Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
( ເນື່ອງໃນໂອກາດຮັບຕ້ອນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX
ແລະ ສະພາທ້ອງຖິ່ນຊຸດທີ II ວັນທີ 21 ກຸມພາ 2021 )
ໂດຍ: ທ່ານ ບົວວັນ ວິລະສັກ
ສະຖາບັນຄົ້ນຄວ້າການເມືອງວິທະຍາ
ລັດທິມາກ-ເລນິນ ແມ່ນມີບົດບາດສໍາຄັນທີ່ສຸດໃນລະບອບສັງຄົມນິຍົມເວົ້າລວມ, ເວົ້າສະເພາະຢູ່ ສປປ ລາວ ແລະ ບັນດາປະເທດກໍາລັງພັດທະນາກ້າວຂຶ້ນສັງຄົມນິຍົມຢູ່ປະເທດເຮົາກໍາລັງບູລະນະລະບອບປະຊາທິປະໄຕປະຊາຊົນເພື່ອກ້າວເຂົ້າສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວ.
ທັດສະນະຂອງມາກ-ເລນິນ ແນວຄິດປະທານ ໄກສອນ ພົມວິຫານ ກ່ຽວກັບການສ້າງລະບອບປະຊາທິປະໄຕຢູ່ລາວແມ່ນໜຶ່ງໃນສັນຍາລັກທີ່ພົ້ນເດັ່ນທີ່ສຸດທີ່ສ່ອງແສງເຖິງຄວາມປີຊາສາມາດຂອງປະທານ ໄກສອນ ພົມວິ ຫານ ແມ່ນເພິ່ນເປັນຜູ້ນຳທີ່ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບສະພາບຄວາມເປັນຈິງຂອງປະເທດຊາດ ມີຈິດໃຈເອກະ ລາດເປັນເຈົ້າຕົນເອງ ແລະ ມີຫົວຄິດປະດິດສ້າງໃນການໝູນໃຊ້ຫຼັກມູນທິດສະດີ ແລະ ບົດຮຽນຂອງປະເທດຕ່າງໆ ເຂົ້າກັບເງື່ອນໄຂຕົວຈິງຂອງປະເທດເຮົາ, ບໍ່ວ່າຍາມໃດ ເພິ່ນກໍອອກແຮງຄົ້ນຄວ້າບັນດາຫຼັກມູນຂອງທິດສະດີມາກ-ເລນິນ, ທິດສະດີວິທະຍາສາດອື່ນໆ ແລະ ບົດຮຽນຂອງປະເທດຕ່າງໆ ເພື່ອມາໝູນໃຊ້ເຂົ້າກັບເງື່ອນໄຂຕົວຈິງຢ່າງມີ ຫົວ ຄິດ ປະດິດສ້າງ, ຈະແມ່ນທິດສະດີ ຫຼື ບົດຮຽນອັນໃດກໍດີ ຈະມີຄຸນປະໂຫຍດໄດ້ກໍຕໍ່ເມື່ອເຮົາຮູ້ໝູນໃຊ້ມັນຖືກ ກັບຈຸດພິເສດ ແລະ ສະພາບຕົວຈິງຂອງລາວເຮົາ. ສະນັ້ນ, ເພິ່ນຈິ່ງເລັ່ງທວງສະເໜີວ່າຈະເຮັດຫຍ້ງກໍຕາມ, ຈະຢູ່ໃສ່ກໍດີ, ກ່ອນອື່ນໝົດຕ້ອງເລີ່ມຕົ້ນດ້ວຍການຄົ້ນຄວ້າກຳແໜ້ນສະພາວະຄວາມເປັນຈິງຂອງປະເທດຕົນ, ທ້ອງ ຖິ່ນຂະ ແໜງການຕົນ, ກົມກອງຕົນ, ແຂວງຕົນ, ຄອບຄົວຂອງຕົນເອງໃຫ້ເປັນໄປຕາມຕົວແບບບົດ ຮຽນຂອງຜູ້ອື່ນ, ບ່ອນອື່ນ ແລະ ຕ້ານຄວາມຄິດອັດຕະວິໄສຂອງຕົນ.
ຍ້ອນມີການຮັບຮູ້ຢ່າງເລິກເຊິ່ງ, ຖືກຕ້ອງກ່ຽວກັບສະພາວະຄວາມເປັນຈິງໃນແຕ່ລະດ້ານຂອງປະເທດຊາດ, ໄດ້ເຊີດຊູຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ມີຄວາມປະດິດສ້າງນີ້ເອງຈຶ່ງເປັນໜຶ່ງໃນສາເຫດຕົ້ນຕໍນຳພາພາ ລະກິດການຕໍ່ສູ້ປົດປ່ອຍຊາດໄປເຖິງໄຊຊະນະອັນສົມບູນປີ 1975 ນຳພາປະເທດຊາດເຂົ້າສູ່ໄລຍະໃໝ່, ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມເສັ້ນທາງບຸລະນະລະບອບປະຊາທິປະໄຕ ໄປສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວ.
ໃນໄລຍະໃໝ່ຂອງການປະຕິວັດປະທານ ໄກສອນ ພົມວິຫານ ໄດ້ເປັນເຈົ້າການຮ່ວມກັບໝູ່ຄະນະນຳພາປັບ ປຸງບູລະນະແນວທາງ, ແຜນນະໂຍບາຍຂອງພັກເຮົາໃຫ້ນັບມື້ສອດຄ່ອງ ໄດ້ກຳນົດຢ່າງຖືກຕ້ອງ ກ່ຽວກັບລັກສະນະ ຂອງການປະຕິວັດ ໃນໄລຍະໃໝ່ວ່າ: ແມ່ນໄລຍະບູລະນະລະບອບປະຊາທິປະໄຕປະຊາຊົນ ສ່ວນຈຸດໝາຍສັງຄົມນິ ຍົມນັ້ນແມ່ນຈຸດໝາຍຍາວນານ. ຈາກນັ້ນ ພັກເຮົາຈຶ່ງໄດ້ວາງແນວທາງແຫ່ງການສືບຕໍ່ສ້າງ ແລະ ຂະຫຍາຍລະບອບ ປະຊາທິປະໄຕປະຊາຊົນ ສ້າງປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ.
ໂດຍເລີ່ມຈາກການກຳນົດແນວທາງ, ແຜນນະໂຍບາຍຢ່າງຖືກຕ້ອງ, ສອດຄ່ອງຂອງລະບອບປະຊາທິປະໄຕ ປະຊາຊົນ ປະທານ ໄກສອນ ພົມວິຫານ ໃນຖານະຜູ້ກໍ່ສ້າງລັດປະຊາທິປະໄຕ ປະຊາຊົນ ໄດ້ໃຫ້ທັດສະນະພື້ນຖານ ແລະ ແນວຄິດຊີ້ນຳອັນຈະແຈ້ງກ່ຽວກັບລັດແຫ່ງກົດໝາຍ ແລະ ການກໍ່ສ້າງກົດໝາຍໃນເງື່ອນໄຂ ຂອງລະບອບປະ ຊາທິປະໄຕປະຊາຊົນ, ທັດສະນະ ແລະ ແນວຄິດຊີ້ນຳຂອງເພິ່ນກ່ຽວກັບບັນຫາດັ່ງກ່າວ. ອາດຈະສະແດງອອກ ໃນບັນດາເອກະສານທາງການຂອງພັກ-ລັດ. ແຕ່ບ່ອນທີ່ສະແດງອອກຢ່າງລວມສູນທີ່ສຸດ ແມ່ນໃນບົດຄຳເຫັນຂອງ ເພິ່ນ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ VII, ໃນວັນທີ 24 ທັນວາ 1991. ແນວຄິດຊີ້ນໍາອັນຈະແຈ້ງ ຂອງເພິ່ນກ່ຽວກັບການສ້າງລັດແຫ່ງກົດໝາຍ ແລະ ການສ້າງກົດໝາຍໃນເງື່ອນໄຂຂອງລະບອບປະຊາທິປະໄຕ ເພື່ອສະເໜີຕໍ່ກອງປະຊຸມໃຫຍ່ຄື:
1). ກ່ຽວກັບລັດແມ່ນລັດປະຊາທິປະໄຕ ປະຊາຊົນ ແລະ ລັດທີ່ເປັນຕົວແທນທີ່ແທ້ຈິງແຫ່ງຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ, ມັນແມ່ນລັດທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງປະ ຊາຊົນບັນດາເຜົ່າ. ບັນດາການຈັດຕັ້ງໃນລະບົບການເມືອງແມ່ນມີພັກປະຊາຊົນປະຕິວັດລາວເປັນແກນນຳ, ໃນລະ ບອບປະຊາທິປະໄຕຂອງພວກເຮົາ, ສິດເປັນເຈົ້າປະເທດຊາດ ແລະ ປະຊາທິປະໄຕ ປະຊາຊົນ ຈະໄດ້ຮັບການ ເສີມຂະຫຍາຍຢ່າງສຸດຂີດໄປພ້ອມກັບການເພີ່ມທະວີ ສະຕິຕໍ່ລະບຽບວິໄນ ແລະ ຂໍ້ກຳນົດກົດໝາຍ ຂອງ ບ້ານເມືອງ, ກົງຈັກຂອງລັດຕ້ອງກະທັດຮັດພໍດີ ແລະ ມີຄຸນະພາບ, ມີການກຳນົດແຈ້ງກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະອົງການ ປະຕິບັດຫຼັກການລວມສູນເປັນເອກະພາບສົມທົບກັບການເຊີດຊູບົດບາດ ການນຳ ພາຂອງຄະນະພັກ ແລະ ຄວາມຮັບຜິດຊອບຂອງອຳນາດການປົກຄອງຢ່າງຖືກຕ້ອງ, ສຳຄັນແມ່ນວິທີ ຊອກຫາ ຈຸດອ່ອນທີ່ປ່ຽນແປງຍາກໆຊອກທິດທາງ, ວິທີການແກ້ໄຂຢ່າງເດັດຂາດພະຍາດອາດຍາສິດ, ປະກົດການລ່ວງອຳ ນາດ, ຂົ່ມຂູ່ປະຊາຊົນ, ການສໍ້ລາດບັງຫຼວງ, ຄວາມລະເລິງເລີ່ມຂາດຄວາມຮັບຜິດຊອບ ແລະ ປະກົດການ ຫຍໍ້ທໍ້ອື່ນໆທີ່ມັກເກີດຂຶ້ນຢູ່ໃນການຈັດຕັ້ງ ແລະ ສັງຄົມ.
2). ການສ້າງລັດທີ່ຄຸ້ມຄອງດ້ວຍລະບຽບກົດໝາຍ.
ສ້າງລັດປະຊາທິປະໄຕ ປະຊາຊົນລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ ໃຫ້ສອດ ຄອງກັບຈຸດພິເສດທາງດ້ານເສດຖະກິດ-ສັງຄົມຂອງ ສປປລາວ ໃຫ້ຄົນລາວເຮົາເປັນຄົນພັດທະນາທາງດ້ານຄວາມຮູ້, ຄວາມສາມາດ, ວັດທະນາທຳ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າໃຫ້ດີຂຶ້ນເລື້ອຍໆທັງນີ້ກໍຍ້ອນວ່າ:
- ລັດທີ່ປົກຄອງດ້ວຍກົດໝາຍແມ່ນລັດທີ່ຖືກົດໝາຍສູງກວ່າສິ່ງໃດໆ ແລະ ສະຕິເຄົາລົບກົດໝາຍຂອງພົນ ລະເມືອງລາວທຸກຄົນເພື່ອໃຫ້ມີຄວາມຊິນເຄີຍໃນຊີວິດປະຈຳວັນ. ເວົ້າອີກຢ່າງໜຶ່ງ, ລັດທີ່ປົກຄອງດ້ວຍກົດ ໝາຍ ແມ່ນລັດທີ່ໄດ້ປະຕິບັດພັນທະຕໍ່ພົນລະເມືອງ ແລະ ພົນລະເມືອງກໍປະຕິບັດພັນທະຕໍ່ລັດຢ່າງຄົບຖ້ວນ. ດ້ວຍເຫດ ນັ້ນ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຈຶ່ງຕ້ອງຜ່ານຂະບວນວິວັດອັນຍາວນານໂດຍຂຶ້ນກັບລະດັບການຂະ ຫຍາຍ ຕົວທາງດ້ານເສດຖະກິດວັດທະນະທຳ-ສັງຄົມ ຂອງປະເທດ, ຂຶ້ນກັບລະດັບຄວາມຮູ້ຄວາມຕື່ນຕົວທາງ ການເມືອງຂອງປະຊາຊົນ ພົນລະເມືອງ ແລະ ເງື່ອນໄຂອື່ນໆ.
- ຢູ່ໃນໂລກປັດຈຸບັນ ບໍ່ທັນມີປະເທດໃດໜຶ່ງທີ່ກາຍເປັນລັດແຫ່ງກົດໝາຍທີ່ສົມບູນແບບຈະແມ່ນປະເທດ ຝຣັ່ງ, ອັງກິດ, ຈີນ ແລະ ລັດທີ່ປົກຄອງດ້ວຍກົດໝາຍໃນລະດັບສູງກວ່າໝູ່ກໍຍັງບໍ່ທັນເປັນລັດທີ່ປົກຄອງ ດ້ວຍ ກົດໝາຍຢ່າງສົມບູນເທື່ອ, ທັງໆທີ່ວ່າພວກເຂົາໄດ້ສ້າງມາແລ້ວຫຼາຍຮ້ອຍປີມາແລ້ວກໍ່ຕາມ. ບັນດາປະເທດໄປຕາມ ເສັ້ນ ທາງສັງຄົມນິຍົມກໍບໍ່ມີປະເທດໃດເປັນລັດທີ່ປົກຄອງດ້ວຍກົດໝາຍຢ່າງເດັດຖານເທື່ອ.
