Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ແຂວງວຽງຈັນ ປະຕິບັດຄາດໝາຍດ້ານສັງຄົມຢ່າງມີຜົນສໍາເລັດ

ເຜີຍ​ແຜ່​ໂດຍ​: ທ່ານ ທອງດຳ ມິໂຍລາ ເວ​ລາ: 16/09/2021 12:12:16 ຈຳ​ນວນ​​ຢ້ຽມ​ຊົມ 1560 ຄັ້ງ

 

                                          ໂດຍ: ວັນໄຊ ຕະວິນຍານ

       ວຽກງານວັດທະນະທໍາ-ສັງຄົມ ເປັນວຽກງານໜຶ່ງທີ່ເປັນສ່ວນປະກອບອັນສໍາຄັນ ຕໍ່ຜົນສໍາເລັດໃນການພັດທະນາເສດຖະກິດ ໄປຄ່ຽງຄູ່ກັບການລົງທຶນພັດທະນາດ້ານອື່ນໆ. ແຂວງວຽງຈັນ ຍັງເພີ່ມຄວາມເອົາໃຈໃສ່ຢ່າງຕັ້ງໜ້າຕໍ່ການປະຕິບັດຄາດໜາຍດ້ານສັງຄົມ.

      ຕະຫຼອດ 5 ປີ ຜ່ານມາ (2016-2020) ແຂວງວຽງຈັນ ສາມາດສ້າງບ້ານພັດທະນາ​ໄດ້ 16 ບ້ານ, ຈາກ 190 ບ້ານ​ໃນ​ ປີ 2016 ມາ​ເປັນ 206 ​ບ້ານ ໃນ​ປີ 2020 ເທົ່າ​ກັບ 56,43% ຂອງ​ແຜນການ (​​ແຜນ 365 ບ້ານ) ​ແລະ ສ້າງຄອບຄົວ​ພັດທະນາ​ໄດ້ 2.396 ຄອບຄົວ ຈາກ 71.034 ຄອບຄົວ​ ໃນ​ປີ 2016 ມາ​ເປັນ 73.430 ຄອບຄົວໃນ ​ປີ 2020 ​ເທົ່າ​ກັບ 93,5% ຂອງ​ແຜນການ (ແຜນ 78.534 ຄອບ​ຄົວ). ປັບປຸງຄຸນນະພາບການສຶກສາຊັ້ນຕ່າງໆໃຫ້ດີຂຶ້ນເທື່ອລະກ້າໂດຍສະເພາະອັດຕາເຂົ້າຮຽນສຸດທິຊັ້ນປະຖົມສຶກສາປະຕິບັດໄດ້ 100% ລື່ນ​ແຜນ 0,5%, ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນຕົ້ນປະຕິບັດໄດ້ 93,5% ລື່ນ​ແຜນ 1%, ອັດຕາເຂົ້າຮຽນລວມຊັ້ນມັດທະຍົມປາຍປະຕິບັດ​ໄດ້ 61% (​ແຜນ 64,7%) ແລະ ທຸກໆເມືອງທົ່ວແຂວງສາມາດປະກາດຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງ. ອັດຕາເດັກນໍ້າໜັກຫຼຸດມາດຖານປະຕິບັດໄດ້ 6,7% ​(​ແຜນ 12,6%) ​ແລະ ອັດຕາເດັກລວງສູງບໍ່ໄດ້ມາດຖານປະຕິບັດ 11,5% (​ແຜນ 23,1%). ອັດຕາ​ການ​ຕາຍ​ຂອງ​​ເດັກ​ລຸ່ມ 1 ປີປະຕິບັດໄດ້ 8/1.000 ຂອງເດັກເກີດມີຊີວິດ (ແຜນ 22,7/1.000 ຂອງເດັກເກີດມີຊີິວິດ) ​ແລະ ອັດຕາ​ການ​ຕາຍ​ຂອງ​​ເດັກ​ລຸ່ມ 5 ປີ ປະຕິບັດໄດ້ 9/1.000 ຂອງເດັກເກີດມີຊີວິດ (ແຜນ 22,9/1.000 ຂອງເດັກເກີດມີຊີວິດ). ອັດຕາ​ການ​ຕາຍ​ຂອງ​ແມ່ປະຕິບັດໄດ້ 125/100.000 ຂອງ​ເດັກ​ເກີດ​ມີ​ຊີວິດ (ແຜນ 150/100.000 ຂອງເດັກເກີດມີຊີວິດ). ປະຊາຊົນສາມາດເຂົ້າ​​ເຖິງການປິ່ນປົວສຸຂະພາບ, ສາມາດຮັບປະກັນຄຸນນະພາບຂອງອາຫານ ແລະ ຢາໂດຍພື້ນຖານ.

