Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ປະທານກຳມາທິການກົດໝາຍ ແລະ ຮອງຫົວໜ້າຄະນະຮັບຜິດຊອບສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021) ໄດ້ໃຫ້ສໍາພາດສື່ມວນຊົນເມື່ອວັນທີ 2 ສິງຫາ 2021 ວ່າ: ລັດຖະທຳມະນູນແຫ່ງ ສປປ ລາວ ແມ່ນກົດໝາຍພື້ນຖານຂອງລັດເຮົາ ທີ່ກຳນົດຫຼັກການລວມກ່ຽວກັບລະບອບການເມືອງ, ເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ, ການຈັດຕັ້ງລະບົບແຫ່ງອຳນາດລັດຂັ້ນຕ່າງໆ, ພາສາ, ຕົວອັກ ສອນ, ເຄື່ອງໝາຍຊາດ, ທຸງຊາດ, ເພງຊາດ, ສະກຸນເງິນ ແລະ ນະຄອນຫຼວງ ຊຶ່ງລ້ວນແຕ່ເປັນບັນຫາພື້ນຖານຂອງຊາດ, ຂອງລະບອບປະຊາທິປະໄຕປະຊາຊົນ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ພຽງແຕ່ພັກດຽວເທົ່ານັ້ນ, ທັງສ່ອງແສງເຖິງຄວາມມຸ່ງມາດປາຖະໜາຂອງປວງຊົນລາວ ທັງຊາດ, ແນໃສ່ສ້າງປະເທດລາວໃຫ້ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະ ພາບ, ວັດທະນະຖາວອນ ຢ່າງແທ້ຈິງ, ທັງເປັນການຢືນຢັນຕໍ່ຊາວໂລກ ກ່ຽວກັບເອກະລາດ, ອະທິປະ ໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ແລະ ການດຳລົງຄົງຕົວທີ່ຕັດແຍກອອກຈາກກັນບໍ່ໄດ້ຂອງທຸກຊົນເຜົ່າພາຍໃນຊາດ. ຂະນະດຽວກັນ ທຸກການກະທຳທີ່ເປັນການແບ່ງແຍກ, ຈຳແນກ, ດູໝິ່ນປະໝາດ ລະຫວ່າງຊົນເຜົ່າ ລ້ວນແຕ່ເປັນການລະເມີດລັດຖະທຳມະນູນແຫ່ງ ສປປ ລາວ ແລະ ຕ້ອງໄດ້ຖືກລົງໂທດຕາມກົດໝາຍຢ່າງເໝາະສົມ ແລະ ເຂັ້ມງວດ.
ທ່ານ ຈະເລີນ ເຢຍປາວເຮີ ກ່າວວ່າ: ມີແຕ່ສະພາແຫ່ງຊາດເທົ່ານັ້ນທີ່ມີພາລະບົດບາດ ແລະ ສິດໃນການສ້າງ ແລະ ປັບປຸງລັດຖະທຳມະນູນ ແລະ ທັງເປັນພາລະບົດບາດສຳຄັນໜຶ່ງໃນ 3 ພາລະບົດບາດຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ. ຍ້ອນວ່າ ລັດຖະທຳມະນູນແມ່ນກົດ ໝາຍພື້ນຖານຂອງລັດເຮົາ ແລະ ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ (ໂດຍໄດ້ຮັບການເລືອກຕັ້ງ ຫຼື ມອບໝາຍຈາກປະຊາຊົນ), ເປັນຜູ້ຕົກລົງບັນດາບັນຫາສຳຄັນພື້ນຖານຂອງປະເທດຊາດ ແລະ ທັງເປັນອົງການນິຕິບັນຍັດ ທີ່ມີສິດສ້າງ ແລະ ປັບປຸງລັດຖະທຳມະນູນ ແລະ ກົດໝາຍ. ສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນໂດຍກົງຂອງພົນລະເມືອງຜູ້ມີສິດເລືອກຕັ້ງໃນແຕ່ລະເຂດເລືອກຕັ້ງ ມີທີ່ຕັ້ງພາລະບົດບາດໃນການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ, ພ້ອມທັງເປັນຜູ້ສຶກສາອົບຮົມ, ໂຄສະນາ, ເຜີຍແຜ່ລັດຖະທຳມະນູນ ແລະ ກົດໝາຍໃຫ້ປະຊາຊົນບັນດາເຜົ່າ, ຊັ້ນຄົນ ແລະ ສາສະໜາ ຮັບຮູ້ເຂົ້າໃຈ ເປັນຕົ້ນຮູ້ສິດ ແລະ ພັນທະຂອງຕົນ ຕາມທີ່ກຳນົດໄວ້ໃນລັດຖະທຳມະນູນ ທັງມີສະຕິຕື່ນຕົວເຄົາລົບ ແລະ ປະຕິບັດສິດ ແລະ ພັນທະນັ້ນໃຫ້ຖືກຕ້ອງ, ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ. ປະຊາຊົນມີສິດຕິດ ຕາມ, ກວດກາການເຄື່ອນໄຫວປະຕິບັດລັດຖະທຳມະນູນຂອງສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນທ້ອງຖິ່ນ ແລະ ອົງການແຫ່ງອຳນາດລັດທຸກຂັ້ນ ເພື່ອເຮັດໃຫ້ການປະຕິບັດລັດຖະທຳມະນູນ ມີຄວາມເຂັ້ມງວດ ແລະ ສັກສິດ.