ສຳລັບປະເທດເຮົາ ປະຊາຊົນພົນລະເມືອງເຮົາຈຳນວນໜຶ່ງຍັງບໍ່ທັນເຂົ້າໃຈກ່ຽວກັບຈຸດພິເສດຂອງສັງຄົມ ລາວ ແລະ ສະພາບຄວາມເປັນຈິງຂອງປະເທດຊາດຢ່າງເລີກເຊິ່ງ ໃນສະໄໝເຊື່ອມໂຍງສາກົນ ແລະ ພາກພື້ນນີ້ ໃນເວລາດຽວກັນນັ້ນຊໍ້າພັດຖືກຜົນສະທ້ອນຈາກສະພາບພາຍໃນ ແລະ ສາກົນ ຍ້ອນວ່າເຕັກນິກວິທະຍາສາດ ນັບມື້ນັບກ້າວໜ້າຂະຫຍາຍຕົວ, ທັນສະໄໝເລື່ອຍໆ ຈາກນັ້ນຈຶ່ງມີທັດສະນະຮ້ອນຮົນຟ້າວຟັງ, ຢາກສ້າງ ແລະ ຮັບຮອງເອົາກົດໝາຍອອກເປັນຈຳນວນຫຼາຍໂດຍຄິດວ່າມີກົດໝາຍອອກຫຼາຍແລ້ວຈະກາຍເປັນລັດທີ່ປົກຄອງດ້ວຍກົດໝາຍໂດຍໄວ.
3). ທັດສະນະຂອງພັກ ປະທານ ໄກສອນ ພົມວິຫານ ໄດ້ໃຫ້ທັດສະນະວ່າ: ກ່ອນອື່ນໝົດພວກເຮົາຕ້ອງ ຮັບຮູ້ແຈ້ງວ່າ ປະເທດເຮົາຍັງບໍ່ທັນເປັນສັງຄົມນິຍົມ ແລະ ກໍບໍ່ແມ່ນທຶນນິຍົມ ພວກເຮົາຍັງຢູ່ໃນໄລຍະຂອງລະບອບ ປະຊາທິປະໄຕ ປະຊາຊົນ. ສະນັ້ນ, ການຈະສ້າງກົດໝາຍໃດກໍຕາມ ພວກເຮົາຕ້ອງອີງໃສ່ຈຸດພິເສດດັ່ງກ່າວພວກເຮົາ ບໍ່ປະຕິເສດວ່າ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍນັ້ນແມ່ນຈຸດໝາຍອັນຍາວນານຂອງພວກເຮົາ ເຊິ່ງຕ້ອງເລີ່ມ ຈາກຕໍ່າຫາສູງເຮັດເທື່ອລະກ້າວຢ່າງໝັກແໜ້ນ ໂດຍສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງການພັດທະ ນາເສດຖະກິດ-ສັງຄົມຂອງປະເທດຊາດ ມາກຂຽນວ່າ: “ກົດໝາຍແມ່ນການສະແດງອອກຂອງມານະຈິດຂອງຊົນ ຊັ້ນປົກຄອງທີ່ເປັນລາຍລັກອັກສອນ”, ໝາຍຄວາມວ່າ: “ກົດໝາຍຂອງລະບອບໃດ? ກໍຕ້ອງສ່ອງແສງເຖິງມານະ ຈິດຂອງຊົນຊັ້ນປົກຄອງໃນລະບອບນັ້ນ” ກົດໝາຍຂອງພວກເຮົາ ( ສປປລາວ ) ກໍຕ້ອງສ່ອງແສງໃຫ້ເຫັນເຖິງລັກ ສະນະຊົນຊັ້ນ, ລັກສະນະຊາດ ແລະ ລັກສະນະປະຊາຊົນຂອງລັດພວກເຮົາ. ສະນັ້ນ, ກົດໝາຍຕ້ອງສ່ອງແສງ ຢ່າງຈະແຈ້ງເຖິງໜ້າທີ່ການເມືອງຂອງພັກ, ເຖິງຄວາມມຸ່ງມາດປາຖະໜາຂອງປະຊາຊົນເຜົ່າຕ່າງໆ ແລະ ເປັນສິ່ງເສີມ ສ້າງຄວາມສັກສິດແຫ່ງການຄຸ້ມຄອງລັດດ້ວຍກົດໝາຍ.
ຕ້ອງກຳແໜ້ນສະພາວະຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດຊາດ ລວມເຖິງຮອດຮີດ ຄອງປະເພນີ ແລະ ຈິດຕະສາດຂອງປະຊາຊົນເຜົ່າຕ່າງໆ. ໝາຍຄວາມວ່າການສ້າງກົດໝາຍຕ້ອງເລີ່ມແຕ່ຕໍ່າຫາສູງ, ສອດຄ່ອງກັບລະດັບຂະຫຍາຍຕົວທາງດ້ານເສດຖະກິດ-ວັດທະນາທຳ, ຄວາມຮູ້ ແລະ ຊີວິດການເປັນຢູ່ຂອງປະຊາ ຊົນ ສິ່ງສຳຄັນໃນນີ້ແມ່ນສ້າງກົດໝາຍອອກມາແລ້ວປະຊາຊົນຈະຮັບໄດ້ບໍ່?
ທ່ານມາກ ຂຽນວ່າ: ກົດໝາຍບໍ່ມີຍາມໃດຈະຢູ່ເໝືອກວ່າລະບອບເສດຖະກິດ ແລະ ລະດັບການຂະ ຫຍາຍ ຕົວທາງດ້ານເສດຖະກິດສັງຄົມ.
ກົດໝາຍຕ້ອງສົມຄູ່ກັບຮູບຖານເສດຖະກິດ, ວັດທະນາທຳ-ສັງຄົມ, ກົດໝາຍຂະຫຍາຍຕົວຕາມກົດເກນ ແຕ່ຕໍ່າຫາສູງໄປຄຽງຄູ່ກັບການຂະຫຍາຍຕົວຂອງເສດຖະກິດວັດທະນາທຳ-ສັງຄົມ. ດ້ວຍເຫດນີ້ເອງໃນຫຼາຍປະເທດ ທີ່ບໍ່ມີຄວາມສາມາດໃຊ້ກົດໝາຍ (ຍ້ອນເງື່ອນໄຂບໍ່ທັນສຸກງອມ) ເຂົາເຈົ້າກໍປົກຄອງກັນດ້ວຍຮີດຄອງ, ດ້ວຍທຳ ນຽມປະເພນີ, ດ້ວຍຂໍ້ບັງຄັບທາງດ້ານສິນທຳ ແລະ ຄຸນສົມບັດ, ດ້ວຍສາສະໜາ ຫຼື ດ້ວຍອິດທິພົນຂອງບຸກຄົນ ສຳຄັນ. ສະນັ້ນ, ຈຶ່ງບໍ່ເປັນເລື່ອງແປກ ແຕ່ປະການໃດທີ່ວ່າຮອດທຸກມື້ນີ້ ປະເທດອັງກິດ ກໍບໍ່ມີລັດຖະທຳມະນູນເປັນ ຂອງປະເທດຕົນ.
ປະທານ ໄກສອນ ພົມວິຫານ ໄດ້ຊີ້ແຈງຕື່ມວ່າ: ການສ້າງກົດໝາຍຕ້ອງເລີ່ມແຕ່ຕໍ່າຫາສູງ ໝາຍຄວາມວ່າ: ພວກເຮົາຕ້ອງຄຳນຶງເຖິງແຕ່ລະກໍລະນີວ່າອັນໃດຈະວາງເປັນກົດໝາຍໄດ້ ແລະ ອັນໃດບໍ່ທັນເໝາະທີ່ຈະເຮັດເປັນ ກົດໝາຍ ໂດຍທົ່ວໄປແລ້ວການຈະສ້າງກົດໝາຍຈະເລີ່ມດ້ວຍ (ຂໍ້ກໍານົດໃຕ້ກົດໝາຍ) ທີ່ມີຜົນບັງຄັບໃຊ້ ເໝືອນ ກັນກັບກົດໝາຍເຊັ່ນ: ມະຕິຕົກລົງຂອງພັກ, ລັດຖະດຳລັດຂອງປະທານປະເທດ, ດໍາລັດນາຍົກ, ແຈ້ງການ, ລະບຽບການ, ຄຳສັ່ງ, ຂໍ້ກຳນົດ, ດຳລັດທີ່ປະກາດໃຊ້ໂດຍບຸກຄົນຜູ້ທີ່ມີອຳນາດຂັ້ນຕ່າງໆ ຈາກນັ້ນ, ຈຶ່ງສັງເກດເບິ່ງ ວ່າມີຂໍ້ກຳນົດໃຕ້ກົດໝາຍອັນໃດແດ່ທີ່ສາມາດສ້າງເປັນກົດໝາຍໄດ້ໂດຍຂຶ້ນກັບເງື່ອນໄຂສຸກງອມຂອງມັນ.
ການສ້າງກົດໝາຍຕ້ອງໄປຄຽງຄູ່ກັບການເສີມຂະຫຍາຍປະຊາທິປະໄຕ ເພາະວ່າກ່ອນຈະສ້າງກົດໝາຍ ໃດໜຶ່ງຂຶ້ນກໍຕ້ອງມີຄະນະກະກຽມຮ່າງກົດໝາຍນັ້ນຂຶ້ນ, ຄະນະນີ້ຈະປະກອບດ້ວຍບັນດານັກວິຊາການທີ່ຊ່ຽວ ຊານ ໃນບັນຫາທີ່ຈະກຳນົດໄວ້ໃນກົດໝາຍນັ້ນ ແລະ ນັກກົດໝາຍຈຳນວນໜຶ່ງ, ບຸກຄົນເຫຼົ່ານັ້ນຕ້ອງເປັນຜູ້ທີ່ກຳ ແໜ້ນແນວ ທາງແຜນນະໂຍບາຍຂອງພັກ, ກຳແໜ້ນສະພາວະຄວາມເປັນຈິງຂອງປະເທດຊາດ, ທັງມີຄວາມຮູ້ດ້ານ ວິຊາ ການ, ມີຄວາມຮູ້ ແລະ ບົດຮຽນຈາກພຶດຕິກຳ ໝາຍຄວາມວ່າຕ້ອງໄດ້ຜ່ານວຽກງານຕົວຈິງມາຫຼາຍສົມຄວນ.
ຕ້ອງເສີມຂະຫຍາຍປະຊາທິປະໄຕ ໃນການສ້າງກົດໝາຍຢາກໃຫ້ກົດໝາຍແທດກັບຕົວຈິງ, ສ່ອງແສງໄດ້ ມານະຈິດ, ສອດຄ່ອງກັບຜົນປະໂຫຍດ, ຄວາມມຸ້ງມາດປາຖະໜາ ແລະ ເໝາະກັບຄວາມສາມາດປະ ຕິບັດຂອງ ປະຊາຊົນກ່ຽວກັບກົດໝາຍນັ້ນ ໝາຍຄວາມວ່າກ່ອນຈະຮັບຮອງເອົາກົດໝາຍ ປະກາດໃຊ້ກົດໝາຍໃດໜຶ່ງກໍ ຕ້ອງຜ່ານການທາບທາມຄວາມຄິດຄວາມເຫັນຂອງປະຊາຊົນ, ຊົ້ນຄົນຕ່າງໆເສຍກ່ອນ, ຫາກບໍ່ແມ່ນຈະເຮັດແຕ່ໃນ (ວົງແຄບ) ຂອງນັກວິຊາການ ຫຼື ກຳມາທິການກົດໝາຍຂອງສະພາແຫ່ງຊາດເທົ່ານັ້ນ.
ທັດສະນະພື້ນຖານ ແລະ ແນວຄິດ ຊີ້ນຳຂອງປະທານ ໄກສອນ ພົມວິຫານ ທີ່ກ່າວມາຂ້າງເທິ່ງນັ້ນ ໄດ້ເປັນເຂັມຊີ້ທິດເຍື່ອງທາງໃຫ້ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ການສ້າງກົດໝາຍໃນເງື່ອນໄຂ ລະບອບ ປະຊາທິປະໄຕ ປະຊາຊົນ ຂອງປະເທດເຮົາ. ສະນັ້ນ, ພາຍຫຼັງສະຖາປະນາ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ເປັນຕົ້ນມາໂດຍສະເພາະ ແມ່ນນັບແຕ່ກອງປະຊຸມໃຫຍ່ຄັ້ງທີ່ IV ຂອງພັກປປລາວ ປີ1986 ພັກໄດ້ວາງແນວທາງປ່ຽນແປງໃໝ່ທາງດ້ານເສດຖະກິດ ແລະ ໄດ້ຮັບການປັບປຸງບຸລະນະແນວທາງປ່ຽນແປງ ໃໝ່ທາງດ້ານເສດຖະກິດໃຫ້ເປັນແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານ ທີ່ມີຫຼັກການຂອງພັກ ໃນກອງປະ ຊຸມໃຫຍ່ຄັ້ງທີ່ V ຂອງພັກ ປີ 1991, ຊຶ່ງໃນນີ້ກອງປະຊຸມໃຫຍ່ຄັ້ງທີ V ຂອງພັກໄດ້ກຳນົດແຈ້ງເຖິງການ ປ່ຽນແປງໃໝ່ລະບົບການເມືອງ ໂດຍໄດ້ເນັ້ນໜັກວ່າ “ການປ່ຽນແປງໃໝ່ລະບົບການເມືອງ” ບໍ່ໝາຍຄວາມວ່າຕ້ອງ ປ່ຽນລະບອບການເມືອງນີ້ໄປສູ່ລະບອບການເມືອງອື່ນແຕ່ຫາກແມ່ນການບຸລະນະກົງຈັກການຈັດຕັ້ງຂອງລະບົບ ການເມືອງປະຊາທິປະໄຕ ປະຊາຊົນ ແລະ ປ່ຽນແປງໃໝ່, ແບບແຜນວິທີການເຄື່ອນໄຫວບົນພື້ນ ຖານການກໍານົດພາລະບົດບາດ, ຄວາມອາດສາມາດນຳພາຂອງພັກ. ເຊີດຊູຄວາມສັກສິດໃນການຄຸ້ມຄອງ, ອຳນວຍຄວບຄຸມຂອງອົງການລັດ ພ້ອມກັນນີ້ກໍເສີມຂະຫຍາຍບົດບາດຂອງບັນດາອົງການຈັດຕັ້ງມະຫາຊົນ ເຮັດໃຫ້ທົ່ວລະບົບການເມືອງ ແລະ ແຕ່ລະອົງປະກອບຂອງມັນເຄື່ອນໄຫວຢ່າງຖືກຕ້ອງຕາມພາລະບົດບາດຂອງຕົນ ແລະ ມີການປະສານສົມທົບຢ່າງສອດຄ່ອງ ແລະ ມີປະສິດທິຜົນດີ.
ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການແຫ່ງການປ່ຽນແປງໃໝ່ທາງດ້ານເສດຖະກິດ-ວັດທະນາທຳ ມັນມີຄວາມຈຳເປັນທີ່ປະເທດຊາດຂອງພວກເຮົາຈະຕ້ອງໄດ້ກ້າວຂຶ້ນສູ່ການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ດ້ວຍກົດໝາຍ, ມີລັດຖະທໍາມະນູນເປັນບ່ອນອີງ ແລະ ພື້ນຖານມີຄວາມເປັນເອກະພາບເຊິ່ງເນື້ອແທ້ແມ່ນການສ້າງລັດແຫ່ງກົດໝາຍ ກອງປະຊຸມຄັ້ງທີVI ຊຸດທີ II ຂອງສະພາປະຊາຊົນສູງສຸດ ໃນວັນທີ13-15 ສິງຫາ 1991 ຈຶ່ງໄດ້ຮັບຮອງເອົາລັດຖະທໍາມະນູນ ສະບັບທໍາອິດຂອງລະບອບປະຊາທິປະໄຕ ປະຊາຊົນ ແລະ ໄດ້ປະກາດໃຊ້ໃນວັນທີ 15 ສິງຫາ 1991 ເຊິ່ງເປັນຂີດໝາຍທາງດ້ານການເມືອງ ທີ່ສຳຄັນຕໍ່ຊາດ ແລະ ສາກົນ, ມັນແມ່ນການຮັບຮູ້ສິດແຫ່ງຄວາມເປັນເອກະລາດ, ອິດສາລະພາບ ຢ່າງແທ້ຈິງຂອງຊາດລາວເຮົາ.
ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ V ໄດ້ພິຈາລະນາຮັບຮອງເອົາລັດຖະທຳ ມະນູນສະບັບປັບປຸງ, ເຊິ່ງພວກເຮົາໄດ້ດຳເນີນການປັບປຸງບາງມາດຕາຂອງກົດໝາຍພື້ນຖານຂອງຊາດໃຫ້ຖືກຕ້ອງ, ສອດຄ່ອງ, ແທດເໝາະກັບແນວທາງປ່ຽນແປງໃໝ່ ແລະ ສະພາບຄວາມເປັນຈິງກວ່າເກົ່າ.
ລັດຖະທຳມະນູນແຫ່ງ ສປປລາວ ແມ່ນລັດຖະທຳມະນູນຂອງລະບອບປະຊາທິປະໄຕ ປະຊາຊົນລາວ ລວມມີ11ໝວດ, 98 ມາດຕາ. ນີ້ແມ່ນໂຄງປະກອບອັນຄົບຖ້ວນ, ກວ້າງຂວາງ ແລະ ຮອບດ້ານຂອງລັດຖະ ທຳມະນູນ ຊຶ່ງໄດ້ກຳນົດລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະ ຫງົບ, ສິດ ແລະ ພັນທະຂອງພົນລະເມືອງ, ສະພາແຫ່ງຊາດ, ລັດຖະບານ, ການປົກຄອງທ້ອງຖິ່ນ ແລະ ອື່ນໆ, ສະຫຼຸບຄວາມແລ້ວເນື້ອໃນຂອງທຸກໝວດ, ທຸກມາດຕານັ້ນລ້ວນແຕ່ສ່ອງແສງຢ່າງສັງລວມ ແລະ ແທດ ເໝາະກັບໄລຍະແຫ່ງການສຶບຕໍ່ສ້າງ ແລະ ເສີມຂະຫຍາຍລະບອບປະຊາທິປະໄຕຕາມທັດສະນະພື້ນຖານ ແລະ ແນວຄິດຂອງພັກປະຊາຊົນປະຕິວັດລາວ ກ່ຽວກັບການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ລາວ. ສະພາແຫ່ງ ຊາດໃນຖານະເປັນຕົວແທນແຫ່ງສິດອຳນາດແຫ່ງລັດ ແລະ ທັງເປັນອົງການນິຕິບັນຍັດທີ່ມີສິດຕົກລົງບັນຫາສຳຄັນ ຂອງປະເທດຊາດ, ຕິດຕາມກວດກາການເຄື່ອນໄຫວຂອງອົງການບໍລິຫານ, ອົງການຕຸລາການ, ໄດ້ພ້ອມກັນຄົ້ນຄວ້າ ເຊື່ອມຊຶມ, ກໍາແໜ້ນທັດສະນະ ແລະ ແນວຄິດຊີ້ນຳຂອງປະທານ ໄກສອນ ພົມວິຫານ ກໍຄືແນວທາງນະໂຍບາຍ ປ່ຽນ ແປງໃໝ່ຂອງພັກ ກ່ຽວກັບການສ້າງລັດແຫ່ງກົດໝາຍພາຍໃນເງື່ອນໄຂຂອງປະເທດເຮົາ ໃຫ້ກາຍເປັນສະຕິ ແລະ ການກະທຳຕົວຈິງ.
ອີງໃສ່ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ, ນັບແຕ່ປະກາດໃຊ້ລັດຖະທຳມະນູນຈົນເຖິງປັດ ຈຸບັນສະພາແຫ່ງຊາດ ໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງຫັນລັດຖະທຳມະນູນເປັນກົດໝາຍ ອັນລະອຽດ ໃນຂົງເຂດຕ່າງໆ ຊຶ່ງມາເຖິງປັດຈຸບັນ ໄດ້ປະກາດໃຊ້ກົດໝາຍແລ້ວ 147 ກວ່າກົດໝາຍ, ໄດ້ປັບປຸງຄືນບາງ ມາດຕາຂອງກົດໝາຍທີ່ປະກາດໃຊ້ແລ້ວຈຳນວນໜຶ່ງ, ບັນດາກົດໝາຍເລົ່ານັ້ນ ລ້ວນແຕ່ມີເນື້ອໃນທີ່ສ່ອງແສງ ເຖິງລັກສະນະຊົນຊັ້ນ, ລັກສະນະຊາດ ແລະ ລັກສະນະປະຊາຊົນຂອງພວກເຮົາ, ສ່ອງແສງຖືກກັບສະພາບຄວາມ ເປັນຈິງ, ຜົນປະໂຫຍດ ແລະ ຄວາມມຸ້ງມາດປາຖະໜາຂອງປະຊາຊົນບັນດາເຜົ່າ, ທັງເຮັດໃຫ້ເຄື່ອງມືຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດສັງຄົມເປັນລະບົບຄົບຊຸດເທື່ອລະກ້າວ.
ເປັນພື້ນຖານຄໍ້າປະກັນໃຫ້ແກ່ການປະຕິບັດ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຄວາມຍຸດຕິທຳກໍຄືການດຳລົງຊີວິດຂອງພົນລະເມືອງລາວ, ຊາວ ຕ່າງດ້າວ, ຊາວຕ່າງປະເທດທີ່ເຄື່ອນໄຫວຢູ່ ສປປລາວ, ໂຄສະນາເຜີຍແຜ່, ສຶກສາອົບຮົມປະຊາຊົນລາວ ບັນດາເຜົ່າໃຫ້ມີສະຕິເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍນັບມື້ນັບສູງຂຶ້ນ.
ເຖິ່ງຢ່າງໃດກໍດີດັ່ງປະທານ ໄກສອນ ພົມວິຫານ ໄດ້ຊີ້ນຳວ່າການສ້າງລັດແຫ່ງກົດໝາຍ ຫຼືການສ້າງລັດທີ່ ປົກຄອງດ້ວຍກົດໝາຍຕ້ອງຜ່ານຂະບວນການອັນຍາວນານ ໂດຍຂຶ້ນກັບລະດັບການຂະຫຍາຍຕົວທາງດ້ານເສດ ຖະກິດສັງຄົມຂອງປະເທດ, ຂຶ້ນກັບລະດັບຄວາມຮູ້, ຄວາມຕື່ນຕົວທາງການເມືອງສັງຄົມຂອງພົນລະເມືອງ ແລະ ເງື່ອນໄຂອື່ນໆອີກຫຼາຍຢ່າງ ດ້ວຍເຫດນັ້ນ ເພື່ອສ້າງລັດທີ່ປົກຄອງດ້ວຍກົດໝາຍ ຊຶ່ງກ່ອນອື່ນໝົດແມ່ນການຈັດ ຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃຫ້ໄດ້ດີນັ້ນຕ້ອງໄດ້ສືບຕໍ່ເອົາໃຈໃສ່ບາງບັນຫາດັ່ງນີ້:
1). ສະພາແຫ່ງຊາດ ແລະ ບັນດາອົງການ, ຂະແໜງການທີ່ກ່ຽວຂ້ອງຕ້ອງສືບຕໍ່ຄົ້ນຄວ້າ ເຊື່ອມຊຶມ, ກໍາ ແໜ້ນທັດສະນະ ແລະ ແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ກ່ຽວກັບການສ້າງລັດແຫ່ງກົດໝາຍໃນ ເງື່ອນ ໄຂລະບອບປະຊາທິປະໄຕ ປະຊາຊົນຂອງປະເທດເຮົາ, ເຮັດໃຫ້ທັດສະນະ ແລະ ແນວຄິດຊີ້ນຳຂອງເພິ່ນໄດ້ ກາຍ ເປັນຄວາມຮູ້, ກາຍເປັນສະຕິປັນຍາ ແລະ ການກະທຳຕົວຈິງທີ່ຖືກຕ້ອງ ແລະ ມີໝາກມີຜົນເປັນຈິງ.
2). ເສີມຂະຫຍາຍຢ່າງແຂງແຮງພາລະບົດບາດຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ຕິດພັນກັບການປັບປຸງລະບົບອົງການການອຳນາດແຫ່ງລັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນເທື່ອລະກ້າວ ພ້ອມ ກັນເຮັດໜ້າທີ່ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງໃຜລາວທີ່ການຈັດຕັ້ງພັກ-ລັດ-ສັງຄົມມອບໝາຍໃຫ້.
3). ເອົາໃຈໃສ່ພັດທະນາເສດຖະກິດໃຫ້ຂະຫຍາຍຕົວຕໍ່ເນື່ອງເພື່ອຍົກລະດັບຊີວິດການເປັນຢູ່ທາງດ້ານວັດ ຖຸ ແລະ ຈິດໃຈໃຫ້ດີຂຶ້ນເທື່ອລະກ້າວ ໂດຍຕິດພັນກັບການເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ພົນ ລະເມືອງລາວທຸກຄົນຮັບຮູ້, ເຊື່ອມຊຶມລັດຖະທໍາມະນູນ ແລະ ກົດໝາຍຕ່າງໆ, ສ້າງເງື່ອນໄຂໃຫ້ເຂົາເຈົ້າປະຕິ ບັດກົດໝາຍຢ່າງເຂັ້ມງວດ, ຮູ້ນຳໃຊ້ກົດໝາຍເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳ ແລະ ປະຕິບັດພັນ ທະຂອງຕົນຢ່າງຖືກຕ້ອງ. ພ້ອມກັນນັ້ນກໍ່ສຶກສາອົບຮົມໃຫ້ທຸກຄົນກ້າວຂຶ້ນສູ່ແບບແຜນດຳລົງຊີວິດ ແລະ ເຮັດວຽກງານຕາມກົດໝາຍທີ່ໄດ້ວາງອອກ.
4). ເພີ່ມທະວີການສຶກສາອົບຮົມກົດໝາຍແນໃສ່ສ້າງສະຕິ, ເຄົາລົບກົດໝາຍເພື່ອເປັນພື້ນຖານໃຫ້ແກ່ການ ປະຕິບັດກົດໝາຍ, ສຶກສາອົບຮົມກົດໝາຍແມ່ນການກະທົບຢ່າງເປັນລະບົບເນື່ອງນິດເຂົ້າໃສ່ແນວຄິດ, ຈິດໃຈຂອງ ພະນັກງານ, ລັດຖະກອນ ແລະ ປະຊາຊົນ ເພື່ອເຮັດໃຫ້ທຸກຄົນມີຄວາມຮູ້ກ່ຽວກັບກົດໝາຍ, ມີຄວາມຊິນເຄີຍກ່ຽວ ກັບ ກົດໝາຍ, ຕໍ່ສູ້ຕ້ານ ແລະ ສະກັດກັ້ນການລະເມີດກົດໝາຍ.
5). ຍົກສູງສະຕິຕໍ່ກົດໝາຍ, ເຮັດໃຫ້ທຸກຄົນຮັບຮູ້ຢ່າງຖືກຕ້ອງກ່ຽວກັບທາດແທ້, ພາລະບົດບາດຂອງກົດ ໝາຍ ລະ ບອບປະຊາທິປະໄຕ ປະຊາຊົນ ໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ແລະ ຕື່ນຕົວປະ ຕິບັດກົດໝາຍ. ຜູ້ລະເມີດກົດໝາຍຕ້ອງນຳມາລົງໂທດຢ່າງເຄັ່ງຄັດຕາມກົດໝາຍ, ບໍ່ອະນຸຍາດໃຫ້ຜູ້ໃດນຳໃຊ້ສິດອຳ ນາດ ມາປົກປິດຜູ້ທີ່ກະທຳຜິດອອກຈາກຄວາມຮັບຜິດຊອບຕໍ່ກົດໝາຍ.
6). ຕ້ອງເຊີດຊູບົດບາດນໍາໜ້າເປັນແບບຢ່າງຂອງພັກ ໃນການເຄົາລົບ ແລະ ປະຕິບັດກົດໝາຍຂອງລັດ, ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ສະມາຊິກພັກ, ພະນັກງານແຕ່ລະຄົນຕ້ອງໄດ້ຮັບຮູ້ແຈ້ງຄວາມຮັບ ຜິດຊອບຂອງຕົນໃນການປະຕິບັດແນວທາງຂອງພັກ ແລະ ກົດໝາຍຂອງລັດ. ຕໍ່ສູ້ຕ້ານປະກົດການຫຍໍ້ທໍ້ຕ່າງໆ ໃນຖັນແຖວພະນັກງານສະມາຊິກພັກ ຊຶ່ງເປັນຕົ້ນເຫດນຳເອົາຄວາມເຊື່ອມເສຍມາໃຫ້ແກ່ພັກ, ເຮັດໃຫ້ປະຊາຊົນ ຂາດຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ (ການລ່ວງອຳນາດ, ກິນສິນບົນ, ສໍ້ລາດບັງຫຼວງ...) ພະນັກງານສະມາຊິກ ພັກທຸກຄົນຕ້ອງປະຕິບັດຕາມການຊີ້ນຳ-ນຳພາຂອງພັກທີ່ວ່າ: “ໃນການເຄື່ອນໄຫວຂອງຕົນ, ພັກຍາມໃດກໍຕ້ອງ ເຄົາລົບລັດຖະທຳມະນູນ ແລະ ກົດໝາຍຂອງລັດລະບຽບຂອງພັກ, ຂໍ້ຫ້າມສະມາຊິກພັກ” ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ປັບປຸງກົດລະບຽບມີ 16 ໝວດ, 64 ມາດຕາ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງລັດຄັ້ງທີ 9 ມີ 6 ປັດໄຈໃຫ່ຍຄື: 1. ການພັດທະນາເສດຖະກິດຕາມທ່າແຮງຂອງ ສປປ ລາວ, 2. ພັດທະນາຊັບພະຍາກອນມະນຸດ, 3.ພັດທະນາແກ້ໄຂຄວາມທຸກຍາກຂອງປະຊາຊົນ, 4. ປົກປັກຮັກສາ ສິ່ງແວດລ້ອມ, 5. ພັດທະນາພື້ນຖານໂຄງລ່າງເຊື່ອມໂຍງເຊື່ອມຈອດ, 6. ພັດທະນາບໍລິຫານລັດ ພ້ອມນັ້ນຍັງໄດ້ເນັ້ນໜັກວ່າ: ເພີ່ມທະວີການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ, ພວກເຮົາຕ້ອງເອົາໃຈໃສ່ປັບປຸງບັນ ດາອົງການອຳນາດແຫ່ງລັດໃຫ້ມີຄວາມສາມາດເຄື່ອນໄຫວ, ປະຕິບັດພາລະບົດບາດໜ້າທີ່ຂອງຕົນໃຫ້ມີປະສິດທິຜົນ.
