Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
(ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນລັດຖະທຳມະນູນຄົບຮອບ 30 ປີ (15/8/ 1991-15/8/2021)
ໂດຍ: ຍຸພິນທອງ
ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໂດຍມີບາງຕອນສຳຄັນວ່າ: ພາຍໃຕ້ລັດຖະທໍາມະນູນ ອົງການໄອຍະການປະຊາຊົນ ໄດ້ມີຄວາມເຕີບໃຫຍ່ເຂັ້ມແຂງຮອບດ້ານ, ສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີີ່ຂອງຕົນ ໃນການຕິດຕາມກວດກາການປະຕິບັດກົດໝາຍທົ່ວສັງຄົມ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ຕາມລັດຖະທໍາມະນູນ ແລະ ກົດໝາຍຢ່າງສັກສິດ, ປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂໃຫ້ປະຊາຊົນ ໄດ້ທໍາມາຫາກິນ, ດໍາລົງຊີວິດຢ່າງຜາສຸກ, ປະເທດຊາດໄດ້ຮັບການພັດທະນາ ທາງດ້ານເສດຖະກິດ-ສັງຄົມ ຂະ ຫຍາຍຕົວ ແລະ ຈະເລີນຮຸ່ງເຮືອງຂຶ້ນຢ່າງບໍ່ຢຸດຢັ້ງກ້າວສູ່ຈຸດໝາຍສັງຄົມນິຍົມ.
ມາໃນໄລຍະໃໝ່ນີີ້, ພັກເຮົາໄດ້ນໍາພາສ້າງລັດ ທີີ່ປົກຄອງດ້ວຍກົດໝາຍ, ປະກາດໃຊ້ລັດຖະທໍາມະນູນສະບັບປະຫວັດສາດຂອງປະເທດເຮົາ ໃນວັນທີ 15 ສິງຫາ 1991 ຊຶ່ງເປັນການຮັບຮູ້ຜົນງານອັນຍິ່ງໃຫຍ່ທີີ່ປະຊາຊົນເຮົາຍາດມາໄດ້ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາປະ ເທດຊາດ ກໍຄືພາລະກິດປ່ຽນແປງໃໝ່. ລັດຖະທໍາມະນູນ ເປັນກົດໝາຍພື້ນຖານຂອງປະເທດເຮົາ ຊຶ່ງກໍານົດລະບອບການເມືອງ, ເສດຖະກິດ ແລະ ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ລະບົບການຈັດຕັ້ງກົງຈັກລັດໃນໄລຍະໃໝ່ ແມ່ນໝາກຜົນລວມຍອດແຫ່ງສະຕິປັນຍາ ແລະ ການປະກອບຄວາມເຫັນຢ່າງກວ້າງຂວາງ ຂອງປະຊາຊົນໃນທົ່ວປະເທດ, ສ່ອງແສງຢ່າງຈະແຈ້ງເຖິງເຈດຈໍານົງອັນສູງສົ່ງຍາວນານ ແລະ ຄວາມຕັດສິນໃຈອັນແຮງກ້າ ຂອງວົງຄະນະຍາດແຫ່ງຊາດທີີ່ຈະພ້ອມກັນສູ້ຊົນ ເພື່ອບັນລຸຈຸດໝາຍສ້າງປະເທດລາວໃຫ້ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ.
