Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ພັກປະຊາຊົນປະຕິວັດລາວ ຢຶດໝັ້ນລັດທິມາກ-ເລນິນ ແນວຄິດໄກສອນ ພົມວິຫານ ເປັນພື້ນຖານ ທາງດ້ານແນວຄິດທິດສະດີຂອງພັກ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 11/12/2020 11:09:36 ຈຳ​ນວນ​​ຢ້ຽມ​ຊົມ 2710 ຄັ້ງ

ເ​ນື່ອງ​ໃນ​ໂອ​ກາດ​ວັນ​ເກີດ​ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 100 ປີ (13/12/1920-13/12/2020) 
(ວັນ​ສ້າງ​ຕັ້ງ​ພັກ 65 ປີ - ວັນ​ສ້າງ​ຕັ້ງ ສ​ປ​ປ ລາວ ຄົບ​ຮອບ 45 ປີ)

  ໂດຍ: ບົວ​ວັນ ວິ​ລະ​ສັກ  ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ເມືອງວິ​ທະ​ຍາ

ພັກ​ປະຊາຊົນ​ປະຕິວັດ​ລາວ​ໄດ້​ສຸມ​ໃສ່​ການ​ປ່ຽນແປງ​ ໃໝ່​ທາງ​ດ້ານ​ຈິນຕະນາການ ແມ່ນ​ການ​ປ່ຽນແປງ​ໃໝ່​ທາງ​ດ້ານ​ແນວ​ຄິດ, ກ່ຽວ​ກັບ​ສັງຄົມ​ນິຍົມ ແລະ ເສັ້ນທາງ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ຢູ່​ລາວ. ຈຸດ​ພິເສດ​ສະເພາະ​ຂອງ​ລະບອບ​ປະຊາທິປະໄຕ​ປະຊາຊົນ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ ແລະ ທິດ​ທາງ​ພື້ນຖານ ເພື່ອ​ນໍາ​ພາ​ປະເທດ​ຊາດ​ຜ່ານ​ຂ້າມ​ແຕ່​ລະບອບ​ປະຊາທິປະໄຕ​ປະຊາຊົນ ກ້າວ​ຂຶ້ນ​ສັງຄົມ​ນິຍົມ​ທີ່​ພັກ​ເຮົາ​ໄດ້​ກໍາ​ນົດ​ເອົາ​ໄວ້​ນັ້ນ​ຄື: ສ້າງ​ເສດຖະກິດ​ຕະຫຼາດ ຕາມ​ທິດ​ສັງຄົມ​ນິຍົມ ທີ່​ຖື​ວ່າ​ແມ່ນ​ຮູບ​ແບບ​ເສດຖະ​ກິດ​ປະສົມ ຊຶ່ງ​ຖື​ວ່າ​ເປັນ​ຮູບ​ແບບ​ເສດຖະກິດ​ໄລຍະ​ຂ້າມ​ຜ່ານ​ຢູ່​ລາວ ກ່ຽວ​ກັບ​ລັດ​ນັ້ນ​ແມ່ນ​ລັດແຫ່ງ​ອໍາ​ນາດ​ກົດໝາຍ​ຂອງ​ປະຊາຊົນ​ໂດຍ​ປະຊາຊົນ ແລະ ເພື່ອ​ຜົນ​ປະໂຫຍດ​ຂອງ​ປະຊາຊົນ​ຜູ້​ອອກແຮງ​ງານ​ຢ່າງ​ແທ້​ຈິງ; ດ້ານ​ວັດ​ທະ​ນະ​ທໍາ ແມ່ນ​ວັດ​ທະ​ນະ​ທໍາ ທີ່​ມີ​ລັກສະນະ​ຊາດ, ວິທະຍາສາດ​ມະຫາຊົນ ແລະ ກ້າວໜ້າ, ການ​ສຶກສາ​ເປັນ​ວິທະຍາສາດ​ເປັນ​ນະໂຍບາຍ​ແຫ່ງ​ຊາດ; ດ້ານ​ສັງຄົມ​ຕ້ອງ​ຮັບປະກັນ​ລັກສະນະ​ກ້າວໜ້າ, ສະເໝີພາບ ການ​ພັດທະນາ​ສັງຄົມ​ຕ້ອງ​ຄຽງ​ຄູ່​ກັບ​ການ​ພັດທະນາ​ເສດຖະກິດ, ການ​ປ້ອງ​ກັນ​ຊາດ​-​ປ້ອງ​ກັນ​ຄວາມ​ສະຫງົບ​ຕ້ອງ​ເຂັ້ມແຂງ​ທັນ​ສະ​ໄໝ. ການ​ພົວພັນ​ຕ່າງປະ ເທດ​ໄປ​ຕາມ​ຫຼັກການ​ຂອງ​ພັກ​ໃນ​ໄລຍະ​ໃໝ່​ມີ​ການ​ພົວພັນ​ຫຼາຍ​ທິດ​ຫຼາຍ​ຝ່າຍ ຫຼາຍ​ຮູບ​ການ​ຫຼາຍ​ລະດັບ ບົນ​ພື້ນຖານ​ຫຼັກການ​ເຄົາລົບ ເອກະລາດ ອໍາ​ນາດ​ອະທິປະ​ໄຕ ແລະ ຜົນ​ປະໂຫຍດ ຊຶ່ງ​ກັນ ​ແລະ​ ກັນ ຕ່າງ​ຝ່າຍ​ມີ​ຜົນ​ປະໂຫຍດ ດ້ວຍ​ຈິດໃຈ​ເພີ່ມ​ມິດ​ຫຼຸດຜ່ອນ​ສັດຕູ, ຮ່ວມ​ມື​ກັບ​ທຸກໆ​ປະເທດ​ໃນ​ວົງ​ຄະນາ​ຍາດ​ສາກົນ, ຕໍ່ສູ້​ເພື່ອ​ສັນຕິພາບ, ເອກະລາດ​ແຫ່ງ​ຊາດ ແລະ ການ​ພັດທະນາ, ບັນດາ​ສັນຕິພາບ, ເອກະລາດ​ແຫ່ງ​ຊາດ ແລະ ການ​ພັດທະນາ, ບັນ​ດາ​ກໍາ​ລັງ​ດັນ ການ​ພັດທະ ນາ​ທີ່​ໄດ້​ຮັບ​ນັ້ນແມ່ນ​ຜົນປະ ໂຫຍດ, ປະຊາທິປະໄຕ, ວັດ​ທະ​ນະ​ທໍາ, ຄົນ, ກົນ​ໄກ, ນະໂຍ​ ບາຍ​-​ແນວທາງ, ທິດ​ທາງ… ສາມັກຄີ​ປອງ​ດອງ ຊົນ​ຊາດ​-​ຊົນ​ເຜົ່າ​-​ສາສະໜາ ໄດ້​ກໍາ​ນົດ​ເປັນ​ກໍາ​ລັງ​ຕົ້ນຕໍ ບົນ​ພື້ນຖານ​ຄວາມ​ສາມັກຄີ​ລະຫວ່າງ​ຊົນ​ຊັ້​ນກໍາ​ມະກອນ ແລະ ຊົນ​ຊັ້ນ​ຊາວນາ ປັນຍາ​ຊົນ​ປະຕິວັດ, ສົມທົບ​ຜົນ​ປະໂຫຍດ​ສ່ວນ​ບຸກ ຄົນ, ຜົນ​ປະໂຫຍດ​ລວມ​ໝູ່ ຜົນ​ປະໂຫຍດ​ສັງຄົມ ແລະ ຂອງ​ຊາດ, ຂະ​ຫຍາ​ຍກໍາ​ລັງ​ແຮງ​ຂອງ​ທຸກ​ພາກສ່ວນ​ເສດຖະກິດ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ.
ພັກ​ເຮົາ​ຖື​ເອົາ​ລັດທິ​ມາກ​-​ເລ​ນິນ, ແນວ​ຄິດ​ໄກສອນ ພົມວິຫານ ເປັນ​ພື້ນຖານ​ແນວ​ຄິດ ແລະ ເປັນ​ເຂັມ​ຊີ້​ທິດ​ເຍືອງ​ທາງ​ໃຫ້​ແກ່​ການເຄື່ອນໄຫວ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ນັ້ນ​ແມ່ນ​ບາດກ້າວ​ຂະຫຍາຍຕົວ​ທີ່​ສໍາ​ຄັນ​ດ້ານ​ຈິນຕະນາການ​ແນວ​ຄິດ​ທິດ​ສະ​ດີ​ຂອງ​ພັກ.
ເມື່ອ​ການ​ປ່ຽນແປງ​ໃໝ່​ດ້ານ​ຈິນຕະນາການ​ພັກ​ຕ້ອງ​ຕໍ່ສູ້​ພະ​ຍາດ​ຄໍາ​ພີ​ຮັກສາ​ເດີມ, ອັດ​ຕະ​ວິໄສ, ອາລົມ​ຈິດ, ຟ້າວ​ຝັ່ງ​ຫ່າງເຫີນ​ຕົວ​ຈິງ ແລະ ອື່ນໆ.