ກ່ຽວກັບສະພາບ ແລະ ຈຸດເລີ່ມຂອງປະເທດເຮົາ. ການຕີລາຄາຢ່າງພາວະວິໄສກ່ຽວກັບລະດັບການ ຂະຫຍາຍຕົວ ແລະ ສະພາວະຄວາມເປັນຈິງທາງດ້ານເສດຖະກິດ, ເຂົ້າໃຈແຈ້ງສະພາບການຕົວຈິງຂອງຊີວິດ ສັງຄົມໃນປັດຈຸບັນ ແມ່ນບັນຫາທີ່ມີລັກສະນະຕັດສິນເພື່ອກຳນົດ ແລະ ວາງແນວທາງແຫ່ງການພັດທະນາເສດຖະ ກິດ-ສັງຄົມໃນຊຸມປີຕໍ່ໜ້າ, ບົດຮຽນໃນໄລຍະຜ່ານມາຊີ້ໃຫ້ເຫັນວ່າຖ້າຫາກຕີລາຄາສະພາວະຄວາມເປັນຈິງທາງ ດ້ານເສດຖະກິດ-ສັງຄົມບໍ່ຖືກຕ້ອງແລ້ວ, ກໍຈະເຮັດໃຫ້ການກຳນົດແນວທາງຍຸດທະສາດ, ວິທີການ ແລະ ບາດກ້າວເດີນຂອງປະເທດຊາດບໍ່ສອດຄ່ອງ ແລະ ທັງມີຄວາມຜິດພາດອີກດ້ວຍ.
ພວກເຮົາຕ້ອງຕີລາຄາສະພາບການຕົວຈິງໃນດ້ານຕ່າງໆຢ່າງຖືກຕ້ອງ, ເຫັນຜົນງານທີ່ຍາດມາໄດ້ ແລະ ຂໍ້ຂາດຕົກບົກຜ່ອງຄົງຄ້າງ, ເຫັນສາເຫດແຫ່ງຄວາມສຳເລັດ ແລະ ບໍ່ສຳເລັດ ເຫັນໄດ້ຈຸດພິເສດ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆແລ້ວ ພວກເຮົາຈຶ່ງເລີ່ມຈາກສິ່ງດັ່ງກ່າວນັ້ນ ເພື່ອກຳນົດທິດທາງ ແລະ ໜ້າທີ່ໃນຊຸມປີຕໍ່ໜ້າ ພ້ອມດຽວກັນນັ້ນ ພວກເຮົາຕ້ອງສຳຫຼວດຄືນການນຳພາຊີ້ນຳຂອງພັກ ແລະ ລັດເຮົາໃນໄລຍະຜ່ານມາ, ຈາກນັ້ນຈຶ່ງ ຖອດຖອນບົດຮຽນສຳລັບການເຄື່ອນໄຫວໃນຕໍ່ໜ້າອີກດ້ວຍ.
ການຕີລາຄາສະພາວະຄວາມເປັນຈິງ ທາງດ້ານເສດຖະກິດ-ສັງຄົມຢ່າງຖືກຕ້ອງນັ້ນ ພວກເຮົາຍັງຕ້ອງໄດ້ສັງ ເກດຕີລາຄາ ສະພາບແວດລ້ອມສາກົນ ແລະ ພາກພື້ນທີ່ກະທົບເຖິງປະເທດພວກເຮົາເພື່ອໃຫ້ເຂົ້າໃຈແຈ້ງວ່າ, ຍ້ອນເຫດຜົນຫຍັງພວກເຮົາຈຶ່ງວາງແນວທາງສືບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ ແຕ່ຫາກບໍ່ແມ່ນຈະສ້າງສັງຄົມນິຍົມໂດຍກົງເທື່ອ. ຄືທ່ານ ເລນິນ ເວົ້າວ່າ: ການຍາດເອົາອຳນາດການ ປົກຄອງກໍຫຍຸ້ງຍາກຢູ່ແລ້ວ ແຕ່ການປົກປັກຮັກສາອຳນາດການປົກຄອງໃໝ່ຊໍ້າພັດຍິ່ງຍາກກວ່ານັ້ນເປັນຮ້ອຍ ເປັນພັນເທົ່າ, ການຜັນແປຂອງສະພາບການໃນໂລກເປັນຕົ້ນແມ່ນຢູ່ບັນດາປະເທດສັງຄົມນິຍົມເອີລົບຕາເວັນອອກ ໄດ້ພິສູດໃຫ້ເຫັນແມ່ນຍ້ອນອາລົມຈິດນິຍົມ. ອັດຕະວິໄສໃນຕົວຮ້ອນຮົນຟ້າວຟັ່ງໃນການສ້າງສັງຄົມນິຍົມ, ສາຍເຫດໜຶ່ງແມ່ນປະອຸດົມການ ແລະ ຫຼັກການລວມສູນປະຊາທິປະໄຕ, ປະນີປະນອມຜ່ອນສັ້ນຜ່ອນຍາວຢ່າງບໍ່ມີຫຼັກການ, ກຳນົດນະໂຍບາຍວິທີການ ແລະ ບາດກ້າວເດີນບໍ່ຈະແຈ້ງ, ບໍ່ເລີ່ມຈາກເສດຖະກິດ ແລະ ຊີວິດການເປັນຢູ່, ເນັ້ນໜັກການຫັນເປັນປະຊາທິປະໄຕຢ່າງບໍ່ມີຫຼັກການ. ຈາກນັ້ນຈຶ່ງພາໄປເຖິງສະພາວະວຸ້ນວາຍ ແລະ ການລົ້ມລະລາຍຂອງອຳນາດການປົກຄອງປະຕິວັດຂອງປະຊາຊົນ. ສ່ວນພັກກໍ່ສູນເສຍອຳນາດ ແລະ ພາລະບົດບາດການນຳພາທົ່ວສັງຄົມ.
ເວົ້າລວມແລ້ວ ພັກກຳອຳນາດຂອງຊົນຊັ້ນກຳມະກອນ ແລະ ປະຊາຊົນຜູ້ອອກແຮງງານ, ຖ້າບໍ່ກຳແໜ້ນ ຢ່າງເປັນປະຈຳ ແລະ ບໍ່ຮູ້ໝູນໃຊ້ຫຼັກມູນທິດສະດີທົ່ວໄປຂອງລັດທິມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ ເຂົ້າໃນສະພາບແວດລ້ອມ ແລະ ເງື່ອນໄຂຕົວຈິງຂອງປະເທດຕົນ. ຖ້າບໍ່ໜັກແໜ້ນໃນຫຼັກໝັ້ນປະຕິວັດ ແລະ ບໍ່ຮູ້ໝູນໃຊ້ວິທີວິທະຍາໃນການຄົ້ນຄວ້າວັດຖຸນິຍົມສັດຈະວິພາກ, ວັດຖຸນິຍົມປະຫວັດສາດ ໃຫ້ສອດຄ່ອງ ກັບເງື່ອນໄຂຕົວຈິງຂອງປະເທດຕົນແລ້ວ ກໍຈະມີຄວາມຜິດພາດອັນຮ້າຍແຮງໃນການກຳນົດແນວທາງ ແລະ ບາດ ກ້າວເດີນຂອງການປະຕິວັດ ກໍ່ໃຫ້ເກີດຄວາມເສຍຫາຍອັນໜັກໜ່ວງ.
ການກຳນົດແນວທາງບາດກ້າວເດີນຍາມໃດກໍ່ຕ້ອງເລີ່ມຈາກຈຸດພິເສດຂອງສະພາບການຕົວຈິງ ແລະ ປັດ ໄຈພາຍໃນຂອງປະເທດເຮົາ ໂດຍສົມທົບກັບສະພາບແວດລ້ອມສາກົນຂອງແຕ່ລະໄລຍະແຕ່ລະສະໄໝ ແຕ່ບໍ່ແມ່ນ ຈົດກ່າຍເຮັດແບບກົນຈັກຄຳພີຕາຍຕົວລອກແບບຂອງຜູ້ອື່ນໆມາເຮັດ; ຖ້າອີງໃສ່ບົດຮຽນຂອງຕ່າງປະເທດພຽງຢ່າງ ດ່ຽວກໍຈະບໍ່ສາມາດປະຕິບັດໄດ້ ແລະ ຈະພາໃຫ້ເກີດຜົນຮ້າຍຕາມມາທີ່ຫຼັງ, ຢູ່ໃນມະຕິຕ່າງໆຂອງພັກເຮົາ, ພັກເຮົາໄດ້ໄຈ້ແຍກກ່ຽວກັບຈຸດພິເສດ, ຈຸດເລີ່ມຂອງປະເທດເຮົາເພື່ອກ້າວເຂົ້າສູ່ໄລຍະແຫ່ງການສ້າງສາລະບອບໃໝ່ ແຕ່ການໄຈ້ແຍກໃນໄລຍະທີ່ຜ່ານມານັ້ນ, ຍັງມີຄວາມບົກຜ່ອງຢູ່ບ່ອນວ່າ: ໃນດ້ານເສດຖະກິດ, ການເມືອງ-ສັງຄົມ, ວັດທະນະທຳ ແລະ ແນວຄິດການເມືອງຍັງອ່ອນທີ່ສົ່ງຜົນສະທ້ອນຕໍ່ພາລະກິດສ້າງສາພັດທະນາປະເທດຊາດ, ຍ້ອນ ແນວນັ້ນ ຄວາມຮັບຮູ້ຂອງຫຼາຍຄົນກ່ຽວກັບຈຸດເລີ່ມຂອງປະເທດຊາດ ຈຶ່ງມີລັກສະນະແບບງ່າຍດາຍ, ມີລັກສະນະ ດ້ານດຽວ ຫຼື ມີແຕ່ເນັ້ນໜັກເຖິງຈຸດພິເສດທາງດ້ານເສດຖະກິດ ຖືເບົາຕໍ່ຈຸດພິເສດດ້ານອື່ນໆ. ເຫັນແຕ່ປັດໄຈດ້ານ ຕັ້ງໜ້າ ແລະ ຂໍ້ສະດວກ ອັນເປັນມູນເຊື່ອ, ແຕ່ຊໍ້າພັດຖືເບົາປັດໄຈຫຍໍ້ທໍ້ຕ່າງໆອັນເປັນອຸປະສັກກີດຂວາງຕໍ່ການ ສ້າງສາພັດທະນາ ປະເທດຊາດຊຶ່ງພວກເຮົາຕ້ອງເຫັນແຈ້ງເພື່ອກຳຈັດແກ້ໄຂຄວາມບົກຜ່ອງທີ່ສຳຄັນນັ້ນອອກ ແມ່ນ ໃນໄລຍະທີ່ຜ່ານມາ ເຖິງວ່າພວກເຮົາໄດ້ເວົ້າເຖິງຈຸດເລີ່ມກໍຕາມແຕ່ພວກເຮົາບໍ່ອີງໃສ່ຈຸດເລີ່ມດັ່ງກ່າວຢ່າງແທ້ຈິງ ເພື່ອກຳນົດແຜນນະໂຍບາຍ ແລະ ນະໂຍບາຍອອກຢ່າງສອດຄ່ອງກັບສະພາບແວດລ້ອມ ແລະ ເງື່ອນໄຂໃນ ຕົວຈິງຂອງປະເທດເຮົາ.
ກ່ອນປຶກສາຫາລືກ່ຽວກັບແນວທາງນະໂຍບາຍຂອງພັກເຮົາໃນໄລຍະໃໝ່ກໍຄືແຜນນະໂຍບາຍແຫ່ງການສືບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ ສ້າງບັນດາປະຖົມປັດໄຈເພື່ອກໍ່ສ້າງສັງຄົມນິຍົມໃນອະ ນາຄົດນັ້ນ, ບັນດາພະນັກງານ, ສະມາຊິກພັກ ປະຊາຊົນພົນລະເມືອງລາວທຸກຄົນ ຈົ່ງພ້ອມກັນພິຈາລະນາເບິ່ງຄືນ ກ່ຽວ ກັບຈຸດເລີ່ມ ແລະ ສະພາບການຕົວຈິງຂອງປະເທດເຮົາວ່າ: ມີຈຸດພິເສດອັນໃດແດ່ ຈາກນັ້ນ, ຈຶ່ງຕີລາ ຄາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ທ່າແຮງ ແລະ ດ້ານອ່ອນ, ໄຊຊະນະ ແລະ ຂໍ້ຄົງຄ້າງຂອງພວກເຮົາຢ່າງຖືກ ຕ້ອງເພື່ອເປັນບ່ອນອີງໃນການກຳນົດທິດທາງບາດກ້າວເດີນ ສຶບຕໍ່ພາການປະຕິວັດປະເທດເຮົາກ້າວຂຶ້ນ.
