Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
……………………..
ຂຽນໂດຍ: ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ
ເນື່ອງໃນໂອກາດວັນສ້າງຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 5 ປີ
--------------
ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 23 ມີນາ 2016 ຊຶ່ງມາຮອດປັດຈຸບັນ ຄົບຮອບ 5 ປີ ໂດຍປະກອບດ້ວຍ 6 ປະເທດສະມາຊິກຄື: ສປປ ລາວ, ກຳປູເຈຍ, ມຽນມາ, ໄທ, ສສ ຫວຽດນາມ ແລະ ສປ ຈີນ ຊຶ່ງມີເປົ້າໝາຍສົ່ງເສີມ ແລະ ຮັດແໜ້ນການຮ່ວມມື ເພື່ອການພັດທະນາເສດຖະກິດ-ສັງຄົມ ບົນພື້ນຖານການຄວາມສະເໝີພາບ, ມີຜົນປະໂຫຍດຮ່ວມກັນ ແລະ ເປັນຈິດໜຶ່ງໃຈດຽວໃນການສ້າງຂົງເຂດພາກພື້ນແມ່ນໍ້າຂອງ ໃຫ້ມີຄວາມຈະເລີນ ແລະ ສົມບູນພູນສຸກ. ຂອບການຮ່ວມມືດັ່ງກ່າວໄດ້ຂະຫຍາຍຕົວໂດຍປິ່ນອ້ອມ 3 ເສົາຄໍ້າຄື: ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ-ການພັດທະນາແບບຍືນຍົງ, ສັງຄົມ-ວັດທະນະທໍາ ແລະ ການແລກປ່ຽນລະຫວ່າງປະຊາຊົນ, ຊຶ່ງໃນນີ້ ໄດ້ສຸມໃສ່ 5 ຂົງເຂດບຸລິມະສິດເຊັ່ນ: ການເຊື່ອມຈອດ, ສົ່ງເສີມກຳລັງການຜະລິດ, ເສດຖະ ກິດຂ້າມຊາຍແດນ, ການຄຸ້ມຄອງແຫຼ່ງຊັບພະຍາກອນນໍ້າ, ກະສິກໍາ ແລະ ການຫຼຸດຜ່ອນຄວາມທຸກຍາກ.
ຕະຫຼອດໄລຍະ 5 ປີທີ່ຜ່ານມາ, ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໄດ້ເຕີບໃຫຍ່ ຂະຫຍາຍຕົວ ແລະ ສອດຄ່ອງກັບຈຸດພິເສດ ແລະ ລັກສະນະສະເພາະຂອງການພັດທະນາຢູ່ໃນພາກພື້ນແມ່ນໍ້າຂອງທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍ. ບັນດາກົນໄກການຈັດຕັ້ງປະຕິ ບັດຂອງປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຖືກສ້າງຕັ້ງຂຶ້ນເປັນຕົ້ນການສ້າງຕັ້ງ 6 ໜ່ວຍງານວິຊາການຮ່ວມຂອງຂະແໜງການບຸລິມະສິດ, ສ້າງຕັ້ງກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ ສປ ຈີນ ປະກອບທຶນ 300 ລ້ານໂດລາ ເພື່ອສະໜັບສະໜູນໂຄງການຕ່າງໆ ແລະ ການສ້າງຕັ້ງກອງເລຂາແຫ່ງຊາດຂອງບັນດາປະເທດສະມາຊິກ ເພື່ອອຳນວຍຄວາມສະດວກ ແລະ ປະສານງານກັບຂະແໜງການກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດບັນດາຖະແຫຼງການ, ແຜນປະຕິບັດງານຕ່າງໆ ທີ່ຜູ້ນຳໄດ້ຮັບຮອງເອົາໃຫ້ເປັນຮູບປະທຳຕົວຈິງ. ນອກນັ້ນ, ຍັງໄດ້ສ້າງຕັ້ງບັນດາສູນຮ່ວມມືຕ່າງໆ ເພື່ອສະໜັບສະໜູນວຽກງານຕົວຈິງໃນ 5 ຂະແໜງການບຸລິມະສິດ ເຊັ່ນ: ສູນຮ່ວມມືການຄຸ້ມຄອງ ຊັບພະຍາກອນນໍ້າ, ສູນຮ່ວມມືການຄຸ້ມຄອງສິ່ງແວດລ້ອມ, ສູນຮ່ວມມື ແລະ ແລກປ່ຽນຊາວໜຸ່ມ, ສູນຝຶກວິຊາຊີບ, ສູນຮ່ວມມືດ້ານກະສິກຳ ແລະ ສູນສາກົນເພື່ອການສຶກສາແມ່ນໍ້າຂອງ.
