Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສປປ ລາວ ຢຶດໝັ້ນສົ່ງເສີມການລົງທຶນຕ່າງປະເທດ ເພື່ອປະກອບສ່ວນພັດທະນາປະເທດຊາດ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 26/10/2020 15:29:12 ຈຳ​ນວນ​​ຢ້ຽມ​ຊົມ 5359 ຄັ້ງ

ໂດຍ: ລູກ​ເຂົ້າ​ໜຽວ

ພັກ ແລະ ລັດຖະບານ​ແຫ່ງ ສປປ ລາວ ຍາມ​ໃດກໍຢຶດ ໝັ້ນ​ການ​ສົ່ງເສີມ​ການ​ລົງທຶນ​ຂອງ​ຕ່າງປະເທດ ໂດຍ​ມີ​ກົດ ໝາຍ​ວ່າ​ດ້ວຍ​ການ​ສົ່ງເສີມ​ການ​ລົງທຶນ​ຕ່າງປະເທດ​ເປັນ​ສິ່ງ​ຄ້ຳປະກັນ, ແນໃສ່​ເສີມ​ຂະຫຍາ​ຍ​ການ​ພົວພັນ, ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ກັບ​ຕ່າງປະເທດ, ການ​ນຳ​ໃຊ້​ແຫຼ່ງ​ທຶນ, ສະຕິປັນຍາ​ເພື່ອ​ຂະຫຍາຍ​ກຳລັງ​ການ​ຜະລິດ​ຢ່າງ​ມີ​ປະສິດ​ທິ​ຜົນ, ຮັບໃຊ້​ການຫັນເປັນ​ອຸດສາຫະກຳ ແລະ ການ​ຫັນ​ເປັນທັນ​ສະໄໝ​ເທື່ອ​ລະ​ກ້າວ, ປະກອບສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ ແລະ​ ສ້າງສາ​ປະເທດ​ຊາດ​ໃຫ້​ຮັ່ງມີ​ເຂັ້ມ​ແຂງ. ເວົ້າ​ສະເພາະ​ການ​ສົ່ງເສີມ​ການ​ລົງທຶນ​ຂອງ​ຕ່າງປະເທດ​ໃນ​ຂົງເຂດ​ກະສິກຳ​ຈຸດປະສົງ​ແມ່ນ​ໃຫ້​ຕ່າງປະເທດ​ນຳ​ໃຊ້​ເງິນ​ທຶນ, ພາຫະນະ, ເຕັກນິກ ​ແລະ​ ວິຊາ​ການ​ລົງທຶນ​ເຂົ້າ​ໃສ່​ການ​ດຳເນີນ​ກິດຈະການ​ປູກ​ພືດ​ກະສິກຳ​ທີ່​ຕິດ​ພັນ​ກັບ​ການ​ເຊົ່າ​ ຫຼື​ ສຳ​ປະທານ​ທີ່​ດິນ​ຈາກ​ລັດ​ ຫຼື​ ເຊົ່າ​ທີ່​ດິນ​ຈາກ​ພົນ​ລະເມືອງ​ລາວ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ແຫ່ງ​ສປປ ​ລາວ.
ດ້ວຍ​ຜົນສຳເລັດ​ໃນການ​ ສົ່ງເສີມ​ການ​ລົງທຶນ​ຂອງ​ຕ່າງ ປະເທດ​ໄດ້​ປະກອບສ່ວນເຮັດ​ ໃຫ້ການ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ຂອງປະເທດ​ເຮົາ​ຂະຫຍາຍຕົວ, ຄື​ໄລຍະ​ປີ 2001-2015 ເສດຖະກິດ​ແຫ່ງ​ຊາດ GDP ໄດ້​ຂະຫຍາຍ ຕົວ​ດ້ວຍ​ຈັງຫວະ​ໄວ ​ແລະ ຕໍ່​ເນື່ອງ​ສະເລ່ຍ 7,4% ຕໍ່ປີ, ໂຄງ​ປະກອບ​ເສດຖະກິດ​ໄດ້ ກ້າວໄປ​ຕາມ​ທິດ​ຫັນ​ເປັນ​ອຸດ ສາຫະກຳ​ ແລະ ​ທັນ​ສະ​ໄໝ. ສະເພາະ​ໄລຍະ 5 ປີ​ ແຕ່ 2011-2015 ເສດຖະກິດ​ຂະຫຍາ​ຍ​ຕົວ​ດ້ວຍ​ຈັງຫວະ​ສະເລ່ຍ 7,9% ຕໍ່​ປີ. ການ​ລົງທຶນ​ທັງ​ໝົດ​ທົ່ວ​ສັງຄົມ​ບັນລຸ​ສູງ​ກວ່າ 236 ພັນ​ຕື້​ກີບ, ລື່ນຄາດໝາຍ​ທີ່​ກຳນົດ​ໄວ້.
