Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ບັນດາບັນຫາທິດສະດີ- ພຶດຕິກຳໃໝ່ ໃນເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 22/12/2021 10:43:41 ຈຳ​ນວນ​​ຢ້ຽມ​ຊົມ 1649 ຄັ້ງ

 

ໂດຍ: ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິສະດີສູນກາງພັກ ກ່າວໃນກອງປະຊຸມມະນາທິດສະດີ ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ຄັ້ງທີ VIII ໃນວັນທີ 16 ທັນວາ 2021.

ຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ຂ້າພະ ເຈົ້າ ຂໍສະແດງຄວາມຂໍ່ານັບຮັບຕ້ອນສະຫາຍ ຫງວຽນ ຊວັນ ຖັງ  ກຳມະການກົມການເມືອງສູນກາງພັກ  ປະທານສະພາທິດສະດີສູນກາງພັກ  ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ທີ່ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມທາງໄກ; ຮັບຕ້ອນບັນດາສະ ຫາຍນັກວິທະຍາສາດ, ນັກທິດສະດີ, ພະນັກງານການນຳຂັ້ນສູງິ່ ທີ່ໄດ້ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ກັບພັກກອມມູນິດຫວຽດນາມໃນຄັ້ງນີ້. ກອງປະຊຸມສຳມະນາທິດສະດີພາຍໃຕ້ຫົວຂໍ້: ບັນດາບັນ ຫາທິດສະດີພຶດຕິກຳໃໝ່ໃນເອກະສານກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ" ຄັ້ງນີ້, ເປັນກອງປະຊຸມທີ່ມີຄວາມໝາຍທາງດ້ານທິດສະດີ ແລະພຶດຕິກຳ ຊຶ່ງພວກເຮົາຈະໄດ້ພ້ອມກັນແລກປ່ຽນຄວາມຄິດຄວາມເຫັນ ຢ່າງກົງໄປກົງມາກ່ຽວກັບບັນຫາທິດສະດີ ແລະ ພຶດຕິກຳໃໝ່ ໃນເອກະສານກອງປະ ຊຸມໃຫຍ່ ຂອງສອງພັກພວກເຮົາ ໃຫ້ເລິກເຊິ່ງ ແລະ ບັນດາບົດຮຽນ ໃນການຈັດຕັ້ງຜັນຂະ ຫຍາຍ ມະຕິດັ່ງກ່າວ ໃຫ້ປະກົດຜົນເປັນຈິງ.

ຄືບັນດາສະຫາຍໄດ້ຮັບຮູ້ແລ້ວ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະ ຕິວັດລາວ ໄດ້ສໍາເລັດຜົນຢ່າງຈົບງາມ ຊຶ່ງແມ່ນໝາກຜົນລວມຍອດສະຕິປັນຍາ ຂອງພັກການ ເມືອງ ຕະຫຼອດໄລຍະ 66 ປີແຫ່ງການນຳພາ, ບັນດາແນວ ທາງຍຸດທະສາດຂອງພັກ ລ້ວນແຕ່ມີບົດບາດຕັດສິນໃຫ້ແກ່ການກ້າວເດີນໄປຕາມຈຸດ ໝາຍຂອງພັກກຳນົດໄວ້. ເອ ກະສານກອງປະຊຸມໃຫຍ່ຂອງພັກຄັ້ງນີ້ ມີຫຼາຍບັນຫາໃໝ່ ຖ້າທຽບໃສ່ກັບມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ບັນຫາໃໝ່ທີ່ສະແດງອອກແຈ້ງ ອັນໜຶ່ງແມ່ນໃນຄຳຂວັນກອງປະຊຸມໃຫຍ່ທີ່ວ່າ "ຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ໜັກແໜ້ນ";  "ຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ"; "ສ້າງການຫັນປ່ຽນການພັດທະນາເສດຖະກິດສັງຄົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ";  "ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ". ສ່ວນເນື້ອໃນອື່ນໆທີ່ສະແດງອອກໃນບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ 5 ປີຄັ້ງທີ IX ກໍໄດ້ເພີ່ມເຕີມຫຼາຍເນື້ອໃນໃໝ່ສະແດງອອກຢ່າງຮອບດ້ານ: ດ້ານການເມືອງ, ເສດຖະກິດ, ວັດທະນະທຳສັງຄົມ, ປ້ອງກັນຊາດປ້ອງກັນຄວາມສະຫງົບ, ວຽກງານການຕ່າງປະເທດ ແລະ ອື່ນໆ ສະແດງອອກດັ່ງນີ້:

ໜຶ່ງ, ບັນຫາທິດສະດີ ພຶດຕິກຳໃໝ່ກ່ຽວກັບການກໍ່ ສ້າງພັກ, ປັບປຸງພັກ ແລະ ລະ ບົບການເມືອງ.

