Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ບົດຖະແຫຼງຂອງທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 29/10/2020 13:18:59 ຈຳ​ນວນ​​ຢ້ຽມ​ຊົມ 2075 ຄັ້ງ

(ເນື່ອງ​ໃນ​ໂອ​ກາດ​ວັນ​ອາ​ຫານ​ໂລກ  ວັນ​ສາ​ກົນ ແລະ ສັບ​ປະ​ດາ​ ແຫ່ງ​ຊາດ ເພື່ອ​ລຶບ​ລ້າງ​ຄວາມ​ທຸກ​ຍາກ ປະ​ຈຳ​ປີ 2020)

 

ທ່ານຜູ້​ນໍາ​ພັກ​-​ລັດ ທີ່​ເຄົາ​ລົບ​ຢ່າງ​ສູງ. ພະນັກງານ, ທະ ຫານ, ຕໍາ​ຫຼວດ, ນັກທຸລະກິດ, ນັກ​ຮຽນ​-​ນັກ​ສຶກສາ ແລະ ພໍ່​ແມ່​ພີ່ນ້ອງ​ຮ່ວມ​ຊາດ ທີ່​ຮັກແພງ​ທັງ​ຫຼາຍ. ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ແລະ ອົງການ​ຈັດ​ຕັ້ງ​ທີ່​ບໍ່​ສັງກັດ​ລັດຖະບານທີ່​ຮັກແພງ.
ຄື​ດັ່ງ​ຮູ້​ນໍາ​ກັນ​ແລ້ວ​ວ່າ ຄວາມທຸກ​ຍາກ ແລະ ໄພ​ອຶດຫິວ ໄດ້​ເປັນ​ບັນຫາ​ໃຫຍ່​ຂອງ​ໂລກ​ມາ​ເປັນ​ເວລາ​ຫຼາຍ​ສະຕະວັດ​ແລ້ວ. ຕະຫຼອດ​ໄລຍະ​ຜ່ານ​ມາ ໂລກ​ຂອງ​ພວກ​ເຮົາ ຍັງ​ໄດ້​ພົບ​ກັບ​ຫຼາຍໆ​ບັນຫາ​ຄວາມ​ຫຍຸ້ງຍາກ ແລະ ສິ່ງ​ທ້າ​ທາຍ​ຕ່າງໆເຊັ່ນ: ການ​ປ່ຽນແປງ​ທາງ​ດ້ານ​ດິນ​ຟ້າ​ອາກາດ​ຂອງ​ໂລກ ພາໃຫ້​ເກີດ​ໄພພິບັດ​ທາງ​ທໍາ​ມະ​ຊາດ, ການ​ລະບາດ​ຂອງ​ພະຍາດ, ຄວາມ​ວຸ້ນວາຍ​ທາງ​ສັງຄົມ, ເສິກ​ສົງຄາມ, ການ​ລະບາດ​ໂຄ​ວິດ-19 ທີ່​ກຳລັງ​ຄຸກ​ຄາມ​ໃນ​ທົ່ວ​ໂລກ ໄດ້​ສືບ​ຕໍ່​ສົ່ງ​ຜົນ​ກະທົບ​ໃຫ້​ແກ່​ປະຊາຊົນ​ເກືອບ 700 ລ້ານ​ຄົນ ຂາດ​ສານ​ອາຫານ ແລະ ຄາດ​ຄະເນ​ວ່າ ປະຊາຊົນ​ຕື່ມ​ອີກ 130 ລ້ານ​ຄົນ ໃນ​ທົ່ວ​ໂລກ ອາດ​ປະສົບ​ກັບ​ຄວາມ​ອຶດຫິວ​ ຍ້ອນ​ໂ​ຣກລະບາດ​ດັ່ງ​ກ່າວ.  
