Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ວັນທີ 12 ຕຸລາ ແມ່ນວັນປະກາດເອກະລາດ ຊຶ່ງປີນີ້ໄດ້ໝູນວຽນມາບັນຈົບຄົບຮອບ 75 ປີ.
ການປະກາດເອກະລາດ ວັນທີ 12 ຕຸລາ 1945, ໄດ້ເຮັດໃຫ້ຊາວໂລກຮັບຮູ້ກ່ຽວກັບຄວາມເປັນຊາດລາວຂອງພວກເຮົາ, ຮັບຮູ້ອະທິປະໄຕ ແລະ ເຂດນ້ຳແດນດິນຂອງລາວ. ພ້ອມນັ້ນ, ກໍຮັບຮູ້ລັດຖະບານຊົ່ວຄາວຂອງລາວ ແລະ ຮັບຮູ້ວ່າ ຊາດລາວ-ຄົນລາວ ກໍເປັນຄົນທີ່ມີກຽດສັກສີເໝືອນຄົນຊາດອື່ນໆ ແລະ ຢາກມີອິດສະຫຼະພາບ, ເປັນເຈົ້າຊາຕາກຳຂອງຕົນເອງ, ຢາກມີການພັດທະນາຕົນ ເພື່ອຄວາມຢູ່ດີກິນດີ ແລະ ຄວາມຈະເລີນວັດທະນາຖາວອນ. ຍ້ອນແນວນັ້ນ, ພວກເຮົາ ຈຶ່ງຖືເອົາວັນປະກາດເອກະລາດ 12 ຕຸລາ 1945 ເປັນວັນປະຫວັດສາດຂອງຊາດ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈຕໍ່ຄວາມອາດຫານໃນການຕໍ່ສູ້ດ້ວຍຄໍາຂວັນ; “ຍອມຕາຍດີກວ່າເປັນຂ້ອຍຂ້າ, ຕາຍເພື່ອເອກະລາດດີກວ່າຢູ່ພາຍໃຕ້ແອກປົກຄອງຂອງຕ່າງຊາດ”. ຈາກນັ້ນມາ ນ້ຳໃຈວັນທີ 12 ຕຸລາ ຈຶ່ງກາຍເປັນມູນ ເຊື້ອແຫ່ງການຕໍ່ສູ້ຢ່າງມີໄຊຂອງຄົນລາວຜູ້ຮັກຊາດ, ຮັກບ້ານ ເກີດເມືອງນອນ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ພັກ, ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.
ກ່ອນໜ້ານີ້ 70 ກວ່າປີຄື: ວັນທີ 12 ຕຸລາ 1945 ໄດ້ມີການໂຮມຊຸມນຸມໃຫຍ່ຢູ່ວຽງຈັນ ເພື່ອປະກາດຄວາມເປັນເອກະລາດຂອງຊາດລາວເຮົາ ເປັນຄັ້ງທຳອິດຈາກແອກປົກຄອງຂອງພວກລ່າເມືອງຂຶ້ນ ແລະ ພວກຮຸກຮານຕ່າງຊາດ. ວັນດັ່ງກ່າວນັ້ນ, ໄດ້ເປັນຂີດໝາຍແຫ່ງໄຊຊະນະຂອງການຕໍ່ສູ້ຢ່າງພິລະອາດຫານ ດ້ວຍຄວາມສາມັກຄີ ແລະ ການເສຍສະຫຼະອັນໃຫຍ່ຫຼວງຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ ປປ ລາວ.
ວັນທີ 12 ຕຸລາ 1945 ໄດ້ກາຍເປັນເຫດການທີ່ມີຄວາມໝາຍປະຫວັດສາດຂອງຊາດລາວເຮົາ. ໃນມື້ນັ້ນ ໄດ້ມີການໂຮມຊຸມນຸມທີ່ສະໜາມກິລາແຫ່ງຊາດ (ສະໜາມກິລາເຈົ້າອານຸວົງ ໃນປັດຈຸບັນ) ຊຶ່ງມີມວນຊົນເຂົ້າຮ່ວມຫຼາຍກວ່າ 2 ໝື່ນຄົນ. ໃນມື້ດັ່ງກ່າວ ລັດຖະບານລາວອິດສະຫຼະ ໄດ້ເປັນຕົວແທນໃຫ້ແກ່ວົງຄະນາຍາດແຫ່ງຊາດ ປະກາດຄວາມເປັນເອກະລາດຂອງປະເທດລາວຕໍ່ໂລກຢ່າງເປັນທາງການ, ປະກາດໂຮມແຜ່ນດິນລາວເປັນເອກະລາດ. ພ້ອມກັນນັ້ນ, ກໍໄດ້ອອກຖະແຫຼງການກ່ຽວກັບການປ່ຽນແປງການປົກຄອງ, ລຶບລ້າງທຸກໆສັນຍາທີ່ລາວໄດ້ເຊັນກັບພວກລ່າເມືອງຂຶ້ນແບບເກົ່າ, ປະກາດໃຊ້ລັດຖະທຳມະນູນສະບັບທຳອິດ, ປະກາດໃຊ້ທຸງຊາດ (ທຸງຊາດລາວປັດຈຸບັນ), ປະກາດແຕ່ງຕັ້ງຄະນະລັດຖະບານຊົ່ວຄາວ ຊຶ່ງມີສົມເດັດ ສຸພານຸວົງ ເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ຕໍ່ມາໄດ້ມາດຳລົງຕຳແໜ່ງເປັນຜູ້ບັນຊາການທະຫານສູງສຸດອີກດ້ວຍ.
ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ 12 ຕຸລາ ມະຫາໄຊ, ຄະ ນະພັກ-ຄະນະນຳທຸກຂັ້ນ ຕ້ອງເອົາໃຈໃສ່ໂຄສະນາສຶກສາອົບ ຮົມການເມືອງ-ແນວຄິດຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາຊັ້ນຄົນທີ່ຂຶ້ນກັບການນຳພາ-ຄຸ້ມຄອງຂອງຕົນ ເຊີດຊູນ້ຳໃຈຮັກຊາດຕິດພັນກັບການຊຸກຍູ້ການພັດທະນາໃຫ້ດຳເນີນໄປຢ່າງຕັ້ງໜ້າ ແລະ ເປັນຂະບວນການຕໍ່ເນື່ອງຄື: ການຮຽນ, ຄົ້ນຄວ້າເຊື່ອມຊຶມມະຕິກອງປະຊຸມໃຫຍ່ຂອງພັກໃຫ້ເລິກເຊິ່ງ-ທົ່ວເຖິງທຸກເປົ້າໝາຍ, ຫັນຄວາມຮັບຮູ້-ເຂົ້າໃຈໃຫ້ກາຍເປັນການກະທຳຕົວຈິງໂດຍສະເພາະການຜັນຂະຫຍາຍເປັນແຜນງານ-ເປັນໂຄງການເຄື່ອນໄຫວລະອຽດ ສຳລັບແຕ່ລະໄລຍະ ໂດຍແມ່ນຄະນະພັກນຳພາ-ຊີ້ນຳ ເຮັດໃຫ້ສອດຄ່ອງກັບໜ້າທີ່ການເມືອງ ແລະ ໜ້າທີ່ວິຊາສະເພາະຂອງແຕ່ລະກົມກອງ, ຂະແໜງການ-ໜ່ວຍງານ, ທັງມີການແບ່ງງານມອບໝາຍຄວາມຮັບຜິດຊອບຈັດຕັ້ງປະຕິບັດໃຫ້ຈະແຈ້ງ. ເພີ່ມທະວີຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ, ເອົາໃຈໃສ່ຈຳກັດ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ສ້າງບັນຍາກາດເບີກບານມ່ວນຊື່ນ, ເຮັດໃຫ້ປະເທດຊາດມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ, ເປັນປະເທດທີ່ໜ້າທ່ຽວໜ້າຊົມ. ເອົາໃຈໃສ່ວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ ເປັນຕົ້ນແມ່ນໃຫ້ສະຫຼຸບຕີລາຄາຢ່າງຖືກຕ້ອງ, ຊອກໃຫ້ເຫັນຕົວແບບດີເດັ່ນ ແລະ ປັດໄຈໃໝ່ ເພື່ອເສີມຂະຫຍາຍ, ຄົ້ນຄວ້າໃຫ້ເລິກເຊິ່ງກ່ຽວກັບທິດທາງ ແລະ ມາດຕະການ ເພື່ອສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ. ເພີ່ມທະວີເອົາໃຈໃສ່ຕໍ່ການຄຸ້ມຄອງເສດຖະກິດ-ຄຸ້ມຄອງສັງຄົມ ໂດຍສະເພາະແມ່ນການຄຸ້ມຄອງຕະຫຼາດໃນໄລຍະວິກິດໂຄວິດ-19, ບໍ່ໃຫ້ມີການຂາດແຄນສິນຄ້າອັນຈຳເປັນ ແລະ ບໍ່ໃຫ້ມີການປັ່ນປ່ວນ, ເພີ່ມທະວີການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເພື່ອບໍ່ໃຫ້ມີການສວຍໂອກາດກອບໂກຍກຳໄລ; ຮັບປະກັນໃຫ້ຄ່າຄອງຊີບ ແລະ ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນເປັນປົກກະຕິ. ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງສັງຄົມຕາມລະບຽບກົດໝາຍ, ຊຸກຍູ້ວຽກງານການສຶກສາ, ສາທາລະນະສຸກ ແລະ ການປະຕິບັດນະ ໂຍບາຍຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ການປະ ຕິວັດ; ເສີມສ້າງຄວາມເປັນທຳ ແລະ ຄຸນນະທຳໃນສັງຄົມ. ປະ ຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດ ຕະພາບ ແລະ ຮ່ວມມືຢ່າງຕັ້ງໜ້າ; ເສີມຂະຫຍາຍຄວາມຮັບ ຜິດຊອບ ແລະ ຄວາມເປັນເຈົ້າການໃຫ້ສູງຂຶ້ນ ໃນການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດອາຊຽນ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ.
ນ້ຳໃຈວັນປະກາດເອກະລາດ 12 ຕຸລາ ໝັ້ນຍືນ!
(ໂດຍ: ສີວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com