Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຫວ່າງບໍ່ດົນມານີ້ ທີ່ຫ້ອງວ່າການເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງອົງການກາແດງເມືອງຫົງສາ ແລະ ອົງການກາແດງເມືອງຊຽງຮ່ອນ ໂດຍການເປັນປະທານຮ່ວມຂອງ ທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງສາ ແລະ ທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງຊຽງຮ່ອນ, ມີຫົວໜ້າອົງການກາແດງສອງເມືອງດັ່ງກ່າວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ທັງສອງອົງການໄດ້ລາຍງານສະພາບລວມຂອງການຈັດຕັ້ງປະຕິບັດໜ້າວຽກທີ່ຮັບຜິດ ຊອບ ພ້ອມທັງແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆໃນການເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການກາແດງທັງສອງເມືອງເຊັ່ນ: ການໂຄສະນາຮັບບໍລິຈາກເລືອດ, ການນຳໃຊ້ທຶນເຂົ້າໃນການປະຕິບັດໜ້າທີ່ວຽກງານ, ການອອກບັດໃຫ້ຜູ້ມາບໍລິຈາກເລືອດ, ການລະດົມບໍລິຈາກເລືອດ ແລະ ການນຳໃຊ້ເລືອດ-ການສົ່ງຕໍ່ໃຫ້ແຂວງ.
ຂ່າວໃຫ້ຮູ້ອີກວ່າ: ໃນວັນດຽວກັນ, ທີ່ສະໂມສອນເມືອງຫົງສາ ໄດ້ຈັດພິທີເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ໂດຍການເຜີຍແຜ່ຂອງທ່ານນາງ ຄຳຜິວ ພັນທະວົງ ປະທານສະຫະ ພັນແມ່ຍິງແຂວງໄຊຍະບູລີ, ມີທ່ານນາງ ດາວວິນ ລາດຊະກິດ ຮອງເລຂາພັກເມືອງຫົງສາ ຜູ້ຊີ້ນຳວຽກງານພັກ-ພະນັກງານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີຜູ້ເຂົ້າຮ່ວມໄດ້ພ້ອມກັນຮັບຟັງມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ VIII, ມະຕິຕົກລົງສະບັບເລກທີ 242/ຄລສພ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານສະຫະພັນແມ່ຍິງລາວ ສະໄໝທີ VIII, ບົດໂອ້ລົມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ຕໍ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ, ມະຕິ 108/ກມສພ ວ່າດ້ວຍວຽກງານມະຫາຊົນຂອງພັກໃນໄລຍະໃໝ່, ກົດລະບຽບຂອງສະຫະພັນແມ່ຍິງລາວ ສະໄໝທີ VIII ແລະ ແຜນພັດທະນາແມ່ຍິງແຂວງໄຊຍະບູລີ 5 ປີ 2021-2025.
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອເປັນການເຜີຍແຜ່ໃຫ້ອຳນາດປົກຄອງເມືອງ, ຄະນະບໍລິຫານງານສະຫະ ພັນແມ່ຍິງເມືອງ ແລະ ສະມາຊິກແມ່ຍິງໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອພ້ອມກັນນຳເອົາເນື້ອໃນດັ່ງກ່າວໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງອອກ.
ຂ່າວ-ພາບ: ກິດຕິສັກ ບົວໄລ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com