ປະກົດ​ການ​ດັ່ງກ່າວ​ນັ້ນ ໄດ້​ເປັນ​ການ​ເພີ່ມ​ທະວີ​ໃຫ້​ມີ​ຄວາມທຸກ​ຍາກ ແລະ ໄພ​ອຶດຫິວ​ຫຼາຍ​ຂຶ້ນ. ດັ່ງນັ້ນ, ອົງການ​ອາຫານ ແລະ ການ​ກະເສດ​ຂອງ​ສະຫະ​ປະຊາຊາດ ໄດ້​ກຳນົດ​ເອົາ ວັນ​ທີ 16 ຕຸລາ ຂອງ​ທຸກ​ປີ ເປັນ​ວັນ​ອາຫານ​ໂລກ ຊຶ່ງ​ເລີ່ມ​ແຕ່ ປີ 1980, ຕໍ່​ມາສະຫະ​ປະຊາຊາດ ໄດ້​ກຳນົດ​ເອົາ​ວັນ​ທີ 17 ຕຸລາ ເປັນ​ວັນ​ສາກົນ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ໂດຍ​ເລີ່ມ​ແຕ່ ປີ 1992 ເປັນຕົ້ນ​ມາ, ມາ​ຮອດ ປີ 2003 ລັດຖະບານ ແຫ່ງ ສປປ ລາວ ກໍໄດ້​ກຳນົດ​ເອົາ ວັນ​ທີ 17-24 ຕຸລາ ເປັນ​ສັບປະດາ​ແຫ່ງ​ຊາດ ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ.  
ດັ່ງນັ້ນ, ການ​ສະເຫຼີມສະຫຼອງ 2 ວັນ​ດັ່ງກ່າວ ບໍ່​ສະເພາະ​ແຕ່​ຈະ​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ທີ່​ສຸດ ແນໃສ່​ປູກ​ຈິດ​ສຳນຶກ ແລະ ສ້າງ​ຄວາມ​ຮັບ​ຮູ້ ໃຫ້​ປະຊາຊາດ​ໃນ​ທົ່ວ​ໂລກ ໄດ້​ເຂົ້າໃຈ​ເຖິງ​ບັນຫາ​ສິ່ງ​ທ້າ​ທາຍ​ຕ່າງໆ ຈາກ​ການ​ປ່ຽນແປງ​ດິນ​ຟ້າ​ອາກາດ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ການ​ແຈ້ງ​ເຕືອນ ແລະ ປຸກລະດົມ​ກຳລັງ​ແຮງ​ທົ່ວ​ສັງຄົມ​ລາວ ແລະ ປະຊາຊົນ​ໂລກ ເພື່ອ​ເຝົ້າ​ລະວັງ, ປ້ອງ​ກັນ​ຜົນ​ເສຍ​ຫາຍທີ່​ອາດ​ເກີດ​ຂຶ້ນ ແລະ ຮ່ວມ​ກັນແກ້​ໄຂ​ຜົນ​ຮ້າຍ ຂອງ ໄພພິບັດ​ໃຫ້​ກັບ​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ​ຢູ່ ສປປ ລາວ.
ການ​ສະເຫຼີມສະຫຼອງ 2 ວັນ​ດັ່ງກ່າວ​ໃນ​ປີ 2020  ຍິ່ງ​ເປັນ​ປີ​ທີ່​ມີ​ຄວາມ​ໝາຍ​ສໍາ​ຄັນ ເປັນ​ໄລຍະ​ທີ່​ກະຊວງ​ກະ​ສິ​ກໍາ ແລະ ປ່າໄມ້ ກໍາ​ລັງ​ສ້າງ​ຂະບວນ​ການ​ຂໍ່າ​ນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIຂອງ​ຕົນ ຊຶ່ງ​ຈະ​ເປີດຂຶ້ນ​ໃນ​ມໍ່ໆ​ນີ້ ແລະ ອົງການ​ອາຫານ ແລະ ການ​ກະເສດ​ຂອງ​ອົງ​​ການສະຫະ​ປະຊາຊາດ ກໍາ​ລັງສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ອົງການ​ດັ່ງກ່າວ ຄົບຮອບ 75 ປີ ຊຶ່ງ​ອົງການ​ດັ່ງກ່າວ​ໄດ້​ມີ​ຜົນງານ​ໃນ​ການ​ປະກອບສ່ວນ​ຊ່ວຍເຫຼືອ​ໂລກ​ນີ້​ເພື່ອ​ຜ່ານ​ພົ້ນ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ ໂດຍ​ສະເພາະ​ການ​ປ່ຽນແປງ​ດິນ​ຟ້າ​ອາກາດ ການ​ເຊື່ອມ​ໂຊມ​ຂອງ​ສິ່ງແວດລ້ອມ ແລະ ໄພ​ຂົ່ມຂູ່​ດ້ານ​ຄວາມ​ສະຫງົບ ແລະ ຄວາມ​ໝັ້ນຄົງ.  