ຈາກ​ການ​ລົງທຶນຕ່າງປະ ເທດ​ໃນ​ຂົງເຂດ​ກະສິກຳ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ຜົນ​ຜະລິດ​ດ້ານ​ກະສິກຳຂອງ​ປະເທດ​ເຮົາ​ມີ​ຈຳນວນ​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ, ສາມາດ​ຕອບ​ສະໜອງ​ໄດ້​ຄວາມ​ຕ້ອງການ​ຊົມໃຊ້​ພາຍ​ໃນປະເທດ ແລະ​ມີ​ຈຳນວນ​ສົ່ງ​ອອກ​ຂາຍຕ່າງ ປະເທດ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.ທ່ານ ອາ​ໂນ​ສັກ ແພງ​ທິມ​ມະ​ວົງ ຮອງ​ຫົວໜ້າ​ກົມ​ແຜນການ​ແລະ​ ການ​ເງິນ​ ກະຊວງ​ກະ ສິກຳ ແລະ​ ປ່າໄມ້ ໄດ້​ກ່າວ​ໄວ້​ວ່າ: ການ​ລົງທຶນ​ຂອງ​ພາຍ​ໃນ ​ແລະ​ ຕ່າງປະເທດ​ ມີສ່ວນ ​ປະກອບສຳ​ຄັນ​ເຮັດ​ໃຫ້​ປະເທດ​ພວກ​ເຮົາ​ສາມາດຮັບປະກັນ​ໄດ້ຜົນ​ຜະລິດ​ທາງ​ດ້ານ​ສະບຽງ​ອາຫານ​ຢ່າງ​ພຽງພໍ​ກັບ​ຄວາມ​ຕ້ອງການ​ພາຍ​ໃນ​ ແລະ ​ມີ​ສິນຄ້າ​ສົ່ງອອກ​ຈຳນວນ​ໜຶ່ງ, ເສີມ​ຂະຫຍາຍ​ໄດ້​ທ່າແຮງ​ການ​ຜະລິດ​ສິນຄ້າ​ກະສິກຳ​ຕາມ​ທິດ​ທີ່​ມີ​ຄຸນ​ນະ​ພາບ, ສີຂຽວ ແລະ ​ຍືນ​ຍົງ, ທັງ​ຖື​ເອົາ​ການ​ປົກ​ປັກ​ຮັກສາ​ສິ່ງແວດລ້ອມ​ເປັນ​ສິ່ງ​ຈຳເປັນ ໂດຍ​ມີ​ການ​ຄຸ້ມ​ຄອງ​ ແລະ​ ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ຢ່າງ​ມີ​ປະສິດ​ທິ​ຜົນ, ກໍ່ສ້າງ​ໃຫ້​ມີ​ການ​ຫັນປ່ຽນ​ຮູບ​ແບບ​ການ​ພັດທະນາ​ຕາມ​ທິດເສີມ​ຂະຫຍາຍ​ທ່າແຮງ​ບົ່ມ​ຊ້ອນ​ ແລະ ​ຂໍ້​ໄດ້​ປຽບ​ຂອງ​ປະເທດ​ເຮົາ. ພ້ອມ​ນັ້ນ​ກໍ​ເຂົ້າ​ຮ່ວມ​ໃນ​ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ​ ແລະ​ ສາກົນ​ຢ່າງ​ເປັນ​ເຈົ້າ​ການ​ ແລະ ​ໄດ້​ຫັນ​ວຽກ​ງານ​ກະສິກຳ​ໄປ​ສູ່​ຄວາມ​ທັນ​ສະໄໝ​ໃຫ້​ຫຼາຍ​ຂຶ້ນກວ່າ​ເກົ່າ, ມາ​ຮອດ​ປັດຈຸບັນ​ການ​ລົງທຶນ​ຂອງ​ເອກະ​ຊົນ​ພາຍ​ໃນ ​ແລະ​ຕ່າງປະເທດ​ໃນ​ຂົງເຂດ​ກະສິກຳ​ແລະ​ ປ່າໄມ້​ ໃນ​ຂອບ​ເຂດ​ທົ່ວ​ປະເທດ​ເຮົາ​ແມ່ນ​ລວມ​ມີ​ທັງ​ໝົດ 1.562 ບໍລິສັດ, ດ້ວຍ​ມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ 4,2 ຕື້​ໂດ​ລາ, (ທຶນ​ຈົດ​ທະບຽນ 2,6 ຕື້​ໂດ​ລາ) ໃນ​ເນື້ອທີ່​ດິນ​ສຳ​ປະທານ​ທັງ​ໝົດ 208.000 ກວ່າ​ເຮັກຕາ. ໃນ​ນັ້ນ​ເປັນ​ການລົງທຶນ​ຂອງ​ຕ່າງປະເທດ​ໃນ​ທຸລະ​ກິດ​ກະສິກຳ​ມີ 515 ບໍລິສັດ​ ດ້ວຍ​ທຶນ​ທັງ​ໝົດ 2,2 ຕື້​ໂດ​ລາ (ທຶນ​ຈົດ​ທະບຽນ 876,2 ລ້ານ​ໂດ​ລາ). ປະເທດ​ທີ່​ມາ​ລົງທຶນ​ແມ່ນ​ມາ​ຈາກ​ສະຫະພາບ​ເອີ​ຣົບ, ຈີນ, ຫວຽດນາມ, ໄທ, ຍີ່ປຸ່ນ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ສ ເກົາຫຼີ, ຝຣັ່ງ... ໃນ​ນັ້ນ​ສປ​ ຈີນ ​ເປັນ​ອັນ​ດັບ​ໜຶ່ງ​ໃນ​ການ​ລົງທຶນ​ດ້ານ​ກະສິກຳ​ຢູ່​ປະເທດ​ເຮົາ, ຈຳນວນ 239 ບໍລິສັດ, ມີ​ມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ 589 ລ້ານ​ໂດ​ລາ. ສະເພາະ​ປີ 2020 ສິນຄ້າ​ສົ່ງ​ອອກ​ຂາຍ​ຕ່າງປະເທດ​ອັນ​ດັບ​ທີໜຶ່ງ​ແມ່ນ​ອ້ອຍ​ ບັນລຸ​ສົ່ງ​ອອກ​ຂາຍ​ໃຫ້​ສປ ​ຈີນ 300.000 ໂຕນ, ຖັດ​ມາ​ແມ່ນ​ມັນຕົ້ນ, ສາລີ, ກ້ວຍ, ໝາກໂມ, ມັນ​ດ້າງ, ຕະກຸນ​ຖົ່ວ ​ແລະ​ ພືດ​ຜັກ​ຊະນິດ​ອື່ນໆ. ສະເພາະ​ເຂົ້າສານ​ຕາມ​ແຜນ​ຈະ​ສົ່ງ​ຂາຍ​ໃຫ້​ ສປ​ ຈີນ 50.000 ໂຕນ, ມາ​ຮອດ​ປັດຈຸບັນ​ໄດ້​ສົ່ງ​ຂາຍ​ອອກ​ໄປ​ແລ້ວ 15.000 ໂຕນ​ ແລະ ​ປັດຈຸບັນ​ກຳລັງ​ກະ ກຽມ​ສືບຕໍ່​ສົ່ງ​​ໃຫ້​ສຳເລັດ​ຕາມ​ແຜນການ​ທີ່​ໄດ້​ກຳນົດ​ໄວ້. ໂດຍ​ລວມ​ການ​ລົງທຶນ​ໃນ​ຂະແໜງ​ກະສິກຳ​ໄດ້​ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ເສດ​ຖະ​ກິດ-​ສັງຄົມ​ຢູ່​ປະເທດ​ເຮົາ​ໃຫ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ. ນອກນັ້ນ​ການ​ລົງທຶນ​ຂອງ​ຜູ້​ປະກອບ​ການ​ທັງ​ພາຍ​ໃນ ​ແລະ​ຕ່າງປະເທດ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ​ໃນ​ເຂດ​ຊົນນະບົດ, ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຄອບຄົວ, ແກ້​ໄຂ​ໄດ້​ຊີວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ.
