Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍ: ພູວັນ
ລັດຖະທຳມະນູນແຫ່ງ ສປປ ລາວ ແມ່ນກົດໝາຍແມ່ຂອງລະບອບປະຊາທິປະໄຕ ປະຊາຊົນ ຊຶ່ງໄດ້ກຳນົດກ່ຽວກັບລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ ແລະ ກໍານົດລະບົບການຈັດຕັ້ງຂອງ ສປປ ລາວ.
ເນື່ອງໃນໂອກາດວັນສ້າງຕັ້ງວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 30 ປີ (15/8/1991 – 15/8/2021) ທີ່ຈະມາເຖິງນີ້, ທ່ານນາງ ພອນເພັດ ອຸ່ນແກ້ວ ເລຂາໜ່ວຍພັກ ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາຊົນສູງສຸດ ທັງເປັນສະມາຊິກສະພາແຫ່ງຊາດ ໄດ້ສະແດງທັດສະນະຄວາມຮູ້ສຶກຕໍ່ວັນສຳຄັນດັ່ງກ່າວຜ່ານສື່ມວນຊົນວ່າ: ວັນສ້າງຕັ້ງວັນລັດຖະທຳມະນູນແຫ່ງ ສປປ ລາວ ເປັນວັນທີ່ມີຄວາມໝາຍ-ສຳຄັນທີ່ສຸດ ຂອງປວງຊົນລາວທັງຊາດ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ທັງເປັນຜົນງານອັນຍິ່ງໃຫຍ່ຂອງປະຊາຊົນລາວບັນດາເຜົ່າ ໃນພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ ທັງເປັນການຢັ້ງຢືນເຖິງຄວາມເປັນເອກະລາດ ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ພ້ອມທັງຢັ້ງຢືນໃຫ້ເຫັນເຖິງທາດແທ້ຂອງລະບອບປະຊາທິປະໄຕ ປະຊາຊົນ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ໃນໂອກາດທີ່ມີຄວາມໝາຍສໍາຄັນ ຂໍຮຽກຮ້ອງມາຍັງບັນດາອົງການຈັດຕັ້ງຕ່າງໆ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າທີ່ຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງພ້ອມກັນເຊີດຊູສະຕິເຄົາລົບລັດຖະທຳມະນູນ, ກົດໝາຍ ແລະ ສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ, ຮອບດ້ານ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ສຳເລັດຕາມລະດັບຄາດໝາຍໃໝ່ທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກວາງອອກ.
ທ່ານນາງ ພອນເພັດ ອຸ່ນແກ້ວ ຍັງກ່າວໃຫ້ຮູ້ອີກວ່າ: ພາຍໃຕ້ການນໍາພາທີ່ສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ເວົ້າລວມ, ເວົ້າສະເພາະກໍຄືການຊີ້ນໍາ-ນໍາພາຂອງຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ ໃນການຍົກສູງຄຸນນະພາບການພັດທະນາບຸກຄະລາກອນ ທາງດ້ານທິດສະດີການເມືອງ-ການປົກຄອງ ແລະ ວຽກງານວິຊາສະເພາະໄປພ້ອມໆກັນ ນັບແຕ່ປີ 2015-2020 ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ໄດ້ເປີດຝຶກອົບຮົມ 12 ຊຸດ, ມີພະນັກງານເຂົ້າຮ່ວມ 835 ຄົນ, ຍິງ 254 ຄົນ, ໃນນັ້ນ, ຝຶກອົບຮົມດ້ານທິດສະດີການເມືອງ-ການປົກຄອງໄລຍະສັ້ນ 45 ວັນ 5 ຊຸດ, ມີພະນັກງານເຂົ້າຮ່ວມ 392 ຄົນ ຍິງ 127 ຄົນ, ຄຽງຄູ່ກັນນັ້ນໄດ້ຝຶກອົບຮົມວຽກງານໄອຍະການໃຫ້ແກ່ພະນັກງານວິຊາການທີ່ຈະກ້າວຂຶ້ນເປັນຜູ້ຊ່ວຍພະນັກງານໄອຍະການ 5 ຊຸດ, ມີຜູ້ເຂົ້າຮ່ວມ 395 ຄົນ ຍິງ 118 ຄົນ, ນອກຈາກນັ້ນ ຍັງໄດ້ຝຶກອົບຮົມວຽກງານໄອຍະການໃຫ້ແກ່ຜູ້ຊ່ວຍພະນັກງານໄອຍະການປະຊາຊົນ 1 ຊຸດ, ມີພະນັກງານເຂົ້າຮ່ວມ 48 ຄົນ ຍິງ 9 ຄົນ ທັງໝົດນີ້ກໍແມ່ນເພື່ອສ້າງໃຫ້ພະນັກງານໄອຍະການມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ, ຈັນຍາທໍາ ແລະ ມີຄວາມເຂັ້ມແຂງທາງດ້ານວິຊາການ ເພື່ອປະຕິບັດໜ້າທີ່ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມແນວທາງຂອງພັກຢ່າງແທ້ຈິງ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com