Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພາລະກິດປະຕິວັດແຫ່ງການຕໍ່ສູ້ກູ້ຊາດ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາ ຂອງພັກກອມມູນິດອິນດູຈີນໃນເມື່ອກ່ອນ ແລະ ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ ໃນການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ, ແບບໃຫມ່ ແລະ ລູກແຫຼ່ງຕີນມືຂອງພວກເຂົາ ໄດ້ດໍາເນີນໄປຢ່າງຮອບດ້ານ, ດຸເດືອດ, ຂ້ຽວຂາດ, ຍືດເຍື້ອຍາວນານ, ເຕັມໄປດ້ວຍຄວາມເສຍສະຫຼະອັນໃຫຍ່ຫຼວງ ຈົນໄດ້ຮັບໄຊຊະນະຢ່າງສົມບູນ ໂດຍໄດ້ໂຄ່ນລົ້ມລັດທິລ່າເມືອງຂຶ້ນແບບໃໝ່ ແລະ ລະບອບສັກດີນາຢ່າງສິ້ນເຊີງ ແລະ ສະຖາປະນາລັດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນ ຢ່າງສະຫງ່າອົງອາດ ໃນວັນທີ 2 ທັນວາ 1975 ຊຶ່ງເປັນການໄຂສັງກາດໃໝ່ທີ່ປະເທດຊາດໄດ້ຮັບເອກະລາດຢ່າງສົມບູນ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະ ສິດເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ອັນໄດ້ເລັ່ງທວງໃຫ້ຕ້ອງມີນິຕິກໍາພື້ນຖານ ເພື່ອຮັບຮູ້ ແລະ ຄ້ໍາປະກັນໝາກຜົນ ອັນຍິ່ງໃຫຍ່ຂອງຊາດລາວວິລະຊົນ.
ໃນໄລຍະແຕ່ປີ 1975-1985 ແມ່ນທົດສະວັດທໍາອິດ ທີ່ພັກປະຊາຊົນ ປະຕິວັດລາວ ໄດ້ກໍາອໍານາດຢ່າງເປີດເຜີຍ ແລະ ນໍາພາທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ ຂອງການປະຕິວັດລາວໃນໄລຍະໃໝ່ ຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕາມຈຸດໝາຍສ້າງປະເທດລາວ: ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ. ອີງໃສ່ໜ້າທີ່ການເມືອງຂອງພັກ, ຈຸດພິເສດທາງດ້ານເສດຖະກິດ-ສັງຄົມ ຂອງປະເທດຊາດ ແລະ ຈິດຕະສາດຂອງສັງຄົມລາວໃນໄລຍະນັ້ນ ລັດ ແຫ່ງ ສປປ ລາວ ຈຶ່ງດໍາເນີນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໂດຍອີງໃສ່ແນວທາງ, ນະໂຍບາຍ, ມະຕິ ແລະ ຄໍາສັ່ງ ເປັນຕົ້ນຕໍ ບົນພື້ນຖານກົນໄກລວມສູນ, ບໍລິຫານເກື້ອກູນ.
ນັບແຕ່ປີ 1986 ເປັນຕົ້ນມາ ພັກປະຊາຊົນ ປະຕິວັດລາວ ໄດ້ວາງແນວທາງປ່ຽນແປງໃໝ່ຢ່າງ ຮອບດ້ານ ມີຫຼັກການ ແລະ ຜ່ານການປະຕິບັດແນວທາງປ່ຽນແປງໃໝ່ດັ່ງກ່າວ ຊີວິດ ສັງຄົມ ໄດ້ເລັ່ງ ທວງໃຫ້ພັກ ແລະ ລັດເຮົາ ຕ້ອງຍົກລະດັບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຂຶ້ນສູ່ລະດັບໃໝ່ ດ້ວຍການຄຸ້ມຄອງຕາມລັດຖະທໍາມະນູນ ແລະ ກົດໝາຍ. ຍ້ອນແນວນັ້ນ, ສະພາປະຊາຊົນສູງສຸດ ຊຸດທີ II ໃນຖານະເປັນສະພາຮ່າງລັດຖະທໍາມະນູນທີ່ໄດ້ຮັບການເລືອກຕັ້ງຂຶ້ນໃນປີ 1989 ໂດຍມີຄະນະກໍາມະການຮ່າງລັດຖະທໍາມະນູນແຫ່ງຊາດເປັນເສນາທິການ ຈຶ່ງໄດ້ດໍາເນີນການຄົ້ນຄວ້າ ແລະ ສ້າງຮ່າງລັດຖະທໍາມະນູນ ຈົນມາເຖິງກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນວາລະປະຊຸມວັນທີ 14 ສິງຫາ 1991 ຈຶ່ງໄດ້ຮັບຮອງເອົາລັດຖະທໍາມະນູນ ສະບັບທໍາອິດ ແຫ່ງ ສປປ ລາວ ແລະ ຕໍ່ມາປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ອອກລັດຖະດໍາລັດ ສະບັບເລກທີ 15/ປທປທ, ລົງວັນທີ 15 ສິງຫາ 1991 ວ່າດ້ວຍການປະກາດໃຊ້ລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບທໍາອິດຢ່າງເປັນທາງການ.
