Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ກົມ​ງົບ​ປະ​ມານ​ແຫ່ງ​ລັດ ເຜີຍແຜ່ເອກະສານ 2 ວັນປະຫວັດສາດລາວ-ຫວຽດນາມ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 04/05/2022 15:45:57 ຈຳ​ນວນ​​ຢ້ຽມ​ຊົມ 3192 ຄັ້ງ

ກົມງົບປະມານແຫ່ງລັດ ກະຊວງການເງິນ, ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານ 2 ວັນປະຫວັດສາດລາວ-ຫວຽດນາມ ແລະ ສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2021 ແລະ ລາຍງານສະພາບການຈັດຕັັ້ງປະຕິບັດແຜນງົບປະມານແຫ່ງລັດງວດ I ປີ 2022, ລວມທັງການສະເໜີແຜນງົບປະມານແຫ່ງລັດ 5 ປີ (2021-2025) ແລະ ທິດທາງແຜນການງົບປະມານປີ 2023 ຂຶ້ນ​ເມື່ອບໍ່​ດົນ​ມານີ້ ທີ່​ກົມ​ດັ່ງ​      ກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ພາຍ​ໃນ​ກົມເຂົ້າຮ່ວມ.

ໃນກອງປະຊຸມ, ໄດ້ຮັບຟັງການນໍາສະເໜີສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2021 ຍົກໃຫ້ເຫັນສຳລັບແຜນງົບປະມານແຫ່ງລັດປະຈໍາປີ 2021 ເປັນບາດກ້າວເລີ່ມຕົ້ນຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ຊຶ່ງຍັງເປັນແຜນທີ່ສະພາບເສດຖະກິດ-ການເງິນ ຍັງສືບຕໍ່ມີຄວາມຫຍຸ້ງຍາກເນື່ອງຈາກສະພາບການຂອງພາກພື້ນ ແລະ ສາກົນມີການຜັນແປຢ່າງສັບສົນເຮັດໃຫ້ລາຄາແຮ່ທາດ ແລະ ນ້ຳ​ມັນ​ດິບ ໃນຕະຫຼາດໂລກມີການຜັນຜວນ. ສຳລັບພາຍໃນປະເທດຍັງໄດ້ຮັບຜົນກະທົບຈາກໄພທໍາມະຊາດ, ການແຜ່ລະບາດພະຍາດໂຄວິດ-19 ແລະ ບັນດາຫົວໜ່ວຍທຸລະກິດຈໍານວນຫຼາຍສືບຕໍ່ປິດ ຫຼື ໂຈະກິດຈະການຊົ່ວຄາວສົ່ງຜົນຕໍ່ກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2021. ແຕ່ເຖິງຢ່າງໃດກໍຕາມ ລັດຖະບານກໍໄດ້ຄົ້ນຄວ້າອອກຫຼາຍມາດຕະການໄດ້ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍຄືການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ແລະ ຄຸ້ມຄອງລາຍຈ່າຍຕາມນະໂຍບາຍປະຢັດ ແລະ ຕ້ານການຟຸ່ມເຟືອຍ, ແນໃສ່ເພື່ອສູ້ຊົນຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃຫ້ໄດ້ຕາມແຜນທີ່ສະພາແຫ່ງຊາດຮັບຮອງ.

ສຳລັບແຜນງົບປະມານແຫ່ງລັດປະຈໍາປີ 2022 ເປັນແຜນງົບປະມານທີ່ສືບຕໍ່ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ເປັນປີທໍາອິດຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດໂດຍສະເພາະການສ້າງທ່າຫັນປ່ຽນບຸກທະລຸດ້ານລາຍຮັບງົບປະມານຢ່າງແຂງແຮງ, ຜ່ານການຈັດຕັ້ງປະຕິບັດຕົວຈິງໃນງວດ I ປີ 2022 ລາຍຮັບສາມາດປະຕິບັດໄດ້ 5.494 ຕື້ກີບ ເທົ່າກັບ 17,39% ຂອງແຜນການປີ, ທຽບໃສ່ແຜນງວດ 1 ເທົ່າກັບ 71,75% ຂອງແຜນການງວດ. ໃນນັ້ນ, ລາຍຮັບພາຍໃນ 5.395 ຕື້ກີບ ເທົ່າກັບ 18,52% ຂອງແຜນການປີ (ລາຍຮັບສູນກາງປະຕິບັດໄດ້ 4.269 ຕື້ກີບ ເທົ່າກັບ 18,40% ຂອງແຜນການປີ ແລະ ລາຍຮັບທ້ອງຖິ່ນປະຕິບັດໄດ້ 1.126 ຕື້ກີບ ເທົ່າກັບ 18,96% ຂອງແຜນການປີ) ແລະ ລາຍຮັບຈາກການຊ່ວຍ­ເຫຼືອປະ­ຕິ­ບັດໄດ້ 99 ຕື້ກີບ ເທົ່າກັບ 4,01% ຂອງແຜນການປີ. ພ້ອມນັ້ນ, ຍັງໄດ້ມີການນໍາສະເໜີສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025) ແລະ ທິດທາງການຄົ້ນຄວ້າສ້າງແຜນງົບປະມານແຫ່ງລັດ ປະຈໍາປີ 2023 ອີກດ້ວຍ.

ໂອກາດດຽວກັນ, ທ່ານ ພູວົງ ກິດຕະວົງ ໄດ້ເຜີຍແຜ່ເອກະສານ 2 ວັນປະຫວັດສາດລາວ-ຫວຽດນາມ ເນັ້ນໃຫ້ຮູ້ຄວາມໝາຍສໍາຄັນຂອງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ, ປະຫວັດສາດແຫ່ງການຕໍ່ສູ້ຂອງປະຊາຊົນສອງປະເທດ, ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕະຫຼອດໄລຍະເວລາ 45 ປີແຫ່ງການປະຕິບັດສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ, ສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ. ທັງນີ້, ກໍເພື່ອໃຫ້ພະນັກງານຫຼັກແຫຼ່ງຂອງກົມ ສາມາດຮູ້ໄດ້ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງໃນການປະຕິບັດວຽກງານວິຊາສະເພາະ, ຮູ້ໄດ້ທິດທາງ, ຄາດໝາຍສູ້ຊົນ ແລະ ມາດຕະການຈັດຕັ້ງປະຕິບັດວຽກງານເພື່ອໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.

(ຂ່າວ-ພາບ: ກະ​ຊວງ​ການ​ເງິນ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com