Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ເປີດຂຶ້ນໃນລະຫວ່າງ ວັນທີ 27 ຕຸລາ ຫາ ວັນທີ 17 ພະຈິກ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ 6) ນະຄອນຫຼວງວຽງຈັນ ຊຶ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 16 ວັນ.
ຕະຫຼອດໄລຍະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງນີ້ ຊຶ່ງເປັນເທື່ອສຸດທ້າຍຂອງສະໄໝທີ 10, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຕົກລົງບັນຫາສຳຄັນຕ່າງໆເປັນຕົ້ນ ພິຈາລະນາ, ຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍໍາປີ 2020 ແລະ ແຜນການປະຈໍາປີ 2021,ພິຈາລະນາ, ຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະແຜນການປະຈຳປີ 2021, ທາບທາມຮ່າງບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII, ແຜນງົບປະມານແຫ່ງລັດ 5 ປີ (2016-2020), ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025), ພິຈາລະນາ, ຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບແຜນຜັງລວມຕົວເມືອງ, ນະຄອນຫຼວງວຽງຈັນ.
ນອກຈາກນີ້, ກອງປະຊຸມ ຍັງຈະພິຈາລະນາ, ຮັບຮອງບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020), ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2020 ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ແຜນການປະຈໍາປີ 2021, ພິຈາລະນາ, ຮັບຮອງບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2019. ພິຈາລະນາ, ຮັບຮອງບົດລາຍງານການກວດກາຕາມຜົນການກວດສອບ ບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຂອງອົງການກວດກາລັດຖະບານ. ພິຈາລະນາ, ຮັບຮອງບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ໄລຍະ 5 ປີ (2016-2020), ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2020 ແລະ ທິດທາງແຜນການເຄືີ່ອນໄຫວວຽກງານ 5 ປີ (2021-2025), ແຜນການປະຈໍາປີ 2021, ພິຈາລະນາ, ຮັບຮອງບົດລາຍງານຂອງສານປະຊາຊົນສູງສຸດກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ໄລຍະ 5 ປີ (2016-2020), ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2020 ແລະ ທິດທາງແຜນການເຄືີ່ອນໄຫວວຽກງານ 5 ປີ (2021-2025), ແຜນການ ປະຈໍາປີ 2021.
ໃນກອງປະຊຸມ ຈະພິຈາລະນາ, ຮັບຮອງບົດລາຍງານຂອງສະພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ໄລຍະ 5 ປີ (2016-2020), ການຈັດຕັ້ງ ປະຕິບັດແຜນການ ປະຈໍາປີ 2020 ແລະ ແຜນການ ປະຈໍາປີ 2021, ທາບທາມຮ່າງທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດ IX, ພິຈາລະນາ, ຮັບຮອງບົດລາຍງານຜົນການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ທີ່ຕິດພັນກັບການແກ້ໄຂຜົນການກວດສອບ ແລະ ຜົນການກວດກາ ໃນຂົງເຂດການກໍ່ສ້າງພື້ນຖານໂຄງລ່າງ ແລະການຈັດເກັບລາຍຮັບ, ພິຈາລະນາ, ຮັບຮອງບົດລາຍງານຜົນການຕິດຕາມກວດກາ ຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍທີ່ຕິດພັນກັບການຄຸ້ມຄອງ, ການບໍລິການໃນຮ້ານ ບັນເທີງ ແລະ ຮ້ານກິນດື່ມ.
ພ້ອມກັນນີ້, ກອງປະຊຸມ ຍັງຈະໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 5 ສະບັບ. ໃນນີ້ ກົດໝາຍສ້າງໃໝ່ 4 ສະບັບຄື: ຮ່າງກົດໝາຍວ່າດ້ວຍຊັ້ນນັກການທູດ; ຮ່າງກົດໝາຍວ່າດ້ວຍຊາວໜຸ່ມລາວ; ຮ່າງກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ແລະ ຮ່າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ. ນອກນີ້ ກໍມີກົດໝາຍປັບປຸງ 1 ສະບັບຄື: ຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ.
