Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
(ເນື່ອງໃນໂອກາດວັນສ້າງຕັ້ງ ສປປ ລາວຄົບຮອບ 45 ປີ)
ໂດຍ : ບົວວັນ ວິລະສັກ
(ສະຖາບັນຄົ້ນຄວ້າການເມືອງວິທະຍາ)
ສະຫາຍ ໄກສອນ ພົມວິຫານ ໄດ້ສະເໜີແຜນການກໍ່ສ້າງປະເທດລາວສັນຕິພາບ ເອກະລາດ ປະຊາທິປະໄຕເອກະພາບ ວັດທະນາຖາວອນ ແລະ ກ້າວໜ້າທາງສັງຄົມຕໍ່ກອງປະຊຸມໃຫຍ່.
ສະນັ້ນ, ບັນດາຜູ້ແທນທີ່ໄດ້ກ່າວຄໍາປາໄສໃນກອງປະຊຸມໃນຖານະເປັນຕົວແທນໃຫ້ແກ່ຊັ້ນຄົນຕ່າງໆ ແລະ ໃນທຸກເຜົ່າຊົນຂອງລາວນັ້ນໄດ້ສະໜັບສະໜູນ ແຜນການກໍ່ສ້າງເສດຖະກິດສັງຄົມໃໝ່ທີ່ສະຫາຍ ໄກສອນ ພົມວິຫານ ໄດ້ສະເໜີອອກມານັ້ນ ຢ່າງສຸດອົກສຸດໃຈ!
ວັນທີ 2 ທັນວາ ປີ 1975 ກອງປະຊຸມໃຫຍ່ໄດ້ຮັບຮອງເອົາມະຕິທີ່ເປັນປະຫວັດສາດຄື: ເຫັນດີຕາມບົດລາຍງານການເມືອງຂອງ ສະຫາຍໄກສອນ ພົມວິຫານ, ຮັບການລາອອກຈາກລາຊະບັນລັງຂອງເຈົ້າຊີວິດ ສີສະຫວ່າງ ວັດທະນາ, ລຶບລ້າງລະບອບລາຊາທິປະໄຕ, ສະຖາປະນາປະເທດລາວ ເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປລາວ) ຍຸບລັດຖະບານປະສົມຊົ່ວຄາວແຫ່ງຊາດ ແລະ ຄະນະມົນຕີປະສົມການເມືອງແຫ່ງຊາດ, ສ້າງຕັ້ງສະພາປະຊາຊົນສູງສຸດ ແລະ ລັດຖະບານສາທາລະນະລັດຂຶ້ນ, ສະຫາຍ ສຸພານຸວົງ ໄດ້ເລືອກຕັ້ງໃຫ້ເປັນປະທານປະເທດ ສປປລາວ ແລະ ປະທານສະພາປະຊາຊົນສູງສຸດ. ເລຂາທິການໃຫຍ່ສູນກາງພັກປະຊາຊົນປະຕິວັດລາວ ສະຫາຍໄກສອນ ພົມວິຫານ ຖືກເລືອກຕັ້ງເປັນນາຍົກລັດຖະມົນຕີຂອງລັດຖະບານ (ສປປ ລາວ).
ໂດຍສອດຄ່ອງກັບມະຕິຂອງກອງປະຊຸມໃຫຍ່ລັດຖະບານ ສປປ ລາວ ກໍໄດ້ວາງໂຄງການດຳເນີນງານແນໃສ່ກໍ່ສ້າງປະເທດລາວ ສັນຕິພາບ ເອກະລາດ ປະຊາທະປະໄຕ ເອກະພາບ ວັດທະນາຖາວອນ ຊຶ່ງປັດຈຸບັນມີອາຍຸຄົບຮອບ 45 ປີໃນວັນທີ 2 ທັນວາ 2020.
