Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງ ສະຫາຍ ພັນຄໍາ ວິພາວັນ ໃນຖານະເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ. ການຢ້ຽມຢາມ ເພື່ອແນໃສ່ສືບຕໍ່ຢືນຢັນບຸລິມະສິດແກ່ການພົວພັນຕ່າງປະເທດຂອງສອງປະເທດ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລາວ-ຫວຽດນາມ ຢ່າງບໍ່ຢຸດຢັ້ງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ສ້າງຄວາມເປັນເອກະພາບໃນການຊີ້ນຳຊຸກຍູ້ຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ, ຍູ້ແຮງການຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຈະມາເຖິງ. ນີ້ກໍ່ແມ່ນການຢ້ຽມຢາມເປີດສາກປີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022 ເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ.
ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ຟ້າມມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-10 ມັງກອນ 2022, ເພື່ອຮັດແໜ້ນ ແລະເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.
ພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງ ລາວ ຢ່າງເປັນທາງການ ແລະ ສົມກຽດ ທີ່ສຳນັກງານປະທານປະເທດ ໂດຍ ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ. ຫຼັງຈາກນັ້ນ, ສະຫາຍ ຟ້າມມິງຈິງ ພ້ອມດ້ວຍການນຳຂັ້ນສູງຂອງ ສສ ຫວຽດນາມ ໄດ້ດຳເນີນການພົບປະສອງຝ່າຍ ກັບ ສະຫາຍ ພັນຄໍາ ວິພາວັນ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ທີ່ ຫ້ອງວ່າການລັດຖະບານ. ໃນໂອກາດດັ່ງກ່າວ, ສະຫາຍ ພັນຄໍາ ວິພາວັນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ ຈາກລັດຖະບານ ແລະ ປະຊາຊົນຫວຽດນາມ ຊຶ່ງເປັນການຢ້ຽມຢາມທາງການຄັ້ງທໍາອິດ ພາຍຫຼັງດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີ ແລະ ຍັງເປັນການພົບປະແບບເຊິ່ງໜ້າກັບ ສະຫາຍ ຟ້າມມິງຈິງ ຄັ້ງທໍາອິດ, ສະແດງເຖິງໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ອ້າຍນ້ອງຢ່າງແທ້ຈິງ.
ສະຫາຍ ພັນຄໍາ ວິພາວັນ ໄດ້ຕີລາຄາສູງ ແລະ ຊົມເຊີຍຢ່າງສຸດໃຈຕໍ່ບັນດາຜົນສຳເລັດອັນສຳຄັນ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ ທີ່ປະຊາຊົນຫວຽດນາມ ອ້າຍນ້ອງຍາດມາໄດ້ ພາຍໃຕ້ການນຳພາອັນຖືກຕ້ອງສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ຕະຫຼອດໄລຍະຜ່ານມາ, ເຮັດໃຫ້ທົ່ວປະເທດມີສະຖຽນລະພາບດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນເປັນກ້າວໆ, ບົດບາດອິດທິພົນຊື່ສຽງຂອງ ຫວຽດນາມ ນັບມື້ຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ໃນການພົບປະ, ສອງຝ່າຍ ໄດ້ຮ່ວມກັນທົບທວນຄືນການຮ່ວມມືສອງຝ່າຍ, ຮ່ວມກັນຕີລາຄາສູງບັນດາການຮ່ວມມືຮອບດ້ານໃນໄລຍະຜ່ານມາ. ເຖິງຈະມີການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງໃນທົ່ວໂລກ, ແຕ່ການພົວພັນສອງຝ່າຍ ລາວ-ຫວຽດນາມ ໄດ້ມີການຂະຫຍາຍຕົວເປັນປົກກະຕິ, ການພົວພັນຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ, ມີຫຼາຍຮູບ, ຫຼາຍແບບ, ສ້າງ ຄວາມເຊື່ອໝັ້ນຊຶ່ງກັນ ແລະ ກັນໃນລະດັບສູງ, ມີການໄປມາ ລະຫວ່າງການນໍາຂັ້ນສູງ ແລະ ທຸກລະດັບເປັນປົກກະຕິ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ ແລະ ໃກ້ຊິດສະໜິດສະໜົມທັນການ. ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ ນັບມື້ນັບໄດ້ຮັບຜົນສໍາເລັດຢ່າງເປັນຮູບປະທໍາ.
