Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (13/12/1920-13/12/2020)
(ວັນສ້າງຕັ້ງພັກ 65 ປີ - ວັນສ້າງຕັ້ງ ສປປ ລາວ ຄົບຮອບ 45 ປີ)
ໂດຍ: ບົວວັນ ວິລະສັກ ສະຖາບັນຄົ້ນຄວ້າການເມືອງວິທະຍາ
ຍ້ອນຄວາມຮຽກຮ້ອງ ຕ້ອງການຂອງວຽກງານກໍ່ສ້າງພັກ, ປະທານ ໄກສອນ ພົມວິ ຫານ ຕັກເຕືອນເລື້ອຍໆວ່າ: ຫຼັງຈາກຢຶດອໍານາດການປົກ ຄອງປົດປ່ອຍປະເທດຊາດໄດ້ແລ້ວ ບັນຫາກ່ອນອື່ນໝົດທີ່ຕ້ອງເຮັດກ່ອນໝູ່ ແມ່ນການປັບປຸງປົວແປງພັກ. ພັກຕ້ອງຕີລາຄາໃຫ້ຖືກຕ້ອງທັງ 3 ດ້ານຄື: ການເມືອງ, ແນວຄິດ, ການຈັດຕັ້ງ, ກໍານົດຈະແຈ້ງບັນດາໜ້າທີ່ ແລະ ຄວາມຮຽກຮ້ອງຕ້ອງການຂອງການປະຕິວັດໄລຍະໃໝ່. ຄວາມສະດວກ, ຄວາມຫຍຸ້ງຍາກ, ຈັດວາງສະມາຊິກພັກຮັບຜິດຊອບການເມືອງໃຫ້ເໝາະສົມ, ວາງແນວທາງ, ແຜນນະໂຍບາຍພັດທະນາປະເທດຊາດໃຫ້ຖືກຕ້ອງ ດັ່ງທ່ານປະທານ ໄກສອນ ພົມວິຫານ ໄດ້ແນະນໍາວ່າ: ຕ້ອງກຽມຄວາມພ້ອມ, ຈະແຈ້ງ, ຮອບດ້ານຫຼີກເວັ້ນການຖືກທ່າຮັບ, ຂາດຕົກບົກຜ່ອງ ແລະ ຜິດພາດ ເຮັດໃຫ້ມີຄວາມຊັກຊ້າ ແລະ ມີຄວາມເສຍຫາຍໃຫ້ແກ່ພາລະກິດປະຕິວັດຂອງພັກເຮົາ.
ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກໄດ້ຈໍາແນກວ່າ: ໃນຫຼາຍປີຜ່ານມາ ພວກເຮົາໄດ້ຖືເບົາ ແລະ ມີຄວາມບົກຜ່ອງໃນວຽກງານກໍ່ສ້າງພັກ. ຍ້ອນແນວນັ້ນ ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຈຶ່ງກໍານົດເອົາແນວຄິດປະທານ ໄກສອນ ພົມວິຫານ ເປັນພື້ນຖານທາງດ້ານແນວຄິດທິດສະດີຂອງພັກ ເປັນເຂັມທິດເຍືອງທາງຂອງການປະຕິວັດໃນໄລຍະໃໝ່, ຍ້ອນແນວນັ້ນແນວຄິດປະທານ ໄກສອນ ພົມວິຫານ ກ່ຽວກັບການກໍ່ສ້າງພັກ ບໍ່ໄດ້ຮັບການເອົາໃຈໃສ່ປະຕິບັດການປັບປຸງປົວແປງພັກ ໃນຊຸມປີມໍ່ໆມານີ້ ບໍ່ທັນໄດ້ຮັບການເອົາໃຈໃສ່ເທົ່າທີ່ຄວນ, ເຮັດໄດ້ແຕ່ຮູບການ, ບໍ່ເລິກເຊິ່ງ ເຮັດບໍ່ທັນໄດ້ດີຕາມການຕັກເຕືອນ ຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: ວຽກທີ່ຈະເຮັດກ່ອນໝູ່ໝົດແມ່ນການປັບປຸງປົວແປງພັກ.
ກ້າວເຂົ້າສູ່ໄລຍະໃໝ່ ຂອງການປະຕິວັດ, ແນວຄິດປະທານ ໄກສອນ ພົມວິຫານ ກ່ຽວກັບວຽກງານກໍ່ສ້າງພັກ ໄດ້ຮັບການຄົ້ນຄວ້າ ແລະ ນັບມື້ໄດ້ຮັບການເຊື່ອມຊືມ ພັກປະຊາຊົນປະຕິວັດລາວໄດ້ກໍານົດແຈ້ງ ການຂະຫຍາຍເສດຖະກິດເປັນໃຈກາງ, ການກໍ່ສ້າງພັກເປັນໜ້າທີ່ກຸນແຈ, ພັກຕ້ອງປ່ຽນແປງໃໝ່ ແລະ ປັບປຸງປົວແປງຕົນເອງຢູ່ເລື້ອຍໆ ເພື່ອປະຕິບັດໜ້າທີ່ຂໍກຸນແຈດັ່ງກ່າວນັ້ນ, ໄດ້ກໍານົດທິດທາງ ໃຫ້ແກ່ການນໍາໃນສະພາວະຢຸດສະງັກ, ຈຸດອ່ອນໃນວຽກງານກໍ່ສ້າງພັກ, ພວກເຮົາຄວນກໍາແໜ້ນ ແລະ ມີສະຕິສໍານຶກສະເໝີວ່າ: ສະມາຊິກພັກສະຫາຍໃດບໍ່ຮູ້ຈຸດອ່ອນ ແລະ ຂໍ້ຂາດຕົກບົກຜ່ອງຂອງຕົນເອງ ບໍ່ຮູ້ປັບປຸງກໍ່ສ້າງດ້ວຍຕົນເອງ ແມ່ນສະມາຊິກພັກຜູ້ນັ້ນຈະໄດ້ຊຸດໂຊມ ແລະ ປະລາໄຊໃນທີ່ສຸດ.
