Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ໄດ້ດຳເນີນຢ່າງເປັນທາງການໃນ ລະຫວ່າງ ວັນທີ 1-3 ມີນາ 2021, ທີ່ສໍານັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ.
ກອງປະຊຸມເນັ້ນໜັກໃຫ້ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ເປັນຮູບປະທໍາ ແລະ ໄດ້ຮັບການຈັດຕັ້ງປະຕິບັດ ໃນທຸກຂົງເຂດວຽກງານ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້. ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາບັນຫາສຳຄັນດັ່ງນີ້:
1. ຕີລາຄາຜົນສຳເລັດຂອງການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ, ປຶກສາຫາລືກ່ຽວກັບຄວາມຮັບຜິດຊອບຂອງສູນກາງ ຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງທີ XI ວາງອອກ, ຮັບຮອງເອົາແຜນການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ເພື່ອແນໃສ່ການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານໃນທຸກຂົງເຂດຂອງຊີວິດສັງຄົມ, ສາມາດກຳນົດແຈ້ງບັນດາເນື້ອໃນ ແລະ ວຽກງານຈຸດສຸມທີ່ຕ້ອງເອົາໃຈໃສ່ນໍາພາ-ຊີ້ນໍາ ໃນແຕ່ລະຂົງເຂດວຽກງານ ຕິດພັນກັບການຍົກສູງຄວາມເປັນເຈົ້າການຂອງຄະນະພັກ ບັນດາກະຊວງ-ອົງການ, ບັນດາແຂວງ, ນະຄອນຫຼວງ ໃນການຫັນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ເປັນແຜນງານ, ໂຄງການ ແລະກິດຈະກຳລະອຽດຂອງຕົນ, ຕາມທິດ; ທັງເຊື່ອມຊຶມ ທັງນຳພາເຮັດຕົວຈິງແຕ່ຫົວທີ.
2. ຮັບຮອງແຜນດຳເນີນງານຕະຫຼອດໄລຍະ 5 ປີ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ກໍຄືການກຳນົດວຽກງານຈຸດສຸມ ທີ່ສູນກາງຈະໄດ້ຊີ້ນຳໃນແຕ່ລະໄລຍະ ເພື່ອກຳນົດແບບແຜນເຄື່ອນໄຫວ ແລະ ວິທີນຳພາ ຂອງຄະນະບໍລິຫານງານສູນກາງພັກໃຫ້ຈະແຈ້ງ, ເປັນລະບົບ, ມີຈຸດສຸມ, ສ້າງຄວາມເຊື່ອໝັ້ນຢ່າງໜັກແໜ້ນຂອງສັງຄົມຕໍ່ການນໍາພາຂອງພັກ, ສົມທົບຢ່າງກົມກຽວ ລະຫວ່າງການແກ້ໄຂບັນຫາທີ່ເປັນພື້ນຖານທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກັບການແກ້ໄຂບັນຫາພົ້ນເດັ່ນທີ່ເກີດຂຶ້ນໃນແຕ່ລະໄລຍະ ຕາມສະພາບການຕົວຈິງ ເພື່ອເປັນບ່ອນອີງໃຫ້ແກ່ການກໍານົດຄວາມຮັບຜິດຊອບ, ສົ່ງເສີມຄວາມເປັນເຈົ້າການກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບຂອງບັນດາສະຫາຍກຳມະການສູນກາງພັກ, ທັງເປັນບ່ອນອີງ ໃນການຕີລາຄາຄວາມສາມາດນຳພາຂອງກຳມະການສູນກາງພັກແຕ່ລະສະຫາຍ ໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບ.
3. ຮັບຮອງເອົາມະຕິວ່າດ້ວຍລະບອບແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ສະໄໝທີ XI, ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ຮັບປະກັນການຍົກສູງບົດບາດການນຳພາຂອງພັກ ແລະ ການປະຕິບັດຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບຢ່າງເຂັ້ມງວດ.
4. ກອງປະຊຸມໄດ້ປຶກສາຫາລື ແລະ ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ຊຶ່ງໄດ້ຜ່ານການປະກອບຄຳເຫັນຫຼາຍເທື່ອ ແລະ ໄດ້ຜ່ານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກມາແລ້ວ ແລະ ກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ XI ນີ້, ໄດ້ສືບຕໍ່ກວດຄືນບາງໂຕເລກ ແລະ ບາງຄາດໝາຍໃຫ້ສອດຄ່ອງ, ສົມບູນຍິ່ງຂຶ້ນ ເພື່ອນຳສະເໜີຕໍ່ກອງປະຊຸມສະພາແຫ່ງຊາດຮັບຮອງເອົາຕາມກົດໝາຍ.
5. ກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ເປັນເອກະພາບ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ແລະ ການແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ສະໄໝທີ XI, ເພື່ອແນໃສ່ເຮັດໃຫ້ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ນໍາໄປຈັດຕັ້ງປະຕິບັດຕົວຈິງ ດ້ວຍຄວາມຮັບຜິດຊອບຂອງແຕ່ລະສະຫາຍ ກຳນົດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.
ນອກຈາກນີ້, ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 2 ຍັງໄດ້ເນັ້ນໜັກໃຫ້ທົ່ວພັກ, ທົ່ວລັດແລະ ທົ່ວປວງຊົນລາວທັງຊາດ ຈົ່ງສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ເປັນຮູບປະທໍາ ແລະ ໄດ້ຮັບການຈັດຕັ້ງປະຕິບັດໃນທຸກຂົງເຂດວຽກງານ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້; ຮຽກຮ້ອງໃຫ້ບັນດາສະຫາຍ ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ ແລະ ພາຍໃນຊາດ, ສືບຕໍ່ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແລະ ຊີ້ນຳການຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ຕາມສະພາບການຕົວຈິງຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ, ເພີ່ມທະວີຄວາມເອົາໃຈໃສ່ ນໍາພາ-ຊີ້ນໍາ, ປັບປຸງ, ຍົກສູງຄວາມສາມາດ ແລະ ຄຸນນະພາບການເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃຫ້ສູງຂຶ້ນກວ່າເກົ່າ.
ເພື່ອຮັບປະກັນການບັນລຸວຽກງານຈຸດສຸມໃນເດືອນມີນາ 2021 ທີ່ກອງປະຊຸມໄດ້ກຳນົດອອກຢ່າງມີຜົນສຳເລັດນັ້ນ, ບັນດາຂະແໜງການນັບແຕ່ຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການປະຕິບັດພາລະບົດບາດໜ້າທີ່ຂອງຕົນ ໃນການນຳເອົາເນື້ອໃນຈິດໃຈມະຕິ ກໍຄືທິດຊີ້ນຳຂອງກອງປະຊຸມດັ່ງກ່າວ ໄປຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ທັນເວລາ ແລະ ມີປະສິດທິຜົນ.
(ໂດຍ: ສີວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com