ຢ່າງໃດ​ກໍ​ຕາມ, ເຖິງ​ຈະ​ມີ​ຜົນສຳ​ເລັດ, ແຕ່​ທຽບໃສ່​​ແຜນຍຸດທະສາດ, ການ​ພັດທະນາ​ຂອງ​ປະເທດ​ເຮົາ​ກໍ​ຍັງ​ມີ​ຂໍ້​ຈຳກັດ​ຫຼາຍ​ດ້ານ, ດັ່ງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 10 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະໄໝ​ທີ X ໄດ້​ຕີ​ລາຄາ​ວ່າ: ການ​ພັດ​ທະ​ນາ​ດ້ານ​ກະ​ສິ​ກຳບາງ​ດ້ານ​ຍັງ​ມີ​ຄວາມ​ຊັກ​ຊ້າ, ບໍ່​ເປັນ​ລະບົບ​ຄົບ​ຊຸດ, ເຖິງ​ວ່າ ໄດ້​ຮັບ​ການ​ປັບປຸງ​ ແລະ​ ປະຕິບັດ​ນິຕິ​ກຳ​ຕິດ​ພັນ​ກັບ​ການ​ຫັນ​ເປັນ​ທັນ​ສະໄໝ… ແຕ່​ການຈັດຕັ້ງ​ຜັນ​ຂະຫຍາຍຍັງ​ບໍ່​ທັນ​ເອົາໃຈໃສ່​ຢ່າງ​ຈິງ​ຈັງ, ກວ້າງຂວາງ ​ແລະ​ ເຂັ້ມ​ງວດ. ການ​ຊຸກຍູ້​ການ​ຜະລິດ​ ແລະ​ ການ​ປຸງ​ແຕ່ງ​ເປັນ​ສິນຄ້າ​ຍັງ​ບໍ່​ທັນ​ແຂງແຮງ​ບວກ​ກັບ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ​ ຄວາມ​ອ່ອນ​ນ້ອຍ​ຂອງ​ພື້ນຖານ​ການ​ຜະລິດ​ເຮັດ​ໃຫ້​ໂຕເລກ​ແຕ່​ລະ​ດ້ານ​ໃນ​ໄຕ​ມາດ​ທຳອິດ​ຂອງ​ແຜນການ​ປີ 2020 ສ່ວນ​ຫຼາຍ​ຫຼຸດ​ຄາດ​ໝາຍ.
ເພື່ອ​ແກ້​ໄຂ​ບັນຫາ​ສິ່ງ​ຫຍໍ້ທໍ້​ ແລະ​ ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ມາດ​ຕະການ​ຕ່າງໆ​ໄດ້​ດຳເນີນ​ໄປ​ຢ່າງ​ໜັກ​ແໜ້ນ​ ແລະ​ ຖືກຕ້ອງ​ຕາມ​ທິດ​ທີ່​ກຳນົດ​ໄວ້, ບັນຫາ​ໜຶ່ງ​ທີ່​ສຳຄັນ​ກໍ​ແມ່ນ​ການ​ສືບຕໍ່​ຍູ້​ແຮງ​ການ​ປະຕິບັດ​ມາດ​ຕະການ​ກະ​ຕຸ້ນ​ເສດຖະກິດ​ໂດຍ​ສຸມ​ໃສ່​ຟື້ນ​ຟູ​ການ​ຜະລິດ, ທຸລະ​ກິດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ລະບາດຂອງ​ພະຍາດ​ໂຄວິດ-19, ຊຸກຍູ້​ສົ່ງເສີມ ​ແລະ​ ດຶງ​ດູດ​ການ​ລົງທຶນ​ຈາກ​ພາຍ​ໃນ ​ແລະ​ ຕ່າງປະເທດ, ຍູ້ແຮງ ການ​ຜະລິດ​ພາຍ​ໃນ​ໂດຍ​ສະ ເພາະ​ການ​ຜະລິດ​ກະສິກຳ​ ເພື່ອ​ຄ້ຳປະກັນ​ຄວາມ​ໝັ້ນຄົງ ​ແລະ ​ປອດ​ໄພ​ດ້ານ​ສະບຽງ​ອາຫານ​ທັງ​ສົ່ງເສີມ​ການ​ຊົມໃຊ້​ພາຍ​ໃນ ​ແລະ​ ທັງ​ຮັບ​ໃຊ້​ການ​ປຸງ​ແຕ່ງ​ເພື່ອ​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ. ນອກ​ນັ້ນ​ແມ່ນ​ສືບຕໍ່​ສຸມ​ໃສ່​ພັດທະນາ​ຊົນນະບົດ ​ແລະ​ ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ, ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຂອງ​ເສດຖະກິດ, ການ​ເງິນ​-​ເງິນຕາ, ສົ່ງເສີມ​ການ​ຜະລິດ​ສິນຄ້າ​ໂດຍ​ຮັບປະກັນ​ການ​ພັດທະນາ​ຕາມທິດ​ຄຸນ​ນະ​ພາບ, ມີ​ຈຸດ​ສຸມ, ຍືນ​ຍົງ​ ແລະ​ ສີ​ຂຽວ. ທັງ​ໝົດ​ນີ້​ແມ່ນ​ແນໃສ່​ນຳພາ​ປະເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ດ້ອຍ​ພັດທະນາ​ໃນ 5 ປີ​ຕໍ່ໜ້າ (2021-2025) ເຮັດ​ໃຫ້​ປະຊາຊົນ​ພົ້ນ​ທຸກ, ຢູ່​ດີ​ກິນ​ດີ, ສັງຄົມ​ມີຄວາມ​ສະຫງົບ​ປອດ​ໄພ​ ແລະ ​ຍຸຕິ​ທຳ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com