ລັດຖະທໍາມະນູນ ສະບັບທໍາອິດນີ້ ປະກອບດ້ວຍ 10 ໝວດ 80 ມາດຕາ ຄື: ໝວດທີ I ວ່າ ດ້ວຍລະບອບການເມືອງ, ໝວດທີ II ວ່າດ້ວຍລະບອບເສດຖະກິດ, ໝວດທີ III ວ່າດ້ວຍສິດ ແລະ ພັນ ທະພື້ນຖານຂອງພົນລະເມືອງລາວ; ຫມວດທີ V ວ່າດ້ວຍສະພາແຫ່ງຊາດ; ຫມວດທີ V ວ່າດ້ວຍ ປະ ທານປະເທດ; ໝວດທີ VI ວ່າດ້ວຍລັດຖະບານ; ໝວດທີ VII ວ່າດ້ວຍການປົກຄອງທ້ອງຖິ່ນ; ໝວດທີ VIII ວ່າດ້ວຍອົງການຕຸລາການ; ໝວດທີ IX ວ່າດ້ວຍ ພາສາ, ອັກສອນ, ເຄື່ອງໝາຍຊາດ, ທຸງ ຊາດ, ເພງຊາດ ແລະ ນະຄອນຫຼວງ; ໝວດທີ X ວ່າດ້ວຍບົດບັນຍັດສຸດທ້າຍ.
ພາຍຫຼັງປະກາດໃຊ້ລັດຖະທໍາມະນູນ ມາເປັນເວລາສີ່ປີກວ່າ ແລະ ມາເຖິງທ້າຍປີ 1995 ໂດຍໄດ້ຮັບການເຫັນດີຂອງກົມການເມືອງສູນກາງພັກ ສະໄຫມທີ V, ສະພາແຫ່ງຊາດ ຊຸດທີ III ຈຶ່ງໄດ້ ຕົກລົງກໍານົດເອົາວັນທີ 15 ສິງຫາ 1991 ເປັນວັນລັດຖະທໍາມະນູນແຫ່ງຊາດ ແນໃສ່ຫວນຄືນການປະຕິບັດລັດຖະທໍາມະນູນ ໃນແຕ່ລະປີ, ສຶກສາອົບຮົມ ແລະ ສ້າງສະຕິເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ໃນທົ່ວສັງຄົມໃຫ້ສູງຂຶ້ນ.
ຜ່ານການຈັດຕັ້ງປະຕິບັດລັດຖະທໍາມະນູນສະບັບທໍາອິດ ເປັນເວລາ 12 ປີ ແລະ ເພື່ອຕອບ ສະໜອງຄວາມຮຽກຮ້ອງຕ້ອງການໃນການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງ ພັກ ເຂົ້າສູ່ລວງເລິກ ສະພາແຫ່ງຊາດ ຊຸດທີ V ຈຶ່ງໄດ້ພິຈາລະນາ ແລະ ຮັບຮອງເອົາລັດຖະທໍາມະນູນ ສະ ບັບປັບປຸງເທື່ອທີ 1 ຢູ່ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ ປະທານປະເທດແຫ່ງ ສປປ ລາວ ກໍໄດ້ອອກລັດຖະດໍາລັດປະກາດໃຊ້ ສະບັບເລກທີ 32/ປທປທ, ລົງວັນທີ 28 ພຶດສະພາ
2003. ລັດຖະທໍາມະນູນ ສະບັບປີ 2003 ປະກອບມີ 11 ໝວດ 98 ມາດຕາ, ໃນນີ້ ໝວດທີ່ເພີ່ມ ເຂົ້າໃໝ່ ແມ່ນໝວດທີ III ວ່າດ້ວຍການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ໄດ້ປັບປຸງຊື່ຂອງ ໝວດທີ IV ຈາກອົງການຕຸລາການ ມາເປັນສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ.
ມາເຖິງປີ 2015 ຊຶ່ງແມ່ນໄລຍະຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ປະຊາຊົນ ປະຕິວັດລາວ ທີ່ເລັ່ງທວງໃຫ້ຕ້ອງມີການປັບປຸງບູລະນະອໍານາດລັດຂັ້ນຕ່າງໆໃຫ້ເປັນລະບົບ ແລະ ເຂັ້ມແຂງ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງລັດຖະທໍາມະນູນ ເປັນເທື່ອທີ 2. ລັດຖະທໍາມະນູນສະ ບັບປັບປຸງປີ 2015 ຊຶ່ງແມ່ນສະບັບທີ່ນໍາໃຊ້ມາເຖິງປັດຈຸບັນ ປະກອບດ້ວຍ 14 ໝວດ, 119 ມາດຕາ ໃນນີ້ ໝວດທີ່ເພີ່ມເຂົ້າໃໝ່ ແມ່ນໝວດທີ VIII ວ່າດ້ວຍສະພາປະຊາຊົນທ້ອງຖິ່ນ; ໝວດທີ XI ວ່າດ້ວຍການກວດສອບແຫ່ງລັດ ແລະ ໝວດທີ XII ວ່າດ້ວຍຄະນະກໍາມະການເລືອກຕັ້ງ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com