ເພື່ອປັບປຸງບູລະນະລະ ບອບປະຊາທິປະໄຕ ປະ ຊາຊົນ ລັດຖະບານໄດ້ວາງໜ້າທີ່ເດັດດ່ຽວລຶບລ້າງຢ່າງສິ້ນເຊີງລະບອບລາຊາທິປະໄຕ ສັກດີນາລ່າເມືອງຂຶ້ນ ລຶບລ້າງທຸກອົງການຈັດຕັ້ງປະຕິການ, ເພີ່ມທະວີກົງຈັກອຳນາດການປົກຄອງຂອງລັດ, ເສີມຂະຫຍາຍອຳນາດການປົກຄອງປະຊາຊົນເຊັ່ນ: ສະພາປະຊາຊົນສູງສຸດ ແລະ ຄະນະກຳມະການປົກຄອງທຸກຂັ້ນ ແລະ ອອກແຮງເສີມຂະຫຍາຍກໍາລັງປະກອບອາວຸດປະຊາຊົນຢ່າງສຸດຂີດ.
ໂຄງການດຳເນີນງານຍັງໄດ້ກໍານົດໃຫ້ດໍາເນີນມາດຕະການດັດສ້າງເສດຖະກິດແຫ່ງຊາດ, ກະສິກໍາ-ປ່າໄມ້, ແຫຼ່ງຊັບພະຍາກອນໃຕ້ດິນ ແລະ ແຫຼ່ງນໍ້າເປັນກໍາມະສິດຂອງລັດ. ລຶບລ້າງກຳມະສິດເອກະຊົນຕໍ່ທີ່ດິນໃນຕົວເມືອງ, ຢຶດກໍາມະສິດຂອງນາຍທຶນຈຳໜ່າຍ ແລະ ພວກບຸກຄົນປະຕິການ ຜູ້ຮ່ວມມືກັບຈັກກະພັດອາເມຣິກາເສີມຂະຫຍາຍກຳມະສິດຂອງປວງຊົນເທື່ອລະກ້າວ, ເສີມຂະຫຍາຍຂະແໜງການຕ່າງໆຂອງລັດ, ພ້ອມກັນນັ້ນໃນໂຄງການຍັງໄດ້ກຳນົດໃຫ້ຮັກສາວິສາຫະກິດເອກະຊົນບາງຂະແໜງການ ຊຶ່ງເຄື່ອນໄຫວພາຍໃຕ້ການນຳພາຂອງພັກ ແລະ ການກວດກາຂອງລັດ, ສ້າງຕັ້ງວິສະຫະກິດລັດ ແລະ ເອກະຊົນຂຶ້ນໃນບ່ອນທີ່ມີຄວາມຈຳເປັນ.
ໃນດ້ານກະສິກຳໄດ້ມີແຜນການຕັ້ງໜ້າຊຸກຍູ້ຂະບວນການຫັນເປັນສະຫະກອນລວມໝູ່, ສ້າງຕັ້ງໜ່ວຍສາມັກຄີແລກປ່ຽນແຮງງານ, ສະຫະກອນລວມໝູ່ແບບຢ່າງ ແລະ ສ້າງຕັ້ງນິຄົມຂອງລັດຂຶ້ນບົນພື້ນຖານການເຮັດທົດລອງຕ້ອງໄດ້ໃຊ້ມາດຕະການທີ່ແຂງແຮງເພື່ອຊຸກຍູ້ວຽກງານກະສິກຳ, ອຸດສາຫະກຳ ແລະ ຂົນສົ່ງນຳໃຊ້ທຸກແຫຼ່ງຄວາມສາມາດບົ່ມຊ້ອນຂອງຊາດຢ່າງເຕັມສ່ວນໄດ້ມີແຜນການຫັນເປັນອຸດສາຫະກຳໃນໄລຍະຍາວ, ທັງໝົດນັ້ນ ລ້ວນແຕ່ຕ້ອງຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ສ້າງພື້ນຖານວັດຖຸ-ເຕັກນິກເພື່ອຈະຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ.
ໃນໂຄງການຍັງໄດ້ວາງເປົ້າໝາຍຄື: ຂະຫຍາຍວັດທະນະທຳທີ່ມີລັກສະນະຊາດ, ປະຊາທິປະໄຕ ແລະ ກ້າວໜ້າ. ກໍ່ສ້າງຕາໜ່າງໂຮງຮຽນໃຫ້ທົ່ວເຖິງ, ເປີດບັ້ນລຶບລ້າງການກືກໜັງສື ໂດຍສະເພາະໃນຂະບວນຊາວໜຸ່ມ, ຍັງໄດ້ມີຂະແໜງການຂະຫຍາຍວຽກງານສາທາລະນະສຸກຢ່າງສຸດຂີດ.
