Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ອອກແຮງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 16/10/2020 09:43:22 ຈຳ​ນວນ​​ຢ້ຽມ​ຊົມ 5906 ຄັ້ງ

ເມື່ອ​ຫວນ​ຄືນ​ປະຫວັດ​ຄວາມ​ເປັນ​ມາ​ວັນ​ສາກົນ​ລຶບລ້າງ​ຄວາມທຸກ​ຍາກ ກ່ອນ​ໜ້າ​ນີ້ 33 ປີ, ວັນ​ທີ 17 ຕຸລາ 1987ຢູ່​ນະຄອນຫຼວງ​ປາ​ຣີ  ຂອງ​ປະເທດ​ຝຣັ່ງ ໄດ້​ມີ​ຄົນ​ນັບ​ແສນ​ຄົນ ອອກ​ມາ​ເດີນ​ຂະບວນ ເພື່ອ​ສະແດງ​ພະລັງ​ຕໍ່ສູ້​ກັບ​ຄວາມທຸກ​ຍາກ ແລະ ຮຽກຮ້ອງ​ໃຫ້​ມີ​ການ​ອຸທິດ​ໃຫ້​ແກ່​ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ຄວາມ​ອຶດຫິວ ແລະ ຄວາມທຸກ​ຍາກ, ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນ​ຂອງ​ບັນດາ​ປະຊາຊາດດັ່ງ​ກ່າວ. ໃນ​ປີ 1992 ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາຊາດ (ສປຊ)  ໄດ້​ປະກາດ​ເອົາ​ວັນ​ທີ 17 ຕຸລາ​ຂອງ​ທຸກໆ​ປີ ເປັນ​ວັນ​ສາກົນ ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ໂດຍ​ມອບ​ໃຫ້​ບັນດາ​ປະເທດ​ສະມາຊິກເຕົ້າໂຮມ​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມຈັດ​ກິດຈະກຳ​ຕ່າງໆ ເພື່ອ​ລະດົມ​ຂະບວນ​ການ ແລະ ລະດົມ​ທຶນຮອນ​ເຂົ້າ​ໃສ່​ວຽກ​ງານ​ລຶບລ້າງ​ຄວາມທຸກ​ຍາກ.
ວັນ​ທີ 17 ຕຸລາ ເປັນ​ວັນ​ສາກົນ ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ຊຶ່ງ​ປີ​ນີ້ ມີ​ອາຍຸ​ຄົບຮອບ 33 ປີ (17/10/1987-17/10/2020) ແລະ ວັນ​ທີ 17-24 ຕຸລາ ແມ່ນ​ສັບປະດາ​ແຫ່ງ​ຊາດ ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ​ຂອງ ສປປ ລາວ ຊຶ່ງ​ປີ​ນີ້ ມີ​ອາຍຸ​ຄົບຮອບ 17 ປີ (17-24/10/2003-17-24/10/2020). 
ທີ່​ອົງການ​ສະຫະ​ປະຊາຊາດ ກຳນົດ​ເອົາ​ວັນ​ທີ 17 ຕຸລາ​ຂອງ​ທຸກໆ​ປີ ເປັນ​ວັນ​ສາກົນ ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ແມ່ນ​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ຍິ່ງ​ສຳລັບ​ປະຊາຊາດ​ໃນ​ໂລກ ເພື່ອ​ໃຫ້​ບັນດາ​ປະເທດ​ສະມາຊິກ​ອົງການ​ສະຫະ​ປະຊາຊາດ ເພີ່ມ​ທະວີ​ການ​ຮ່ວມ​ມື, ທັງ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃຫ້​ສູງ​ກວ່າ​ເກົ່າ, ປຸກລະດົມ​ກຳລັງ​ແຮງ​ທົ່ວ​ສັງຄົມ​ໃນ​ຊາດກໍ​ຄື​ວົງ​ຄະນາ​ຍາດ​ສາກົນ ສຸມ​ໃສ່​ແກ້​ໄຂ​ບັນຫາ​ໄພ​ອຶດຫິວ ແລະ ຄວາມທຸກ​ຍາກ.