ສປປ ລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເປັນສະມາຊິກກໍ່ຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ຕະຫຼອດໄລຍະ 5 ປີ ຜ່ານມາ, ສປປ ລາວ ໄດ້ເຄື່ອນໄຫວວຽກງານຂອບ ຮ່ວມມືດັ່ງກ່າວຢ່າງຕັ້ງໜ້າໃນທຸກໆຂົງເຂດການຮ່ວມມື. ອັນສໍາຄັນ, ສປປ ລາວ ໄດ້ປະຕິບັດພັນທະ ການເປັນປະທານຮ່ວມກັບ ສປ ຈີນ ຕາມວາລະ 2 ປີ (2018-2020) ດ້ວຍຜົນສໍາເລັດອັນຈົບງາມ, ຊຶ່ງໃນວາລະເປັນປະທານຮ່ວມດັ່ງກ່າວ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມລະດັບລັດ ຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ແລະ ຄັ້ງທີ 5 ແລະ ໄດ້ເປັນເຈົ້າພາບຈັດ ກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ພາຍໃຕ້ຄຳຂວັນ: “ເພີ່ມທະວີການຮ່ວມມື ເພື່ອຄວາມສົມບູນພູນສຸກຮ່ວມກັນ” ໃນຮູບແບບກອງປະຊຸມທາງໄກ ຊຶ່ງໄດ້ຮັບຮອງເອົາຖະແຫຼງ ການວຽງຈັນ ແລະ ຖະແຫຼງການປະທານຮ່ວມກອງປະຊຸມ ວ່າດ້ວຍການເຊື່ອມສານຂອບການຮ່ວມ ມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ແລວການຄ້າສາກົນໃໝ່ ທາງບົກ-ທາງທະເລ.
ນອກຈາກຜົນສໍາເລັດທີ່ໄດ້ເປັນປະທານຮ່ວມ ແລະ ເປັນເຈົ້າພາບກອງປະຊຸມດັ່ງກ່າວ ຊຶ່ງໄດ້ຍົກຖານະບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ແລ້ວ, ສປປ ລາວ ຍັງໄດ້ຮັບຜົນປະໂຫຍດ ທີ່ເປັນຮູບປະທຳຈາກການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆພາຍ ໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ເປັນຕົ້ນແມ່ນຈາກການຈັດຕັ້ງປະຕິບັດໂຄງ ການເຫັນຜົນໄວ ເຊັ່ນ: ໂຄງການທົດລອງແກ້ໄຂຄວາມທຸກຍາກລາວ-ຈີນ ທີ່ມີມູນຄ່າ 33 ລ້ານຢວນ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ທີ່ຫາກໍສໍາເລັດໃນປີ 2020 ຜ່ານມາ ຊຶ່ງໄດ້ສ້າງ ພື້ນຖານໂຄງລ່າງຂະໜາດນ້ອຍຄື: ສ້າງສຸກສາລາ, ຫໍພັກຄູ-ອາຈານ, ສູນບຳບັດຂີ້ເຫຍື້ອ ແລະ ຝຶກອົບຮົມການເຮັດກະສິກຳສະອາດໃຫ້ຊາວບ້ານ ເພື່ອເປັນການສ້າງລາຍຮັບໃຫ້ຊາວບ້ານໃນເຂດດັ່ງກ່າວ. ຕັ້ງແຕ່ປີ 2017 ເປັນຕົ້ນມາ, ພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ສປປ ລາວ ໄດ້ຮັບໂຄງການທັງໝົດຈໍານວນ 46 ໂຄງການ, ຄິດເປັນມູນຄ່າລວມ 12 ລ້ານກວ່າໂດລາ. ມາເຖິງປັດຈຸບັນປະຕິບັດສໍາເລັດແລ້ວ 8 ໂຄງການ, ກໍາລັງຈັດຕັ້ງປະຕິບັດຢູ່ 29 ໂຄງການ ແລະ ກໍາລັງຈະເລີ່ມຈັດຕັ້ງປະຕິບັດອີກ 9 ໂຄງການ. ບັນດາໂຄງການເຫຼົ່ານັ້ນໄດ້ປະກອບສ່ວນສຳຄັນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງຫຼວງຫຼາຍ.
