Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
(ເນື່ອງໃນໂອກາດວັນເກີດ ຄົບຮອບ 100 ປີ 13/12/1920 - 13/12/2020)
6. ສືບຕໍ່ບູລະນະ ແລະ ກໍ່ສ້າງລັດປະຊາທິປະໄຕປະຊາຊົນ ໃຫ້ກາຍເປັນລັດແຫ່ງກົດໝາຍ, ເປັນລັດຂອງ ປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຕາມທີ່ ປະທານ ໄກສອນ ພົມວິຫານ ໄດ້ວາງພື້ນຖານໄວ້ແລ້ວນັ້ນ, ທັງສ້າງເງື່ອນໄຂໃຫ້ປະຊາຊົນພົນລະເມືອງປະຕິບັດສິດເປັນເຈົ້າປະເທດຊາດ ແລະ ປະກອບສ່ວນເຂົ້າໃນການປັບປຸງອົງການປົກຄອງຂັ້ນຕ່າງໆ.
7. ສືບຕໍ່ປະຕິບັດແນວ ທາງການຕ່າງປະເທດຂອງພັກ ສັນຕິພາບ, ເອກກະລາດ, ມິດ ຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ເປັນເຈົ້າການເຊື່ອມໂຍງກັບບັນດາປະເທດໃນພາກພື້ນ ແລະ ສາກົນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມອາຊຽນທັງຮັບປະກັນຕາມທິດນໍາເພີ່ມມິດຫຼຸດຜ່ອນສັດຕູ, ທັງຕໍ່ສູ້ທັງຍາດແຍ່ງ; ເພີ່ມທະວີສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ; ເພີ່ມທະວີການພົວພັນກັບ ສປ ຈີນ ຕາມທິດໝັ້ນຄົງຍາວນານ, ບ້ານໃກ້ເຮືອນຄຽງທີ່ດີ, ໄວ້ເນື້ອເຊື່ອໃຈ ກັນ, ຮ່ວມມືຮອບດ້ານ, ເປັນຄູ່ຮ່ວມຊາຕາກໍາທີ່ດີມີຄວາມໝາຍຍຸດທະສາດ.
8. ສືບຕໍ່ຕັ້ງໜ້າຮໍ່າຮຽນເອົາແບບຢ່າງອັນດີງາມ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງປະທານ ໄກສອນ ພົມວິຫານ ແລະ ຕື່ນຕົວປະຕິບັດຢ່າງເປັນເຈົ້າການ, ນັ້ນແມ່ນການຢຶດໝັ້ນອຸດົມການໃນຈຸດໝາຍສັງຄົມນິຍົມ, ມີມານະຈິດປະຕິວັດອັນເດັດດ່ຽວໜຽວແໜ້ນ ແລະ ສຸດກົກສຸດປາຍ; ມີທັດສະນະຫຼັກໝັ້ນອັນໜັກແໜ້ນ, ມີນ້ໍາໃຈຮັກຊາດອັນດູດດື່ມ, ມີຄວາມເສຍສະຫຼະ ແລະ ອຸທິດຕົນຢ່າງບໍ່ມີຂອບເຂດເພື່ອຊາດ ເພື່ອປະຊາຊົນ, ມີຄວາມສະດຸ້ງໄວ, ທັງມີຄວາມກ້າຫານ ແລະ ມີຫົວຄິດປະດິດສ້າງໃນການໝູນໃຊ້ທິດສະດີ ແລະ ບົດຮຽນຂອງຕ່າງປະເທດເຂົ້າກັບເງື່ອນໄຂຕົວຈິງຂອງປະເທດເຮົາ.
ມູນເຊື້ອປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດສິນທໍາ, ແບບແຜນວິທີເຮັດວຽກ ແລະ ການດໍາລົງຊີວິດ ຂອງປະທານ ໄກສອນ ພົມວິຫານ ໄດ້ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ພົນລະເມືອງລາວທຸກໆຄົນ. ພວກເຮົາຈົ່ງຮ່ໍາຮຽນເອົາແບບແຜນການເຄື່ອນໄຫວນໍາພາ ແລະ ການດໍາລົງຊີວິດຂອງ ປະທານ ໄກສອນ ພົມວິຫານ ນໍາໄປປະຕິບັດ, ຖືອັນນັ້ນເປັນໄມ້ຫຼາວັດແທກດ້ານຄຸນສົມບັດ, ທັດສະນະທ່າທີຂອງ ພະນັກງານ ທັງເປັນການເພີ່ມພູນຄູນສ້າງມູນເຊື້ອອັນຈົບງາມຂອງບັນພະບູລຸດ ກໍຄື ປະທານ ໄກສອນ ພົມວິຫານ ຜູ້ນໍາ ທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ.
ພາລະກິດຂອງປະທານໄກສອນ ພົມວິຫານ ຍືນຍົງຢູ່ກັບພວກເຮົາຕະຫຼອດໄປ !
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com