ຕາມການຕີລາຄາຂອງປະທານ ໄກສອນ ພົມວິຫານ ມີຢູ່ສີ່ຈຸດເລີ່ມໃຫຍ່ດັ່ງນີ້:
1 ຈຸດພິເສດທາງດ້ານການເມືອງ
ພາລະກິດຂອງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນບັນດາເຜົ່າ ຕ່າງໆໄດ້ປະເຊີນໜ້າໂດຍກົງກັບບັນ ດາ ອິດ ທິກຳລັງ ປໍລະປັກທີ່ໃຫຍ່ໂຕ, ມີກົນອຸບາຍເລລ່ຽມ ແລະ ໂຫດຫ້ຽມ. ແຕ່ຍ້ອນການນຳພາຂອງພັກເຮົາທີ່ສະ ຫຼາດສະຫຼຽວໜັກແໜ້ນ ແລະ ສະເໝີຕົ້ນສະເໝີປາຍທາງດ້ານຍຸດທະສາດ ແລະ ໄຫວພິກ ແລະ ນີ້ມ ນວນທາງດ້ານຍຸດໂທບາຍ. ໂດຍອີງໃສ່ກຳລັງແຮງຊະນະເລີດຂອງກ້ອນກຳລັງແຮງສາມັກຄີທົ່ວປວງຊົນ. ສົມທົບກັບ ກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ. ສະນັ້ນ, ພັກປະຊາຊົນ ປະຕິວັດລາວຈຶ່ງສຳເລັດໜ້າທີ່ຂອງ ການປະຕິວັດລາວເປັນຂັ້ນໆມາ, ສ້າງໄດ້ຜົນງານເປັນກ້າວໆມາໃນພາລະກິດປົກປັກຮັກສາ ແລະ ສ້າງສາປະ ເທດຊາດ, ສ້າງທ່າ ແລະ ກຳລັງໃໝ່ເພື່ອສຶບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ປະເທດພວກເຮົາໄດ້ຢຶດໝັ້ນໃນເສັ້ນ ທາງກ້າວຂຶ້ນຂອງຕົນ, ບົນຈິດໃຈເອກະລາດ, ເປັນເຈົ້າຕົນເອງທີ່ນັບມື້ນັບສູງ ເຖິງວ່າສະພາບແວດລ້ອມສາກົນ ແລະ ພາກພື້ນໄດ້ມີການຜັນແປຢ່າງສັບສົນກໍຕາມເຫັນໄດ້ບາງຈຸດຄື:
ໜຶ່ງ; ບັນດາອິດທິກຳລັງປໍລະປັກບໍ່ມີຍາມໃດຈະປະລະກົນອຸບາຍອັນມືດມົນຂອງພວກເຂົາທີ່ຫວັງ ມ້າງເພທຳ ລາຍລະບອບຂອງພວກເຮົາ, ພວກເຂົາພວມສືບຕໍ່ຕັ້ງໜ້າປະຕິບັດກົນອຸບາຍຫັນປ່ຽນ ໂດຍສັນຕິດ້ວຍ ຫຼາຍ ຮູບ ຫຼາຍສີເອົາເສດຖະກິດ-ການເມືອງເປັນຈຸດເດັ່ນຂອງກົນອຸບາຍສຸມໃສ່ໃຊ້ກຳລັງ ພາຍໃນມ້າງພາຍໃນພັກພວກເຮົາ ເຊິ່ງກ່ອນອື່ນເຂົາວາງແຜນຕົ້ນຕໍຕ້ອງລົບລ້າງບົດບາດການນຳພາຂອງພັກເຮົາ. ໂດຍເຂົ້າໝູນໃຊ້ບົດຮຽນ ສຳເລັດຜົນຢູ່ເອີລົບຕາເວັນອອກ. ພວກເຂົາພວມອອກແຮງໂຄສະນາເລັ່ງທວງໃຫ້ເປີດປະຊາທິປະໄຕ ແບບເສລີນາຍ ທຶນຕາເວັນຕົກໃຫ້ມີຫຼາຍພັກ-ຫຼາຍເຄົ້າ, ຕຳນິວິຈານພັກໃສ່ຮ້າຍປ້າຍສີຜູ້ນຳຂອງພວກເຮົາວ່າ: ຜູກອຳນາດ, ຮັກສາເດີມ, ທັບຖົມໂຈມຕີສັງຄົມນິຍົມ. ຫຼອກຫຼວງວ່າລັດທິຈັກກະພັດໄດ້ປ່ຽນທາດແທ້ແລ້ວ ແລະ ດຶງປະເທດເຮົາ ໄປຕາມເສັ້ນທາງທຶນນິຍົມ, ຈຸດໝາຍພວກເຂົາແມ່ນເພື່ອລົບລ້າງລະບອບ ປະຊາທິປະໄຕປະຊາຊົນ ທີ່ປະຊາຊົນລາວເຜົ່າຕ່າງໆສ້າງຕັ້ງຂຶ້ນ. ປົກປັກຮັກສາ ແລະ ສ້າງສາພັດທະນາພາຍໃຕ້ການນຳພາຂອງພັກປະຊາ ຊົນປະຕິວັດລາວ.
ທາດແທ້ຂອງຈັກກະພັດນິຍົມແມ່ນບໍ່ມີຫຍ້ງປ່ຽນແປງຈັກດີ້. ພວກເຂົາພຽງແຕ່ປ່ຽນຮູບການ ແລະ ວິທີການ, ຍຸດທະສາດຂອງເຂົາເທົ່ານັ້ນ ເພື່ອສວຍໃຊ້ທຸກຊ່ອງຫວ່າງ, ທຸກສະພາບການອັນມີຜົນດີ ສຳລັບພວກເຂົາເພື່ອທຳລາຍມ້າງເພ ແລະ ລຶບລ້າງໝາກຜົນຂອງການປະຕິວັດຂອງປະເທດເຮົາ.
ຈຸດພິເສດດ້ານການເມືອງຂອງປະເທດເຮົາແມ່ນຈຸດພິເສດກ່ຽວກັບການນຳພາຂອງພັກເຮົາ ພຶດຕິກຳແຫ່ງການຕໍ່ສູ້ປະຕິວັດ ໃນໄລຍະຜ່ານມາໄດ້ພິສູດໃຫ້ເຫັນວ່າ: ການນຳພາຂອງພັກແມ່ນຖືກຕ້ອງ, ໜັກແໜ້ນ, ໄດ້ຮັບຄວາມເຊື່ອຖືຈາກທົ່ວປວງຊົນ ແລະ ໄດ້ຮັບການສະໜັບສະໜູນຈາກເພື່ອນມິດ. ປະເທດເຮົາຈາກປະເທດເມືອງຂຶ້ນໄດ້ກາຍເປັນປະເທດທີ່ມີເອກະລາດ, ອະທິປະໄຕ ແລະ ພື້ນແຜ່ນດິນອັນຄົບຖ້ວນ, ຖານະບົດບາດຢູ່ໃນເວທີສາກົນ, ພາກພື້ນແລະ ໃນໂລກ ໂດຍໄດ້ຮັບການເຊີດຊູຂຶ້ນ, ຊາດເຮົາ, ປະຊາຊົນເຮົາ ຈາກສະພາວະເປັນຂ້ອຍຂ້າໄດ້ກາຍເປັນເຈົ້າຂອງປະເທດຊາດຂອງຕົນຢ່າງແທ້ຈິງ ປະຊາຊົນເຮົາໃນເມື່ອກ່ອນມີລະດັບຄວາມຮູ້ການເມືອງ-ວັດທະນາທຳຕໍ່າ, ແຕ່ມາດຽວນີ້ໄດ້ມີຄວາມຕື່ນຕົວສູງສົມຄວນໃນຫຼາຍດ້ານບົນພື້ນຖານຄວາມຮູ້ອັນດີງາມຂອງຊາດທີ່ໄດ້ຟື້ນຟູ ແລະ ເຊີດຊູຂຶ້ນສົມທົບກັບການຮັບເອົາສິ່ງຍອດຍິ່ງຂອງຍຸກສະໄໝຂອງໂລກພາຍນອກ, ໄຊຊະນະເປັນເທື່ອລະກ້າວຂອງການປະຕິວັດປະເທດເຮົາ, ແມ່ນໜັກແໜ້ນ ແລະ ຈະແຈ້ງ ເຊິ່ງປັດໄຈຕັດສິນກວ່າໝູ່, ພື້ນຖານກວ່າໝູ່ຍັງແມ່ນການນຳພາຂອງພັກເຮົາ ຕິດແໜ້ນກັບກຳລັງແຮງ ແລະ ຄວາມສາມັກຄີຕື່ນຕົວຂອງປະຊາຊົນບັນດາເຜົ່າຕ່າງໆບໍ່ພຽງແຕ່ເປັນປັດໄຈຕັດສິນໄຊຊະນະທີ່ຜ່ານມາເທົ່ານັ້ນຫາກຍັງເປັນປັດໄຈຕັດສິນ, ເປັນບ່ອນອີງຂັ້ນຕົ້ນຂອງບັນດາຍຸດທະສາດເສດຖະກິດ-ສັງຄົມ. ບັນດາໂຄງການ-ແຜນການໃນການປົກປັກຮັກສາ, ສ້າງສາຂະຫຍາຍລະບອບປະຊາທິປະ ໄຕ ປະຊາຊົນຂອງປະເທດເຮົາ, ໃນອານາຄົດຕໍ່ໜ້າການມ້າງເພທຳລາຍອັນດຸເດືອດຂອງບັນດາອິດທິກຳລັງປໍລະປັກ, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການພາວະວິໄສຂອງໜ້າທີ່ການປະຕິວັດໄລຍະໃໝ່ສູງກວ່າເກົ່າ ພັກເຮົາຍັງຕ້ອງສຶບຕໍ່ປ່ຽນແປງຕົນເອງໃຫ້ດີກວ່າເກົ່າໂດຍສະເພາະແມ່ນສາຍພົວພັນອັນສະໜິດແໜ້ນລະຫວ່າງພັກກັບມະຫາຊົນ ແລະ ປະຊາຊົນທີ່ເປັນກຳລັງບໍ່ເຫື່ອແຫ້ງຂອງພັກເຮົາ.
2 ຈຸດພິເສດທາງດ້ານພູມສາດ-ເສດຖະກິດ
ປະເທດເຮົາແມ່ນປະເທດໜຶ່ງທີ່ມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ, ເປັນປະເທດໜຶ່ງທີ່ດ້ອຍພັດ ທະນາທີ່ມີຈຸດພິເສດພົ້ນເດັ່ນຄື: ເສດຖະກິດມີລັກສະນະທຳມະຊາດ ແລະ ເຄິ່ງທຳມະຊາດໂດຍທົ່ວໄປ, ພົນລະ ເມືອງມີໜ້ອຍຊໍ້າພັດດຳລົງຊີວິດຢູ່ກະແຈກກະຈາຍໃນພື້ນທີ່ອັນກວ້າງຂວາງ, ມີພູຜາປ່າດົງຫ້ວຍນໍ້າລໍາເຊ ອັນນັ້ນ ເປັນພື້ນຖານທ່າແຮງ ແລະ ຄວາມອາດສາມາດບົ່ມຊ້ອນຂອງປະເທດຊາດທັງເປັນອຸປະສັກອັນໃຫຍ່ຫຼວງໃນ ການ ສ້າງສາພັດທະນາປະເທດຊາດເປັນຕົ້ນແມ່ນການສ້າງພື້ນຖານໂຄງລ່າງ ຜືນແຜ່ນດິນອັນກວ້າງໃຫຍ່ທີ່ເຕັມໄປ ດ້ວຍ ຊັບພະຍາກອນທໍາມະຊາດ ອັນອຸດົມສົມບູນນີ້ເປັນມໍລະດົກຕົກທອດອັນລໍ້າຄ່າຈາກບັນພະບູລຸດ ແລະ ປູ່ຍາຕາຍາຍຂອງພວກເຮົາຜ່ານປະຫວັດສາດແຫ່ງການສ້າງ ແລະ ປົກປັກຮັກສາປະເທດຊາດຜືນແຜ່ນດິນແຫ່ງນີ້ ໄດ້ອາບໄປດ້ວຍເລືອດ, ຢາດເຫື່ອ ແລະ ນໍ້າຕາຂອງປະຊາຊົນລາວເຜົ່າຕ່າງໆ, ດັ່ງນັ້ນ ຜືນແຜ່ນດິນແຫ່ງນີ້ຈຶ່ງ ເປັນຂອງຄົນລາວໝົດທັງຊາດ ຊຶ່ງທຸກຄົນຕ້ອງຫວງແຫນ, ປົກປັກຮັກສາ ແລະ ບູລະນະໃຫ້ນັບມື້ ນັບອຸດົມຮັ່ງມີ, ເປັນມໍລະດົກສຶບທອດໃຫ້ລູກຫຼານຂອງພວກເຮົາຮຸ່ນຕໍ່ໆໄປ.
ຂໍ້ມູນຢູ່ພາຍໃນ ແລະ ຕ່າງປະເທດໄດ້ເວົ້າເຖິງແຫຼ່ງຊັບພະຍາກອນທຳມະຊາດອັນອຸດົມຮັ່ງມີ ແລະ ແຮ່ທາດຕ່າງໆ ຢູ່ແຕ່ເໜືອຮອດໃຕ້ ທ່າແຮງທາງດ້ານຊັບພະຍາກອນຂອງປະເທດເຮົາເຊິ່ງຫຼາຍປະເທດໃນໂລກ ແລະ ພາກພື້ນພວມຂາດເຂີນ ຫຼື ພວມມີວິກິດການໃນການນຳໃຊ້ເຂົ້າໃນການຜະລິດ, ແຫຼ່ງທຳມະຊາດອັນອຸດົມຮັ່ງມີຂອງ ພວກເຮົາ ປັດຈຸບັນພວມຖືກທຳລາຍຍ້ອນການດຳລົງຊີວິດ, ລະດັບການຜະລິດຫຼ້າຫຼັງ. ຍ້ອນການຂຸດຄົ້ນແບບຊະ ຊາຍ ແລະ ຍ້ອນບໍ່ທັນໄດ້ເອົາໃຈໃສ່ປົກປັກຮັກສາ ແລະ ບຳລຸງມັນຢ່າງຖືກຕ້ອງ.
