Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ປິດລົງຢ່າງຈົບງາມ, ພາຍຫຼັງດຳເນີນມາເປັນເວລາ 16 ວັນ, (ວັນທີ 27 ຕຸລາ ຫາ 17 ພະຈິກ 2020) ທີ່ໄດ້ເປີດກອງປະຊຸມຂຶ້ນຢ່າງເປັນທາງການ ແລະ ດຳເນີນພາຍໃຕ້ພື້ນຖານການເສີມຂະຫຍາຍສິດປະຊາທິປະໄຕ, ຄວາມຮັບຜິດຊອບການເມືອງຂອງສະມາຊິກສະພາແຫ່ງຊາດ. ກອງປະຊຸມສາມາດບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ໂດຍໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງຊາດ ອອກເປັນມະຕິກອງປະຊຸມ 9 ສະບັບ, ພິຈາລະນາຮັບຮອງເອົາກົດໝາຍ 5 ສະບັບ. ຄຽງຄູ່ກັນນັ້ນ, ຍັງໄດ້ຮັບຟັງການຊີ້ແຈງອະທິບາຍ ຈາກ 5 ກະຊວງ/ອົງການ ໃນບັນຫາທີ່ພົ້ນເດັ່ນ ທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ - ສັງຄົມ, ພ້ອມທັງໄດ້ສະເໜີບັນດາທິດທາງແກ້ໄຂເພື່ອໃຫ້ມີຜົນສຳເລັດຍິ່ງໆຂຶ້ນ.
ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນມະຕິກອງປະຊຸມ ຈຳນວນ 9 ສະບັບຄື:
ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງທ່ານ ຄໍາເຈນ ວົງໂພສີ ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງ ທ່ານ ທອງຈັນ ມະນີໄຊ ເປັນລັດຖະມົນຕີກະຊວງພາຍໃນ; ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາແຜນຜັງລວມຕົວເມືອງ ນະຄອນຫຼວງວຽງຈັນ ສະບັບທີ 3; ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2020, ທິດທາງແຜນການ ປະຈໍາປີ 2021; ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນປະຕິບັດໝົດປີ 2020 ແລະ ແຜນການປະຈໍາ ປີ 2021; ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຜົນການກວດສອບ, ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2019 ແລະ ບົດລາຍງານ ຜົນການກວດກາ ຕາມຜົນການກວດສອບ ປີ 2018, ສົກປີ 2013-2014 ແລະ 2015-2016; ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2020 ແລະ ທິດທາງແຜນການ ປະຈໍາປີ 2021; ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍຮັບຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານ ຂອງອົງການກວດສອບແຫ່ງລັດ ປະຈໍາປີ 2020 ແລະ ທິດທາງແຜນການເຄື່ອນໄຫວ ປະຈໍາປີ 2021; ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ປີ 2020 ຂອງສະພາແຫ່ງຊາດ ຊຸດທີ VIII, ຄາດຄະເນແຜນການ ປະຈໍາປີ 2021.
ນອກນີ້, ກອງປະຊຸມ ຍັງໄດ້ຮັບຮອງເອົາກົດໝາຍຈໍານວນ 5 ສະບັບ ເພື່ອເພີ່ມເຄື່ອງມືຄຸ້ມຄອງລັດໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງ. ໃນນີ້ມີກົດໝາຍສ້າງໃໝ່ 4 ສະບັບຄື: ກົດໝາຍວ່າດ້ວຍຊັ້ນນັກການທູດ, ກົດໝາຍວ່າດ້ວຍຊາວໜຸ່ມລາວ, ກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ, ກົດໝາຍວ່າດ້ວຍການສຶກສາຊັ້ນສູງ. ສະບັບປັບປຸງ 1 ສະບັບຄື: ກົດໝາຍວ່າດ້ວຍການກວດສອບແຫ່ງລັດ ທັງນີ້ກໍເພື່ອຮັບປະກັນເຮັດໃຫ້ການເຄື່ອນໄຫວວຽກຂອງຂະແໜງການດັ່ງກ່າວ ນັບມື້ຫັນເຂົ້າສູ່ລະບຽບກົດໝາຍ ແລະ ມີຄຸນນະພາບດີຂຶ້ນ.
ໃນກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງ ແລະ ປະກອບຄໍາເຫັນ ໃສ່ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຮ່າງແຜນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ 5 ປີ (2021-2025). ກອງປະຊຸມ ສະເໜີມາຍັງລັດຖະບານ ແລະ ຄະນະປະຈໍາສະພາແຫ່ງຊາດ ຊີ້ນໍາກະຊວງ ແລະ ກໍາມາທິການກ່ຽວຂ້ອງ ນໍາເອົາຄວາມຄິດເຫັນຂອງສະມາຊິກສະພາແຫ່ງຊາດ ໄປປັບປຸງເຂົ້າໃສ່ແຜນດັ່ງກ່າວ ແລະ ສືບຕໍ່ຄົ້ນຄວ້າໃຫ້ເລິກເຊິ່ງຕໍ່ແຕ່ລະບັນຫາ ເພື່ອກໍານົດບັນດາຄາດໝາຍ, ທິດທາງ, ວຽກງານຈຸດສຸມໃນແຕ່ລະດ້ານໃຫ້ມີຄວາມຊັດເຈນ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມ, ຄວາມອາດສາມາດຕົວຈິງທາງດ້ານທຶນຮອນ ໃນໄລຍະ 5 ປີຕໍ່ໜ້າ ເພື່ອສາມາດນໍາໄປພິຈາລະນາ ແລະ ຮັບຮອງເອົາຢູ່ໃນກອງຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງ.
ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ກ່ຽວກັບການກະ ກຽມວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II, ພ້ອມທັງໄດ້ຮຽກຮ້ອງມາຍັງບັນດາກະຊວງ, ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຈົ່ງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ແລະ ກະກຽມເງື່ອນໄຂຮອບດ້ານ ເພື່ອຮັບປະກັນໃຫ້ແກ່ການເລືອກຕັ້ງ ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ກອງປະຊຸມຄັ້ງນີ້, ສຸດທີ່ມີຄວາມໝາຍຄວາມສໍາຄັນ ເພາະໄດ້ດໍາເນີນໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VIII ໃນໄລຍະມ້ວນທ້າຍໃຫ້ມີຜົນສໍາເລັດ; ການກະກຽມສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ, ວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ຄົບຮອບ 100 ປີ; ການສະເຫຼີມສະຫຼອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 45 ປີ (2 ທັນວາ 1975- 2 ທັນວາ 2020) ແລະ ທັງເປັນວາລະທີ່ສະພາແຫ່ງຊາດຊຸດທີ VIII ໃກ້ຈະໝົດວາລະໄປອີກບໍ່ເທົ່າໃດເດືອນຂ້າງໜ້ານີ້.
ຕະຫຼອດໄລຍະ 5 ປີທີ່ຜ່ານມາ, ໃນຖານະເປັນອົງການຕົວແທນສິດ ແລະ ຜົນປະໂຫຍດຂອງປະຊາຊົນ, ສະມາຊິກສະພາແຫ່ງຊາດ ໄດ້ເພີ່ມທະວີເອົາໃຈໃສ່ຍົກສູງຄວາມຮັບຜິດຊອບການເມືອງ, ຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ຂອງຕົນຕາມກົດໝາຍໄດ້ຢ່າງຄົບຖ້ວນ, ເສີມຂະຫຍາຍສິດປະຊາທິປະໄຕເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ຕົກລົງບັນຫາສໍາຄັນຂອງຊາດ, ລົງເລິກໃກ້ຊິດຕິດແທດ ແລະ ຮັບຟັງຄວາມຄິດເຫັນຂອງປະຊາຊົນ ເພື່ອສະເໜີໃຫ້ພາກສ່ວນກ່ຽວຂ້ອງ ພິຈາລະນາແກ້ໄຂ, ເຮັດສໍາເລັດໜ້າທີ່ຕາມທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ປະກອບສ່ວນຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ ແລະ ຄວາມຈະເລີນຮຸ່ງເຮືອງວັດທະນາຂອງຊາດລາວເຮົາ.
ໂດຍລວມແລ້ວ, ທຸກວຽກງານທີ່ສະພາແຫ່ງຊາດໄດ້ພິ ຈາລະນາ ແລະ ຮັບຮອງເອົາ ລ້ວນແຕ່ເປັນບັນຫາສຳຄັນຂອງຊາດ ໃນສອງໜ້າທີ່ຍຸດທະສາດຄື: ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຂອງພັກເຮົາ. ຮຽກຮ້ອງມາຍັງພະນັກງານ-ລັດຖະກອນ, ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ແລະ ທຸກພາກສ່ວນເສດຖະກິດ ທັງພາຍໃນ ແລະ ຕ່າງປະເທດ ຈົ່ງໄດ້ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍ ບັນດາມະຕິ ແລະ ກົດໝາຍ ທີ່ໄດ້ຮັບຮອງໃນກອງປະຊຸມຄັ້ງນີ້ ໃຫ້ເປັນແຜນວຽກອັນລະອຽດຂອງຕົນ, ພ້ອມທັງ ອອກແຮງແຂ່ງຂັນສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນວັນບຸນສໍາຄັນຂອງຊາດ ກໍຄືສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກ ຄັ້ງທີ XI ທີ່ຈະເປີດຂຶ້ນໃນມໍ່ໆນີ້ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX, ສະມາຊິກປະຊາຊົນຂັ້ນແຂວງ ຊຸດທີ II ໃຫ້ມີຜົນສຳເລັດໃໝ່ ເພື່ອສືບຕໍ່ສ້າງສາ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ, ສ້າງບັນດາປັດໄຈ ເພື່ອກ້າວຂຶ້ນສູ່ສັງຄົມນິຍົມ, ກ້າວສູ່ອະນາຄົດທີ່ສົດໄສຂອງຊາດຢ່າງມີໄຊ, ພ້ອມກັນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດລາວເຮົາ ໃຫ້ມີຄວາມຈະເລີນຮຸ່ງເຮືອງ, ເພື່ອຄວາມຮັ່ງມີຜາສຸກຂອງປະຊາຊົນລາວບັນດາເຜົ່າ, ເພື່ອສັງຄົມທີ່ມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
(ໂດຍ: ສ.ບຸດປະຊາ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com