Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນກຳມະກອນສາກົນ ຄົບຮອບ 136 ປີຂຶ້ນໃນວັນທີ 4 ພຶດສະພາ ນີ້ ທີ່ສູນຝຶກອົບຮົບຂອງເມືອງ, ໂດຍການເຂົ້າຮ່ວມຂອງ ທ່ານ ທອງພັນ ຈັນທະວົງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີບັນດາພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ທອງພັນ ຈັນທະວົງ ໄດ້ຫວນຄືນການກຳເນີດວັນກຳມະກອນສາກົນ ວັນທີ 1 ພຶດສະພາ 1886 ຊຶ່ງເປັນຂະບວນການຕໍ່ສູ້ເພື່ອທວງສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນຢູ່ບັນດາປະເທດທຶນນິຍົມໃນທົ່ວໂລກ ພາຍໃຕ້ການປົກຄອງຂອງພວກນາຍທຶນໃນເວລານັ້ນຊົນຊັ້ນກຳມະກອນໄດ້ຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງ ພວກເຂົາໃຫ້ກຳມະກອນອອກແຮງງານສຸດທີ່ລຳບາກ, ມີຄວາມສ່ຽງສູງຕໍ່ຊີວິດ, ບໍ່ມີເວລາພັກຜ່ອນ ແລະ ເຮັດວຽກມື້ໜຶ່ງ 14-15 ຊົ່ວໂມງ, ແຕ່ໄດ້ຮັບຄ່າແຮງງານຕ່ຳ, ບໍ່ມີລະບົບປ້ອງກັນສຸຂະພາບ, ໃນສະຖານທີ່ເຮັດວຽກບໍ່ມີຄວາມປອດ ໄພ, ບໍ່ເອົາໃຈໃສ່ດ້ານສະຫວັດດີການ-ສັງຄົມ ຈຶ່ງພາໃຫ້ເກີດຂໍ້ຂັດແຍ່ງລະຫວ່າງກຳມະກອນ ແລະ ນາຍທຶນນັບມື້ເພີ່ມທະວີຄວາມຮຸນແຮງ ຈົນກ້າວໄປສູ່ຂະບວນການລຸກຮືຂຶ້ນຕໍ່ສູ້ຄັ້ງທຳອິດຂອງຊົນຊັ້ນກຳມະກອນຢູ່ທີ່ປະເທດອັງກິດ ໃນປີ 1.764 ພ້ອມທັງຈັດຕັ້ງອົງການກຳມະບານຂຶ້ນເພື່ອເປັນຕົວແທນນຳພາປົກປ້ອງສິດ, ຜົນປະໂຫຍດຂອງຕົນ. ມາຮອດວັນທີ 1 ພຶດສະພາ 1886 ເປັນເທື່ອທໍາອິດທີ່ຊົນຊັ້ນກໍາມະກອນ-ຊາວຜູ້ອອກແຮງງານ ໄດ້ພ້ອມກັນນັດຢຸດງານເຖິງ 5 ພັນແຫ່ງຢູ່ບັນດາຕົວເມືອງໃຫຍ່ຂອງປະເທດອາເມຣິກາ, ມີຜູ້ເຂົ້າຮ່ວມເຖິງ 3 ແສນ 4 ໝື່ນຄົນ ເພື່ອຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີທີ່ວ່າ (ແຕ່ນີ້ຕໍ່ໄປກຳມະກອນຕ້ອງເຮັດວຽກບໍ່ເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮຽນ). ຈາກເຫດການຂອງວັນທີ 1 ພຶດສະພາ 1886 ມັນໄດ້ສ້າງກະແສອັນແຂງ ແຮງເຖິງຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນຢູ່ທະວີບເອີຣົບ ແລະ ທະວີບອາເມຣິກາ, ຕໍ່ສະພາບການດັ່ງກ່າວ ໃນວັນທີ 14 ກໍລະກົດ ປີ 1889 ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້ເປີດຂຶ້ນຢູ່ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ເພື່ອປະຕິບັດຄໍາຂວັນມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກໍານົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ ທີ່ຖືເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ, ເວົ້າລວມ, ເວົ້າສະເພາະຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທຸກໆປີຊົນຊັ້ນກໍາມະກອນ-ຊາວຜູ້ອອກແຮງງານ ໄດ້ຈັດງານໂຮມຊຸມນຸມໃຫຍ່ເພື່ອລະນຶກເຖິງມູນເຊື້ອຄວາມສາມັກຄີຕໍ່ສູ້ປົກປ້ອງສິດ, ຜົນປະໂຫຍດອັນຊອບທໍາ, ເປັນຂີດໝາຍສໍາຄັນແຫ່ງໄຊຊະນະ ຂອງຊົນຊັ້ນກໍາມະກອນ ທີ່ສາມາດທວງເອົາຄວາມຍຸຕິທຳຈາກພວກນາຍທຶນທັງເປັນການປົກປັກຮັກສາສັນຕິພາບຂອງໂລກໄວ້ຈົນເຖິງປັດຈຸບັນ.
ໃນພິທີໄດ້ມອບໃບຢັ້ງຢືນກຳມະບານ 5 ເປັນເຈົ້າ ຂອງສະຫະພັນກຳມະບານແຂວງບໍ່ແກ້ວ ປະຈຳປີ 2021 ໃຫ້ໜ່ວຍຮາກຖານກຳມະບານບັນດາຫ້ອງການ, ໂຮງຮຽນ, ໂຮງໝໍທົ່ວເມືອງ ຈຳນວນ 45 ຮາກຖານກຳມະບານ ໃຫ້ກຽດມອບໂດຍທ່ານ ທອງພັນ ຈັນທະວົງ.
ຂ່າວ-ພາບ: ທອງເພັດ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com