Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ລາວ - ຫວຽດນາມ ແມ່ນສອງປະເທດບ້ານໄກ້ເຮືອນຄຽງ, ມີການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືທີ່ເປັນມູນເຊື້ອມາແຕ່ດຶກດໍາບັນ. ມີສາຍພູຫຼວງ ແລະ ກິນນໍ້າຮ່ວມສາຍດຽວກັນ, ມີພູຜາປ່າໄມ້, ແມ່ນໍ້າລໍາເຊທີ່ຕິດຈອດກັນ, ສອງຊາດລາວ - ຫວຽດນາມ ໄດ້ມີຄວາມໄກ້ສິດສະໜິດສະໜົມກັນ ແລະ ຮ່ວມກັນຕໍ່ສູ້ຕ້ານສັດຕູໂຕດຽວກັນ ເພື່ອປົກປັກຮັກສາຄວາມເປັນເຈົ້າຂອງປະເທດຊາດ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮກ, ປະທານ ສຸພານຸວົງ ແລະ ປະທານ ໂຮ່ຈິມິນ ຜູ້ນໍາທີ່ຍິ່ງໃຫຍ່ ເປັນຜູ້ກໍ່ສ້າງພື້ນຖານໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ - ຫວຽດນາມ, ຫວຽດນາມ - ລາວ ຊຶ່ງແມ່ນສາຍພົວພັນທີ່ຫາຍາກໃນໂລກ, ແມ່ນມໍລະດົກອັນລໍ້າຄ່າຂອງສອງຊາດ.
ພື້ນຖານແຫ່ງສາຍພົວພັນ ລາວ - ຫວຽດນາມ ເລີ່ມຈາກສາຍພົວພັນທີ່ເປັນມູນເຊື້ອອັນຍາວນານ ລະຫວ່າງ ສອງປະເທດບ້ານໄກ້ເຮືອນຄຽງ ທີ່ມີຄວາມສະໜິດແໜ້ນ, ທີ່ຮ່ວມກັນດໍາລົງຊີວິດໃນແຫຼມອິນດູຈີນ. ສາຍພົວພັນທີ່ເປັນມູນເຊື້ອນັ້ນ ໄດ້ກາຍເປັນແບບ “ພິເສດ” ນັບແຕ່ພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍແມ່ນ ທ່ານ ປະທານ ໂຮ່ຈິມິນ ເປັນຜູ້ສ້າງຕັ້ງ, ຝຶກຝົນຫຼໍ່ຫຼອມ ຊຶ່ງແມ່ນຕົ້ນກໍາເນີດຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ, ກາຍເປັນກໍາລັງແຮງການນໍາພາປະຕິວັດຂອງສອງປະເທດ ຫວຽດນາມ ແລະ ລາວ, ຮ່ວມຂຸມຄອງດຽວກັນ, ຄຽງບ່າຄຽງໄຫຼ່ກັນ ຕໍ່ສູ້ຕ້ານສັດຕູໂຕດຽວກັນ, ເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ຄວາມຊື່ສັດບໍລິສຸດ ຫວຽດນາມ - ລາວ ຕະຫຼອດໄປ.
ພາລະກິດປະຕິວັດຂອງສອງປະເທດ ລາວ - ຫວຽດນາມ ໄດ້ມີສາຍພົວພັນ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນເປັນພິເສດ. ທ່ານ ປະທານ ໂຮ່ຈິມິນ ຊຶ່ງຍາມໃດເພິ່ນກໍແນະນໍາວ່າ: “ການປະຕິວັດລາວ ແມ່ນບໍ່ອາດຫຼີກລ່ຽງການຊ່ວຍເຫຼືອຂອງການປະຕິວັດຫວຽດນາມ ແລະ ການປະຕິວັດຫວຽດນາມ ກໍບໍ່ອາດຫຼີກລ່ຽງການຊ່ວຍເຫຼືອຂອງການປະຕິວັດລາວໄດ້”, ບົນຈິດໃຈ “ຊ່ວຍເຫຼືອເພື່ອນກໍແມ່ນຊ່ວຍເຫຼືອຕົນເອງ”, ໄດ້ມີພະນັກງານ, ນັກຮົບກອງທັບຫວຽດນາມ ນັບຫຼາຍພັນຄົນ ທີ່ເຮັດວຽກງານ, ປະສານສົມທົບກັບກອງທັບ ແລະ ປະຊາຊົນລາວ ຮ່ວມກັນສ້າງສະມາຄົມຮ່ວມສູ້ຮົບ ຫວຽດນາມ - ລາວ, ຕໍ່ສູ້ໃນບັນດາສະໜາມຮົບຂອງລາວ, ນັກຮົບ ຫວຽດນາມ ແລະ ລາວ ຮ່ວມກັນຕໍ່ສູ້ເສຍສະລະເລືອດເນື້ອບໍ່ຈັກວ່າເທົ່າໃດ ເພື່ອຍາດເອົາໄຊຊະນະອັນສະຫງ່າອົງອາດ ມາໃຫ້ສອງຊາດ ລາວ - ຫວຽດນາມ.