ໂອກາດດຽວກັນນີ້, ສະຫາຍ ພັນຄໍາ ວິພາວັນ ກໍໄດ້ຕາງໜ້າພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ທັນການ ແລະ ມີປະສິດທິຜົນ ແກ່ພາລະກິດການປະຕິວັດລາວ ມາໂດຍຕະຫຼອດ. ອັນທີ່ພົ້ນເດັ່ນ ເປັນຄວາມເອກອ້າງທະນົງໃຈ ແມ່ນຫໍສະພາແຫ່ງຊາດ ທີ່ມີມູນຄ່າສູງເຖິງ 111,75 ລ້ານໂດລາ ທີ່ເປັນຂອງຂວັນອັນລໍ້າຄ່າຂອງພັກ-ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ແກ່ພັກ-ລັດ ແລະ ປະຊາຊົນລາວ. ໃນສະພາບການລະບາດພະຍາດໂຄວິດ-19 ຫວຽດນາມ ກໍໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ ດ້ວຍການສົ່ງທີມແພດໝໍ ແລະ ອຸປະກອນການແພດມາຊ່ວຍລາວ ຢ່າງທັນການ ແລະ ມີປະສິດທິຜົນ, ເຮັດໃຫ້ ລາວ ສາມາດຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດດັ່ງກ່າວ ຢ່າງມີປະສິດທິຜົນ ແລະ ອື່ນໆ. ໂອກາດດຽວກັນນີ້, ຫວຽດນາມ ກໍໄດ້ຊ່ວຍເຫຼືອວັກຊິນຈໍານວນ 1.000.000 ໂດສ ເພື່ອຊ່ວຍ ລາວ ຮັບມືກັບພະຍາດໂຄວິດ-19.
ພາຍຫຼັງສໍາເລັດການພົບປະ, ການນຳທັງສອງ ໄດ້ເປັນສັກຂີພິຍານໃນການລົງນາມເອກະສານຮ່ວມມືສອງຝ່າຍຈຳນວນ 8 ສະບັບ. ພ້ອມທັງເຂົ້າຮ່ວມພິທີເປີດປີສາມັກຄີ-ມິດຕະພາບ ລາວ-ຫວຽດນາມ.
ຈາກນັ້ນ, ສະຫາຍ ພັນຄໍາ ວິພາວັນ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນຝູຈອງ ເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ; ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນຊວັນຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ; ພົບປະກັບ ສະຫາຍ ເວືອງດິງເຫ້ວ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ. ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈິນວັນຕຸ໋ຍ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ.
ໃນການຢ້ຽມຢາມຄັ້ງນີ້, ສະຫາຍ ພັນຄໍາ ວິພາວັນ ໄດ້ເປັນປະທານຮ່ວມກັບສະຫາຍ ຟ້າມມິງຈິງ ໃນກອງປະຊຸມຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈໍາປີ 2022. ສອງຝ່າຍ ເຫັນດີເປັນເອກະພາບ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນຖະແຫຼງການຮ່ວມ ແລະ ຂໍ້ຕົກລົງ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດໃຫ້ເປັນຮູບປະທຳ, ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂອງແຕ່ລະປະເທດ. ສ້າງເສັ້ນຊາຍແດນ ລາວ-ຫວຽດນາມ ໃຫ້ເປັນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຮອບດ້ານ. ສະໜັບສະໜູນ ແລະ ສ້າງຄວາມເຊື້ອໝັ້ນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ສອງຝ່າຍ ສູ້ຊົນຊຸກຍູ້ມູນຄ່າການຄ້າສອງຝ່າຍໃຫ້ເພີ່ມຂຶ້ນ 10-15% ທຽບໃສ່ປີຜ່ານມາ. ສືບຕໍ່ຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືດ້ານຄົມມະນາຄົມ ແລະ ຂົນສົ່ງ, ການຮ່ວມມືພັດທະນາບັນດາໂຄງການໄຟຟ້າຢູ່ລາວ, ເຊື່ອມຕໍ່ລະບົບສາຍສົ່ງໄຟຟ້າ ແລະ ການຊື້-ຂາຍ ໄຟຟ້າ. ຄຽງຄູ່ກັນນີ້ ສອງຝ່າຍ ກໍຈະພ້ອມກັນ ສືບຕໍ່ເພີ່ມທະວີການຮ່ວມມື ແລະ ສ້າງເງື່ອນໄຂເພື່ອເອື້ອອໍານວຍຄວາມສະດວກ ໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດຂອງສອງປະເທດ ແລະ ການຮ່ວມມືໃນບັນດາຂົງເຂດ ທີ່ສອງຝ່າຍມີທ່າແຮງບົ່ມຊ້ອນ.
ນອກນີ້, ສະຫາຍ ນາຍົກລັດຖະມົນຕີທັງສອງ ໄດ້ຮ່ວມເປັນສັກຂີພິຍານໃນການລົງນາມ ແລະ ມອບ-ຮັບເອກະສານຮ່ວມມືຂອງບັນດາກະຊວງ ແລະ ພາກທຸລະກິດ ສອງປະເທດຈຳນວນທັງໝົດ 9 ສະບັບ, ມອບ-ຮັບໃບຢັ້ງຢືນຂໍ້ຜູກພັນກ່ຽວກັບການເພີ່ມອັດຕາສ່ວນກຳມະສິດຂອງລັດຖະບານລາວ ຈາກ 20% ຂຶ້ນເປັນ 60% ຂອງທ່າເຮືອຫວຸງອາງ 1,2,3 ທຶນຈົດທະບຽນ ໃນບໍລິສັດ ຫຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດນາມ.
(ໂດຍ: ສີວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com