ປັດຈຸບັນ, ປະຊາກອນແຂວງວຽງຈັນ ມີອາຍຸຍືນສະເລ່ຍ 71 ປີ, ອັດຕາການຊົມໃຊ້ນ້ຳສະອາດກວ​ມ​ເອົາ 85% (ແຜນ 88%) ​ແລະ ອັດຕາ​​ໃຊ້ວິດຖ່າຍກວມເອົາ 93,12% (ແຜນ 80%) ອງທຶນປະກັນສຸຂະພາບແຫ່ງຊາດກວມເອົາ 100% ຂອງພົນລະເມືອງທົ່ວແຂວງ. ສ້າງ​ບ້ານ​​ແບບຢ່າງດ້ານສາທາລະນະສຸກ​ໄດ້ 90 ບ້ານ,ລວມມີບ້ານ​ແບບຢ່າງ​ສາທາລະນະ​ສຸກທັງໝົດ 389 ບ້ານ ກວມ​ເອົາ 92,18% ຂອງ​ຈໍານວນບ້ານ​ທັງ​ໝົດ. ຝຶກອົບຮົມສີມືແຮງງານໃຫ້ມີວິຊາການ​ໃດ​ໜຶ່ງ ແລະ ສາມາດປະກອບອາຊີບໄດ້ 17.201 ຄົນ ເທົ່າກັບ 137,60% ຂອງແຜນການ (​ແຜນ 12.500 ຄົນ), ຂະຫຍາຍຂອບເຂດການປົກຄຸມຂອງລະບົບປະກັນສັງຄົມ ແລະ ປະກັນສຸຂະພາບ​ໄດ້ 100% ຂອງພົນລະເມືອງທົ່ວແຂວງ (​ແຜນ 75%); ປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດໄດ້ 961 ຄົນ                  (​ແຜນ 500 ຄົນ). ສ້າງຄອບຄົວວັດທະນາທຳໄດ້ 21.135 ຄອບຄົວ (​ແຜນ 25.000 ຄອບຄົວ) ລວມມີ​ຄອບຄົວ​ວັດທະນາ​ທຳ​ທັງ​ໝົດ 66.603 ຄອບຄົວ ​ເທົ່າ​ກັບ 75,25%  ຂອງ​ຄອບຄົວ​ໃນ​ທົ່ວ​ແຂວງ, ສ້າງບ້ານວັດທະນະທໍາ​ໄດ້ 135 ບ້ານ (​ແຜນ 158 ບ້ານ) ລວມມີ​ບ້ານ​ວັດທະນະທຳ​ທັງ​ໝົດ 387 ບ້ານ ເທົ່າກັບ 91,70% ຂອງຈໍານວນບ້ານທັງໝົດ, ສ້າງກຸ່ມບ້ານວັດທະນະໄດ້ 12 ກຸ່ມ ລວມມີກຸ່ມວັດທະນະທໍາທັງໝົດ 20 ກຸ່ມ. ກວດກາ​ປະ​ເມີນ​ຄືນ​ບ້ານ​ວັດທະນະທຳ​ທີ່​ປະກາດ​​ຮັບຮອງແລ້ວໄດ້ 56 ບ້ານ ​ແລະ 20.047 ຄອບຄົວ.

5 ປີຜ່າມາ, ມີນັກທ່ອງທ່ຽວເຂົ້າມາແຂວງມີ​ທັງໝົດ 3,12 ລ້ານເທື່ອຄົນ (​ແຜນ 3,39 ລ້ານ​ເທື່ອ​ຄົນ) ເທົ່າກັບ 92% ຂອງແຜນການ  ​ແລະ ສາມາດສ້າງລາຍຮັບເຂົ້າໃນສັງຄົມໄດ້ 1.014 ຕື້ກີບ ຫຼື ສະເລ່ຍປີລະ  202,80 ຕື້ກີບ (ແຜນ 72 ຕື້ກີບ). ສ້າງ​ ​ແລະ ປະ​ເມີນບ້ານ​​​ແບບຢ່າງປະຕິບັດ​ກົດໝາຍໄດ້ 266 ບ້ານ,​ ລວມ​ມີ​ບ້ານ​ແບບ​ປະຕິບັດ​ກົດໝາຍ​ທັງ​ໝົດ 386 ບ້ານ ​ເທົ່າກັບ 91,46% ຂອງ​ບ້ານ​ທັງ​ໝົດ ​ແລະ ຄອບ​ຄົວ​​ໄດ້ 45.008 ຄອບ​ຄົວ, ​ປັດຈຸ​ບັນ​ມີ​ຄອບຄົວ​ທັງ​ໝົດ 76.809 ຄອບຄົວ, ກວມ​ເອົາ 83,20% ຂອງ​ຄອບຄົວ​ທັງ​ໝົດ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com