ເດືອນກັນຍາ 1934, ອົງຄະນະພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ລາວ ໂດຍນໍາພາຂະບວນການປະຕິວັດລາວ ຊຶ່ງແມ່ນເຫດການປະຫວັດສາດໃນການພົວພັນ ລາວ - ຫວຽດນາມ. ການຕໍ່ສູ້ປະຕິວັດຂອງສອງຊາດ ໄດ້ມີຄວາມໄກ້ສິດສະໜິດແໜ້ນ ແລະ ພັດທະນາຂຶ້ນເລື້ອຍໆ ບົນຈິດໃຈຄວາມສາມັກຄີຮ່ວມກັນສູ້ຮົບ ແລະ ສ້າງພື້ນຖານໃຫ້ແກ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຄືໃນປັດຈຸບັນ.
ທ່ານ ປະທານ ໂຮ່ຈິມິນ ໃຫ້ທັດສະນະວ່າ: ລັດທິຮັກຊາດ ລ້ວນແຕ່ມີຄວາມຕິດພັນກັບລັດທິສາກົນ; ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບການພົວພັນສະໜິດແໜ້ນການປະຕິວັດຂອງສອງປະເທດ ຫວຽດນາມ - ລາວ, ເບິ່ງແຍງຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ເສີມຂະຫຍາຍສ້າງກໍາລັງແຮງລວມ ໃຫ້ແກ່ປະຊາຊົນສອງປະເທດ ເພື່ອພ້ອມກັນດໍາເນີນການແຫ່ງໄຊຊະນະການປະຕິວັດເດືອນສິງຫາຢູ່ ຫວຽດນາມ ກໍຄືໄຊຊະນະການປະຕິວັດເດືອນສິງຫາຢູ່ ລາວ, ຍາດເອົາເອກະລາດມາໃຫ້ປະຊາຊົນສອງຊາດໃນປີ 1945. ວັນທີ 30 ຕຸລາ 1945, ສອງປະເທດ ໄດ້ຮ່ວມລົງນາມໃນສັນຍາການຮ່ວມມືສະໜັບສະໜູນ ຫວຽດນາມ - ລາວ. ຈາກນັ້ນ, ເຮັດໃຫ້ການພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ ກ້າວເຂົ້າສູ່ໄລຍະໃໝ່, ໄລຍະແຫ່ງການພັດທະນາການພົວພັນ, ຄວາມສາມັກຄີ ລະຫວ່າງ ສອງຊາດອ້າຍນ້ອງ.
ປະທານ ສຸພານຸວົງ ໄດ້ສັງລວມຄືນຄວາມໝາຍສໍາຄັນອັນຍິ່ງໃຫຍ່ນີ້, “ການພົວພັນ ລາວ - ຫວຽດນາມ ນັບຈາກນີ້ໄປ ເປັນການເປີດສັງກາດໃໝ່”, ສັງກາດຂອງການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ລາວ - ຫວຽດນາມ ໃຫ້ການຊ່ວຍເຫຼືອກັນ ເພື່ອຈຸດໝາຍລວມຂອງສອງຊາດ ແລະ ໃນວັນທີ 30 ຕຸລາ 1945, ລັດຖະບານສອງປະເທດ ມີມະຕິສ້າງຕັ້ງກອງທັບປະສົມ ລາວ - ຫວຽດນາມ.