ຄວາມຈິງແລ້ວປະເທດເຮົາກໍ່ຍັງເປັນປະເທດທີ່ທຸກຍາກ ແລະ ດ້ອຍພັດທະນາແທ້, ແຕ່ລາຍໄດ້ສະເລ່ຍໃສ່ ຫົວຄົນຜູ້ໜຶ່ງປະມານ 2.664 ໂດລາ ເທົ່ານັ້ນຂໍ້ມູນປີ 2020. ຍ້ອນວ່າພື້ນຖານເສດຖະກິດທຳມະຊາດກະສິກຳຫຼ້າ ຫຼັງແບບປະຖົມປະຖານຜະລິດຕະພາບງານຕໍ່າ, 4/5 ເນື້ອທີ່ເປັນພູຜາ ແລະ ພູພຽງ, ມີພຽງ 1/5 ຂອງເສັ້ນ ທາງຄົມມະນາຄົມປູຢາງ, ເສັ້ນທາງ13 ເປັນເສັ້ນທາງແຕ່ເໜືອຮອດໃຕ້ກໍເປເພເປັນບ່ອນເປັນໄລຍະ, ເວລາເຄື່ອນສິນ ຄ້າອອກສູ່ຕ່າງປະເທດພວກເຮົາໄດ້ຜ່ານທ່າກຳປັ່ນຫວຽດນາມ ແລະ ໄທ, ເສັ້ນທາງໄປຫາກໍໄກຄ່າຂົນສົ່ງກໍແພງ 50-60 ໂດລາ ຕໍ່ 1 ໂຕນ ອັນເປັນອຸປະສັກການຂະຫຍາຍການຄ້າ, ການລົງທຶນກັບຕ່າງປະເທດ. ນາຍທຶນຕ່າງປະເທດ ຫຼາຍຄົນທີ່ມີເງິນ ແລະ ຄວາມສາມາດຢາກມາລົງທຶນຂຸດຄົ້ນຊັບພະຍາກອນທຳມະຊາດອັນອຸດົມຮັ່ງມີຂອງປະ ເທດເຮົາ, ແຕ່ເມື່ອເຫັນພື້ນຖານໂຄງລ່າງອັນຫຼ້າຫຼັງ, ເຫັນລະບຽບແບບແຜນ, ລະດັບ ແລະ ແບບວິທີການຜະ ລິດ ຂອງພວກເຮົາຍັງອ່ອນ, ກໍຄືເຫັນຈຸດເລີ່ມທີ່ຍັງຕໍ່າຄືແນວນັ້ນຫຼາຍຄົນກໍຖອຍ, ເວົ້າແນວນັ້ນບໍ່ແມ່ນປັດປ່າຍຄວາມ ຜິດພາດຂໍ້ບົກຜ່ອງຂອງພວກເຮົາໃນກົນໄກຄຸ້ມຄອງເສດຖະກິດທີ່ລວມສູນອາດຍາສິດ, ເກື້ອກູນໃນເມື່ອກ່ອນ.
ພັກເຮົາໄດ້ພະຍາຍາມປ່ຽນແປງໃໝ່ເພື່ອພາປະເທດຊາດກ້າວຂຶ້ນ, ໄດ້ເລີ່ມມີປັດໄຈໃໝ່ໃນບາດກ້າວ ຂະຫຍາຍຕົວຂອງເສດ ຖະກິດແຕ່ພວກເຮົາກໍຍັງບໍ່ຫຼຸດພົ້ນອອກຈາກຈຸດເລີ່ມທີ່ຕໍ່າເກີນໄປຂອງພວກເຮົາ, ບໍ່ທັນຫຼຸດ ພົ້ນອອກຈາກເສດຖະກິດ ຊຶ່ງຕົ້ນຕໍແມ່ນອີງໃສ່ທຳມະຊາດດ້ວຍຜະລິດຕະພາບຂອງງານຕໍ່າ ທີ່ແກ່ຍາວມາໄດ້ຫຼາຍ ສະຕະວັດ. ດັ່ງນັ້ນ, ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກໄລຍະປ່ຽນແປງໃໝ່ວາງມະຕິກ່ຽວກັບເສດຖະກິດມີ 21 ມະຕິຂອງສູນກາງພັກ ເພື່ອວາງທິດທາງບາດກ້າວເດີນທີ່ດີກວ່າ, ການສ້າງເສດຖະກິດສິນຄ້າດ້ວຍຜະລິດ ຕະພາບທີ່ ນັບມື້ນັບສູງ, ເປັນພື້ນຖານໃຫ້ແກ່ລະບອບປະຊາທິປະໄຕປະຊາຊົນ ຕາມທິດທາງສ້າງບັນດາປະຖົມປັດໄຈ ເພື່ອສ້າ ງສັງຄົມນິຍົມໃນອະນາຄົດ ພວກເຮົາຄວນຄົ້ນຄວ້າໃຫ້ເລິກເຊິ່ງຕື່ມກ່ຽວກັບຈຸດພິເສດໃຫຍ່ອັນທີ່ໜຶ່ງນີ້ ເສດຖະ ກິດຂອງປະເທດເຮົານັບທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກອຸປະສັກພາວະວິໄສ ແລະ ອັດຕະວິໄສຕ່າງໆນາໆ ເພື່ອເປັນບ່ອນອີງໃຫ້ແກ່ພັກເຮົາໃນການນຳພາ, ພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ ດັ່ງມະຕິ ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ຖອດບົດຮຽນໄດ້ຫ້າບົດຮຽນ, ຫົກຫຼັກການ, ເຈັດຄຸນລັກສະນະ, ເກົ້າປະ ຖົມປັດໄຈ ເພື່ອນຳພາປະຊາຊົນບັນດາເຜົ່າຕ່າງໆ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕໍ່ໄປຕາມຈຸດ ປະສົງເປົ້າໝາຍຂອງພັກປະຊາຊົນປະຕິວັດລາວຄາດເອົາໄວ້;
3 ສະພາບທາງດ້ານວັດທະນະທໍາ-ສັງຄົມຂອງຄົນລາວ
ຊາດລາວເປັນຊາດໜຶ່ງຊຶ່ງປະກອບດ້ວຍ 50 ເຜົ່າຊົນ, ທີ່ດຳລົງຊີວິດແຕ່ເໜືອຮອດໃຕ້ຂອງປະເທດລາວ ມີຄວາມຮັກແພງສາມັກຄີໄມຕີຈິດມິດຕະພາບ, ທຳມາຫາກິນຕາມວິຖີຊີວິດຂອງແຕ່ລະເຜົ່າ ຕາມເງື່ອນໄຂມີໄມຕີຈິດ ຮັກແພງຊ່ວຍເຫຼືອກັນຮ່ວມແຮງຮ່ວມໃຈກັນປົກປັກຮັກສາ ແລະ ສ້າງສາບ້ານເມືອງຂອງຕົນ, ຄົນລາວທັງຊາດ ມີຜືນແຜນດິນອັນດຽວກັນ, ມີປະຫວັດສາດຮ່ວມກັນມີພື້ນຖານວັດທະນະທຳອັນດຽວກັນທົ່ວໂລກຮັບຮູ້. ຄວາມເປັນຈິງທາງປະຫວັດສາດໄດ້ຢັ້ງຢືນແລ້ວວ່ານັບຕັ້ງແຕ່ຂຸນບູລົມໄດ້ກໍ່ຕັ້ງປະເທດຂຶ້ນ, ຕໍ່ມາສະໄໝເຈົ້າຟ້າງຸ່ມ ໄດ້ທ້ອນໂຮມແຜ່ນດິນເປັນອານາຈັກລ້ານຊ້າງເປັນອັນໜຶ່ງອັນດຽວກັນ ແລະ ຮຸ່ງເຮື່ອງ, ບໍ່ວ່າສະໄໝໃດຊາດລາວ ກໍມີວິລະບູລຸດ ຜູ້ປີຊາສາມາດ ທີ່ໄດ້ສ້າງຄຸນງາມຄວາມດີໃຫ້ແກ່ຊາດຈາລຶກໄວ້ໃນປະຫວັດສາດຂອງຕົນຄື: ເຈົ້າສາມແສນໄທ, ເຈົ້າໂພທິສະລາດ, ເຈົ້າໄຊເສດຖາທິລາດ, ເຈົ້າສຸລິຍະວົງສາ ແລະ ເຈົ້າອະນຸວົງ ເປັນຕົ້ນ.
ສະໄໝປະເທດຊາດຕົກເປັນຫົວເມືອງຂຶ້ນຈັກກະພັດຝຣັ່ງ, ດ້ວຍມູນເຊື້ອຮັກຊາດ ບໍ່ຍອມເປັນຂ້ອຍຂ້າຂອງຊາດອື່ນ ກໍໄດ້ມີບັນພະບູລຸດຂອງຊາດບໍ່ຍອມເປັນຂ້ອຍຂ້າຂອງຊາດອື່ນ ໄດ້ນຳພາປະຊາຊົນລາວຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ເຊັ່ນ: ພໍກະດວດ, ເຈົ້າຟ້າປັດໄຈ, ອົງແກ້ວ, ອົງກົມມະດຳ ແລະ ຜູ້ອື່ນໆ.
ແຕ່ປີ 1930 ເປັນຕົ້ນມາ; ປະຫວັດສາດຂອງຊາດເຮົາໄດ້ຕິດພັນກັບການນໍາພາຂອງພັກຄອມມູນິດອິນດູ ຈີນ ທີ່ເປັນຕົ້ນກຳເນີດຂອງພັກປະຊາຊົນປະຕິວັດລາວ. ປະຊາຊົນບັນດາເຜົ່າໄດ້ຮັບແສງສະຫວ່າງເຍື່ອງທາງຈາກລັດ ທິມາກ-ເລນິນ ແລະ ໄດ້ຮັບກຳລັງແຮງຂອງຍຸກສະໄໝ, ຍ້ອນມູນເຊື້ອສາມັກຄີຕໍ່ສູ້ອັນອົງອາດກ້າແກ່ນ ສຳພັນສູ້ຮົບ ລາວ-ຫວຽດນາມ-ກຳປູເຈຍ ຕີສັດຕູໂຕດຽວກັນ, ປະຊາຊົນລາວພາຍໃຕ້ການນຳພາຂອງພັກ ຈຶ່ງສາມາດຍາດໄດ້ໄຊ ຊະນະຢ່າງສົມບູນ ສະຖາປະນາ ສປປ ລາວ ວັນທີ 2 ທັນວາ 1975.
ປະເທດລາວເຮົາເປັນປະເທດນ້ອຍມີຫຼາຍເຜົ່າ ຖືກຮຸກຮານຈາກພາຍນອກຢູ່ເລື່ອຍມາ, ແຕ່ກໍສາມາດ ກ້າວຂຶ້ນຕາມເສັ້ນທາງຂອງຍຸກສະໄໝອີກດ້ວຍ. ສາເຫດແມ່ນຍ້ອນຄວາມສາມັກຄີປອງດອງຂອງປະຊາຊົນ ບັນດາເຜົ່າ ເພື່ອຜົນປະໂຫຍດລວມຂອງຊາດ. ປະຊາຊົນລາວມີຄວາມດຸໝັ່ນອອກແຮງງານຮັກຫອມສິລະປະວັດ ທະນະທຳ, ມີຫົວຄິດປະດິດສ້າງຊຶ່ງໄດ້ປະດິດແຕ່ງກິດຈະກຳທາງດ້ານວັດທະນະທຳທີ່ມີຊື່ສຽງເຊັ່ນ: ບັນດາໄຫຫີນຊຽງຂວາງ, ທາດຫຼວງວຽງຈັນ, ວັດພູຈຳປາສັກ, ຫໍພະແກ້ວ, ວັດຊຽງທອງ ຫຼວງພະບາງ...ຄັງສາງດ້ານສິລະປະຂອງບັນດາເຜົ່າລາວແມ່ນອຸດົມຮັ່ງມີ ແລະ ຫຼາຍຮູບຫຼາຍແບບ ດ້ວຍຫຼາຍທຳໜອງເປັນຕົ້ນ; ຂັບ, ລຳ, ເຊີ້ງ, ອ່ານໜັງສືກ້ຽວພາລາສີ ລະຫວ່າງບ່າວສາວ... ພ້ອມນັ້ນປະຊາຊົນລາວໄດ້ສ້າງບົດນິພົນທີ່ມີຊື່ສຽງເຊັ່ນ: ນິທານທ້າວຮຸ້ງ, ທ້າວເຈື່ອງ, ສັງສິນໄຊ, ສຽວສະຫວາດ, ພະລັກພະລາມ ແລະ ອື່ນໆ... ພ້ອມນັ້ນຍັງມີຄຳກອນກາບປູ່ສອນຫຼານ, ຄຳວ່າເງິນເຕັມພາບໍ່ທໍພະຫຍາເຕັມປຸມ, ຢາກໄວໃຫ້ຄານຢາກນານໃຫ້ແລ່ນ, ເກົ້າອົດເກົ້າເຍືື້ອນຫາກຈະໄດ້ທ່ອນຄຳ, ໄມ້ລຳດຽວລ້ອມຮົ້ວບໍ່ໄຂ່ວ ໄຜ່ບໍ່ພ້ອມ ແປງບ້ານບໍ່ເຮືອງ ເປັນຕົ້ນ.
ປະເທດລາວເປັນດິນແດນທີ່ຂຶ້ນຊື່ລືນາມ ຄົນລາວທຸກເຜົ່າຢູ່ຮ່ວມກັນດ້ວຍຄວາມສັນຕິສຸກ, ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ທັງໄດ້ປະກອບສ່ວນອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດກໍ່ຄືໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ໃນໄລຍະໃໝ່. ພວກເຮົາມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອອັນດີງາມຂອງຊາດ ວັດທະນາທຳຂອງລາວເຮົາທັງໄດ້ຮັບເອົາວັດທະນາທຳອັນດີງາມຂອງຕ່າງປະເທດຄົນລາວບໍ່ວ່າຈະຢູ່ແຫ່ງຫົນໃດກໍ ຮັກສາ ມູນເຊື້ອ ວັດທະນະທຳຂອງຕົນໄວ້ໄດ້.
ຈຸດພິເສດຄົນລາວເປັນຄົນດຸໝັ່ນຂະຫຍັນພຽນ ແລະ ອົງອາດກ້າຫານທີ່ສຸດ, ຕົວຢ່າງການຕໍ່ສູ້ຕີສັດຕູໄລຍະ ຜ່ານມາ ຈົນໄດ້ຮັບໄຊຊະນະ ແລະ ຫຼາຍຄົນໄດ້ເປັນວິລະຊົນ, ນັກຮົບແຂ່ງຂັນໃນເງື່ອນໄຂຄວາມເປັນຈິງຂອງ ປະເທດຊາດ, ໃນນັ້ນມີຈຸດພິເສດທາງດ້ານເສດຖະກິດ-ສັງຄົມ ແລະ ຈຸດພິເສດຂອງຄົນລາວ ດັ່ງກ່າວມາຂ້າງເທິງນັ້ນ.
