Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຖວທ ປຶກສາຫາລືຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 10/03/2022 12:35:45 ຈຳ​ນວນ​​ຢ້ຽມ​ຊົມ 2261 ຄັ້ງ

   ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ (ສມປຊ) ຮ່ວມກັບກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມປຶກສາຫາລືຄົ້ນຄວ້າກ່ຽວກັບແນວຄິດ ໄກສອນ ພົມວິຫານ ໃນວຽກງານຖະແຫຼງຂ່າວ ຂຶ້ນໃນວັນທີ 10 ມີນາ ນີ້ ທີ່ກະຊວງ ຖວທ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ; ທ່ານ ດາວສະຫັວນ ເຄືອມີໄຊ ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ມີອະດີດລັດຖະມົນຕີ, ຮອງລັດຖະມົນຕີກະຊວງ ຖວທ ແລະ ບັນຫົວໜ້າກົມ-ຮອງກົມ, ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ໄດ້ກ່າວລາຍງານຫຍໍ້ ແລະ ນໍາສະເໜີຮ່າງຫົວຂໍ້ຍ່ອຍຂອງຄະນະຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານຖະແຫຼງຂ່າວໃນໄລຍະຜ່ານມາວ່າ: ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລືໃຫ້ຄະນະສະຫຼຸບຖອດຖອນບົດຮຽນວຽກງານຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປີ 2021 ແລະ ວາງທິດທາງແຜນ ປີ 2022 ທີ່ ສມປຊ ພ້ອມທັງໄດ້ສະເໜີ 4 ຫົວຂໍ້ຍ່ອຍ ແລະ ໄດ້ຮັບຄໍາຄິດເຫັນຈາກກອງປະຊຸມໃຫ້ດັດປັບຫົວຂໍ້ຍ່ອຍໃຫ້ເໝາະສົມຂຶ້ນ. ດັ່ງນັ້ນ ຄະນະຮັບຜິດຊອບ ເພື່ອດັດປັບ ແລະ ເລືອກຫົວຂໍ້ຍ່ອຍໃໝ່ຈໍານວນ 3 ຫົວຂໍ້ມີ: ແນວຄິດໄກສອນ ພົມວິຫານ ຕໍ່ວຽກງານໂຄສະນາ ເພື່ອປຸກລະດົມຂົນຂວາຍທົ່ວສັງຄົມປະກອບສ່ວນເຂົ້າໃນການຕໍ່ສູ້ຈັກກະພັດຜູ້ຮຸກຮານເພື່ອປົດປ່ອຍປະເທດຊາດຢູ່ເຂດປົດປ່ອຍ ໄລຍະກ່ອນປີ 1975 ຕາມແນວຄິດໄກສອນ ພົມວິຫານ; ວຽກງານພັກ, ພະນັກງານ ຂະແໜງຖະແຫຼງຂ່າວ ສື່ມວນຊົນ ໃນໄລຍະປົກປັກສ້າງສາ ແລະ ພັດທະນາປະເທດຊາດ ໃນໄລຍະຫຼັງຈາກສໍາເລັດການປົດປ່ອຍປະເທດຊາດ, ໄລຍະຮໍາບາດແຜ່ສົງຄາມ ແລະ ວຽກງານໂຄສະນາ ປຸກລະດົມຂະບວນການໃນໄລຍະປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ ຕາມແນວຄິດ ໄກສອນ ພົມວິຫານ.

ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປຶກສາຫາລືເພື່ອກໍານົດເອົາຫົວຂໍ້ຍ່ອຍ ກໍານົດໂຄງຮ່າງຂອງບົດ ຮັບຟັງຄໍາຄິດຄໍາເຫັນ ຮັບຟັງການນໍາສະເໜີວິທີວິທະຍາໃນການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຕື່ມອີກ.

ຂ່າວ-ພາບ: ຍຸພິນທອງ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com