ໃນໄລຍະຜ່ານມາ, ສະພາແຫ່ງຊາດສາມາດເຮັດຫຼ້ອນພາລະກຳ ໃນການເຕົ້າໂຮມຄວາມສາມັກຄີປອງດອງຊາດ, ຟື້ນຟູເສດຖະກິດ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນ, ສ້າງ ແລະ ປັບປຸງກົດໝາຍໃຫ້ເປັນລະບົບຄົບຊຸດໂດຍພື້ນຖານ ຊຶ່ງສາມາດສ້າງພື້ນຖານໂຄງລ່າງທາງດ້ານນິຕິກຳໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍນັບມື້ດີຂຶ້ນ. ມາຮອດປັດຈຸບັນ, ຮັບຮອງລັດຖະທຳມະນູນ ແລະ ກົດໝາຍມີທັງໝົດ 152 ສະບັບ. ການຕົກລົງບັນຫາສຳຄັນພື້ນຖານຂອງຊາດ ແລະ ການຕິດຕາມກວດກາການເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການລັດ, ປະກອບສ່ວນປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວຂອງລັດໃຫ້ຖືກຕ້ອງສອດຄ່ອງກັບທາດແທ້ຂອງລັດປະຊາທິປະໄຕ ປະຊາຊົນ ເປັນຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ.
ທົ່ວສັງຄົມ ໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງນີ້. ໃນໄລຍະດຳເນີນກອງປະຊຸມດັ່ງກ່າວ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມໂດຍບໍ່ເສຍຄ່າ ດ້ວຍໝາຍເລກ: 156, ໂທລະສານໝາຍເລກ: 021 413528, ສົ່ງເປັນຈົດໝາຍ ທາງໄປສະນີ ຕູ້ ປນ.662 ແລະ ສົ່ງອີເມວ: nalao.156@gmail.com.
ພ້ອມນີ້, ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ຈົ່ງເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງ ໃນການຄົ້ນຄ້ວາພິຈາລະນາຢ່າງເລິກເຊິ່ງ ບົນພື້ນຖານສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດ ແລະ ທ້ອງຖິ່ນຕົນ ໃນຖານະເປັນຕົວແທນຂອງປະຊາຊົນ, ເສີມຂະຫຍາຍສິດປະຊາທິປະໄຕ ແລະ ຄວາມສາມັກຄີ ປະກອບຄຳຄິດຄຳເຫັນ, ພິຈາລະນາ ແລະ ຮັບຮອງເອົາເນື້ອໃນຂອງກອງປະຊຸມຄັ້ງນີ້, ໃຫ້ບັນລຸຜົນຕາມຈຸດປະສົງຄາດໝາຍທີ່ວາງໄວ້ ທັງສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ຄວາມຄອງຄອຍຂອງປະຊາຊົນໃນທົ່ວປະເທດ.
ປະຊາຊົນລາວບັນດາເຜົ່າ ມີຄວາມເຊື່ອໝັ້ນ ແລະ ມີຄວາມຫວັງວ່າ: ບັນດາທ່ານ ສສຊ ຈະສຸມທຸກສະຕິປັນຍາເຫື່ອແຮງກຳລັງວັງຊາຂອງຕົນ ໃນຖານະເປັນຕົວແທນຂອງປະຊາຊົນ ຈະເຮັດສຳເລັດທຸກວຽກງານທີ່ກອງປະຊຸມກຳນົດໄວ້.
ອວຍພອນແດ່ກອງປະຊຸມຄັ້ງນີ້, ຈົ່ງປະສົບຜົນສຳເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້ທຸກປະການ.ຂ່ຳນັບຊົມເຊີຍກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຢ່າງສຸດໃຈ!
(ໂດຍ: ສີວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com