ສປປ ລາວ ໃນ​ຖານະ​ເປັນ​ປະເທດ​ສະມາຊິກ​ຂອງ​ອົງການ​ສະຫະ​ປະຊາຊາດ ຍາມ​ໃດ​ກໍ​ຖື​ວ່າ​ວຽກ​ງານ​ການ​ແກ້​ໄຂ​ຄວາມ ທຸກ​ຍາກ​ຂອງ​ປະຊາຊົນ ເປັນ​ວຽກ​ຍຸດທະສາດ​ສຳຄັນ ແລະ ເປັນ​ໜ້າທີ່​ບຸລິມະສິດ​ຂອງ​ທົ່ວ​ພັກ​-​ລັດ, ທົ່ວ​ປວງ​ຊົນ ແລະ ໄດ້​ມີ​ຄວາມ​ພະຍາຍາມ​ເອົາໃຈໃສ່​ຊີ້​ນຳ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ດັ່ງກ່າວ ຢ່າງ​ຕັ້ງໜ້າ​ຕະຫຼອດ​ມາ.  ກອງ​ປະຊຸມ​ວຽກ​ງານ​ລຶບລ້າງ​ຄວາມທຸກ​ຍາກ​ທົ່ວ​ປະເທດ ຄັ້ງ​ທີ I ໃນ​ວັນ​ທີ 17-19 ມີນາ ປີ 2003, ໄດ້​ກຳນົດ ແລະ ປະກາດ​ເອົາ​ວັນ​ທີ 17-24 ຕຸລາ ຂອງ​ທຸກ​ປີ ເປັນ​ວັນ​ສັບປະດາ​ແຫ່ງ​ຊາດ ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ. ເລີ່ມ​ແຕ່​ປີ 2003 ເປັນຕົ້ນ​ມາ, ລັດຖະບານ​ ແຫ່ງ  ສປປ ລາວ ຮ່ວມ​ກັບ​ອົງການ​ສະຫະ​ປະຊາຊາດ ເພື່ອ​ການ​ພັດທະນາ​ໄດ້​ຈັດ​ຕັ້ງ​ພິທີ, ຈັດ​ຕັ້ງ​ການເຄື່ອນໄຫວ​ກິດຈະກຳ​ຕ່າງໆ ໃນ​ລະດັບ​ທີ່​ແຕກ​ຕ່າງ​ກັນ ເພື່ອ​ສະເຫຼີມສະຫຼອງ​ວັນ​ສາກົນ ແລະ ສັບປະດາ​ແຫ່ງ​ຊາດ ວັນ​ທີ 17-24 ຕຸລາ ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ໃນ​ແຕ່​ລະ​ປີ.
ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ, ສປປ ລາວ ໄດ້​ຮັບ​ຜົນສຳເລັດ​ຫຼາຍ​ດ້ານ ໃນ​ການ​ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ລາວ ໂດຍ​ສະເພາະ​ຜົນສຳເລັດ​ອັນ​ສຳຄັນ ແລະ ເປັນ​ພື້ນຖານ​ກວ່າ​ໝູ່ແມ່ນ​ລະບົບ​ການຈັດຕັ້ງ​ຢູ່​ຮາກ​ຖານ ໄດ້​ຮັບ​ການ​ປັບປຸງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ເຂັ້ມແຂງທາງ​ດ້ານ​ການ​ເມືອງ​-​ແນວ​ຄິດ ແລະ ການຈັດຕັ້ງ, ສາມາດ​ເປັນ​ເຈົ້າ​ການ ໃນ​ການ​ນຳພາ​ປະຊາຊົນ ແລະ ຊັ້ນ​ຄົນ​ຕ່າງໆຈັດ​ຕັ້ງ​ປະ ຕິບັດ​ໜ້າທີ່​ວຽກ​ງານ​ຕ່າງໆ ໄດ້​ເປັນ​ຢ່າງ​ດີ, ເຮັດ​ໃຫ້​ຮາກ​ຖານ​ຊົນນະບົດ ກໍ​ຄື​ເຂດ​ພູ​ດອຍ​ຫ່າງ​ໄກ​ສອກຫຼີກ ແລະ ທຸລະກັນດານ ມີ​ຄວາມ​ສະຫງົບ,  ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢ່າງ​ໜັກ  ແໜ້ນ​ເທື່ອ​ລະ​ກ້າວ,  ປະຊາຊົນມີ​ຄວາມ​ສາມັກຄີ​ປອງ​ດອງ​ຊ່ວຍເຫຼືອ​ຊຶ່ງ​ກັນ ແລະ ກັນ, ມີ​ສະຕິ​ຕື່ນ​ຕົວ​ເປັນ​ເຈົ້າ​ປະເທດ​ຊາດ, ປະຕິບັດ​ສິດ ແລະ ພັນທະ​ຂອງ​ພົນລະເມືອງ ຕາມ​ທີ່​ກຳນົດ​ໄວ້​ໃນ​ກົດໝາຍ ແລະ ລັດ​ຖະ​ທຳ​ມະນູນ, ຕື່ນ​ຕົວ​ປະກອບສ່ວນ​ເຂົ້າ​ຮ່ວມ​ໃນ​ຂະບວນ​ການ​ຕ່າງໆ,  ຕີ​ຖອຍ​ໄດ້​ກົນອຸບາຍ​ຂອງ​ພວກ​ຄົນ​ບໍ່​ດີ,  ປະຊາຊົນ​ບັນດາເຜົ່າ​ມີ​ຄວາມ​ອຸ່ນ​ອ່ຽນ​ທຸ່ນ​ທ່ຽງ ໃນ​ການ​ດຳລົງ​ຊີວິດ ແລະ ທຳ​ມາ​ຫາ​ກິນ, ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ຊີ້​ນໍາ-​ນຳພາ​ຂອງ​ພັກ​-​ລັດ  ນັບ​ມື້​ນັບ​ສູງ​ຂຶ້ນ,  ຕັ້ງໜ້າ​ຜັນ​ຂະຫຍາຍ​ແນວທາງ​ປ້ອງ​ກັນ​ຊາດ​-​ປ້ອງ​ກັນ​ຄວາມ​ສະຫງົບທົ່ວ​ປວງ​ຊົນ​ຮອບດ້ານດ້ວຍ​ທິດ​ທາງ ແລະ ມາດ​ຕະການ​ສົມທົບ​ແໜ້ນ ລະຫວ່າງ ກຳລັງ ປກຊ-ປກສ, ສູນ​ກາງ, ແຂວງ, ເມືອງ ແລະ ອົງການ​ປົກຄອງ​ແຕ່​ລະ​ຂັ້ນ.
ທຸກ​ຂະແໜງການ ແລະ ທ້ອງຖິ່ນ​ຕ່າງໆ ໄດ້​ຖື​ສຳຄັນ​ການ​ພັດທະນາ​ເສດຖະກິດ ແລະ ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ໃຫ້​ດີ​ຂຶ້ນ​ເປັນ​ໜ້າທີ່​ໃຈກາງ​ຂອງ​ວຽກ​ງານ​ຮາກ​ຖານ ແລະ ພັດທະນາ​ຊົນນະບົດ​ຮອບດ້ານ ຊຶ່ງ​ໄດ້​ເພີ່ມ​ການ​ລົງທຶນ​ເຂົ້າ​ໃສ່​ການ​ກໍ່ສ້າງ​ຮາກ​ຖານ​ການເມືອງ ແລະ ພັດທະນາ​ຊົນນະບົດ​ຮອບດ້ານ ຢ່າງ​ມີ​ຈຸດ​ສຸມ; ລົງທຶນ​ໃນ​ການ​ກໍ່ສ້າງ ແລະ ປັບປຸງ​ຍົກ​ລະດັບ​ເສັ້ນທາງ, ເປີດ​ກວ້າງ​ຕາໜ່າງ​ໂທລະ​ຄົມມະນາຄົມອອກ​ສູ່​ຊົນນະບົດ​ຢ່າງ​ກວ້າງຂວາງ, ຂະຫຍາຍ​ຕາໜ່າງ​ໄຟຟ້າອອກ​ສູ່​ຊົນນະບົດ, ລົງທຶນ ແລະ ປຸກລະດົມ​ແຮງ​ງານ​ຂອງ​ປະຊາຊົນເຂົ້າ​ຮ່ວມ​ໃນ​ການ​ເຮັດ​ຊົນ​ລະ​ປະ​ທານ​-​ເໝືອງ​ຝາຍ, ສ້າງ​ເສັ້ນທາງ, ໂຮງຮຽນ, ໂຮງໝໍ, ສຸກສາລາ, ລະບົບ​ນ້ຳ​ລິນ​-​ນ້ຳ​ສະອາດ, ສູນ​ບໍລິການ ແລະ ການ​ກໍ່ສ້າງ​ດ້ານ​ສາທາລະນະ​ປະໂຫຍດ​ອື່ນໆ. ຈັດ​ຕັ້ງ​ນຳພາ ແລະ ສົ່ງເສີມ​ການ​ຜະລິດ​ເປັນ​ສິນຄ້າ ແລະ ການ​ບໍລິການ, ສ້າງ​ລາຍ​ໄດ້​ຕົວ​ຈິງ​ໃຫ້​ປະຊາຊົນ ໂດຍ​ຕິດ​ພັນ​ກັບ​ການ​ບໍລິການ​ແບບ​ສອງ​ສົ້ນ​ກັບ​ປະຊາຊົນ, ຈັດ​ຕັ້ງ​ກຸ່ມ​ການ​ຜະລິດ ຫຼື ເສດຖະກິດ​ຮ່ວມ ຫຼື ສະຫະກອນ​ການ​ຜະລິດ​ຂອງ​ປະຊາ​ຊົນ. ປັດຈຸບັນ, ມີ​ຫຼາຍ​ພາກສ່ວນ​ເສດຖະກິດໄດ້​ຫັນ​ການ​ລົງທຶນ​ໄປ​ສູ່​ຊົນນະບົດ​ຫຼາຍ​ຂຶ້ນ  ຊຶ່ງ​ເຮັດ​ໃຫ້ການ​ປຸງ​ແຕ່ງ​ຜົນ​ຜະລິດ​ກະ​ສິ​ກຳ​-​ປ່າໄມ້, ຫັດຖະ​ກຳ​-​ອຸດສາຫະກຳ ແລະ ການ​ບໍລິການ​ໄດ້​ມີ​ໜໍ່​ແໜງ ແລະ ປັດ​ໄຈ​ໃໝ່​ເກີດ​ຂຶ້ນ​ຢູ່​ຫຼາຍ​ບ່ອນ​ໃນ​ເຂດ​ຊົນນະບົດ; ການ​ຈໍ​ລະ​ຈອນ​ສິນຄ້າ ໄດ້​ຮັບ​ການ​ເປີດ​ກວ້າງ ແລະ ຂະຫຍາຍ​ລົງ​ສູ່​ຊົນນະບົດ​ຫຼາຍ​ຂຶ້ນ; ໄດ້​ເອົາໃຈໃສ່​ປຸກລະດົມ​ຍາດ​ແຍ່ງ​ທຶນຮອນ​ທັງ​ພາຍ​ໃນ ແລະ ຕ່າງປະເທດ ລວມ​ທັງ​ພາກສ່ວນ​ເສດຖະກິດ​ຕ່າງໆ ເຂົ້າ​ໃສ່​ການ​ພັດທະນາ​ຊົນນະບົດ ໂດຍ​ສົມ ທົບ​ທຶນ​ກັບ​ກອງ​ທຶນ​ຕ່າງໆ ຊຶ່ງ​ໄດ້​ສ້າງ​ເງື່ອນໄຂ​ໃຫ້​ປະຊາຊົນ​ຜູ້​ທຸກ​ຍາກ​ໄດ້​ເຂົ້າ​ເຖິງ​ແຫຼ່ງ​ທຶນ ແລະ ສາມາດ​ກູ້​ຢືມ​ມາ​ເຮັດ​ການ​ຜະລິດ, ສ້າງ​ລາຍ​ໄດ້​ໃຫ້​ແກ່​ຄອບຄົວ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ ແລະ ຄ່ອຍໆ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ. 
