Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນຕອນເຊົ້າຂອງວັນທີ 17 ສິງຫາ 2021, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມວັນຢຶດອໍານາດທົ່ວປະເທດ 23 ສິງຫາ (23/8/1945 ແລະ 23/8/1975 – 23/8/2021) ແລະ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ. ໃຫ້ກຽດປາຖະກະຖາໂດຍ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໂດຍມີບັນດາສະຫາຍໃນຄະນະບໍລິຫານງານພັກ, ພະນັກງານຫຼັກແຫຼ່ງທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ການປາຖະກະຖາໃນຄັ້ງນີ້ ສະຫາຍຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກໄດ້ຫວນຄືນມູນເຊື້ອການຕໍ່ສູ້ກູ້ຊາດອັນພິລະອາດຫານຂອງບັນພະບູລຸດດ້ວຍນໍ້າໃຈຮັກຊາດ, ຄຽດແຄ້ນຕໍ່ການກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່; ພາຍໃຕ້ການນໍາພາອັນຖືກຕ້ອງສະຫຼາດສ່ອງໃສຂອງພັກປະຕິວັດ ນັ້ນຄືພັກກອມມູນິດອິນດູຈີນໃນເມື່ອກ່ອນ, ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນສາມາດຍາດໄດ້ໄຊຊະນະ, ສໍາເລັດການປະຕິວັດຊາດປະຊາທິປະໄຕໃນປີ 1975 ສະຖາປະນາເປັນ ສປປ ລາວ ຊຶ່ງເປັນການເປີດສັງກາດໃໝ່ໃຫ້ແກ່ການເປັນເຈົ້າຊາຕາກຳປະເທດຊາດ ຂອງປະຊາຊົນລາວ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ສປປ ລາວ ໄດ້ຫັນໄປສູ່ການຄຸ້ມຄອງເສດຖະກິດ - ສັງຄົມ ດ້ວຍກົດໝາຍ ຍ້ອນແນວນັ້ນ ລັດຖະທໍາມະນູນສະບັບທໍາອິດຂອງ ສປປ ລາວ ຈຶ່ງໄດ້ຖືກສ້າງຂຶ້ນ ແລະ ປະກາດໃຊ້ໃນວັນທີ 15 ສິງຫາ 1991 ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດນະໂຍບາຍປ່ຽນແປງໃໝ່ໃຫ້ເຂົ້າສູ່ລວງເລິກລັດຖະທໍາມະນູນສະບັບທໍາອິດ ຈຶ່ງໄດ້ຮັບການປັບປຸງ ໃນປີ 2003 ແລະ ປີ 2015 ຊຶ່ງແມ່ນສະບັບທີ່ນໍາໃຊ້ມາເຖິງປັດຈຸບັນ, ລັດຖະທໍາມະນູນແຫ່ງ ສປປ ລາວ ແມ່ນໝາກຜົນລວມຍອດຂອງການປະຕິວັດຊາດ-ປະຊາທິປະໄຕປະຊາຊົນ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ແລະ ແມ່ນຜົນງານອັນໃຫຍ່ຫຼວງ ຂອງປະຊາຊົນລາວບັນດາເຜົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄືພາລະກິດປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ, ເປັນການຢືນຢັນເຖິງຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດຕໍ່ສາກົນ; ທັງສ່ອງແສງຢ່າງຈະແຈ້ງ ແລະ ຄົບຖ້ວນເຖິງຄວາມມຸ້ງມາດປາຖະໜາອັນສູງສົ່ງ ແລະ ຄວາມເດັດດ່ຽວຕັດສິນໃຈຢ່າງແຮງກ້າ ຂອງວົງຄະນາຍາດແຫ່ງຊາດລາວ ເພື່ອພ້ອມກັນສູ້ຊົນບຸກບືນສ້າງລັດເຮົາໃຫ້ເປັນລັດທີ່ປົກຄອງດ້ວຍ ກົດໝາຍຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ ແນໃສ່ບັນລຸຈຸດໝາຍ: ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງມີເຂັ້ມແຂງ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.
ການປາຖະກະຖາໃນຄັ້ງນີ້ໄດ້ເປັນໂອກາດທີ່ດີ ເພື່ອໃຫ້ພະນັກງານຄະນະພົວພັນຕ່າງປະເທດສູນກາງພັກເຂົ້າໃຈໄດ້ຕື່ມກ່ຽວກັບມູນເຊື້ອປະຕິວັດ, ການຕໍ່ສູ້ອັນລະອິດລະອ້ຽວຂອງປະຊາຊົນລາວເພື່ອຍາດເອົາເອກະລາດແຫ່ງຊາດ; ເຂົ້າໃຈແຈ້ງເຖິງຄວາມສຳຄັນຂອງລັດຖະທຳມະນູນ, ພ້ອມກັນຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ລະບຽບກົດໝາຍຕ່າງໆເພື່ອແນໃສ່ສ້າງລັດເຮົາເປັນລັດທີ່ຄຸ້ມຄອງດ້ວຍກົດໝາຍ, ນຳມາຜົນປະໂຫຍດຕົວຈິງມາສູ່ປະຊາຊົນລາວບັນດາເຜົ່າ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com