Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍ: ວັນໄຊ ຕະວິນຍານ
ແຕ່ໃດໆມາ, ພັກ ແລະ ລັດຖະບານລາວເຮົາໄດ້ມີແນວທາງນະໂຍບາຍໃນການຊຸກຍູ້ສົ່ງເສີມຊາວກະສິກອນໃນ ຂອບເຂດທົ່ວປະເທດຜະລິດໃຫ້ສາມາດກຸ້ມຄອບຄົວຕົນເອງ ເຫຼືອກິນໄປຂາຍເປັນສິນ ຄ້າ ເພື່ອສ້າງລາຍຮັບໃຫ້ກັບຄອບຄົວ ຍົກຖານະຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເລື້ອຍໆ.
ໜຶ່ງໃນຫຼາຍຮ້ອຍຄອບຄົວທີ່ໝູນໃຊ້ແນວທາງນະໂຍບາຍຂອງພັກ-ລັດຖະບານໄປຈັດຕັ້ງປະຕິບັດຢ່າງໄດ້ຮັບຜົນ ຈົນກາຍເປັນຄອບຄົວແບບຢ່າງ ປູກມັນຕົ້ນເປັນສິນຄ້າພາຄອບຄົວພົ້ນທຸກແມ່ນຄອບຄົວ ນາງ ມະນີໄຊ ຫຼວງກິ່ງ ທີ່ຢູ່ບ້ານໃຫຍ່ໝື່ນຫົວເມືອງ ເມືອງສາມັກຄີໄຊ ແຂວງອັດຕະປື.
ກ່ອນໜ້ານີ້ຫຼາຍສິບປີ, ນາງ ມະນີໄຊ ຫຼວງກິ່ງ ມີອາຊີບຄ້າຂາຍຍ່ອຍ ແລະ ປູກຝັງ- ລ້ຽງ ສັດໄວ້ລ້ຽງຄອບຄົວ ແລະ ໄວ້ຮັບຕ້ອນຍາດຕິພີ່ນ້ອງ ໝູ່ເພື່ອນມາຢາມ ຕາມວິຖີຊີວິດຂອງຊາວຊົນນະບົດ. ໄລຍະນັ້ນ, ການຄ້າຂາຍຍ່ອຍພໍແຕ່ໄດ້ຂາຍໃຫ້ປະຊາຊົນອ້ອມແອ້ມບ້ານ, ບາງມື້ໄດ້ຂາຍດີ, ບາງມື້ກະບໍ່ໄດ້ຂາຍ, ຕົ້ນທຶນສູງ, ກໍາໄລຢ່າງລະໜ້ອຍ, ສິນຄ້າບາງຢ່າງບໍ່ໄດ້ຂາຍພັດໝົດອາຍຸກໍຂາດທຶນໄປລ້າໆ. ສ່ວນການລ້ຽງສັດ ກໍລ້ຽງເປັດ,ໄກ່,ໝູ ແບບທໍາມະຊາດ ສັດໃຫຍ່ຊອນບ່າວ-ຊອນສາວກໍຂ້າກິນ ພໍກຸ້ມມື້ໄປ. ແຕ່ຂະນະດຽວກັນລາຍຈ່າຍພາຍໃນຄອບຄົວນັບມື້ນັບສູງຂຶ້ນ, ສະພາບຄອບຄົວເວລານັ້ນພົບຂໍ້ຫຍຸ້ງຍາກ ຊີວິດການເປັນຢູ່ຝືດເຄືອງ.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ອໍານາດການປົກຄອງເມືອງ ແລະ ແຂວງອັດຕະປືໄດ້ລົງມາເຜີຍແຜ່ແນວທາງນະໂຍບາຍຂອງພັກລັດ ປຸກລະດົມໃຫ້ປະຊາຊົນກໍຄືຊາວກະສິກອນຫັນປ່ຽນຈາກການຜະລິດພໍກຸ້ມຢູ່ກຸ້ມກິນໃຫ້ມາຜະລິດເປັນສິນຄ້າ,ແຕ່ໃນເວລານັ້ນ ຄອບຄົວ ນາງ ມະນີໄຊ ຫຼວງກິ່ງ ຍັງບໍ່ພ້ອມ ເປັນຕົ້ນແມ່ນທຶນຮອນ ສິ່ງສໍາຄັນແມ່ນບໍ່ຮູ້ດ້ານວິຊາການປູກຝັງທີ່ແນ່ນອນ ແລະ ຕະຫຼາດຈໍາໜ່າຍກໍຈໍາກັດ, ເສັ້ນທາງລະຫວ່າງບ້ານຕໍ່ບ້ານ, ບ້ານຫາເມືອງຫຍຸ້ງຍາກຫຼາຍ.