 ການ​ພັດທະນາ​ດ້ານ​ວັດທະນະ​ທຳ​-​ສັງຄົມໄດ້​ຖື​ເອົາ​ການ​ສຶກສາ​ໄປ​ກ່ອນ​ບາດກ້າວ​ໜຶ່ງ ໂດຍ​ສະເພາະແມ່ນ​ການ​ສຶກສາ​ຂັ້ນ​ພື້ນຖານ  ເປັນຕົ້ນ​ຊັ້ນ​ປະຖົມ​ສຶກສາ​ພາກ​ບັງຄັບ ແລະ ມັດທະຍົມ​ຕອນ​ຕົ້ນ ໄດ້​ມີ​ການ​ຂະຫຍາຍຕົວ​ລົງ​ສູ່​ເຂດ​ຊົນນະບົດ, ພູ​ດອຍ ແລະ ​ເຂດ​ຫ່າງ​ໄກ​ສອກ​ຫຼີກ. ປັດຈຸບັນ, ອັດ ຕາ​ການ​ເຂົ້າ​ຮຽນ​ຂອງ​ເດັກ ໃນ​ເກນ​ອາຍຸ 3-5 ປີ, ອັດຕາ​ເຂົ້າ​ຮຽນ​ສຸດທິ, ອັດຕາ​ເຂົ້າ​ຮຽນ​ລວມ​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ, ມັດທະຍົມ​ຕອນ​ປາຍ ແລະ ອັດຕາ​ການ​ຮຽນ​ຮູ້​ໜັງສື​ຂອງ​ຜູ້​ໃຫຍ່ ໄດ້​ເພີ່ມ​ຂຶ້ນ ແລະ ມີ​ຫຼາຍ​ເມືອງ​ໄດ້​ປະກາດ​ສຳເລັດ​ການ​ສຶກສາ​ຊັ້ນ​ປະຖົມ​ພາກ​ບັງຄັບ;  ໄດ້​ເອົາໃຈໃສ່​ຂະຫຍາຍ​ຕາໜ່າງ​ການ​ບໍລິການ​ດ້ານ​ສາທາ​ລະນະ​ສຸກ ລົງ​ສູ່​ຮາກ​ຖານ​ຊົນນະບົດ​ຢ່າງ​ແຂງແຮງ ຕາມ​ທິດ​ເອົາການກັນ​ພະຍາດ,   ສົ່ງເສີມ​ສຸຂະພາບ​ເປັນຕົ້ນຕໍ ແລະ ເອົາ​ການ​ປິ່ນປົວ​ເປັນ​ສຳຄັນ; ການ​ສ້າງ​ຄອບຄົວ ແລະ ບ້ານ​ວັດທະນະທຳ ໃນ​ຫຼາຍ​ທ້ອງຖິ່ນມີ​ຈຳນວນ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ຮອດ​ກາງ​ປີ 2018 ມີ​ບ້ານ​ວັດທະນະທຳ 5.800 ກວ່າ​ບ້ານ ແລະ ຄອບຄົວ​ວັດທະນະທຳ 890.000 ກວ່າ​ຄອບ​ຄົວ. ບັນດາ​ແຂວງ ແລະ ເມືອງໄດ້​ເອົາໃຈໃສ່​ການ​ເຕົ້າໂຮມ​ບ້ານ​ນ້ອຍ​ເປັນ​ບ້ານ​ໃຫຍ່, ຈັດ​ສັນ​ພູມລຳເນົາ ແລະ ບ່ອນ​ທຳ​ມາ​ຫາ​ກິນ​ໃຫ້​ແກ່​ປະຊາຊົນ​ບັນດາເຜົ່າໃນ​ເຂດ​ຊົນນະບົດ, ບ່ອນ​ຫ່າງ​ໄກ​ສອກຫຼີກ; ມີ​ຫຼາຍ​ບໍລິເວນ​ຈຸດ​ສຸມ​ຂອງ​ທ້ອງຖິ່ນ​ຕ່າງໆ ໄດ້​ຮັບ​ການ​ພັດທະນາ ກາຍເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ ແລະ ບາງ​ຈຸດ​ສຸມກໍ​ໄດ້​ສ້າງ​ເປັນ​ເມືອງ​ໃໝ່.
ພັກ​-​ລັດ​ເຮົາ ຍາມ​ໃດ​ກໍ​ຖື​ເອົາ​ວຽກ​ງານ​ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ຕິດ​ພັນ​ກັບ​ການ​ເຮັດ​ທົດ​ລອງ​ວຽກ​ງານ 3 ສ້າງ ໂດຍ​ມີ​ການ​ເຮັດ​ທົດ​ລອງ​ຕົວ​ຈິງ​ຢູ່ 50 ກວ່າ​ເມືອງ ແລະ 100 ກວ່າ​ບ້ານ​ເປົ້າ​ໝາຍ. ໃນ​ປີ 2017 ສປປ ລາວ ມີ​ເມືອງ​ທັງ​ໝົດ 148 ເມືອງ, ມີ 1.040 ກຸ່ມ​ບ້ານ ແລະ 8.454 ບ້ານ ແລະ 1.166.000 ກວ່າ​ຄອບ​ຄົວ. ອັດຕາ​ສ່ວນ​ຂອງ​ຄວາມທຸກ​ຍາກ ໄດ້​ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ໃນ​ປີ 2017 ຍັງ​ມີ​ຄອບຄົວ​ທຸກ​ຍາກ 69.000 ກວ່າ​ຄອບຄົວ ກວມ 5,98% ໃນ​ຈຳນວນ 1.166.000 ກວ່າ​ຄອບຄົວ​ໃນ​ທົ່ວ​ປະເທດ; ບ້ານ​ທຸກ​ຍາກ 1.670 ກວ່າ​ບ້ານ ກວມ 19,55% ຂອງ​ຈຳນວນ 8.454 ບ້ານ​ໃນ​ທົ່ວ​ປະເທດ ແລະ ເມືອງ​ທຸກ​ຍາກ​ມີ 23 ເມືອງ ກວມ 15,54% ຂອງ​ຈຳນວນ 148 ເມືອງ​ທັງ​ໝົດ ໃນ​ທົ່ວ​ປະ​ເທດ. ໃນ​ປີ 2017 ສປປ ລາວ ມີ​ບ້ານ​ພັດທະນາ 3.500 ກວ່າ​ບ້ານ ກວມ 42,23% ຂອງ​ຈຳນວນ​ບ້ານ​ທັງ​ໝົດ​ໃນ​ທົ່ວ​ປະເທດ ແລະ ມີ​ຄອບຄົວ​ພັດທະນາ 896.000 ກວ່າ​ຄອບຄົວ ກວມ 77,11% ຂອງ​ຈຳນວນ​ຄອບຄົວ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ.
