Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສະເຫຼີມສະຫຼອງວັນ​ລັດຖະທຳ​ມະນູນ​ແຫ່ງ​ຊາດ ຄົບຮອບ 30 ປີ  ​ແລ​ະ ວັນສ້າງຕັ້ງສານປະຊາຊົນຄົບຮອບ 39 ປີ

ເຜີຍ​ແຜ່​ໂດຍ​: ທ່ານ ທອງດຳ ມິໂຍລາ ເວ​ລາ: 17/08/2021 12:02:21 ຈຳ​ນວນ​​ຢ້ຽມ​ຊົມ 1150 ຄັ້ງ

     

 

    ໃນວັນທີ 17 ສິງຫານີ້ ທີ່ຫໍວັດທະນະທຳແຫ່ງຊາດ ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີສະເຫຼີມສະຫຼອງວັນ​ລັດຖະທຳ​ມະນູນ​ແຫ່ງ​ຊາດ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021) ​ແລ​ະ ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 39 ປີ  (15 ສິງຫາ 1982 - 15 ສິງຫາ 2021), ພາຍໃຕ້ການເປັນປະທານຂອງທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີພະນັກງານຂອງ ສປສສ, ສານທະຫານ ແລະ ແຂກຖືກເຊີນເຂົ້າຮ່ວມ.

 

   ໃນພິທີດັ່ງກ່າວ  ທ່ານ ນາງ ວຽງທອງ ສີພັນດອນ ໄດ້ມີຄຳເຫັນໂດຍຫຍໍ້ກ່ຽວກັບຄວາມເປັນມາຂອງວັນດັ່ງກ່າວວ່າ:  ຕະຫຼອດ​ໄລຍະ 30 ປີ ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ລັດຖະທຳ​ມະນູນ ​ແລະ  ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ປະຊາຊົນ​ຕະຫຼອດ​ 39 ປີ, ພາຍ​​ໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ແລະ ດ້ວຍຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ຜ່ານຜ່າທຸກຂໍ້ຫຍຸ້ງຍາກນາໆປະການ ແລະ ດ້ວຍຄວາມຮັບຜິດຊອບສູງຂອງຄະນະພັກ-ຄະນະນຳສານປະຊາຊົນແຕ່ລະຮຸ່ນ, ແຕ່ລະໄລຍະນັບແຕ່ສານສູງສຸດຮອດສານທ້ອງຖິ່ນທຸກຂັ້ນ ໄດ້ປະກອບສ່ວນສຳຄັນໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ, ປົກປັກຮັກສາຜົນປະໂຫຍຂອງລັດ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ​ ​ແລະ ຄວາມຍຸຕິທຳຢູ່ໃນສັງຄົມ ໂດຍໄດ້ເຄື່ອນໄຫວຢ່າງຕັ້ງໜ້າເພື່ອເຮັດສຳເລັດໜ້າທີ່ຕາມທີ່ລັດຖະທຳມະນູນ ແລະ ກົດໝາຍກຳນົດໄວ້ ຊຶ່ງໄດ້ຮັບຄວາມໄວ້ວາງໃຈຈາກພັກ-ລັດ, ມີຄວາມເຊື່ອຖືສັດທາຈາກປະຊາຊົນ ເຮັດໃຫ້ການຈັດຕັ້ງຂອງສານປະຊາຊົນແຫ່ງ ສປປ ລາວ ມີການປ່ຽນແປງ, ເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາສືບຕໍ່ເນື່ອງມາຢ່າງບໍ່ຢຸດຢັ້ງ ບໍ່ວ່າທາງດ້ານການຈັດຕັ້ງ ແລະ ບຸກຄະລາກອນ ໄດ້ສົມຄູ່ກັບການຂະ ຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງປະເທດໃນແຕ່ລະໄລຍະ.

