Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເພື່ອເປັນການສະຫຼຸບຕີລາຄາຄືນວຽກງານ ຫ້ອງການບໍລິການເອກະສານຜ່ານປະຕູດຽວ (ຫບດ) ໃນວັນທີ 4 ພຶດສະພາ ຜ່ານມານີ້ ທີ່ຫ້ອງປະຊຸມຫ້ອງການບໍລິການເອກະສານຜ່ານປະຕູດຽວ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຂຶ້ນ ໂດຍການເປັນປະທານຂອງ ທ່ານ ສົມໃຈ ແກ້ວສຸວັນ ຮອງຫົວໜ້າຫ້ອງວ່າການແຂວງ, ມີບັນດາພະແນກການຂະແໜງທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຈາກ ທ່ານ ພູລຳພັນ ທ່ຽງລະໄມ ຫົວໜ້າຫ້ອງການບໍລິການເອກະສານຜ່ານປະຕູດຽວ ຊຶ່ງຫ້ອງການ ຫບດ ແຂວງແມ່ນການຈັດຕັ້ງຂອງລັດຂຶ້ນກັບຫ້ອງວ່າການແຂວງ, ເປັນເສນາທິການໃຫ້ແຂວງໃນການບໍລິການເອກະສານການລົງທຶນ ແລະ ບໍລິການເອກະສານທີ່ມີການເກັບຄ່າທຳນຽມ-ຄ່າບໍລິການ ຈາກ 10 ພາກສ່ວນຂອງແຂວງ ມາລວມສູນຢູ່ຈຸດດຽວ ເພື່ອເພີ່ມຄວາມສະດວກວ່ອງໄວ, ໂປ່ງໃສ, ທັນກໍານົດເວລາ, ເປັນກົນໄກກະຕຸກຊຸກຍູ້ ແລະ ເອື້ອອຳນວຍຕໍ່ການລົງທຶນ, ສ້າງຄວາມເຊື່ອໝັ້ນໃຫ້ຜູ້ປະກອບການ ແລະ ປະຊາຊົນ ທີ່ມີຕໍ່ການບໍລິຫານ-ຄຸ້ມຄອງອຳນວຍຄວາມສະດວກວຽກງານບໍລິການເອກະສານຢູ່ຂັ້ນແຂວງ ໃຫ້ນັບມື້ເພີ່ມຂຶ້ນ ຫ້ອງ ການບໍລິການເອກະສານຜ່ານປະຕູດຽວ ໄດ້ເລີ່ມເປີດໃຫ້ບໍລິການແຕ່ວັນທີ 5 ມັງກອນ 2021 ເປັນຕົ້ນມາ ຊຶ່ງໃນເບື້ອງຕົ້ນມີພະນັກງານທັງໝົດ 26 ຄົນ ຍິງ 15 ຄົນ, ຜ່ານການປະຕິບັດວຽກງານ ຕົວຈິງໄດ້ມີການສັບປ່ຽນໝູນວຽນກັນມາປະຈຳການຂອງພະນັກງານບາງຂະແໜງການ ເພື່ອໃຫ້ແທດເໝາະກັບສະ ພາບຄວາມຮຽກຮ້ອງຕ້ອງການຂອງວຽກງານ ແລະ ພະນັກງານບໍລິຫານຫ້ອງການ, ມາຮອດປັດຈຸບັນ ມີພະນັກງານທັງໝົດ 28 ຄົນ ຍິງ 17 ຄົນ ທີ່ມາຈາກ 12 ພາກສ່ວນຂອງແຂວງ, ມີ 2 ໜ່ວຍງານ 10 ປ່ອງບໍລິການ, ມີຄະນະຫ້ອງການ 3 ທ່ານ, ພະນັກງານບໍລິຫານ 3 ທ່ານ ຍິງ 3 ທ່ານ ວຽກປັບປຸງ - ສ້ອມແປງຫ້ອງການ ແລະ ພັດທະນາລະບົບ IT, ການປັບປຸງ ແລະ ສະໜອງອຸປະກອນຮັບໃຊ້ຫ້ອງການບໍລິການເອກະສານຜ່ານປະຕູດຽວແຂວງ ລວມມີ 3 ໂຄງການທີ່ນໍາໃຊ້ງົບປະມານຂອງລັດ ມູນຄ່າລວມ 3.533.000.000 ກີບ, ໃນນີ້ ໂຄງການປັບປຸງ - ສ້ອມແປງຫ້ອງການ ຫບດ ແຂວງ ມູນຄ່າ 330.000.000 ກີບ ສຳເລັດ 100% ໂຄງການສະໜອງວັດຖຸ, ອຸປະກອນຮັບໃຊ້ຫ້ອງການ ຫຍດ ແຂວງ ມູນຄ່າ 2.742.465.000 ກີບ, ກວດກາຄັ້ງທີ I ປະຕິບັດໄດ້ 48,65% ໂຄງການປັບປຸງເພີ່ມເຕີມ ມູນຄ່າ 460.000.000 ກີບ (ຕາມການປະເມີນຂອງວິຊາການຕິດຕາມໂຄງການຂອງພະແນກ ຍທຂ ແຂວງ) ບໍລິສັດຜູ້ຮັບເໝົາປະຕິບັດໄດ້ 80% ແຕ່ເດືອນ 1/2021 - ເດືອນ 12/2021 ສາມາດເກັບລາຍຮັບຈາກຄ່າທໍານຽມ-ຄ່າບໍລິການທັງໝົດ 2.153.811.318 ກີບ ແລະ ມອບເຂົ້າງົບປະມານຂອງລັດສຳເລັດແລ້ວ ວຽກວິຊາສະເພາະຂອງ 10 ປ່ອງບໍລິການເລີ່ມແຕ່ເດືອນ 5 ມັງກອນ 2021 ເຖິງ ເດືອນ 15 ທັນວາ 2021, ຫ້ອງການບໍລິການເອກະສານໄດ້ຮັບເອກະສານທັງໝົດ 5.160 ສະບັບ, ຫຼາຍກວ່າໝູ່ແມ່ນເອກະສານກ່ຽວກັບທີ່ດິນ 3.143 ສະບັບ, (ປ່ອງບໍລິການພະແນກ ຊສ ແຂວງ), ຮອງລົງມາແມ່ນ ພະແນກ ອຄ 547 ສະບັບ ແລະ ພະແນກ ຜທ ແຂວງ 380 ສະບັບ, ສາມາດເກັບຄ່າທໍານຽມໄດ້ 1.721.063.318 ກີບ, ເກັບຄ່າບໍລິການໄດ້ 432.748,000 ກີບ, ລວມເປັນລາຍຮັບທັງໝົດ2.153.811.318 ກີບ (ຕາມການສະຫຼຸບລາຍຮັບ ຄ່າທຳນຽມຄ່າບໍລິການຂອງບັນດາພະແນກການປະຈຳເດືອນທັນວາປີ 2021, ສະບັບເລກທີ 47/ຫບດ.ຂບຊ, ລົງວັນທີ 15 ທັນວາ 2021).
ກອງປະຊຸມບັນດາຜູ້ເຂົ້າຮ່ວມຍັງຈະໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບວຽກງານດັ່ງກ່າວຕື່ມອີກເພື່ອໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີປະສິດທິຜົນຂຶ້ນໄປເລື້ອຍໆ.
ຂ່າວ-ພາບ: ວຽງສະຫວັນ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com