ດັ່ງນັ້ນ, ໃນ​ໂອກາດ​ທີ່​ມີ​ຄວາມ​ໝາຍ​ສໍາ​ຄັນ​ນີ້, ກະຊວງ​ກະ​ສິ​ກໍາ ແລະ ປ່າໄມ້ ຮ່ວມ​ກັບ​ອົງການ​ອາຫານ ແລະ ການ​ກະເສດ ຈະ​ໄດ້​ຈັດ​ງານ​ສະເຫຼີມສະຫຼອງ​ວັນ​ອາຫານ​ໂລກ ຄົບຮອບ 40 ປີ ພາຍ​ໃຕ້​ຄໍາ​ຂວັນ: “ອະນາ​ຄົດ​ຂອງ​ພວກ​ເຮົາ ຂຶ້ນ​ກັບ​ການ​ກະທຳ​ຂອງ​ພວກ​ເຮົາ: ຈົ່ງ​ພ້ອມ​ກັນ​ເພີ່ມ​ພູນ​ຜະລິດຜົນ, ຮັບປະກັນ​ໂພຊະ​ນາ​ການ, ໃຫ້​ມີ​ຄວາມ​ຍືນ​ຍົງ ແລະ ທົ່ວ​ເຖິງ”; ສະເຫຼີມສະຫຼອງ​ວັນ​ສາກົນ ແລະ ສັບປະດາ​ແຫ່ງ​ຊາດ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ຄົບຮອບ 28 ປີ ພາຍ​ໃຕ້​ຄໍາ​ຂວັນ “ຮ່ວມ​ໃຈ​ກັນ​ເພື່ອ​ບັນລຸ​ຄວາມ​ຍຸຕິ​ທຳ ທາງ​ສັງຄົມ ແລະ ສິ່ງແວດລ້ອມ ໃຫ້​ແກ່​ທຸກ​ຄົນ”  ຊຶ່ງ​ພິທີ​ໂຮມ​ຊຸມນຸມ​ໃຫຍ່ ເພື່ອ​ສະເຫຼີມສະຫຼອງ​ວັນ​ດັ່ງກ່າວ ຈະ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 30 ຕຸລາ 2020, ຈັດ​ສໍາ​ມະ​ນາ​-​ປາຖະກະຖາ ຫົວຂໍ້ ກ່ຽວ​ກັບ ກະສິກຳ​ສະອາດ, ໂພຊະ​ນາ​ການ ແລະ ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ໃນ​ຕອນ​ບ່າຍ  ຈັດ​ງານ​ວາງສະແດງ​ສິນຄ້າ ແລະ ຈຳໜ່າຍ​ສິນຄ້າ​ກະສິກຳ ເລີ່ມ​ແຕ່​ວັນ​ທີ 28 ຫາ 31 ຕຸລາ 2020 ທີ່​ສະ​ຖາ​ບັນ​ຄົ້ນຄວ້າ​ກະສິກຳ, ປ່າໄມ້ ແລະ ພັດທະນາ​ຊົນນະບົດ (ເຂດ​ດົງ​ໂດກ). 
ບັນດາ​ທ່ານ​ທີ່​ນັບຖື ແລະ ຮັກແພງ, ຂ້າພະເຈົ້າ​ໃນ​ນາມ​ລັດຖະມົນຕີ​ກະຊວງ​ກະ​ສິ​ກໍາ ແລະ ປ່າໄມ້, ປະທານ​ຈັດ​ພິທີ​ສະເຫຼີມສະຫຼອງ 2 ວັນ​ດັ່ງກ່າວ ຈຶ່ງ​ຂໍ​ຮຽກຮ້ອງ​ມາ​ຍັງ​ທົ່ວ​ພັກ​ທົ່ວ​ລັດ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ ຕະຫຼອດ​ຮອດ​ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ​ຢູ່ ສປປ ລາວ ຈົ່ງ​ຮ່ວມ​ກັນ ສະເຫຼີມສະຫຼອງ ວັນ​ອາຫານ​ໂລກ, ວັນ​ສາກົນ ແລະ ສັບປະດາ​ແຫ່ງ​ຊາດ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ​ປີ​ນີ້ ໃຫ້​ເປັນ​ຂະບວນ​ຟົດຟື້ນ, ຮັບປະກັນ​ເນື້ອ​ໃນ​ເປັນຕົ້ນ​ຕໍ ຮູບ​ການ​ເປັນ​ສຳຄັນ ບົນ​ພື້ນຖານ​ຈິດໃຈ ປະຢັດ​ມັດທະຍັດ ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ແລະ ຈົບງາມ, ປອດ​ໄພ​ຈາກ​ພະຍາດ ໂຄ​ວິດ-19.
 ຂໍ​ຂອບໃຈ !


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com