   ສັງລວມແລ້ວ ຜ່ານພຶດຕິກຳອັນມີຊີວິດຊີວາ ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ  ສານປະຊາຊົນຍັງຮັກສາໄດ້ທາດແທ້ມູນເຊື້ອ, ກາຍເປັນກຳລັງທີ່ຈົງຮັກພັກດີຂອງພັກ, ເປັນທີ່ເພິ່ງທີ່ໄວ້ເນື້ອເຊື່ອໃຈ, ເຫຼື້ອມໃສສັດທາຂອງປະຊາຊົນ, ເປັນຜູ້ຮັກສາຄວາມຍຸຕິທຳ ແລະ ສິນທຳຂອງສັງຄົມ. ດ້ວຍມູນເຊື້ອ, ທາດແທ້, ຜົນງານທີ່ໂດດເດັ່ນດັ່ງກ່າວມານັ້ນ ໃນໂອກາດວັນສ້າງຕັ້ງສານປະຊາຊົນຜ່ານມາ, ພັກ-ລັດ ໄດ້ຕົກລົງຍ້ອງຍໍຫຼຽນໄຊອິດສະຫຼະ ຊັ້ນ I ​ແລະ ຫຼຽນກາ 35 ປີໃຫ້​ສານ​ປະຊາຊົນ, ຕົກລົງຍ້ອງຍໍປະເພດຕ່າງໆ ໃຫ້ຄະນະພັກ-ຄະນະນຳ, ພະນັກງານຂອງສານປະຊາຊົນແຕ່ລະຂັ້ນຢ່າງ​ສົມກຽດ. ຜົນສຳເລັດທັງໝົດທີ່ຍາດມາໄດ້ນັ້ນ ແມ່ນຍ້ອນການຊີ້ນຳ-ນຳພາ ຢ່າງໃກ້ຊິດຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ,ແນວລາວສ້າງຊາດ, ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ສະພາປະຊາຊົນແຂວງ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນທີ່ໄດ້ໃຫ້ການຊີ້ນຳ, ອຳນວຍຄວາມສະດວກ ແລະ ສ້າງເງື່ອນໄຂໃນ ທຸກດ້ານໃຫ້ແກ່ການເຄື່ອນໄຫວວຽກງານຂອງສານປະຊາຊົນຍ້ອນໄດ້ຮັບຄວາມຮ່ວມມື, ອຸ້ມຊູຊ່ວຍເຫຼືອຈາກປະຊາຊົນບັນດາເຜົ່າແລະໄດ້ຮັບການຮ່ວມມືປະສານສົມທົບຢ່າງກົມກຽວຈາກການ ຈັດຕັ້ງທຸກພາກສ່ວນທີ່ກ່ຽວຂ້ອງກັບການບໍລິຫານສານ, ບໍລິຫານຄະດີ ແລະ ບັນດາປະເທດ                ເພື່ອນມິດຍຸດທະສາດ ກໍຄືອົງການຈັດຕັ້ງສາກົນຕ່າງໆ. ພິເສດ ກໍແມ່ນຍ້ອນຄະນະນຳ, ພະນັກງານ ຂອງສານປະຊາຊົນທຸກຄົນ ທີ່ໄດ້ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມຕັດສິນໃຈສູງ ຜ່ານຜ່າທຸກຂໍ້ຫຍຸ້ງຍາກນາໆປະການ, ປະກອບສ່ວນຢ່າງຕັ້ງໜ້າ, ຫ້າວຫັນປະຕິບັດໜ້າທີ່ວຽກງານທີ່ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້

ເພື່ອສືບທອດທາດແທ້, ມູນເຊື້ອອັນດີງາມ, ຜົນງານ​ອັນ​ໂດດ​ເດັ່ນຂອງສານປະຊາຊົນ ແລະ ເພື່ອຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການຂອງໜ້າ​ທີ່​ການ​ເມືອງ​ໃນ​ໄລຍະ​ໃໝ່ ທີ່​ນັບ​ມື້ນັບສູງຂຶ້ນ. ສານ​ປະຊາຊົນ ຈະຕັ້ງໜ້າ​ຈັດຕັ້ງຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງທີ XI ຂອງ​ພັກ ​ໂດຍ​ຈະ​ສຸມ​ໃສ່:

1. ບໍາລຸງສ້າງພະນັກງານ, ຜູ້ພິພາກສາຂອງສານໃຫ້ມີຄວາມໜັກແໜ້ນ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາຕໍ່ໜ້າ, ຕັ້ງຕໍ່ບໍລິສຸດຮັບໃຊ້ປະຊາຊົນເວົ້າລວມ, ເວົ້າສະເພາະໃຫ້ບັນດາຄະນະສານ, ບັນດາກົມຂອງສານປະຊາຊົນສູງສຸດ, ສານປະຊາຊົນພາກ, ສານປະຊາຊົນນະຄອນຫຼວງວຽງຈັນ, ສານປະຊາຊົນ 4 ເຂດ ໃນນະຄອນຫຼວງວຽງຈັນ ແລະ ສານທະຫານ ເພີ່ມທະວີການໂຄສະນາສຶກສາອົບຮົມນຳພາ-ຊີ້​ນຳ​ການ​ເມືອງ​ແນວ​ຄິດ ດ້ວຍ​ຫຼາຍ​ຮູບ, ຫຼາຍ​ວິທີ ​ເພື່ອສ້າງໃຫ້ພະນັກງານ​ຂອງ​ສານ​ປະຊາຊົນ ​ໄດ້ຮັບຮູ້​ເຂົ້າ​ໃຈ​ທີ່​ຖືກຕ້ອງຕໍ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ-ລັດ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ມີມານະຈິດປະຕິວັດ, ຮັບໃຊ້ປະຊາຊົນ, ມີສະຕິເຄົາລົບລັດຖະທຳມະນູນ ແລະ ກົດໝາຍຢ່າງເຂັ້ມງວດ.