ກ່ອນ​ອື່ນ​ໝົດ​ຕ້ອງ​ບໍາ​ລຸງ​ສ້າງ​ຈິນຕະນາການ ສັດຈະ​ວິພາກ ຈິນຕະນາການ​ເອກະ ລາດ ເປັນ​ເຈົ້າ​ຕົນ​ເອງ, ປະດິດ​ສ້າງ, ຄິດ​ໃໝ່​ເຮັດ​ໃໝ່ ສໍາ​ເລັດ​ໃໝ່, ເວລາ​ໃດ​ກໍ​ສົມທົບ​ການ​ຄົ້ນຄວ້າ​ທິດ​ສະ​ດີ ກັບ​ການ​ສະຫຼຸບ​ພຶດຕິ​ກໍາ ເລີ່ມ​ຈາກ​ພຶດຕິ​ກໍາ​ເພື່ອ​ໝູນ​ໃຊ້ ແລະ ຂະຫຍາຍ​ລັດທິ​ມາກ​-​ເລ​ນິນ,  ແນວ​ຄິດ ໄກ ສອນ ພົມວິຫານ ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ບໍ່​ຄໍາ​ພີ​ຕາຍ​ຕົວ ສ້າງ ແລະ ຊອກ​ໃຫ້​ເຫັນ​ບັນດາ​ກົດເກນ, ມາດ​ຕະ​ເກນ, ຫຼັກ​ມູນ​ບົດຮຽນ​ທີ່​ດີ​ຈາກ​ລະບອບ​ປະຊາທິປະໄຕ​ປະຊາຊົນ ກ້າວ​ຂຶ້ນ​ສັງຄົມ​ນິຍົມ ໂດຍບໍ່​ຜ່ານ​ລະບອບ​ທຶນ​ນິຍົມ​ຢູ່​ລາວ ສ້າງ​ທິດ​ສະ​ດີ​ວິທະຍາ​ສາດ​-​ສັງຄົມ, ທິດ​ສະ​ດີ​ຂະຫຍາຍຕົວ​ຂອງ​ລາວ​ໃນ​ໄລຍະ​ໃໝ່.
ພັກ​ເຮົາ​ຕ້ອງ​ປ່ຽນແປງ​ທາງ​ດ້ານ​ການຈັດຕັ້ງ​ເພື່ອ​ເຮັດ​ໃຫ້​ກົງຈັກ​ການຈັດຕັ້ງ​ເພື່ອ​ເຮັດ​ໃຫ້ການ​ຈັດ ຕັ້ງ​ຂອງ​ພັກ​-​ລັດ ແຕ່​ເທິງ​ລົງ​ລຸ່ມ ແຕ່​ສູນ​ກາງ​ຮອດ​ຮາກ​ຖານ ແລະ ເໝາະ​ສົມ​ກັບ​ພັກ​ກໍາອໍາ​ນາດ ໃນ​ເງື່ອນໄຂ​ໃໝ່​ທັງ​ສ້າງ​ພັກ​ນໍາ​ພາ​ຢູ່​ທຸກ​ຂົງເຂດ​ວຽກ​ງານ​ທັງ​ພາກ​ລັດ ແລະ ເອກະ​ຊົນ ເພື່ອ​ຫຼີກເວັ້ນ​ຄວາມ​ບົກ​ຜ່ອງ​ໃນ​ການ​ນໍາ​ພາ, ປັບປຸງ​ກົງຈັກ​ໃຫ້​ກະທັດ​ຮັດ, ສົມ​ເຫດ​-​ສົມ​ຜົນ ບໍ່​ຊໍ້າ​ຊ້ອນ​ກັບ​ດ້ານ​ພາລະ​ບົດບາດ, ໜ້າທີ່, ຂອບ​ເຂດ​ສິດ, ຫຼີກເວັ້ນ​ການ​ສ້າງ​ກົງຈັກ​ໃສ່​ຄົນ​ບໍ່​ຄໍາ​ນຶງ​ເຖິງ​ອະນາຄົດ​ຄື: ມີ​ການ​ແຍກ​ອອກ ແລະ ໂຮມ​ເຂົ້າ​  ຂາດ​ການ​ຄິດ ໄລ່​ລະອຽດ ​ການເຄື່ອນໄຫວບໍ່​ມີ​ປະສິດທິພາບ ບໍ່​ມີ​ຄວາມ​ສັກສິດ​ ດັ່ງ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ສະໄໝ​ທີ X ໜຶ່ງ​ໃນ​ນັ້ນ​ແມ່ນ​ປັບປຸງ​ກົງຈັກ​ລັດຖະບານ​ໃຫ້​ກະທັດ​ຮັດ​ສົມ​ເຫດ​ສົມ​ຜົນ.
 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com