4 ໄລຍະການປ່ຽນແປງໃໝ່ຂອງປະເທດເຮົາ
- ການປ່ຽນແປງໃໝ່ຢ່າງຮອບດ້ານທີ່ມີຫຼັກການຂອງພັກເຮົາ ເປັນບາດກ້າວເລີ່ມຕົ້ນທີ່ຖືກຕ້ອງ ບັນລຸໄດ້ຜົນງານອັນໃຫຍ່ຫຼວງເປັນພື້ນຖານໜັກແໜ້ນແຕ່ກໍຍັງຕ້ອງເອົາໃຈໃສ່ຫຼາຍປະການ ເປັນຕົ້ນທາງດ້ານເສດຖະ ກິດ-ສັງຄົມ ທີ່ຍັງມີຫຼາຍບັນຫາຄົງຄ້າງບໍ່ທັນໄດ້ຮັບການແກ້ໄຂຢ່າງເຖິງຖອງ ຕົວຢ່າງ: ກຳລັງການຜະລິດຫຼ້າຫຼັງເກີນ ໄປກັບຄວາມຮຽກຮ້ອງຕ້ອງການໃນການຂະຫຍາຍຕົວການຜະລິດເພື່ອຕອບສະໜອງຄວາມຕ້ອງການໃນທຸກດ້ານທີ່ນັບມື້ນັບເພີ່ມຂຶ້ນຂອງສັງຄົມ.
ດ້ານເສດຖະກິດພັກເຮົາໄດ້ເອົາໃຈໃສ່ກວ່າເກົ່າຕໍ່ການກະສິກຳ, ຫັດຖະກຳ, ອຸດສາຫະກຳນ້ອຍ ການບໍລິການການທ່ອງທ່ຽວ ແລະ ອື່ນໆ ເພື່ອກໍ່ສ້າງພື້ນຖານໂຄງລ່າງປັບປຸງໂຄງປະກອບເສດຖະກິດ ຂອງລັດເທື່ອລະກ້າວດ້ວຍຫຼາຍຮູບການທີ່ເໝາະສົມ, ບັນດາແຜນນະໂຍບາຍທີ່ຖືກຕ້ອງດັ່ງກ່າວຂອງພັກ ໄດ້ສະແດງເຖິງເຈດຈຳນົງຄວາມມຸ້ງມາດປາຖະໜາຂອງປະຊາຊົນ, ຕອບສະໜອງຜົນປະໂຫຍດອັນຊອບທຳຂອງທຸກຄົນໃນສັງຄົມ, ເສດຖະ ກິດຂອງຊາດມີການເຕີບໃຫຍ່ຂຶ້ນທາງດ້ານຈັ່ງຫວະຄວາມໄວຂຶ້ນ ແລະ ເຄື່ອນໄຫວມີປະສິດທິຜົນກວ່າເກົ່າ.
ອີກດ້ານໜຶ່ງການປ່ຽນແປງໃໝ່ພວກເຮົາຕ້ອງຮັບຮູ້ແມ່ນຂໍ້ຂັດແຍງ, ຄົງຄ້າງ ແລະ ຈຸດອ່ອນຂອງພວກເຮົາ ຍ້ອນພວກເຮົາເພິ່ງພໍໃຈຕໍ່ຜົນງານ ແລະ ໄຊຊະນະທີ່ບັນລຸໄດ້, ແຕ່ພວກເຮົາຍັງຢູ່ໃນສະພາບເສດຖະກິດທຳມະຊາດ ແລະ ເຄິ່ງທຳມະຊາດຢ່າງໜັກໜ່ວງ, ລາຍຮັບຂາດດຸນ ລາຍຮັບໜ້ອຍກວ່າລາຍຈ່າຍ, ຂາເຂົ້າລື່ນຂາອອກ ບໍ່ທັນສ້າງການສະສົມຢູ່ໃນປະເທດໄດ້, ການຜະລິດກະສິກຳບໍ່ປົກກະຕິ, ອຸດສາຫະກຳ ແລະ ຫັດຖະກຳຂະຫຍາຍຕົວຊ້າ ອັດຕາສ່ວນສິນຄ້າໃຊ້ສອຍທີ່ຜະລິດຢູ່ພາຍໃນປະເທດຍັງຕໍ່າ.
ບັນຫາສັງຄົມຍັງມີຫຼາຍອັນຄົງຄ້າງບໍ່ທັນໄດ້ຮັບການແກ້ໄຂເຊັ່ນ: ໂຮງຮຽນ, ໂຮງໝໍ, ສຸກສາລາ ຊຸດໂຊມ, ຄຸນນະພາບການສຶກສາຕໍ່າ,ຈຳນວນນັກຮຽນອອກໂຮງຮຽນມີຫຼາຍ, ຄູປະອາຊີບເພີ່ມຂຶ້ນ, ຄູຫ່າງໄກສອກຫຼີກບໍ່ພໍ, ເງິນເດືອນພະນັກງານໄດ້ຊ້າ, ສະຫວັດດີການສັງຄົມບໍ່ທັນດີ ຊີວິດການເປັນຢູ່ຜູ້ອາໄສກິນແຕ່ເງິນເດືອນ ແລະ ເງິນອຸດໜູນຍັງຫຍຸ້ງຍາກຝຶດເຄືອງຫຼາຍ.
ກົງຈັກພັກ-ລັດ ແລະ ອົງການມະຫາຊົນ-ສັງຄົມ ຂັ້ນຕ່າງໆຍັງໃຫຍ່ໂຕ ແລະ ຂາດຄວາມສັກສິດ, ຖັນແຖວພະນັກງານ, ສະມາຊິກພັກໄດ້ເຕີບໃຫຍ່ຂຶ້ນຫຼາຍແຕ່ເບິ່ງໂດຍລວມແລ້ວເປັນລັກສະນະເຫຼືອບໍ່ພໍ! ພະນັກງານຈຳນວນໜຶ່ງເສຍທາດຂາດຄຸນສົມບັດ, ປະກົດການຫຍໍ້ທໍ້ໃນສັງຄົມມີທ່າອ່ຽງເພີ່ມຂຶ້ນຢູ່ຮາກຖານບາງບ່ອນຍັງບໍ່ທັນມີຄວາມສະຫງົບຢ່າງແທ້ຈິງເທື່ອ ຍ້ອນການຈັດຕັ້ງຂັ້ນເທິງຂາດການເອົາໃຈໃສ່ເບິ່ງແຍງດູແລເປັນຕົ້ນເຂດຫ່າງໄກສອກຫຼີກທຸລະກັນດານ, ເຂດຊາຍແດນ ລະຫວ່າງປະເທດຈຶ່ງມີບັນຫາຕາມມາເຖິງປັດຈຸບັນນີ້.
ເພື່ອແກ້ໄຂບັນຫາໃນຕໍ່ໜ້ານີ້ໃຫ້ໄດ້ຮັບຜົນດີ ພັກເຮົາຕ້ອງກຳນົດທັດສະນະ ແລະ ແນວຄິດຊີ້ນຳ ກໍຄືທິດທາງ ແລະ ໜ້າທີ່ຂອງການປະຕິວັດຂອງປະເທດເຮົາໃນໄລຍະໃໝ່ ແນວຄິດທີ່ສອດຄ່ອງສະເໝີຕົ້ນສະເໝີ ປາຍແມ່ນສຶບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ ສ້າງບັນດາປະຖົມປັດໄຈ ເພື່ອກໍ່ສ້າງສັງຄົມນິຍົມໃນອະນາຄົດ.
ເລນິນເວົ້າວ່າ: ນິພົນໄກສອນເຫຼັ້ມ 4 ໜ້າ 337 (ສັງຄົມໜຶ່ງທີ່ພວມຂະຫຍາຍຕົວໄປຕາມ ທິດກອມມູນິດນິຍົມ ຫາກບໍ່ມີໄລຍະຂ້າມຜ່ານທາງດ້ານການເມືອງແລ້ວ ເຮັດແນວໃດກໍບໍ່ສາມາດຫັນໄປສູ່ກອມມູນິດນິຍົມໄດ້). ບົນເສັ້ນທາງກ້າວຂຶ້ນຂອງປະເທດຊາດຈະຕ້ອງໄດ້ຜ່ານບັນດາບາດກ້າວຂ້າມຜ່ານລະຫວ່າງກາງ, ສິ່ງທີ່ເປັນໜ້າພູມ ໃຈແມ່ນພັກເຮົາເຫັນໄດ້ຂໍ້ຜິດພາດດັ່ງກ່າວໂດຍໄວ ແລະ ເດັດດ່ຽວດັດແປງແກ້ໄຂ. ສິ່ງດັ່ງກ່າວໄດ້ສະແດງອອກແຈ້ງຜ່ານບັນດາແຜນນະໂຍບາຍ, ນະໂຍບາຍໃໝ່ຂອງພັກ ແລະ ລັດ ໂດຍສະເພາະແມ່ນຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກມາເຖິງປະຈຸບັນ. ເຖິງຢ່າງໃດກໍຕາມມາຮອດກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ ປີ 1986 ພັກເຮົາຍັງບໍ່ທັນຮັບຮູ້ແຈ້ງເລິກເຊິ່ງ ແລະ ຄົບຖ້ວນ ກ່ຽວກັບສະພາບການຕົວຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາຢ່າງແທ້ຈິງ ເພື່ອກຳ
ນົດບາດກ້າວເດີນຢ່າງຖືກຕ້ອງສະແດງອອກຄື: ນະໂຍບາຍຈຳນວນໜຶ່ງຍັງບໍ່ທັນສອດຄ່ອງກັບຕົວຈິງ.
ພວກເຮົາເຫັນແຈ້ງວ່າ: ລັດວິສາຫະກິດສ່ວນໃຫຍ່ລ້ວນແຕ່ມີປະສິດທິຜົນຕໍ່າ ຫຼື ຫຼຸບທຶນ, ແຕ່ໃນເວລາດຽວກັນນັ້ນຊໍ້າພັດຍັງຖືຫົວໜ່ວຍເສດຖະກິດຂອງລັດເປັນເຈົ້າພາທາງແບບຜູກຂາດທົ່ວໄປໃນສັງຄົມ. ສະຫະກອນສ່ວນຫຼວງຫຼາຍແມ່ນອ່ອນການຜະລິດຂະຫຍາຍຕົວຊ້າ ຊີວິດການເປັນຢູ່ຂອງປະຊາຊົນ ບໍ່ໄດ້ຮັບການ ປົວແປງເທົ່າທີ່ຄວນ ແຕ່ໃນເວລາດຽວກັນນັ້ນ ພວກເຮົາມີແຜນນະໂຍບາຍລະດົມຂົນຂວາຍ ຊາວກະສິກອນທຳມາ ຫາກິນແບບລວມໝູ່, ສຶບຕໍ່ຕຳນິວິຈານແນວຄິດຢຸດໆຢ່ອນໆ ບໍ່ເດັດດຽວແກ້ໄຂ. ແຕ່ພັກເຮົາກໍ່ສາມາດຢືນຢັນດ້ວຍ ຈິນ ຕະນາການໃໝ່ໄດ້ວ່າ: ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ ເປັນຂີດໝາຍແຫ່ງການເລີ່ມຕົ້ນຂອງຂະບວນວິວັດ ແຫ່ງ ການປ່ຽນແປງໃໝ່ໂດຍພື້ນຖານຢູ່ປະເທດເຮົາ. ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ່ 5,6,7 ໄດ້ຫັນເປັນອັນລະອຽດ ແລະ ຂະຫຍາຍຕື່ມອີກບາດກ້າວໜຶ່ງທີ່ສຳຄັນທີ່ສຸດ, ບັນດາທັດສະນະຊີ້ນຳຂອງກອງ ປະຊຸມໃຫຍ່ຄັ້ງທີ IV ໃນນັ້ນພົ້ນເດັ່ນກວ່າໝູ່ແມ່ນຂົງເຂດເສດຖະກິດ. ກອງປະຊຸມຄົບຄະນະຄັ້ງທີ 7 ສະໄໝທີ IV ໄດ້ສັງເກດວ່າ: ໄລຍະໃໝ່ຂອງການປະຕິວັດປະເທດເຮົາແມ່ນໄລຍະຂ້າມຜ່ານຂຶ້ນສູ່ສັງຄົມນິຍົມໂດຍບໍ່ຜ່ານທຶນ ນິຍົມ. ບົນພື້ນຖານຈິນຕະນາການໃໝ່, ໄລຍະໃໝ່ຂອງການປະຕິວັດປະເທດເຮົາແມ່ນໄລຍະແຫ່ງການປັບປຸງ, ຂະຫຍາຍ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ !.
ສະນັ້ນ, ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ຈຶ່ງສະຫຼຸບ ແລະ ຖອດຖອນ ບົດຮຽນໄດ້ 5 ບົດຮຽນ, 6 ຫຼັກການ, 7 ຄຸນລັກສະນະ, 9 ປະຖົມປັດໄຈ ດັ່ງນີ:
ໜື່ງ; ຫ້າບົດຮຽນຄື:
1). ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ.
2). ອີງໃສ່ປະຊາຊົນເສີມຂະຫຍາຍກໍາລັງອັນມະຫາສານຂອງປະຊາຊົນ.
3). ຮັບປະກັນສະເຖ່ຍລະພາບທາງດ້ານການເມືອງ-ສະຫງົບເປັນລະບຽບຮຽບຮ້ອຍຂອງສັງຄົມ.
4). ເພີ່ມທະວີບົດບາດການນໍາພາຂອງພັກໃນທຸກຂົງເຂດວຽກງານ
5). ເສີມຂະຫຍາຍກໍາລັງແຮງຂອງຊາດສົມທົບກັບກໍາລັງແຮງຂອງຍຸກສະໄໝ.
ສອງ; ຫົກຫຼັກການຄື:
1). ຢຶດໝັ້ນຈຸດໜາຍສັງຄົມນິຍົມ.
2). ເອົາລັດທິມາກ-ເລນິນແນວຄິດ ໄກສອນ ເປັນພື້ນຖານ.
3). ພັກນໍາພາຕັດສິນຊີ້ຂາດ.
4). ເສີມຂະຫຍາຍປະຊາທິປະໄຕ ປະຕິບັດຫຼັກການລວມສູນປະຊາທິປະໄຕພາຍໃນພັກ.
5). ຜະເດັດການກໍາມາຊີບເປັນເຄື່ອງມື.
6). ລັດທິກໍາມາຊີບ-ສາກົນ-ຍຸກສະໄໝ.
ສາມ; ເຈັດຄຸນລັກສະນະຄື:
1). ປະຊາຊົນມີສິດເປັນເຈົ້າຢ່າງເຕັມສ່ວນ.
