Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສະຫວັນນະເຂດ ເນັ້ນການກໍ່ສ້າງພັກດ້ານການເມືອງ ແນວຄິດເປັນສຳຄັນ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 01/07/2021 08:54:44 ຈຳ​ນວນ​​ຢ້ຽມ​ຊົມ 4500 ຄັ້ງ

                    ໂດຍ: ວັນ​ໄຊ ຕະ​ວິນ​ຍານ

ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ, ແຂວງ​ສະຫວັນ​ນະ​ເຂດ​ໄດ້​ຊີ້​ນໍາ​ຄະນະ​ພັກ​ແຕ່​ລະ​ຂັ້ນ​ເອົາໃຈໃສ່​ວຽກ​ງານ​ການ​ເມືອງ​-​ແນວ​ຄິດ​ເປັນ​ສໍາ​ຄັນ ໂດຍ​ສອດ​ຫ້ອຍ​ເຂົ້າ​ໃນ​ທຸກ​ຂົງເຂດ​ວຽກ​ງານ​ຕິດ​ພັນ​ກັບ​ຂະບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ ດ້ວຍ​ການຈັດຕັ້ງ​ການ​ເຊື່ອມ​ຊຶມ​ບັນດາ​ມະຕິ, ຄຳ​ສັ່ງ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ ແລະ ບັນດາ​ນິຕິ​ກຳ​ຕ່າງໆ​ເຮັດ​ໃຫ້​ສະມາຊິກ​ພັກ​-​ພະນັກງານ ແລະ ປະຊາຊົນ​ບັນດາເຜົ່າ​ໃນ​ທົ່ວ​ແຂວງ ເຊື່ອ​ໝັ້ນ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ມີ​ຄວາມ​ອຸ່ນ​ອ່ຽນ​ທຸ່ນ​ທ່ຽງ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ຂອງ​ຕົນ, ມີ​ນ້ຳໃຈ​ຮັກ​ຊາດ, ຮັກ​ບ້ານ​ເກີດ​ເມືອງ​ນອນ​ຢ່າງ​ດູດດື່ມ, ມີ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ; ຄະນະ​ພັກ​ແຕ່​ລະ​ຂັ້ນ ແລະ ສະມາຊິກ​ພັກ ໂດຍ​ລວມ​ແມ່ນ​ຍັງ​ຮັກສາ​ໄດ້​ຄຸນ​ທາດ​ການເມືອງ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ຄວາມ​ຊື່ສັດ​ບໍລິສຸດ​ຕໍ່​ອຸດົມ​ການ​ຂອງ​ພັກ, ຢຶດ​ໝັ້ນ​ລັດທິ​ມາກ​-​ເລ​ນິນ, ແນວ​ຄິດ​ໄກສອນ ພົມວິຫານ ແລະ ມູນເຊື້ອ​ຂອງ​ພັກ​ຢ່າງ​ສະເໝີ​ຕົ້ນ​ສະເໝີ​ປາຍ, ປະຊາຊົນ​ບັນດາເຜົ່າ​ກໍ​ໄດ້​ເປັນ​ເຈົ້າ​ການ ເຂົ້າ​ຮ່ວມ​ຂະບວນ​ການ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ,  ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ.
