Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍ: ວັນໄຊ ຕະວິນຍານ
ແຂວງໄຊສົມບູນ ມີເນື້ອທີ່ທັງໝົດ 8.550 ກມ2 ປະກອບມີ 5 ເມືອງ, 89 ບ້ານ, 15.423 ຄອບຄົວ, ມີພົນລະເມືອງທັງໝົດ 92.682 ຄົນ; ຫ່າງຈາກນະຄອນຫຼວງວຽງຈັນໄປທາງທິດຕາເວັນອອກສ່ຽງເໜືອປະມານ 228 ກິໂລແມັດ, ເປັນແຂວງພູດອຍ, ຕັ້ງຢູ່ເຂດໃຈກາງຂອງ ສປປ ລາວ ຊຶ່ງມີເຂດແດນ ທິດເໜືອຕິດກັບເມືອງພູຄູນ ແຂວງ ຫຼວງພະບາງ, ເມືອງພູກູດ, ເມືອງຜາໄຊ ແລະ ເມືອງຄູນ ແຂວງ ຊຽງຂວາງ; ທິດໃຕ້ຕິດກັບເມືອງທຸລະຄົມແຂວງວຽງຈັນ ແລະ ເມືອງທ່າພະບາດແຂວງບໍລິຄຳໄຊ;ທິດຕາເວັນຕົກຕິດກັບເມືອງກາສີ, ເມືອງວັງວຽງ ແລະ ເມືອງແກ້ວອຸດົມ ແຂວງວຽງຈັນ; ທິດຕາເວັນອອກຕິດກັບເມືອງໝອກແຂວງຊຽງຂວາງ ແລະ ເມືອງບໍລິຄັນ ແຂວງບໍລິຄຳໄຊ.
ຕະຫຼອດ 5 ປີຜ່ານມາ, ແຂວງໄດ້ລົງທຶນພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມທິດສາມສ້າງໄດ້ຮັບຜົນສໍາເລັດເປັນກ້າວໆມາ ໂດຍການປະເມີນຄວາມທຸກຍາກອີງຕາມດຳລັດ 309/ນຍ ສາມາດແກ້ໄຂຄອບຄົວທຸກຍາກໄດ້ 711 ຄອບຄົວ, ແກ້ໄຂບ້ານທຸກຍາກໄດ້ 16 ບ້ານ ແລະ ບ້ານພັດທະນາເພີ່ມຂຶ້ນ 3 ບ້ານ.
ສັງລວມຄວາມທຸກຍາກຕາມດຳລັດ 348/ລບ ປັດຈຸບັນ, ແຂວງ ໄຊສົມບູນ ຍັງມີຄອບຄົວທຸກຍາກ 4.397 ຄອບຄົວ ເທົ່າກັບ 30,25%, ບ້ານທຸກຍາກ 43 ບ້ານ ເທົ່າກັບ 48,31%, ຄອບຄົວພົ້ນທຸກ 10.135 ຄອບຄົວ ເທົ່າກັບ 69,75%, ຄອບຄົວພັດທະນາ 7.495 ຄອບຄົວ 51,57%, ບ້ານພົ້ນທຸກ 46 ບ້ານ 51,69%, ບ້ານພັດທະນາ 19 ບ້ານ 21,35%, ຍັງມີເມືອງທຸກຍາກ 3 ເມືອງ ເທົ່າກັບ 60%. ໄປພ້ອມກັນນີ້, ແຂວງຍັງໄດ້ເອົາໃຈໃສ່ພັດທະນາບັນດາຈຸດສຸມໃນທົ່ວແຂວງ ໂດຍສະເພາະຈຸດສຸມຂອງລັດຖະບານ 7 ຈຸດສຸມ ແລະ ຈຸດສຸມຂອງແຂວງ 18 ຈຸດສຸມ. ບັນດາຈຸດສຸມສ່ວນໃຫຍ່ແມ່ນເລັ່ງໃສ່ວຽກງານ ປກສ-ປກຊ, ຈັດສັນທີ່ຢູ່ອາໄສ-ບ່ອນທຳມາຫາກິນໃຫ້ປະຊາຊົນ, ກໍ່ສ້າງເສັ້ນທາງ ແລະພັດທະນາພື້ນຖານໂຄງລ່າງຕ່າງໆ; ສືບຕໍ່ຈັດສັນເນື້ອທີ່ທຳການຜະລິດໃຫ້ປະຊາຊົນຈຸດຈັດສັນປາກຍອງຕາມເນື້ອທີ່ຊົນລະປະທານນໍ້າພະ ແລະ ສືບຕໍ່ຕິດຕາມບັນດາໂຄງການຈັດສັນພູມລໍາເນົາ ແລະ ບ່ອນທຳມາຫາກິນຖາວອນຂອງປະຊາຊົນ ເປັນໂຄງການຂອງລັດຖະບານ ແລະ ຈຸດສຸມທ້ອງຖິ່ນ ຊຶ່ງມາຮອດປັດຈຸບັນ, ລວມມີທັງໝົດ 34 ໂຄງການມູນຄ່າ 177,56 ຕື້ກີບ. ແຂວງມີກອງທຶນຊ່ວຍເຫຼືອ 1 ກອງທຶນ ມີເງິນສະສົມຈໍານວນ 565,59 ລ້ານກີບ ມີສະມາຊິກທັງໝົດ 749 ຄົນ. ກອງທຶນສັດລ້ຽງ 1 ກອງທຶນ ມີສະມາຊິກ 369 ຄອບຄົວ ມີຈໍານວນສັດລ້ຽງທັງໝົດຈໍານວນ 1.791ໂຕ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com