ຕາມມາດຕາ 99 ຂອງລັດຖະທໍາມະນູນ ສະບັບປັບປຸງ ປີ 2015 ໄດ້ກໍານົດໄວ້ວ່າ: “ອົງການໄອຍະການປະຊາຊົນ ແມ່ນອົງການຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດກົດໝາຍໃນຂອບເຂດທົ່ວປະເທດ, ປົກປ້ອງສິດຜົນປະໂຫຍດຂອງລັດ, ຂອງສັງຄົມ, ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ”, ອັນໄດ້ເປັນພື້ນຖານທາງດ້ານກົດໝາຍອັນສໍາຄັນໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການໄອຍະການປະຊາຊົນຢູ່ປະເທດເຮົາ. ນັບແຕ່ໄດ້ຮັບການສ້າງຕັັ້ງຂຶ້ນໃນ ປີ 1990 ຕາມກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ອົງການໄອຍະການ ປະຊາຊົນ ກໍໄດ້ຕັັ້ງໜ້າເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີີ່ຂອງຕົນຕາມລັດຖະທໍາມະນູນ ແລະ ກົດໝາຍຢ່າງເຂັ້ມງວດ ແລະ ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ, ອົງການໄອຍະການປະ ຊາຊົນໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສັບສົນ ແລະ ໄດ້ປະເຊີນໜ້າກັບສິ່ງທົດສອບ ແລະ ທ້າທາຍຫຼາຍປະການ ແຕ່ໂດຍພາຍໃຕ້ການນໍາພາຂອງສູນກາງພັກ ໂດຍຢຶດໝັ້ນລັດຖະທໍາມະນູນ ແຫ່ງ ສປປ ລາວ ແລະ ຄວາມບຸກບືນຜ່ານຜ່າຂອງພະນັກງານ-ສະມາຊິກພັກ ທຸກທົ່ວໜ້າ, ອົງການໄອຍະການປະຊາຊົນ ແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ເຮັດລ້ອນໜ້າທີ່ການເມືອງທີີ່ພັກລັດ ມອບໝາຍໃຫ້ເປັນຢ່າງດີ, ໄດ້ປະກອບສ່ວນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ນັບມື້ມີຄວາມສັກສິດ, ຮັບປະກັນໄດ້ສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາຕາມແນວທາງຂອງພັກທີີ່ວາງໄວ້ຢ່າງບໍ່ຢຸດຢັ້ງ.
ມາຮອດປັດຈຸບັນ ອົງການໄອຍະການປະຊາຊົນ ປະກອບດ້ວຍ ອົງການໄອຍະການປະຊາຊົນສູງສຸດ, ມີອົງການໄອຍະການປະຊາຊົນ 3 ພາກ, ອົງການໄອຍະການປະຊາຊົນ 17 ແຂວງ ແລະ ນະ ຄອນຫຼວງ, ມີອົງການໄອຍະການປະຊາຊົນ 44 ເຂດ, ມີພະນັກງານໄອຍະການປະຈໍາເມືອງ ແລະ ອົງການໄອຍະການທະຫານ ປະກອບດ້ວຍອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການທະ ຫານພາກ, ກອງພົນ, ກອງພັນໃຫຍ່, ວິທະຍາຄານ, ໂຮງຮຽນ-ໂຮງໝໍໃຫຍ່ ແລະ ກອງບັນຊາການທະ ຫານແຂວງ-ນະຄອນຫຼວງ ຊຶ່ງປະຕິບັດໜ້າທີີ່ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດກົດໝາຍ ໃນທົ່ວກອງທັບ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ.
ພ້ອມນີ້, ທ່ານ ໄຊຊະນະ ໂຄດພູທອນ ຍັງໃຫ້ຮູ້ຕື່ມວ່າ: ການສ້າງຕັ້ງອົງການໄອຍະການປະຊາ ຊົນ ໄດ້ປະກອບສ່ວນເຮັດໃຫ້ປະເທດເຮົາມີຄວາມໝັ້ນຄົງທາງດ້ານເມືອງ, ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ຮັບການພັດທະນາຂະຫຍາຍຕົວຕໍ່ເນື່ອງ ໂດຍດີຕະຫຼອດມາ, ເຮັດໃຫ້ການແກ້ໄຂຂໍ້ຂັດແຍ່ງ ຖືກຕ້ອງ ເປັນທໍາ, ສັກສິດ, ສົມເປັນກໍາລັງແຮງຂອງພັກ. ລະບົບການຈັດຕັ້ງຂອງອົງການໄອຍະການປະຊາຊົນ ໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງເປັນກ້າວໆ ແລະ ຮັດກຸມກວ່າເກົ່າ; ຮັບປະກັນໄດ້ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີີ່ຂອງຕົນເປັນຢ່າງດີ; ຖັນແຖວພະນັກງານໄອຍະການ ສ່ວນຫຼວງຫຼາຍໄດ້ຮັບການກໍ່ສ້າງ - ບໍາລຸງຍົກລະດັບທາງດ້ານຄຸນທາດການເມືອງ ແລະ ວິຊາສະເພາະ, ມີທັດສະນະຫຼັກໝັ້ນການເມືອງ, ມີຄຸນສົມບັດສິນທໍາປະຕິວັດຮັບໃຊ້ປະຊາຊົນ ແລະ ຄູ່ຄວາມດ້ວຍຄວາມໂປ່ງໃສ ແລະ ຍຸຕິທໍາ, ມີຈິດໃຈສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ເຮັດລ້ອນໜ້າທີີ່ອັນໜັກໜ່ວງ, ສັບສົນເປັນຢ່າງດີ, ອັນໄດ້ປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທໍາ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com