2. ໃຫ້ຄະນະຮັບຜິດຊອບຕິດຕາມກວດກາການປະຕິບັດໜ້າທີ່ຂອງຜູ້ພິພາກສາ ຂອງສານປະຊາຊົນສູງສຸດ, ສານປະຊາຊົນພາກ, ສານປະຊາຊົນນະຄອນຫຼວງວຽງຈັນ, ສານປະຊາຊົນ 4 ເຂດ ໃນນະຄອນຫຼວງວຽງຈັນ ເອົາໃຈໃສ່ຊຸກຍູ້, ຕິດຕາມການປະບັດໜ້າທີ່ຂອງຜູ້ພິພາກສາ, ສານບ່ອນໃດທີ່ຍັງບໍ່ທັນໄດ້ມີການແຕ່ງຕັ້ງຄະນະກຳມະການຕິດຕາມກວດກາການປະຕິບັດໜ້າທີ່ຂອງຜູ້ພິພາກສາ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 42, 43 ແລະ 44 ຂອງກົດໝາຍວ່າດ້ວຍຜູ້ພິພາກສາ ກໍໃຫ້ຮິບຮ້ອນສະເໜີການແຕ່ງຕັ້ງ ໄປຄຽງຄູ່ກັບການແຕ່ງຕັ້ງຄະນະຮັບຜິດຊອບປະເມີນຜູ້ພິພາກສາດີເກັ່ງປະຈໍາປີ ໃຫ້ມີຄຸນນະພາບ ແລະ ປະສິດທິພາບສູງ ເພື່ອແກ້ໄຂບັນຫາຫາງສຽງຈົ່ມວ່າຂອງສັງຄົມ ທີ່ມີຕໍ່ການປະຕິບັດໜ້າທີ່ຂອງຜູ້ພິພາກສາ. 

3. ໃຫ້ເອົາໃຈໃສ່ຍົກສູງປະສິດທິພາບໃນການຄົ້ນຄວ້າພິຈາລະນາຕັດສິນຄະດີ, ການພິພາກສາຄະດີ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ດ້ວຍຄວາມຮັບຜິຊອບສູງ ແລະ ປະຕິບັດຕາມຂັ້ນຕອນຂອງກົດ       ໝາຍກຳນົດຢ່າງເຂັ້ມງວດ.

4. ຫ້ອງການ, ສະຖາບັນ,​ ບັນດາ​ກົມ, ຄະນະ​ສານຂອງສານປະຊາຊົນສູງສຸດ ​ແລະ ສານ​ປະຊາຊົນທ້ອງຖິ່ນ​​ແຕ່ລະ​ຂັ້ນຕ້ອງ​ເປັນ​ເຈົ້າ​ການ​ນໍາ​ເອົາ​​ແຜນການ​ເຄື່ອນ​ໄຫວ​ວຽກ​ງານ 5 ປີ ຂອງ​ສານ​ທີ່​ກອງ​ປະຊຸມ​ຄັ້ງ​ປະຖົມ​ມະ​ລືກ​ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ​ໄດ້​ຮັບຮອງ ​ແລະ ແຜນ​ພັດທະນາ​ລະບົບ​ສານ​ປະຊາຊົນ 5 ປີ ຄັ້ງທີ IV (2021-2025) ​ໄປ​ເຜີຍ​ແຜ່, ຄົ້ນຄວ້າ, ​ເຊື່ອມ​ຊຶມ​ໃຫ້​ແກ່​ພະນັກງານ​ທີ່ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ ​ພ້ອມ​ທັງ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເປັນ​ແຜນ​ງານ, ​ໂຄງການ ​ແລະ ກິດຈະ​ກໍາ​ ໃຫ້​ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ກົມ​ກອງ​ທ້ອງ​ຖິ່ນ​ຕົນເປັນແຕ່ລະໄລຍະ.

5. ປັບປຸງກົນໄກປະສານສົມທົບແຕ່ລະພາກສ່ວນໃຫ້ກົມກຽວກັນ ​ແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕາມສິດ ແລະ ໜ້າທີ່ຂອງຕົນ ໃນການດໍາເນີນຄະດີຕາມຂະບວນຍຸຕິທໍາ ທັງນີ້ກໍເພື່ອຮັບປະກັນໃຫ້ແກ່ການສືບສວນ-ສອບສວນ, ການສັ່ງຟ້ອງ, ການຕັດສິນ, ການປະຕິບັດຄໍາຕັດສິນຂອງສານ ແລະ ການພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ກົດໝາຍກໍານົດ. ພ້ອມທັງປັບປຸງຄືນແບບແຜນວິທີເຮັດວຽກການບໍລິການ, ບໍລິຫານຄະດີ ລະຫວ່າງອົງການທີ່ກ່ຽວຂ້ອງກັບການດໍາເນີນຄະດີ ຕາມຂະບວນຍຸຕິທໍາ ໃຫ້ສອດຄ່ອງກົມກຽວ ເຂັ້ມງວດກວ່າເກົ່າໃນການເຄົາລົບນັບຖື ພາລະບົດບາດ, ສິດ, ໜ້າທີ່ຂອງກັນ ແລະ ກັນ ຕາມທີ່​ລັດຖະທໍາ​ມະນູນ ​ແລະ ກົດໝາຍກໍານົດໄວ້.

(ຂ່າວ-ພາບ: ຕຸໄລເພັດ ພິມເມືອງ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com