ຄະນະ​ພັກ​ແຕ່​ລະ​ຂັ້ນ​ໄດ້​ເອົາໃຈໃສ່​ນຳພາ​ຄົ້ນຄວ້າ​ເຊື່ອມ​ຊຶມ​ບັນດາ​ມະຕິ, ຄໍາ​ສັ່ງ, ຂໍ້​ກຳນົດ, ບົດ​ແນະ​ນໍາ, ກົດ​ລະບຽບ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ຊຶ່ງ​ໄດ້​ເຮັດ​ໃຫ້​ສະມາຊິກ​ພັກ, ພະນັກງານ ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ເຊື່ອ​ໝັ້ນ​ຕໍ່​ອຸດົມ​ການ​ຂອງ​ພັກ ແລະ ການ​ຊີ້​ນຳ​-​ນຳພາ​ຂອງ​ອົງຄະ​ນະ​ພັກ​ແຂວງ, ມີ​ທັດສະນະ​ຫຼັກ​ໝັ້ນ​ການເມືອງ​ໜັກ​ແໜ້ນ, ມີ​ຄວາມ​ຮັບ​ຮູ້​ເຂົ້າໃຈ  ແລະ ເປັນ​ເຈົ້າ​ການ​ປະກອບສ່ວນ​ໃນ​ການຈັດຕັ້ງ​ປະຕິບັດ​ແນວທາງ​ແຜນ​ນະໂຍບາຍ​ຂອງ​ພັກ​-​ລັດ ແລະ ມີ​ຜົນ​ສໍາ​ເລັດ​ຫຼາຍ​ດ້ານ. ແຂວງ​ໄດ້​ເອົາໃຈ​ໃສ່​ນໍາ​ພາ​ກໍ່ສ້າງ ແລະ ປັບປຸງ​ການຈັດຕັ້ງ​ຮາກ​ຖານ​ພັກ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ເຂັ້ມແຂງ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ພັກ​ເຕີບ​ໃຫຍ່​ຂະຫຍາຍຕົວ​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ, ສາມາດ​ເປັນ​ແກນ​ນຳ​ໃນ​ລະບົບ​ການເມືອງ​ຢູ່​ແຕ່​ລະ​ຂັ້ນ; ປັດຈຸບັນ, ທົ່ວ​ແຂວງ​ມີ  227 ຄະນະ​ພັກ​ຮາກ​ຖານ, ເພີ່ມ​ຂຶ້ນ 26 ຄະນະ​ພັກ​ຮາກ​ຖານ ແລະ ມີ 1.939 ໜ່ວຍພັກ, ເພີ່ມ​ຂຶ້ນ 280 ໜ່ວຍ​ພັກ; ໃນ​ນີ້ ໄດ້​ຮັບຮອງ​ເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ລວມ​ທັງ​ໝົດ 1.654 ໜ່ວຍ​ເທົ່າ​ກັບ85% ທຽບ ໃສ່​ສະໄໝ​ຜ່ານ​ມາ ເພີ່ມ​ຂຶ້ນ 637 ໜ່ວຍ, ຂະຫຍາຍ​ສະມາຊິກ​ພັກ​ໃໝ່ 6.773 ສະຫາຍ; ມີ​ສະມາຊິກ​ພັກ​ທັງ​ໝົດ 29.075 ສະຫາຍ, ຍິງ 6.810 ສະຫາຍ; ໃນ​ນັ້ນ​ສະມາຊິກ​ພັກ​ສົມບູນ​ໄດ້​ຮັບ​ບັດ​ສະມາຊິກ​ພັກ 79% ໄດ້​ນຳພາ​ດຳເນີນ​ປັບປຸງ​ປົວແປງ​ພັກ ສາມາດ​ເສີມ​ຂະຫຍາຍ​ໄດ້​ລັກສະນະ​ນຳ​ໜ້າ  ແລະ ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ຂອງ​ອົງຄະ​ນະ​ພັກ.
ສັງ​ລວມ​ແລ້ວ​ການເຄື່ອນ ໄຫວ​ຂອງ​ສະມາຊິກ​ພັກ, ພະ ນັກງານ​ແຕ່​ລະ​ຂັ້ນ ຕິດ​ພັນ​ກັບ​ວຽກ​ງານ​ສຶກສາ​ອົບຮົມ ເຮັດ​ໃຫ້​ແຕ່​ລະສະ​ຫາຍ​ມີ​ຄວາມ​ເປັນ​ແບບຢ່າງ​ນຳ​ໜ້າ ແລະ ຈໍາ​ກັດ​ໄດ້​ປະກົດ​ການ​ຫຍໍ້ທໍ້​ທີ່​ຈະ​ເກີດ​ຂຶ້ນ​ພາຍ​ໃນ​ພັກ; ແບບແຜນ​ວິ​ທີ​ນໍາ​ພາ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ, ປະຕິບັດ​ຕາມ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ, ນຳພາ​ເປັນ​ໝູ່​ຄະນະ, ແບ່ງ​ງານ​ໃຫ້​ບຸກຄົນ​ຮັບຜິດຊອບ​ຢ່າງ​ຂາດ​ຕົວ; ເສີມ​ຂະຫຍາຍ​ປະຊາທິປະໄຕ​ພາຍ​ໃນ​ພັກ​ຕາມ​ລະບຽບ​ຂອງ​ພັກ​ໄດ້​ເຂັ້ມ​ງວດ​ພໍ​ສົມ​ຄວນ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com