2). ລະບົບການເມືອງມີພັກມາກ-ເລນິນແກນນຳ
3). ສັງຄົມພັດທະນາໃນລະດັບສູງ
4). ສັງຄົມສີວິໄລຍຸດຕິທໍາ.
5). ວັດທະນະທໍາຂອງຊາດອະນຸລັກຮັກສາ.
6). ຊົນເຜົ່າຕ່າງໆ ມີຄວາມສະເໝີພາບ.
7). ສາຍພົວພັນມິດຕະພາບກັບນາໆຊາດ
ສີ່; ເກົ້າປະຖົມປັດໄຈຄື:
1). ປັບປຸງພັກໜັກແໜ້ນເຂັ້ມແຂງ.
2). ກໍ່ສ້າງລັດປະຊາທິປະໄຕໃຫ້ໝັ້ນຄົງ
3). ປົດປ່ອຍ ແລະ ຂະຫຍາຍກໍາລັງການຜະລິດຢ່າງແຂງແຮງ.
4). ພັດທະນາສັງຄົມຢ່າງຕັ້ງໜ້າ.
5). ເພີ່ມທະວີຄຸ້ມຄອງລັດ-ສັງຄົມດ້ວຍກົດໝາຍ.
6). ປັບປຸງ ແລະ ສ້າງກົດໝາຍໃຫ້ສົມບູນ.
7). ປົກປັກຮັກສາ ແລະ ພັດທະນາວັດທະນາທໍາຂອງຊາດ.
8). ສ້າງ ປກສ-ປກຊ ໃຫ້ເຂັ້ມແຂງທັນສະໄໝ.
9). ສ້າງສາຍພົວພັນມິດຕະພາບກັບພາກພື້ນ ແລະ ສາກົນ.
ຂໍ້ສະຫຼຸບດັ່ງກ່າວທັງມີຄວາມໝາຍຍຸດທະສາດ, ທັງເປັນພື້ນຖານໃຫ້ແກ່ການວາງແນວທາງໃໝ່ຂອງພັກເຮົາ ຢ່າງສະເໝີຕົ້ນສະເໝີປາຍ ແລະ ຄົບຊຸດ ກຳນົດບາດກ້າວເດີນຂອງການປະຕິວັດປະເທດເຮົາໃນໄລຍະປະຈຸບັນຢ່າງຖືກຕ້ອງສ້າງເງື່ອນໄຂອັນສະດວກເພື່ອກຳນົດທິດທາງແນວທາງໜ້າທີ່ໃຫ້ສອດຄ່ອງກັບສະພາວະຄວາມເປັນຈິງຂອງປະເທດຊາດ. ພັກ ແລະ ປະຊາຊົນເຮົາເຫັນດີ-ເຫັນພ້ອມຕໍ່ການຕີລາຄາທີ່ຖືກຕ້ອງສຳຄັນຍິ່ງຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ IV. ໃນລາຍງານການເມືອງຂອງພັກໄດ້ຢືນຢັນວ່າ: ໜ້າທີ່ຂອງພັກ ແລະ ປະຊາຊົນເຮົາ ໄລຍະປະຈຸບັນແມ່ນ (ສືບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ) ສະນັ້ນ, ພວກເຮົາໄດ້ເລີ່ມຕົ້ນສ້າງລະບອບປະຊາທິປະໄຕ ປະຊາຊົນ ຕັ້ງແຕ່ເວລາສ້າງຕັ້ງ ສປປລາວ. ພວກເຮົາຕ້ອງສືບຕໍ່ສ້າງລະບອບປະຊາທິປະໄຕ ປະຊາຊົນຢ່າງຮອບດ້ານ. ເພື່ອພ້ອມກັນສູ້ຊົນໃຫ້ບັນລຸຈຸດໝາຍຂອງລະບອບປະຊາທິປະໄຕ ປະຊາຊົນພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ.
ລະບອບປະຊາທິປະໄຕ ປະຊາຊົນ ທີ່ພວກເຮົາເລືອກເອົາບໍ່ພຽງແຕ່ສອດຄ່ອງກັບສະພາບການຕົວຈິງຂອງປະ ເທດເຮົາເທົ່ານັ້ນ, ຫາກຍັງສອດຄ່ອງກັບຫຼັກມູນທິດສະດີຂອງເລນິນອີກດ້ວຍ. ຍັງມີຄົນຈຳນວນໜຶ່ງບໍ່ເຂົ້າໃຈ ແລະ ຄິດວ່າການສ້າງລະບອບປະຊາທິປະໄຕ ປະຊາຊົນ ເປັນການປະລະອຸດົມການສັງຄົມນິຍົມ. ພັກເຮົາຢືນຢັນຢ່າງເດັດ ຂາດວ່າ: ອຸດົມຄະຕິ ແລະ ຈຸດໝາຍສັງຄົມນິຍົມແມ່ນບໍ່ມີຫຍ້ງປ່ຽນແປງ, ອຸດົມຄະຕິຂອງພັກພວກເຮົາແມ່ນສັງຄົມນິຍົມ.
ລະບອບປະຊາທິປະໄຕ ປະຊາຊົນ ຂອງພວກເຮົາແຕກຕ່າງທາງດ້ານທາດແທ້ກັບປະຊາທິປະໄຕນາຍທຶນ, ເລນິນໄດ້ໃຫ້ຂໍ້ສັງເກດວ່າ “ ບັນດາລັດທິນາຍທຶນ ມີຮູບການແຕກຕ່າງກັນທີ່ສຸດ ແຕ່ທາດແທ້ຂອງມັນແມ່ນອັນດຽວຄືພະເດັດການຂອງນາຍທຶນເຊິ່ງໃນນັ້ນ, ຊົນຊັ້ນນາຍທຶນໄດ້ເປັນເຈົ້າສັງຄົມ. ກຳມະສິດປົກຄອງຕົກລົງແນວ ທາງນະໂຍບາຍຕ່າງໆ ແນ່ໃສ່ຮັບໃຊ້ຜົນປະໂຫຍດໃຫ້ແກ່ຊົນຊັ້ນຂອງພວກເຂົາເປັນຕົ້ນຕໍ. ລະບອບປະຊາທິປະໄຕປະ ຊາຊົນຂອງພວກເຮົາແມ່ນລະບອບຂອງປະຊາຊົນ, ປະຊາຊົນເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ທຸກການຕົກລົງກ່ຽວກັບແນວທາງ, ນະໂຍບາຍຕ່າງໆລ້ວນແຕ່ສອງແສງເຖິງເຈດຈຳນົງ, ຄວາມມຸ້ງມາດປາຖະໜາອັນແຮງກ້າຂອງປະຊາຊົນ ແລະ ທັງໝົດລ້ວນແຕ່ແນ່ໃສ່ຮັບໃຊ້ຜົນປະໂຫຍດຂອງປະຊາຊົນຜູ້ອອກແຮງງານບັນດາເຜົ່າຕ່າງໆ. ຈາກການຂະຫຍາຍລະບອບປະຊາທິປະໄຕປະຊາຊົນ. ເຖິງການສ້າງສັງຄົມນິຍົມແມ່ນເສັ້ນທາງຕໍ່ເນື່ອງກັນຕາມບາດກ້າວເດີນແຕ່ຕໍ່າຫາສູງພາຍໃຕ້ການນຳພາຂອງພັກເຮົາແມ່ນເສັ້ນທາງທີ່ຍາວໄກສົມຄວນ, ແຕ່ແມ່ນທິດທາງທີ່ຕ້ອງເປັນໄປຂອງປະເທດເຮົາ.
ສະນັ້ນ, ລະບອບປະຊາທິປະໄຕ ປະຊາຊົນຈຶ່ງແມ່ນໜ້າທີ່ຂອງທົ່ວພັກ ທົ່ວປວງຊົນເຮົາໃນໄລຍະໃໝ່ ສ້າງບັນດາປະຖົມປັດໄຈອັນຈຳເປັນ, ວາງພື້ນຖານການເມືອງ, ເສດຖະກິດ, ວັດທະນາທຳ ແລະ ສັງຄົມ ໃຫ້ແກ່ສັງຄົມນິຍົມໃນອະນາຄົດ, ຢາກເຮັດຫຼ້ອນບັນດາໜ້າທີ່ດັ່ງກ່າວພວກເຮົາຕ້ອງປະຕິບັດຢ່າງຖືກຕ້ອງບັນ ດາທັດ ສະນະ ຫຼັກການດັ່ງນີ້:
ໜຶ່ງ ເພີ່ມທະວີບົດບາດການນຳພາຂອງພັກຕໍ່ທົ່ວສັງຄົມ, ຕໍ່ລັດຂອງລະບອບປະຊາທິປະໄຕ ປະຊາຊົນ ໃນທຸກຂົງເຂດຊີວິດການເມືອງ, ເສດຖະກິດ, ວັດທະນາທຳ ແລະ ສັງຄົມ.
ສອງ ເພີ່ມທະວີສາຍພົວພັນສະໜິດແໜ້ນລະຫວ່າງພັກກັບມະຫາຊົນ, ປະຊາຊົນປັບປຸງພັນທະພາບກຳມະ ກອນ, ຊາວນາ, ນັກຮຽນຮູ້ປັນຍາຊົນທີ່ຮັກຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ.
ສາມ ລັດປະຊາທິປະໄຕ ປະຊາຊົນ ຖືຂະຫຍາຍເອົາການຜະລິດ, ພັດທະນາເສດຖະກິດພາປະເທດ ຊາດ ຫຼຸດພົ້ນອອກຈາກສະພາວະຍາກຈົນ ຫຼ້າຫຼັງເປັນກ້າວໆ. ສ້າງປະເທດລາວໃຫ້ເປັນປະເທດສັນຕິພາບ ເອກະລາດ ປະຊາ ທິປະໄຕ ເອກະພາບ ແລະ ວັດທະນະຖາວອນ.
ສີ່ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນພາຍໃຕ້ການນຳພາຂອງພັກ ປະຕິບັດຢ່າງມີການຈັດຕັ້ງ ສິດເປັນເຈົ້າຂອງປະຊາຊົນ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ເປີດກວ້າງປະຊາທິປະໄຕໃນສັງຄົມ ທາງດ້ານ ການ ເມືອງ, ເສດຖະກິດ ເພີ່ມທະວີນໍ້າໃຈປະຕິວັດອັນແຮງກ້າ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ປຸກລະດົມ ຊວນເຊື່ອທຸກຄົນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ຫ້າ ມີຄວາມເປັນເອກະພາບໃນການພັດທະນາທາງດ້ານການເມືອງ-ເສດຖະກິດ, ວັດທະນະທຳ
ແລະ ສັງຄົມ, ເສີມຂະຫຍາຍລັກສະນະດີເລີດຂອງລະບອບປະຊາທິປະໄຕປະຊາຊົນ ໄປຕາມທິດກ້າວຂຶ້ນ ສັງຄົມນິຍົມ.
ຫົກ ລັດປະຊາທິປະໄຕ ປະຊາຊົນລາວ ໄດ້ສ້າງຕັ້ງຂຶ້ນດ້ວຍການຮ່ວມສຳພັນ, ມິດຕະພາບ ແລະ ຄວາມ ສາມັກຄີພິເສດລະຫວ່າງ 3 ປະເທດ ລາວ, ຫວຽດນາມ ແລະ ກຳປູເຈຍ ດ້ວຍການສະໜັບສະໜູນ ຊ່ວຍ ເຫຼືອອັນໃຫຍ່ຫຼວງຂອງສະຫະພາບໂຊວຽດ ສປຈີນ ແລະ ປະເທດອ້າຍນ້ອງເພື່ອນມິດໃນທົ່ວໂລກ.
ການສຶບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ ໃນເງື່ອນໄຂສະພາບການຂອງໂລກ ແລະ ພາກພື້ນຍັງຜັນແປໄປຢ່າງສັບສົນ, ບັນດາອິດທິກຳລັງປໍລະປັກ ກໍ່ຍັງສຶບຕໍ່ກົນອຸບາຍ ທຳລາຍມ້າງເພຢ່າງເປັນປະຈຳ, ຍິ່ງກວ່າເວລາໃດໝົດພວກເຮົາຕ້ອງຮັກສາ ແລະ ເພີ່ມທະວີຄວາມສາມັກຄີພິເສດ ລະຫວ່າງ 3ປະເທດ ລາວ, ຫວຽດນາມ ແລະ ກຳປູເຈຍ.
ພວກເຮົາຕ້ອງສຶບຕໍ່ເພີ່ມທະວີສາຍພົວພັັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບ ສສ ຫວຽດນາມ ແລະ ສາທາລະນະລັດ ປະຊາຊົນຈີນກັບບັນດາປະເທດອ້າຍນ້ອງ ແລະ ເພື່ອນມິດເປີດກວ້າງການພົວພັນຮ່ວ ມືກັບສາກົນ ເພື່ອຍາດແຍ່ງເອົາທຸກເງື່ອນໄຂສະດວກມາຮັບໃຊ້ພາລະກິດປ່ຽນແປງໃໝ່ ແລະ ການພັດທະນາ ປະເທດຊາດຂອງພວກເຮົາຕະຫຼອດໄປ.
ສະຫຼຸບລວມແລ້ວແນວຄິດປະທານ ໄກສອນ ພົມວິຫານ ກ່ຽວກັບປະຊາທິປະໄຕໃນການສ້າງລະບອບ ປະຊາ ທິປະໄຕ ປະຊາຊົນ ເພື່ອໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍ, ດ້ວຍການປະກາດໃຊ້ ລັດຖະທຳມະນູນ ແມ່ນ ການຫັນລັດຖະທຳມະນູນເປັນກົດໝາຍໃນຂົງເຂດຕ່າງໆ, ນັ້ນແມ່ນຂີດໝາຍແຫ່ງການຫັນໄປສູ່ ການສ້າງລັດ ທິປົກຄອງດ້ວຍກົດໝາຍ ຫຼື ເວົ້າຢ່າງໜຶ່ງແມ່ນການສ້າງລັດແຫ່ງກົດໝາຍ ເທື່ອລະກ້າວ, ຕາມທັດສະນະ ຂອງພັກປະຊາຊົນປະຕິວັດລາວ ເພື່ອແນ່ໃສ່ການເພີ່ມທະວີການນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ສິດເປັນເຈົ້າຂອງປະເທດຊາດ ຂອງປະຊາຊົນບັນດາເຜົ່າຕ່າງໆ ໃນໄລຍະສ້າງ ແລະ ປັບປຸງເສີມຂະຫຍາຍລະ ບອບປະຊາທິປະໄຕ ປະຊາຊົນຂອງປະເທດເຮົາ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com