Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ພັກປະຊາຊົນປະຕິວັດລາວ ຢຶດໝັ້ນລັດທິມາກ-ເລນິນ ແນວຄິດໄກສອນ ພົມວິຫານ ເປັນພື້ນຖານ ທາງດ້ານແນວຄິດທິດສະດີຂອງພັກ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 09/12/2020 10:08:53 ຈຳ​ນວນ​​ຢ້ຽມ​ຊົມ 2737 ຄັ້ງ

ເ​ນື່ອງ​ໃນ​ໂອ​ກາດ​ວັນ​ເກີດ​ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 100 ປີ (13/12/1920-13/12/2020) 
(ວັນ​ສ້າງ​ຕັ້ງ​ພັກ 65 ປີ - ວັນ​ສ້າງ​ຕັ້ງ ສ​ປ​ປ ລາວ ຄົບ​ຮອບ 45 ປີ)

  ໂດຍ: ບົວ​ວັນ ວິ​ລະ​ສັກ  ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ເມືອງວິ​ທະ​ຍາ

1. ການ​ໝູນ​ໃຊ້​ລັດທິ​ມາກ​-​ເລ​ນິນ ເຂົ້າ​ໃສ່​ສະພາບ​ຈຸດ​ພິເສດ​ຂອງ​ປະເທດ.    
ຍ້ອນ​ພັກ​ປະຊາຊົນ​ປະ ຕິວັດ​ລາວ​ ໄດ້​ໝູນ​ໃຊ້ ລັດທິ​ມາກ​-​ເລ​ນິນ ຮັບ​ຮູ້​ສັງຄົມ​ນິຍົມ ແລະ ເສັ້ນທາງ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ ສະນັ້ນ, ການ​ສ້າງ​ປະເທດ​ລາວ ກ້າວ​ຂຶ້ນ​ສູ່​ຈຸດໝາຍ​ສັງຄົມ​ນິຍົມ​ຕ້ອງ​ໄດ້​ເລີ່ມ​ຕົ້ນ​ຈາກ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ປະເທດ​ເຮົາ ແລະ ສະພາບ​ການ​ປ່ຽນແປງ​ໃໝ່​ຂອງ​ບັນດາ​ປະເທດ​ຕ່າງໆ​ໃນ​ໂລກ, ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ຢູ່​ພາຍ​ໃນ​ປະເທດ ບົນ​ພື້ນຖານ​ນັ້ນ ຊອກ​ຫາ​ທິດ​ທາງ, ວິທີ​ການ, ຮູບ​ການ, ຈຸດ​ເລີ່ມ​ໃໝ່ ເພື່ອ​ພາ​ປະເທດ​ພົ້ນ​ຈາກ​ຄວາມ​ຫຍຸ້ງຍາກ ແລະ ສືບຕໍ່​ພັດທະນາ​ກ້າວ​ຂຶ້ນ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ​ໃນ​ເງື່ອນໄຂ​ໃໝ່ ແລະ ສະພາບ​ການ​ໃໝ່, ເລີ່ມ​ຕົ້ນ​ໃໝ່, ຍຸກ​ສະໄໝ​ໃໝ່​ໃນ​ປັດ​ຈຸ​ບັນ.