ສປປ ລາວ ຕີລາຄາສູງຕໍ່ໝາກຜົນການຮ່ວມມືພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ບົນຈິດໃຈການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ, ສາມັກຄີປອງດອງ ແລະ ເປັນຈິດໜຶ່ງໃຈດຽວ ໃນການພັດທະນາຂົງເຂດພາກພື້ນແມ່ນໍ້າຂອງກໍຄືການສົ່ງເສີມການຮ່ວມມື ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍໄປສູ່ລວງກວ້າງ ແລະ ລວງເລິກ ຢ່າງມີປະສິດທິຜົນ. ສປປ ລາວ ຂໍຖືໂອກາດນີ້ ສະແດງຄວາມ ຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແຫ່ງ ສປ ຈີນ ທີ່ໄດ້ໃຫ້ຄວາມສຳຄັນ ແລະ ສະໜັບສະໜູນ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຕະຫຼອດມາ ໂດຍສະເພາະການສະໜັບສະໜູນທຶນຊ່ວຍເຫຼືອ ເຂົ້າໃນກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊຶ່ງໄດ້ຊ່ວຍເຮັດໃຫ້ບັນດາໂຄງການຮ່ວມມືຕ່າງໆ ໃນພາກພື້ນແມ່ນໍ້າຂອງໄດ້ຮັບການຈັດຕັ້ງປະຕິບັດຢ່າງມີໝາກຜົນ ແລະ ເປັນຮູບປະທຳ.
ໃນໂອກາດຄົບຮອບ 5 ປີ ຂອງການສ້າງຕັ້ງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຂ້າພະເຈົ້າ ເຊື່ອໝັ້ນວ່າຂອບການຮ່ວມມືດັ່ງກ່າວ ຈະສືບຕໍ່ພັດທະນາຢ່າງຕໍ່ເນື່ອງ ແລະ ສົ່ງເສີມການຮ່ວມມື ລະຫວ່າງປະເທດແມ່ນ້ຳຂອງ ແລະ ສປ ຈີນ ໃຫ້ມີການຂະຫຍາຍຕົວຂຶ້ນເລື່ອຍໆ, ປະກອບສ່ວນເຂົ້າ ໃນການພັດທະນາພາກພື້ນແມ່ນໍ້າຂອງໃຫ້ມີຄຸນນະພາບ ແລະ ຍືນຍົງ ເພື່ອຮັບປະກັນໃຫ້ພາກ ພື້ນແມ່ນໍ້າຂອງເປັນພາກພື້ນທີ່ມີສັນຕິພາບ ແລະ ການພັດທະນາ ແລະ ປະກອບສ່ວນສະໜັບສະໜູນ ເຂົ້າໃນການສ້າງປະຊາຄົມອາຊຽນ, ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ, ການຮ່ວມມືໃຕ້-ໃຕ້ ແລະ ເປົ້າໝາຍພັດທະນາແບບຍືນຍົງ ຮອດປີ 2030 ຂອງອົງການສະຫະປະຊາຊາດ. ສປປ ລາວ ໃນຖານະປະເທດສະມາຊິກຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດ ກັບ ສປ ຈີນ ແລະ ປະເທດແມ່ນໍ້າຂອງ ແລະ ປະກອບສ່ວນເຂົ້າຮ່ວມກິດຈະກຳຕ່າງໆ ກໍຄືການຮ່ວມ ຈັດຕັ້ງປະຕິບັດໂຄງການພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຢ່າງຫ້າວຫັນ ເພື່ອເຮັດ ໃຫ້ຂອບການຮ່ວມມືດັ່ງກ່າວເຕີບໃຫຍ່ຂະຫຍາຍຕົວຕໍ່ໄປ ແລະ ມີໝາກຜົນຕົວຈິງແກ່ປະເທດສະມຊິກ ທັງໝົດ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com