ໃນຂົງເຂດການພົວ ພັນສາກົນນັ້ນ ໄດ້ຊີ້ແຈງວ່າ ປະເທດລາວຈະດຳເນີນນະ ໂຍບາຍການເມືອງຕ່າງປະ ເທດ, ເອກະລາດ, ຮັກຫອມ ສັນຕິພາບ, ຕັ້ງໜ້າປະກອບ ສ່ວນປົກປັກຮັກສາສັນຕິພາບຢູ່ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ, ເສີມຂະຫຍາຍຄວາມສາມັກຄີ ແລະ ການຮ່ວມມືກັບຫວຽດນາມອ້າຍນ້ອງ ແລະ ກຳປູເຈຍ ບົນຫຼັກການສາກົນກຳມາຊີບ, ເສີມຂະຫຍາຍສາຍພົວພັນອັນດີງາມກັບບັນດາປະເທດຕ່າງໆໃນໂລກ, ຂະຫຍາຍສາຍສຳພັນການທູດ ແລະ ການຄ້າກັບທຸກປະເທດ ບົນຫຼັກການຢູ່ຮ່ວມກັນໂດຍສັນຕິ ໂດຍບໍ່ຈຳແນກລະບອບສັງຄົມເຂົາເຈົ້າແຕ່ຢ່າງໃດ.
ໃນວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໄດ້ຮັບຮອງເອົາໂຄງການຂອງລັດຖະບານ.
ໃນວັນທີ 7 ທັນວາ 1975 ໄດ້ມີພິທີມອບອຳນາດຂອງປະເທດຊາດໃຫ້ແກ່ລັດຖະບານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຢ່າງເປັນທາງການ.
ໃນວັນທີ 11 ທັນວາ 1975 ໄດ້ດຳເນີນກອງປະຊຸມຄັ້ງປະຖົມມະເລິກຂອງລັດຖະບານ ສປປລາວ ເມື່ອກ່າວຄໍາປາໄສຕໍ່ກອງປະຊຸມ ລັດຖະບານ ທ່ານນາຍົກລັດຖະມົນຕີ ທ່ານໄກສອນ ພົມວິຫານ ໄດ້ເນັ້ນວ່າ: ການເພີ່ມທະວີຄວາມສາມັກຄີຂອງປະຊາຊົນໃນອິນດູຈີນ, ການເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງ ລາວ ກັບ ສສສຊ ແລະ ກັບບັນດາປະເທດສັງຄົມນິຍົມອື່ນໆນັ້ນ, ເປັນສິ່ງຄໍ້າປະກັນໃຫ້ແກ່ໄຊຊະນະໃນການປະຕິບັດໜ້າທີ່ ທີ່ມີຢູ່ຕໍ່ໜ້າປະຊາຊົນລາວບັນດາເຜົ່ານັ້ນໃຫ້ປະສົບຜົນສຳເລັດ ລັດຖະບານ ສປປລາວ ໄດ້ວາງມາດຕະການອັນລະອຽດອອກ ສຳລັບການພັດທະນາເສດຖະກິດແຫ່ງຊາດ.
ວັນທີ 23 ທັນວາ 1975 ເຖິງວັນທີ 4 ມັງກອນ ປີ 1976 ໄດ້ດໍາເນີນກອງປະຊຸມສະພາປະຊາຊົນສູງສຸດແຫ່ງ ສປປລາວ ຄັ້ງປະຖົມມະເລິກ, ໃນນັ້ນ ບັນດາຜູ້ແທນໄດ້ຮັບເອົາກົດລະບຽບກ່ຽວກັບສະພາປະຊາຊົນສູງສຸດ, ເລືອກຕັ້ງເອົາຄະນະປະຈໍາ ແລະ ຄະນະເລຂາທິການ, ສ້າງຕັ້ງຄະນະກຳມາທິການຂຶ້ນຈຳນວນໜຶ່ງ ກອງປະຊຸມໄດ້ມີມະຕິຖືເອົາວັນທີ 2 ທັນວາ 1975 ເປັນວັນສະຖາປະນາ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຖືເປັນວັນບຸນປາງໃຫຍ່ຂອງຊາດລາວເຮົາ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com