4. ລັດທິມາກ-ເລນິນ ແມ່ນທິດສະດີການປະຕິວັດ ແລະ ວິທະຍາສາດ.
ລັດທິມາກ-ເລນິນ ແມ່ນທິດສະດີ ທີ່ຄົ້ນຄວ້າກ່ຽວກັບກົດເກນລວມແຫ່ງການກໍາເນີດ, ຄົງຕົວ ແລະ ຂະຫຍາຍຕົວຂອງທໍາມະຊາດ-ສັງຄົມ ແລະ ຈິນຕະນາການ. ທັງແມ່ນທິດສະດີປະຕິວັດຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານທີ່ກ້າວໜ້າໃນໂລກ, ເປັນວິທະຍາສາດກ່ຽວກັບການສ້າງສັງຄົມນິຍົມ ແລະ ກອມມູນິດ ນິຍົມ. ແມ່ນກົດເກນ ແລະ ໝາກຜົນລວມຍອດທາງດ້ານສະຕິປັນຍາຂອງມວນມະນຸດ. ເລນິນໄດ້ສອນໄວ້ວ່າ: (ລັດທິມາກ-ເລນິນບໍ່ແມ່ນຄໍາພີ) ແມ່ນທິດນໍາໃນການເຄື່ອນໄຫວຕົວຈິງຂອງມະນຸດ.
ລັດທິມາກ-ເລນິນ ແມ່ນທິດສະດີປະຕິວັດ ແລະ ວິ ທະຍາສາດຂອງຊົນຊັ້ນກໍາມະກອນ ແລະ ຊາວກໍາມາຊີບ ທີ່ກ້າວໜ້າໃນໂລກ ລັກສະນະປະຕິວັດຂອງທິດສະດີມາກ-ເລນິນສະແດງອອກ ດັ່ງນີ້:
ກ). ທິດສະດີມາກ-ເລນິນ ບໍ່ພຽງແຕ່ການຮັບຮູ້ໂລກ ທໍາມະຊາດ-ສັງຄົມ ແລະ ຈິນຕະນາການເທົ່ານັ້ນ, ແຕ່ສໍາຄັນຍັງແມ່ນການດັດສ້າງໂລກ ເພື່ອຮັບໃຊ້ຜົນປະໂຫຍດຂອງມວນມະນຸດ ເປັນຕົ້ນແມ່ນເພື່ອຜົນປະໂຫຍດຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ.
ຂ). ທິດສະດີມາກ-ເລນິນ ບໍ່ແມ່ນທິດສະດີສົມບູນ, ຕໍາລາ, ຄໍາພີຕາຍຕົວ ແລະ ແຂງກະດ້າງ, ແຕ່ແມ່ນລະບົບ ທິດສະດີທີ່ກໍາເນີດ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍຜ່ານພຶດຕິກໍາຜະລິດວັດຖຸ ສິ່ງຂອງ, ພຶດຕິກໍາແຫ່ງການປ່ຽນແປງດ້ານການເມືອງ-ສັງຄົມ ແລະ ພຶດຕິກໍາແຫ່ງການຂະຫຍາຍຕົວ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ.
ຄ). ທິດສະດີມາກ-ເລນິນ ເປັນລັກສະນະວິທະຍາສາດຊຶ່ງສະແດງອອກດັ່ງນີ້:
+ ທິດສະດີມາກ-ເລນິນ ໄດ້ສ່ອງແສງເຖິງບັນດາກົດເກນ ພາວະວິໄສ ຂອງທໍາມະຊາດ-ສັງຄົມ ແລະ ຈິນຕະນາການຢ່າງຖືກຕ້ອງ ໂດຍອີງໃສ່ຜົນສໍາເລັດ ຂອງບັນດາຂະແໜງການວິທະຍາສາດ.
+ ທິດສະດີມາກ-ເລນິນ ໄດ້ສັງເກດຕີລາຄາ ສິ່ງວັດຖຸ ແລະ ປະກົດການຕ່າງໆ ຫຼື ເບິ່ງໂລກຢູ່ໃນສາຍກ່ຽວພັນແບບກາຍອິນຊີ; ພິຈາລະນາແກ້ໄຂສິ່ງວັດຖຸຢູ່ໃນທ່າເຄື່ອນເໜັງ ແລະ ຂະຫຍາຍຕົວ; ຊອກຮູ້ຂໍ້ຂັດແຍ່ງຢູ່ໃນສິ່ງວັດຖຸ ແລະ ວິທີການແກ້ໄຂຂໍ້ຂັດແຍງນັ້ນຢ່າງຖືກຕ້ອງ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com