ເພື່ອ​ສືບຕໍ່​ເສີມ​ຂະຫຍາຍ​ຜົນສຳເລັດ ໃນ​ການ​ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ໃນ​ໄລຍະ​ຜ່ານ​ມາ​ນັ້ນ, ພວກ​ເຮົາ​ຈົ່ງ​ເພີ່ມ​ທະວີ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ກ່ຽວ​ກັບ​ວຽກ​ງານ​ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ເປັນຕົ້ນ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ໃຫ້​ໄດ້​ຢ່າງ​ທົ່ວ​ເຖິງ, ຕັ້ງໜ້າ​ສືບຕໍ່​ປະຕິບັດ​ມາດ​ຕະການ​ຍຸດທະສາດ ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ, ພັດທະນາ​ຊົນນະບົດ​ຮອບດ້ານ ຕາມ​ທິດ​ສ້າງ​ຊົນນະບົດ​ໃໝ່. ໃນ​ນັ້ນ, ຖື​ເອົາ​ການ​ສົ່ງເສີມ​ການ​ຜະລິດ​ເປັນ​ສິນຄ້າ ແລະ ການ​ບໍລິການ​ສ້າງ​ລາຍ​ໄດ້​ເຂົ້າ​ຄອບຄົວ​ເປັນໃຈ​ກາງ ຊຶ່ງ​ຕ້ອງ​ໄດ້​ສຸມ​ໃສ່​ຈັດ​ສັນ​ທີ່​ດິນ ເພື່ອ​ເປັນ​ບ່ອນ​ທຳ​ມາ​ຫາ​ກິນ ແລະ ທີ່​ຕັ້ງ​ພູມລຳເນົາ​ຄົງ​ທີ່ ແລະ ໝັ້ນຄົງ, ກ້າວ​ໄປ​ເຖິງ​ການ​ຢຸດຕິ​ການ​ຖາງ​ປ່າ​ເຮັດ​ໄຮ່​ແບບ​ເລື່ອນລອຍ​ຢ່າງ​ສິ້ນ​ເຊີງ, ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຮັບ​ໃຊ້​ການ​ຜະລິດ ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ; ຈັດ​ຕັ້ງ​ການ​ຜະລິດ, ການ​ຝຶກ​ອົບຮົມ​ຍົກ​ລະດັບ​ວິຊາ​ຊີບ, ນຳ​ໃຊ້​ເຕັກ​ນິ​ກ-​ວິທະຍາ​ການ​ທີ່​ກ້າວໜ້າ ເພື່ອ​ຍົກ​ສູງ​ສະມັດຖະພາບ​ການ​ຜະລິດ ແລະ ຄຸນ​ນະ​ພາບ​ຂອງ​ຜົນ​ຜະລິດ; ປັບປຸງ​ຄຸນ​ນະ​ພາບ​ຊີວິດ​ຂອງ​ຊາວ​ຊົນນະບົດ​ຕິດ​ພັນ​ກັບ​ການ​ເຂົ້າ​ເຖິງ​ການ​ສຶກສາ, ການ​ບໍລິການ​ສາທາລະນະ​ສຸກ ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.
(ໂດຍ: ສີ​ວັນ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com