ບັນຫາໃໝ່ທີ່ສະແດງອອກໃນບົດລາຍງານການເມືອງ ແມ່ນມີຫຼາຍບັນຫາທາງດ້ານທິດສະດີ ແລະ ພຶດຕິກຳ, ພັກໄດ້ສະຫຼຸບສັງລວມມີ 10 ເນື້ອໃນຕົ້ນຕໍ, ນີ້ເປັນບາດກ້າວບຸກທະລຸ   ໃໝ່ຂອງພັກ, ສຸມໃສ່ຕີລາຄາໃຫ້ທັດສະນະຊີ້ນຳແຕ່ລະເນື້ອໃນຢ່າງມີຈຸດສຸມ. ອັນພົ້ນເດັ່ນພັກໄດ້ປະເມີນຜົນກວມລວມການສ້າງບັນດາປະຖົມປັດໄຈ ໃຫ້ແກ່ການກ້າວຂຶ້ນສູ່ຈຸດໝາຍສັງ ຄົມນິຍົມ ຕາມແນວທາງຂອງພັກ ເພື່ອສ້າງພື້ນຖານໃຫ້ແກ່ການສ້າງລະບອບປະຊາທິປະ ໄຕ ປະຊາຊົນໃຫ້ສົມບູນຍິ່ງຂຶ້ນ.

ບັນຫາໃໝ່ໃນການກໍ່ສ້າງແລະ ປັບປຸງພັກ, ໄດ້ມີບາດກ້າວ ຫັນປ່ຽນໃໝ່ດ້ານທິດສະດີ, ເລີ່ມຈາກການສ້າງພັກໃຫ້ເຂັ້ມ ແຂງຮູ້ນຳພາຮອບດ້ານໄປສູ່ການສ້າງພັກໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນ. ການດຳເນີນຊີວິດການເມືອງ ໃນພຶດຕິກຳໄດ້ດຳເນີນໄປຢ່າງແຂງແຮງ, ເລິກເຊິ່ງ ໂດຍຕິດພັນກັບການຄົ້ນຄວ້າ, ຕີລາຄາ, ວິເຄາະ, ໄຈ້ແຍກຢ່າງກວ້າງຂວາງ, ກົງໄປກົງມາ ຕໍ່ບັນດາຈຸດອ່ອນຄົງຄ້າງທີ່ເປັນໄພອັນຕະລາຍຕໍ່ລະບອບໃໝ່ ແລະ ບົດບາດນຳພາຂອງພັກ.

ບັນຫາໃໝ່ໃນການປັບປຸງລະບົບການເມືອງ ຊຶ່ງມີພັກເປັນແກ່ນນຳນັ້ນ, ພັກໄດ້ຢັ້ງຢືນວ່າ: ໃນການຍົກລະດັບຄວາມສາມາດ ແລະ ຄຸນນະພາບການນຳພາຂອງພັກ, ມີຄວາມຈຳ ເປັນຕ້ອງແກ້ໄຂບັນຫາສອງດ້ານໄປພ້ອມກັນ, ນັ້ນແມ່ນຮັບປະກັນການກຳນົດເນື້ອໃນໜ້າທີ່ການເມືອງໃຫ້ຖືກຕ້ອງ, ແທດຕົວຈິງ ແລະ ມີຄວາມເປັນໄປໄດ້ໃນທາງປະຕິບັດ. ພ້ອມນີ້ ຍັງໄດ້ເນັ້ນໜັກຕື່ມວ່າ ບັນດາອົງການອຳນາດລັດ ລ້ວນແຕ່ ໄດ້ຮັບການປັບປຸງດ້ານການຈັດ ຕັ້ງ, ຍົກລະດັບຄຸນນະພາບການເຄື່ອນໄຫວ, ຄຽງຄູ່ໄປກັບການສ້າງ ແລະ ປັບປຸງກົດໝາຍ ແລະ ບັນດານິຕິກຳໃຫ້ເປັນລະບົບຮັດກຸມກວ່າເກົ່າ ສ້າງພື້ນຖານອັນເຂັ້ມແຂງໃຫ້ແກ່ການຫັນໄປສູ່ການຄຸ້ມຄອງລັດດ້ວຍກົດໝາຍ...

(ອ່ານຕໍ່ມື້ໜ້າ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com