ໄຊຊະນະດັ່ງກ່າວ, ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ ແມ່ນໄຊຊະນະຂອງປະຊາຊົນສອງປະເທດ ຫວຽດນາມ - ລາວ ທີ່ຮ່ວມອຸດົມການອັນດຽວກັນ, ຮ່ວມເປົ້າໝາຍອັນດຽວກັນ, ຄວາມສາມັກຄີພິເສດສະໜິດແໜ້ນ, ຮ່ວມກັນຕໍ່ສູ້ຍາດເອົາໄຊຊະນະ ຊຶ່ງແມ່ນບົດຮຽນອັນລໍ້າຄ່າໃນປະຫວັດສາດເປັນຄັ້ງທໍາອິດ ໃນການປະຕິວັດປົດປ່ອຍຂອງສອງຊາດອ້າຍນ້ອງ.
ປະທານ ໄກສອນ ພົມວິຫານ ໄດ້ຕີລາຄາວ່າ: ປີ 1930, ພັກກອມມູນິດອິນດູຈີນ ໂດຍແມ່ນ ປະທານ ໂຮ່ຈິມິນ ເປັນຜູ້ສ້າງຕັ້ງ ແມ່ນບາດລ້ຽວປະຫວັດສາດຂອງການປະຕິວັດ 3 ຊາດອິນດູຈີນ. ຈາກນັ້ນເປັນຕົ້ນມາ, ພາຍໃຕ້ການນໍາພາຂອງລັດທິ ມາກ-ເລນິນ ແລະ ພາຍໃຕ້ຄັນທຸງປະຕິວັດຊາດ ປະຊາທິປະໄຕ ການຕໍ່ສູ້ປະຕິວັດຂອງປະຊາຊົນລາວບັນດາເຜົ່າ ໄດ້ກ້າວເຂົ້າສູ່ໄລຍະໃໝ່ ແລະ ຄຸນນະພາບໃໝ່. ພາລະກິດການຕໍ່ສູ້ປະຕິວັດຂອງປະຊາຊົນລາວ ໃນຕະຫຼອດຫຼາຍທົດສະວັດຜ່ານມາ ຕິດພັນກັບຜົນງານອັນຍິ່ງໃຫຍ່ຂອງປະທານ ໄກສອນ ພົມວິຫານ, ເພິ່ນ ລ້ວນແຕ່ຍົກສູງຈິດໃຈສາກົນທີ່ໂປ່ງໃສ, ປະກອບສ່ວນຢ່າງຈິງໃຈເຂົ້າໃນພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ບັນດາປະເທດໃນໂລກ. ສໍາລັບການພົວພັນສາກົນ, ຄວາມສາມັກຄີກັບ ຫວຽດນາມ ແມ່ນປັດໃຈສໍາຄັນ ຊຶ່ງປະທານ ໄກສອນ ພົມວິຫານ ໄດ້ເພີ່ມພູນຄູນສ້າງການພົວພັນພິເສດ, ຮ່ວມສໍາພັນການສູ້ຮົບ ຊື່ສັດບໍລິສຸດ ລາວ ແລະ ຫວຽດນາມ.
ພາຍຫຼັງສອງປະເທດ ໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975, ການພົວພັນສອງປະເທດ ໄດ້ກ້າວເຂົ້າສູ່ໄລຍະໃໝ່. ໃນບົດປາໄສເປີດກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກກອມມູນິດຫວຽດນາມ, ວັນທີ 15 ທັນວາ 1976, ປະທານ ໄກສອນ ພົມວິຫານ ເວົ້າວ່າ: “ໃນປະຫວັດສາດການປະຕິວັດໂລກ ໄດ້ມີຫຼາຍແບບຢ່າງໂປ່ງໄສກ່ຽວກັບນໍ້າໃຈສາກົນກໍາມະຊີບ, ແຕ່ບໍ່ທັນມີເວລາໃດ, ຢູ່ບ່ອນໃດ ທີ່ມີການພົວພັນສາມັກຄີຕໍ່ສູ້ແບບພິເສດອັນຍາວນານ, ຮອບດ້ານເຊັ່ນດຽວກັບການພົວພັນ ລາວ - ຫວຽດນາມ. ການພົວພັນດັ່ງກ່າວ, ກາຍເປັນການພົວພັນພິເສດ, ຊື່ສັດບໍລິສຸດ, ໂປ່ງໃສ, ເປັນແບບຢ່າງ, ການພົວພັນທີ່ຫາຍາກ ແລະ ນັບມື້ໄດ້ຮັບການປັບປຸງ, ພັດທະນາຢ່າງໝັ້ນຄົງ”.
ການພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ - ຫວຽດນາມ ແມ່ນໝາກຜົນແຫ່ງການໝູນໃຊ້ທີ່ມີຫົວຄິດປະດິດສ້າງ ລັດທິ ມາກ-ເລນິນ ຂອງພັກກອມມູນິດອິນດູຈີນ ແລະ ປະທານ ໂຮ່ຈິມິນ ເຂົ້າໃນຕົວຈິງການປະຕິວັດຫວຽດນາມ ແລະ ລາວ, ແມ່ນໜຶ່ງໃນບັນດາໝາກຜົນແຫ່ງການປະຕິວັດຂອງສອງຊາດ ໂດຍແມ່ນປະຊາຊົນສອງປະເທດຮ່ວມກັນກໍ່ສ້າງຂຶ້ນ ແລະ ໄດ້ຮັບການເພີ່ມພູນຄູນສ້າງດ້ວຍເຫື່ອແຮງ, ເລືອດເນື້ອຂອງປະຊາຊົນສອງຊາດ.
ວັນທີ 18 ກໍລະກົດ 1977, ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ໄດ້ຮັບການລົງນາມ ແມ່ນພື້ນຖານດ້ານກົດໝາຍສໍາຄັນ, ເປັນຂີດໝາຍພັດທະນາໃໝ່ຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງໃນການຮັບປະກັນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງແຕ່ລະປະເທດ.
ການພົວພັນພິເສດ ຫວຽດນາມ - ລາວ, ລາວ ຫວຽດນາມ ໄດ້ພັດທະນາຈາກການພົວພັນທີ່ເປັນມູນເຊື້ອ ໂດຍແມ່ນ ປະທານ ໂຮ່ຈິມິນ ກໍ່ສ້າງພື້ນຖານ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ບັນດາການນໍາລຸ້ນຕ່າງໆ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຮ່ວມກັນເພີ່ມພູນຄູນສ້າງ ໂດຍພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ, ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ. ການພົວພັນພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ຜ່ານຜ່າທຸກຄວາມຫຍຸ້ງຍາກທ້າທາຍ ໄດ້ກາຍເປັນກົດເກນແຫ່ງຄວາມຢູ່ລອດ ແລະ ກໍາລັງແຮງມະຫັດສະຈັນ ກ້າວໄປສູ່ໄຊຊະນະອັນຍິ່ງໃຫຍ່ຂອງຫວຽດນາມ ແລະ ລາວ ໃນການຕໍ່ສູ້ປົດປ່ອຍຊາດ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ພ້ອມກັນກ້າວຂຶ້ນສັງຄົມນິຍົມ.
ຜ່ານໄລຍະທາງ 30 ກວ່າປີ, ປະຕິບັດການປ່ຽນແປງໃໝ່, ໃນສະພາບການເຊື່ອມໂຍງ ດ້ວຍການຫັນປ່ຽນຫຼາຍຢ່າງ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ເນື່ອງຈາກໄດ້ຮັບຜົນກະທົບຈາກສະພາບການສາກົນ ແລະ ໃນໂລກ, ແຕ່ດ້ວຍມູນເຊື້ອທີ່ດີງາມຂອງການພົວພັນແບບພິເສດ ແລະ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ, ການພົວພັນ ລະຫວ່າງ ສອງປະເທດ ນັບມື້ນັບເພີ່ມຂຶ້ນ, ເປີດກວ້າງ ແລະ ຍາດໄດ້ໄຊຊະນະທີ່ຍິ່ງໃຫຍ່, ແທດຈິງ, ປະກອບສ່ວນເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ, ຫວຽດນາມ - ລາວ ເປັນພື້ນຖານຊຸກຍູ້ເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ, ຫວຽດນາມ - ລາວ ໃນໄລຍະໃໝ່ ນັບມື້ເຂົ້າສູ່ລວງເລິກ, ແທດຈິງ, ແຕກດອກອອກຜົນ ຕະຫຼອດກາລະນານ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com