ຈຸດເລີ່ມຕົ້ນພາໃຫ້ນາງ ມະນີໄຊ ຫຼວງກິ່ງ ຕັດສິນໃຈຢຸດເຊົາອາຊີບຄ້າຂາຍຍ່ອຍຫັນມາປູກມັນຕົ້ນເປັນສິນຄ້າເປັນອາຊີບ ແມ່ນຍ້ອນລູກຮັກທີ່ເປັນຄົນສັນຊາດຫວຽດນາມ ໄດ້ມາຄ້າຂາຍຢູ່ເມືອງສາມັກຄີໄຊ ລາວຢູ່ເມືອງດັກໂຕ ແຂວງ ກອນຕູມ ສສ ຫວຽດນາມ ລາວເປັນຄົນບອກວິທີ ແລະ ໃຫ້ຂໍ້ມູນກ່ຽວກັບຕະຫຼາດມັນຕົ້ນຢູ່ຫວຽດນາມ. ມາຮອດປີ 2008 ຄອບຄົວ ນາງ ມະນີໄຊ ຫຼວງກິ່ງ ຈຶ່ງຕັດສິນໃຈປູກມັນຕົ້ນເປັນອາຊີບຜູ້ທໍາອິດໃນເນື້ອທີ່ 5 ເຮັກຕາ ໄລຍະນັ້ນໄດ້ຜົນຜະລິດເຮັກຕາໜຶ່ງປະມານ 30 ກວ່າໂຕນ ລວມເປັນ 150 ກວ່າໂຕນຕໍ່ປີ ແລ້ວສົ່ງໄປຂາຍຢູ່ຫວຽດນາມທັງໝົດ. ແຕ່ໃນປີທໍາອິດການສົ່ງມັນຕົ້ນໄປຂາຍຢູ່ຫວຽດນາມແມ່ນຫຍຸ້ງຍາກຫຼາຍດ້ານນັບແຕ່ການຂົນສົ່ງ ຍ້ອນເສັ້ນທາງຄົມມະນາຄົມຕ້ອງໃຊ້ເວລາຫຼາຍມື້, ລາຄາມັນຕົ້ນບໍ່ແນ່ນອນ, ບາງປີຫຼຸດທຶນເຮັດໃຫ້ມີແນວຄິດແບບຢຸດໆຢ່ອນໆ. ມາຮອດປີ 2016 ຍ້ອນມີ ບໍລິສັດ ຮວາງແອ້ງ ອັດຕະປື ແລະ ບໍລິສັດ ເຄຫາພັນສິນ ເປັນຜູ້ເກັບຊື້ກັບທີ່, ຕະຫຼາດມັນຕົ້ນເລີ່ມດີຂຶ້ນ ການນໍາຂອງເມືອງ ແລະ ແຂວງ ພ້ອມດ້ວຍ ພະນັກງານວິຊາການກະສິກໍາໄດ້ລົງມາແນະນໍາຫຼັກວິຊາການ ເພີ່ມຄວາມຮູ້ໃນການປູກ, ການບົວລະບັດຮັກສາ ແລະ ໄລຍະເວລາໃນການເກັບກູ້ຜົນຜະລິດ ບວກກັບປະສົບການ, ທີ່ໄດ້ໄປຖອດຖອນບົດຮຽນຢູ່ ສສ ຫວຽດນາມ ຢູ່ປະເທດໄທ ຂອງນາງ ມະນີໄຊ ຫຼວງກິ່ງ ໄດ້ຕັດສິນໃຈລົງທຶຶນປູກມັນຕົ້ນເປັນອາຊີບຈົນມາຮອດປັດຈຸບັນ.
