Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ກຊສ ປາຖະກະຖາວັນລັດຖະທໍາມະນູນ ຄົບ​ຮອບ 30 ປີ

ເຜີຍ​ແຜ່​ໂດຍ​: ທ່ານ ທອງດຳ ມິໂຍລາ ເວ​ລາ: 25/08/2021 13:30:22 ຈຳ​ນວນ​​ຢ້ຽມ​ຊົມ 1227 ຄັ້ງ

 

      ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກຊສ ໄດ້ຈັດພິທີປາຖະກະຖາວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ ແລະ ຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດຂຶ້ນໃນວັນທີ 25 ສິງຫານີ້ ທີ່ ກຊສ. ໃຫ້ກຽດປາຖະກະຖາໂດຍ ທ່ານ ຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ປະທານກໍາມາທິການກົດໝາຍ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບສະເຫຼີມສະຫຼອງ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ; ເຂົ້າຮ່ວມຮັບຟັງມີ ທ່ານ ນາງ ບຸນຄໍາ ວໍລະຈິດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກຊສ, ມີບັນດາຄະນະພັກກະຊວງ ແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ໃນພິທີ ທ່ານ ຈະ​ເລີ​ນ ​ເຢຍປາວ​ເຮີ ​ໄດ້​ຍົກ​ໃຫ້​ເຫັນ​ປະຫວັດຄວາມເປັນມາຂອງ ວັນລັດຖະທໍາມະນູນແຫ່ງຊາດ ຊຶ່ງແມ່ນລັດຖະທຳມະນູນ ສະບັບທຳອິດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຖືກພິຈາລະນາຮັບຮອງ ແລະ ປະກາດໃຊ້ໃນວັນທີ 15 ສິງຫາ 1991 ແລະ ໄດ້ຮັບການປັບປຸງ ​2 ຄັ້ງຄື:  ປີ 2003 ແລະ 2015 ທັງນີ້ ກໍເພື່ອແນໃສ່ຍົກສູງອໍານາດແຫ່ງລັດ ໃຫ້ມີປະສິດທິຜົນສູງ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນໃນໄລຍະໃໝ່.

ທ່ານ ຈະເລີນ ເຢຍປາວເຮີ ຍັງ​ໄດ້​ກ່າວ​ຕື່ມວ່າ: ການປະກາດໃຊ້ລັດຖະທຳມະນູນ ມັນແມ່ນການສະຫຼຸບບັນດາໝາກຜົນ ແຫ່ງການຕໍ່ສູ້ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ ຂອງປະຊາຊົນບັນດາເຜົ່າ; ການປະກາດໃຊ້ ແລະ ການປັບປຸງລັດຖະທຳມະນູນ ມັນມີຄວາມໝາຍຄວາມສຳຄັນຫຼາຍຕໍ່ ປະເທດຊາດ ກໍຄື ປະຊາຊົນລາວທັງຊາດ ເພາະວ່າລັດຖະທຳມະນູນ ເປັນກົດໝາຍພື້ນຖານຂອງຊາດ, ທັງເປັນການຫັນເອົາແນວທາງປ່ຽນແປງໃໝ່ຢ່າງຮອບດ້ານທີ່ມີຫຼັກການຂອງ ພັກປະຊາຊົນ ປະຕິວັດລາວ ມາເປັນກົດໝາຍພື້ນຖານຂອງລະບອບປະຊາທິປະໄຕ ປະຊາຊົນ ແນໃສ່ສຶກສາອົບຮົມ ປະຊາຊົນລາວບັນດາເຜົ່າ ໃຫ້ຍົກສູງນ້ຳໃຈຮັກຊາດ, ຮັກລະບອບໃໝ່, ເພີ່ມທະວີຄວາມສາມັກຄີປວງຊົນລາວທັງຊາດ, ເຊີດຊູບົດບາດເປັນເຈົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍທີ່ພັກໄດ້ກຳນົດໄວ້; ມັນເປັນເຫດການການເມືອງທີ່ສຳຄັນຂອງຊາດ, ທັງເປັນຂີດໝາຍໃໝ່ແຫ່ງການຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ແລະ ການສ້າງລັດແຫ່ງກົດໝາຍເທື່ອລະກ້າວ ທີ່ສ່ອງແສງໃຫ້ເຫັນລັກສະນະທາດແທ້ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງລະບອບ ປະຊາທິປະໄຕ ປະຊາຊົນລາວ ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກປະຊາຊົນ ປະຕິວັດລາວ, ທັງເປັນການຢັ້ງຢືນຕໍ່ໂລກກ່ຽວກັບ ຄວາມເປັນເອກະລາດ ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ.​

      ໃນວັນດຽວກັນ, ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ເອກະສານສໍາຄັນ ຄື:  ຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີ ການນໍາພາຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການ ແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ; ການເຜີຍແຜ່ເອກະສານ ຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີ ການນໍາພາຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ.

ຂ່າວ-ພາບ: ນາງ​ແສງ​ຈັນ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com