Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ເນື້ອ​ໃນ​ກົດ​ໝາຍ​ທີ່​ສ້າງ​ຂຶ້ນ ຕ້ອງ​ສອດ​ຄ່ອງ​ກັບ​ລັດ​ຖະ​ທຳ​ມະ​ນູນ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 05/08/2021 10:11:11 ຈຳ​ນວນ​​ຢ້ຽມ​ຊົມ 1678 ຄັ້ງ

ລັດຖະທຳມະນູນແມ່ນກົດໝາຍພື້ນຖານຂອງລັດ ຫຼື ກົດໝາຍແມ່ ໂດຍທຸກເນື້ອໃນຂອງກົດໝາຍຕ່າງໆທີ່ສ້າງຂຶ້ນ ແລະ ປະກາດໃຊ້ຕ້ອງໃຫ້ສອດຄ່ອງກັບລັດຖະມະນູນ ຊຶ່ງ​ມາ​ຮອດ​ປັດ​ຈຸ​ບັນ ສ​ປ​ປ ລາວ ໄດ້​ປະ​ກາດ​ໃຊ້​ກົດ​ໝາຍຫຼາຍກວ່າ 150 ສະ​ບັບແລ້ວ.

       ທ່ານ ສົມບູນ ສົນທິກຸມມານ ພະນັກງານບຳນານ ​ອະດີດຮອງປະທານສານປະຊາຊົນສູງສຸດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເນື່ອງໃນໂອກາດສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ ໃນວັນທີ 2 ສິງຫາຜ່ານມາທີ່ສະພາແຫ່ງຊາດວ່າ: ລັດຖະທຳມະນູນສະບັບດັ່ງກ່າວແມ່ນໝາກຜົນລວມຍອດແຫ່ງສະຕິປັນຍາ ແລະ ການປະກອບຄວາມເຫັນຢ່າງກວ້າງຂວາງຂອງປະຊາຊົນໃນທົ່ວປະເທດທີ່ສ່ອງແສງຢ່າງຈະແຈ້ງເຖິງເຈດຈຳນົງອັນສູງສຸດ, ຍາວນານ ແລະ ຄວາມຕັດສິນໃຈອັນແຮງກ້າຂອງອົງຄະນາຍາດແຫ່ງຊາດທີ່ຈະພ້ອມກັນສູ້ຊົນສ້​າງປະເທດລາວໃຫ້ເປັນປະເທດສັນຕິພາບ, ເອກກະລາດ, ປະຊາທິປະໄຕ, ເອກກະພາບ ແລະ ວັດທະນາຖາວອນ, ເປັນການຮັບຮູ້ຜົນງານອັນຍິ່ງໃຫຍ່ຂອງປະຊາຊົນທີ່ຍາດມາໄດ້ໃນພາລະກິດຕໍ່ສູ້ປົດປ່ອຍຊາດຕະຫຼອດເຖິງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄືພາລະກິດປ່ຽນແປງໃໝ່, ເປັນລັດຖະທຳມະນູນສະບັບທຳອິດຂອງປະເທດເຮົາທີ່ໄດ້ກຳນົດລະບອບການເມືອງ, ເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ, ຕະຫຼອດຮອດລະບົບການຈັດຕັ້ງກົງຈັກລັດໃນໄລຍະໃໝ່, ຜ່ານມາ 30 ປີ ສະພາແຫ່ງຊາດແຕ່ລະຊຸດໄດ້ຖືສຳຄັນການຄົ້ນຄວ້າສ້າງ ແລະ ຮັບຮອງເອົາກົດໝາຍເພື່ອປະກາດໃຊ້ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ມາຮອດປັດຈຸບັນພວກເຮົາມີກົດໝາຍທີ່ປະກາດໃຊ້ແລ້ວຫຼາຍກວ່າ 150 ສະບັບ ຊຶ່ງກວມເອົາທຸກຂົງເຂດວຽກງານ ເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່ຂອງອົງການຈັດຕັ້ງລັດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມຕະຫຼອດເຖິງການດຳລົງຊີວິດຂອງ ປະຊາຊົນບັນດາເຜົ່າໃນທົ່ວປະເທດ.

      ທ່ານ ກ່າວຕື່ມວ່າ: ກົດໝາຍແມ່ນຫັນມາຈາກແນວທາງນະໂຍບາຍຂອງພັກ ມາເປັນລະບຽບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ແລະ ສັງຄົມ, ການຄຸ້ມຄອງລັດດ້ວຍກົດໝາຍຕາມແນວທາງຂອງພັກກໍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ເຂົ້າສູ່ລວງເລິກ, ການດຳເນີນພາລະກິດປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການກໍແມ່ນເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍກຳລັງແຮງຂອງຊາດ ແລະ ຂອງຍຸກສະໄໝເຂົ້າໃນການສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ, ທຸກການເຄື່ອນໄຫວໃນສັງຄົມແມ່ນປະຕິບັດຕາມລະບຽບກົດໝາຍຢ່າງເຄັ່ງຄັດສັງຄົມຈຶ່ງຈະເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບ, ສ້າງເງື່ອນໄຂອຳນວຍແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນທຸກດ້ານເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ, ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ສ້າງປະຖົມປັດ​ໄຈກ້າວຂຶ້ນຕາມອຸດົມການທີ່ພັກວາງໄວ້.

(ຂ່າວ+ພາບ: ສຳນານ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com