ນາງ ມະນີໄຊ ຫຼວງກິ່ງ ໃຫ້ສໍາພາດວ່າ: ຂ້າພະເຈົ້າ ເປັນຄອບຄົວທໍາອິດພາຍໃນບ້ານ ທີ່ປູກມັນຕົ້ນເປັນອາຊີບ.ປັດຈຸບັນ, ເນື້ອທີ່ປູກມັນຕົ້ນຍັງມີເນື້ອທີ່ 5 ເຮັກຕາ ນໍາໃຊ້ທຶນຂອງຄອບຄົວຕົນເອງທັງໜົດ, ໃນລະດູການປູກແມ່ນໄດ້ກະກຽມດິນ, ຊື້ແນວພັນ,ຢາປາບສັດຕູພືດ...ມີແຮງງານພາຍໃນຄອບຄົວ 7 ຄົນ ຍິງ 4 ຄົນ, ມີແຮງງານຕົ້ນຕໍ 3 ຄົນ ແລະ ໄດ້ຈ້າງກໍາມະກອນ 15 ຄົນ, ແຕ່ລະປີເກັບກູ້ຜົນຜະລິດໄດ້ສະເລ່ຍເຮັກຕາໜຶ່ງ 35 ໂຕນ (ມັນຕົ້ນດິບ) ຂາຍໃນລາຄາ 350.000ກີບ ຕໍ່ໂຕນ. ຖ້າເອົາມັນຕົ້ນດິບມາຕາກແຫ້ງ ໃນຈໍານວນ 35 ໂຕນ ຈະໄດ້ມັນຕົ້ນແຫ້ງ 16 ໂຕນ ຂາຍໃນລາຄາ 1.200.000 ກີບຕໍ່ໂຕນ. ຖ້າເຮົາໄປຂາຍເອງສົ່ງຮອດລານຕາກຂອງບໍລິສັດເກັບຊື້ ມັນຕົ້ນດິບຈະໄດ້ລາຄາໂຕນໜຶ່ງ 450.00 ກີບ, ມັນຕົ້ນແຫ້ງລາຄາ 1.400.000 ກີບ. ລາຍໄດ້ຫຼັກຄ່າໃຊ້ຈ່າຍຕ່າງໆອອກໝົດແລ້ວ ແຕ່ລະປີຈະມີລາຍຮັບ 60.000.000 ຫາ 65.000.000 ກີບ.
ນັບແຕ່ຢຶດຖືອາຊີບປູກມັນຕົ້ນເປັນສິນຄ້າມານີ້ ເຮັດໃຫ້ ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນລື່ນເກົ່າຫຼາຍເທົ່າ, ລາຍຮັບຈາກການຂາຍມັນຕົ້ນໄດ້ ເອົາໄປຊື້ດິນຕື່ມອີກ 20 ເຮັກ ຕາ, ຊື້ລົດໄຖນາເດີນຕາມ 1 ຄັນ, ມີລົດໃຫຍ່ຮັບໃຊ້ຄອບຄົວ, ປົວແປງເຮືອນຢູ່ໃຫ້ແໜ້ນໜາຖາວອນຂຶ້ນຕື່ມ, ສົ່ງເສີມລູກເຂົ້າໂຮງຮຽນ, ມີເງິນສະສົມໄວ້ໃຊ້ຈ່າຍໃນຍາມຈໍາເປັນອີກຈໍາ ນວນໜຶ່ງ. ປີ 2020 ນີ້, ຈະຂະ ຫຍາຍເນື້ອທີ່ປູກອີກ 25 ເຮັກຕາ ປູກເອງ 15 ເຮັກຕາ ເຫຼືອນັ້ນຈະແບ່ງໃຫ້ພີ່ນ້ອງປູກ.