ອີກດ້ານໜຶ່ງ ລັດຖະທຳມະນູນ ແຫ່ງ ສປປ ລາວ ແມ່ນແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກເຮົາ ແລະ ກົດໝາຍຂອງພວກເຮົາ ກໍແມ່ນລະບົບນະໂຍບາຍຂອງພັກ ແລະ ລັດໃນແຕ່ລະຂົງເຂດ ທີ່ໄດ້ຖືກຫັນເປັນບົດບັນຍັດ ຫຼື ຂໍ້ກຳນົດກົດໝາຍຂອງລັດ ສປປ ລາວ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ, ຂອງລັດ, ລວມໝູ່ ແລະ ພົນລະເມືອງລາວນັ້ນເອງ. ຍ້ອນແນວ ນັ້ນ, ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ກໍແມ່ນເພື່ອຜົນປະໂຫຍດຂອງລະບອບປະຊາທິປະໄຕປະຊາຊົນ ເພື່ອຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່ານັ້ນເອງ. ແນ່ນອນວ່າ ລັດຖະທໍາມະນູນ ແລະ ກົດໝາຍ ໄດ້ກໍານົດຈະແຈ້ງ ສິ່ງໃດທີ່ພົນລະເມືອງລາວສາມາດກະທຳໄດ້ ແລະ ສິ່ງໃດທີ່ຈະເປັນຜົນຮ້າຍຕໍ່ປະເທດຊາດ, ຕໍ່ລັດ ແລະ ປະຊາຊົນນັ້ນແມ່ນຫ້າມກະທຳ ຫຼື ຫ້າມເຮັດ. ດັ່ງນັ້ນ, ຖ້າພົນລະເມືອງລາວທຸກທົ່ວໜ້າ ກໍຄືການຈັດຕັ້ງທຸກພາກສ່ວນໃນສັງຄົມຫາກເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ແລ້ວຈະນຳເອົາຜົນປະໂຫຍດອັນໃຫຍ່ຫຼວງມາໃຫ້ຕົນເອງ ແລະ ສັງຄົມ, ກົງກັນຂ້າມຖ້າຫາກມີການລ່ວງລະເມີດລັດຖະທຳມະນູນ ແລະ ກົດໝາຍເທົ່າໃດ ຍິ່ງຈະເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ, ບໍ່ຍຸຕິທຳຫຼາຍຂຶ້ນເທົ່ານັ້ນ.
ສິ່ງນີ້ເປັນເລື່ອງໃຫຍ່ທີ່ຮຽກຮ້ອງໃຫ້ໝົດທຸກຄົນ ແລະ ທຸກການຈັດຕັ້ງຕ້ອງຮຽນຮູ້, ດຳລົງຊີວິດ ແລະ ກະທຳຕາມລັດຖະທຳມະນູນ ແລະ ກົດໝາຍເທົ່ານັ້ນ ຈຶ່ງຈະຮັບປະກັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ຮັບປະກັນສິດອິດສະຫຼະພາບ ແລະ ປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ.
ຂ່າວ-ພາບ: ນາງແສງຈັນ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com