ຜ່ານ​ການ​ສ້າງ​ລະບອບ​ປະຊາທິປະໄຕ​ ປະຊາຊົນ​ແຕ່​ປີ 1975-1985 ຢູ່​ປະເທດ​ເຮົາ, ພັກ​ເຮົາ​ໄດ້​ສະຫຼຸບ​ທິດ​ສະ​ດີ​ພຶດຕິ​ກຳ ​ຊຶ່ງ​ຖອດ​ຖອນ​ບົດຮຽນ​ໄດ້​ຫຼາຍ​ປະການ ຊຶ່ງ​ເປັນ​ພື້ນຖານ​ໃຫ້​ແກ່​ການປັບ ປຸງ, ບູລະນະ​ແນວທາງ​ແຜນ​ນະໂຍບາຍ​ໃຫ້​ມີ​ຄວາມສອດ ຄ່ອງ ແລະ ສົມບູນ​ຂຶ້ນ​ເທື່ອ​ລະ​ກ້າວ. ພັກ​ເຮົາ​ໄດ້​ຕີ​ລາຄາ​ສະພາບ​ການ​ພາຍ​ໃນ ແລະ ກົງ​ໄປ​ກົງ​ມາ, ຈາກ​ນັ້ນ ຈຶ່ງ​ເຫັນ​ວ່າ​ມີ​ຄວາມ​ຈຳເປັນ​ຕ້ອງ​ມີ​ການ​ປ່ຽນແປງ​ໃໝ່​ຢ່າງ​ມີ​ຫຼັກການ​ຂອງ​ພັກ ໂດຍ​ຢຶດ​ໝັ້ນ​ລັດທິ​ມາກ​-​ເລ​ນິນ,ແນວ​ຄິດ​ປະທານ​ ໄກສອນ ພົມວິຫານ ເປັນ​ພື້ນຖານ​ທາງ​ດ້ານ​ທິດ​ສະ​ດີ​ຂອງ​ພັກ​ເປັນ​ເຂັມ​ຊີ້​ທິດ​ເຍືອງ​ທາງ​ຕາມ​ອຸດົມ​ການ ແລະ ຈຸດ ໝາຍ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ. ໃນ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ຄັ້ງ​ທີ IV ປີ 1986 ຈຶ່ງ​ໄດ້​ຜ່ານ​ມະຕິ ແລະ ຕົກລົງ​ຮັບຮອງ​ເອົາ​ແນວທາງ​ປ່ຽນແປງ​ໃໝ່​ໂດຍ​ຖື​ວ່າການ​ປ່ຽນແປງ​ໃໝ່​ທາງ​ດ້ານ​ຈິນຕະນາການ​ແມ່ນ​ຄວາມ​ຈຳເປັນ​ພາວະ​ວິໄສ, ມັນ​ແມ່ນ​ຂະບວນ​ວິວັດ​ທີ່​ມີ​ລັກສະນະ​ປະຕິວັດ​ວິທະຍາສາດ ແນໃສ່​ສ້າງ​ຄວາມ​ຮັບ​ຮູ້​ໃໝ່​ທີ່​ຖືກຕ້ອງ​ກ່ຽວ​ກັບ​ສັງຄົມ​ນິຍົມ ໂດຍ​ສອດ ຄ່ອງ​ກັບສະພາວະ​ຄວາມ​ເປັນ​ຈິງ​ຂອງ​ປະເທດ​ລາວ​ເຮົາ​ກ້າວ​ຂຶ້ນ​ສູ່​ລະດັບ​ທີ່​ມີ​ຄຸນ​ນະ​ພາບ​ໃໝ່.
ແນວທາງ​ການ​ປ່ຽນແປງ​ໃໝ່​ຂອງ​ພັກ​ເຮົາ​ໄດ້​ຜ່ານ​ການ​ຄົ້ນຄວ້າ​ປະກອບ​ສ້າງ​ມາ​ເປັນ​ກ້າວ, ເປັນຂັ້ນ, ເປັນ​ຕອນ, ເປັນ​ລະບົບ, ມີ​ການ​ບູລະນະ​ເພີ່ມ​ເຕີມ​ໃຫ້​ສົມບູນ​ຂຶ້ນ ຕາມ​ເງື່ອນໄຂ​ຕົວ​ຈິງ. ມາ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ V ຂອງ​ພັກ​ຈຶ່ງ​ໄດ້​ຢັ້ງຢືນ​ຮັບຮອງ​ເອົາ​ເປັນ​ແນວທາງ​ປ່ຽນແປງ​ໃໝ່​ຮອບດ້ານ​ຢ່າງ​ມີ​ຫຼັກການ​ຂອງ​ພັກ.
ໃນ​ນັ້ນ, ເສດຖະກິດ​ຕ້ອງ​ປ່ຽນແປງ​ໃໝ່​ກ່ອນໝູ່, ປະທານ​ໄກສອນ ພົມວິຫານ​ ເວົ້າ​ວ່າ:  “ຖ້າ​ບໍ່ມີ​ການ​ປ່ຽນແປງ​ແມ່ນ​ຕາຍ, ແຕ່​ຖ້າ​ປ່ຽນແປງ​ບໍ່​ມີ​ຫຼັກການ​ກໍຕາຍ”.