ນາງ ມະນີໄຊ ຫຼວງກິ່ງ ກ່າວຕື່ມວ່າ: ເຖິງວ່າ ການປູກມັນຕົ້ນຈະມີຜົນສໍາເລັດໃນເບື້ອງຕົ້ນກໍຕາມ, ແຕ່ຍັງພົບຂໍ້ຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນລາຄາມັນ ຕົ້ນບໍ່ແນ່ນອນ, ທາງບໍລິສັດເກັບຊື້ບໍ່ມີສັນຍາຊື້-ຂາຍ, ໃນອະນາຄົດດິນຈະເສື່ອມຄຸນນະພາບ ຜົນຜະລິດຈະຕົກຕໍ່າ, ບັນຫານໍ້າບໍ່ພຽງພໍ ຈຶ່ງສະເໜີໃຫ້ພາກສ່ວນກ່ຽວຂ້ອງເຂົ້າມາຊ່ວຍເຫຼືອດ້ານເຕັກນິກການປັບປຸງດິນ, ຢາປາບສັດຕູພືດ, ເຕັກນິກການເຮັດຝຸ່ນຊີວະພາບຊ່ວຍໃຫ້ຊາວກະສິກອນເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າ,ຊ່ວຍຊອກຕະຫຼາດມັນຕົ້ນ ແລະ ພືດອື່ນໆ ຕິດພັນກັບການຄໍ້າປະກັນລາຄາໃຫ້ຊາວກະສິ ກອນ, ສ້າງຕັ້ງໂຮງງານປຸງແຕ່ງມັນຕົ້ນ, ຊ່ວຍຊຸກຍູ້ສົ່ງເສີມກູ່ມຜະລິດມັນຕົ້ນໄດ້ໄປຖອດຖອນບົດຮຽນ, ຊ່ວຍຍົກລະດັບໃນການຈັດຕັ້ງບໍລິຫານກຸ່ມຊາວກະສິກອນປູກມັນຕົ້ນໃຫ້ມີຄວາມສາມາດເຄື່ອນໄຫວໄດ້ຢ່າງມີປະສິດທິພາບ.
ບ້ານໃຫຍ່ໝືນຫົວເມືອງ ເມືອງສາມັກຄີໄຊ ແຂວງອັດຕະປື ມີເຂດແດນເຊື່ອມຕໍ່ກັບບ້ານເຊນໍ້ານ້ອຍ ເມືອງລະມາມ ແຂວງເຊກອງ ບ້ານນໍ້າຕວດ ເມືອງປາກຊ່ອງ ແຂວງຈໍາປາສັກມີຫຼາຍຊົນເຜົ່າຢູ່ຮ່ວມກັນ; ເປັນເຂດທີ່ມີດິນດໍານໍ້າຊຸ່ມ ເໝາະແກ່ການປູກຝັງ-ລ້ຽງສັດ.ບ້ານໃຫຍ່ໝື່ນຫົວເມືອງມີພົນ ລະເມືອງເກືອບສາມພັນຄົນ, 539 ຄອບຄົວ ໃນນີ້ ມີ 481 ຄົບຄົວ ປູກມັນຕົ້ນເປັນສິນຄ້າ ລວມເນື້ອທີ່ທັງໝົດມີ 620 ກວ່າເຮັກຕາ. ສ່ວນທີ່ເຫຼືອແມ່ນເຮັດອາຊີບອື່ນ ຕາມທ່າແຮງຂອງປະຊາຊົນ.
ທັງໜົດນີ້ ແມ່ນຄວາມຕື່ນຕົວສະໝັກໃຈຂອງປະຊາຊົນໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກເຮົາໃນການແກ້ໄຂຄວາມຍຸກຍາກ ຕະຫຼອດໄລຍະ 45 ປີ ຜ່ານ ມາ ຍາມໃດ ພັກ ແລະ ລັດກໍມີ ຄວາມເປັນຫ່ວງເປັນໄຍເອົາໃຈ ໃສ່ຢ່າງເປັນຮູບປະທໍາ ໃນ ການຊ່ວຍເຫຼືອປະຊາຊົນທີ່ເມື່ອກ່ອນ ທໍາການຜະລິດພໍແຕ່ກຸ້ມກິນ,ບໍ່ມີລາຍຮັບພໍເທົ່າໃດ ອີງໃສ່ແຕ່ທໍາມະຊາດກັບກາຍມາເປັນຄອບ ຄົວທີ່ມີຊີວິດການເປັນຢູ່ແບບອີ່ມໜໍ່າສໍາລານ ເຖິງຈະຢູ່ເຂດຫ່າງໄກສອກຫຼີກ-ຊົນນະບົດປະຊາຊົນກໍມີລາຍຮັບຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com