວຍການຈັດການສິ່ງແວດລ້ອມ ທີ່ມີປະສິດທິພາບ ແລະ ເປັນຫົວໃຈຂອງການດຳເນີນ ເພື່ອໃຫ້ໄດ້ຜົນສຳເລັດທີ່ຍືນຍົງ ແລະ ເຮັດໃຫ້ການຈັດການດ້ານສິ່ງແວດລ້ອມດຳເນີນໄປຢ່າງເປັນລະບົບ ແລະ ສອດຄ່ອງກັບລະບຽບກົດໝາຍ.
ທ່ານຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈຳກັດ ໄດ້ໃຫ້ຮູ້ຕື່ມອີກວ່າ: ເມື່ອໄດ້ຮັບການຢັ້ງຢືນມາດຕະຖານສາກົນດັ່ງກ່າວນີ້ແລ້ວ ບໍລິສັດ ກໍຈະອອກແຮງສືບຕໍ່ພັດທະນາລະບົບໂຄງຮ່າງການຈັດການດ້ານສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ, ສາມາດຮັກສາມາດຕະຖານ ISO 14001: 2015 ໄວ້ໄດ້ຍືນຍົງ; ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການ ໄດ້ມີຊີວິດການເປັນຢູ່ດີຂຶ້ນ; ຊ່ວຍສ້າງວຽກເຮັດງານທຳ ແລະ ອອກແຮງສົ່ງເສີມການສຶກສາຂອງເຂົາເຈົ້າໃຫ້ດີຂຶ້ນ ແລະ ມີສ່ວນຮ່ວມໄດ້ຮັບຜົນປະໂຫຍດທີ່ແທ້ຈິງ ພ້ອມທັງເອົາໃຈໃສ່ຕໍ່ແຮງງານທີ່ເຮັດວຽກຢູ່ບໍລິສັດ ໃຫ້ຖືກຕ້ອງຕາມກົດໝາຍ, ຕາມຂໍ້ກຳນົດສັນຍາ, ທຸກຄົນໄດ້ຮັບສະຫວັດດີການສັງຄົມ; ຊ່ວຍຝຶກອົບຮົມພັດທະນາສີມືແຮງງານ ເພື່ອຮັບປະກັນຄວາມປອດໄພ ແລະ ນຳເອົາຜົນປະໂຫຍດ ທີ່ໄດ້ຮັບຈາກໂຄງການໄຟຟ້າ ມາປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ ໃຫ້ມີຄວາມຈະເລີນສີວິໄລຂຶ້ນເປັນກ້າວໆ.
ສັງລວມແລ້ວ, ນັ້ນແມ່ນການປະຕິບັດຕາມພັນທະກິດ ຈະກຳຫຼັກຂອງ ບໍລິສັດ ໄຟຟ້າຫົງສາ ຈຳກັດ, ຊຶ່ງບໍ່ພຽງແຕ່ເປັນຜູ້ດຳເນີນທຸລະກິດດ້ານພະລັງງານໄຟຟ້າເທົ່ານັ້ນ, ແຕ່ຍັງມຸ່ງເນັ້ນການດຳເນີນທຸລະກິດ ຄຽງຄູ່ກັບການພັດທະນາສັງຄົມ, ເບິ່ງແຍງດ້ານສິ່ງແວດລ້ອມ ແລະ ເອົາໃຈໃສ່ຕໍ່ວຽກງານທີ່ຕິດພັນກັບການພັດທະນາໂຄງການຢ່າງຮອບດ້ານ ເພື່ອກ້າວສູ່ຄວາມຍືນຍົງ ດັ່ງທີ່ລະບຸໄວ້ໃນວິໃສທັດ ຂອງບໍລິສັດ ຄື: “ການເປັນໂຮງໄຟຟ້າປາກບໍ່ແຮ່ ນຳໜ້າໃນອາຊຽນ ໂດຍການເຮັດວຽກທີ່ເປັນເລີດ ສ້າງຄວາມເຊື່ອໝັ້ນ ແລະ ຄວາມສຸກສູ່ສັງຄົມ” ໃຫ້ປະກົດຜົນເປັນຈິງ.
(ໂດຍ: ກົມປະຊາສຳພັນ, ຫສນຍ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com