ບົນ​ພື້ນຖານ ແນວ​ຄວາມ​ຄິດ ແລະ ທັດສະນະ​ຂອງ​ປະທານ​ໄກສອນ ພົມວິຫານ ມະຕິ​ຄົບ​ຄະນະ​ສູນ​ກາງ​ພັກ​ຄັ້ງ​ທີ 7 ສະໄໝ​ທີ IV ໄດ້​ກຳ ນົດ​ລັກສະນະ​ຂອງ​ການປະ ຕິວັດ​ລາວ​ແມ່ນ​ການສ້າງ ແລະ ບູລະນະ​ລະບອບ​ປະຊາທິປະ ໄຕ​ ປະຊາຊົນ​ ກ້າວຂຶ້ນສູ່ຈຸດ ໝາຍສັງຄົມ​ນິຍົມ ແລະ ກອງ​ປະຊຸມ​ຄົບ​ຄະນະສູນ​ກາງ​ພັກ​ຄັ້ງ​ທີ 8 ສະໄໝ​ທີ  IV  ໄດ້​ກຳນົດ 6 ຫຼັກການ​ປ່ຽນແປງ​ໃໝ່​ຢ່າງ​ທັນ​ການ​ຄື:
   ໜຶ່ງ: ຢຶດ​ໝັ້ນ​ຈຸດໝາຍ​ສັງຄົມ​ນິຍົມ, ກຳແໜ້ນລັກ ສະນະ​ຂອງ​ການ​ປະຕິວັດ​ລາວ​ຢູ່​ປະເທດ​ເຮົາ​ໃນ​ໄລຍະ​ໃໝ່;
   ສອງ: ຢຶດ​ໝັ້ນ​ລັດທິ​ມາກ​ -​ເລນິນ, ແນວ​ຄິດ​ປະທານ​ໄກສອນ ພົມວິຫານ ເປັນພື້ນ ຖານ​ທາງ​ດ້ານ​ແນວ​ຄິດ​ທິດ​ສະ​ດີ​ຂອງ​ພັກ​ເຮົາ, ຊີ້​ນຳ​ທຸກ​ ພາລະກິດ​ປະຕິວັດ​ຂອງ​ປະ ຊາຊົນ;
   ສາມ: ການ​ນໍາ​ພາ​ຂອງ​ພັກ​ເປັນ​ເງື່ອນໄຂ​ຕັດສິນ​ຊີ້​ຂາດ​ໄຊຊະນະ​ຂອງ​ພາລະກິດ​ປະຕິວັດ​ຂອງ​ປະຊາຊົນ​ເຮົາ;
   ສີ່: ເຊີດ​ຊູ ແລະ ເສີມຂະ ຫຍາຍ​ປະຊາທິປະໄຕ ບົນພື້ນ ຖານ​ຫຼັກການ​ລວມ​ສູນ​ປະຊາ ທິປະໄຕ  ເອົາ​ປະຊາຊົນ​ເປັນ​ກົກ​ພາຍ​ໃຕ້​ການ​ນໍາ​ພາ​ຂອງ​ພັກ;
   ຫ້າ: ເພີ່ມ​ທະ​ວີ​ກໍາ​ລັງ​ແຮງ ແລະ ຄວາມ​ສັກສິດ​ຂອງ​ຜະເດັດການ​ປະຊາທິປະໄຕ​ປະຊາຊົນ;
   ຫົກ: ສົມທົບ​ລັດທິ​ຮັກ​ຊາດ​ກັບ​ລັດທິ​ສາ​ກົນ​ກໍາ​ມາ​ຊີບ ແລະ ສາກົນ​ສັງຄົມ​ນິຍົມ, ສົມທົບ​ກັບ​ກໍາ​ລັງ​ແຮງ​ຂອງ​ຊາດ​ກັບ​ກໍາ​ລັງ​ແຮງ​ຂອງ​ຍຸກ​ສະ​ໄໝ.
 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com