Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ທະຫານແຂວງບໍ່ແກ້ວ ເຜີຍແຜ່ວຽກງານ ປກຊ-ປກສ 4 ແຂວງ 1 ກອງພົນ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 05/05/2022 13:15:31 ຈຳ​ນວນ​​ຢ້ຽມ​ຊົມ 27607 ຄັ້ງ

ເມື່ອບໍ່​ດົນ​ມານີ້ ທີ່ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມວຽກງານ ປກຊ-ປກສ 4 ແຂວງ 1 ກອງພົນ ປະຈຳປີ 2021 ແລະ ກອງປະຊຸມວຽກງານທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ V ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະປະຈຳພັກ, ຄະນະບໍລິຫານງານພັກ, ຄະນະພັກ-ຄະນະບັນຊາ 6 ຫ້ອງ, ໂຮງຮຽນ, ໂຮງໝໍ ກົມກອງອ້ອມຂ້າງເຂົ້າຮ່ວມ.

ເອກະສານທີ່ນຳມາເຜີຍແຜ່ການເຊື່ອມຊຶມໃນຄັ້ງນີ້, ປະກອບມີ ຂໍ້ກຳນົດ, ມະຕິຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະປ້ອງກັນຊາດ-ຄະນະປ້ອງກັນຄວາມສະຫງົບແຂວງ ແລະ ຜົນສຳເລັດຂອງກອງປະຊຸມວຽກງານທະຫານທ້ອງຖິ່ນທົ່ວປະເທດ ໃຫ້ແກ່ພະນັກງານຫຼັກແຫຼ່ງທົ່ວກອງບັນຊາການທະຫານແຂວງບໍ່ແກ້ວ ແນໃສ່ເຮັດໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ໂດຍສະເພາະແມ່ນເນື້ອໃນທີ່ສຳຄັນຕົ້ນຕໍ ແລະ ວຽກງານຈຸດສຸມທີ່ຕ້ອງເອົາໃຈໃສ່ຊີ້ນຳ-ນໍາພາ ແຕ່ລະຂົງເຂດວຽກງານ ໃນການຈັດຕັ້ງປະຕິບັດວຽກງານ ປກຊ - ປກສ ທົ່ວປວງຊົນຮອບດ້ານ.

ໃນໂອກາດດຽວກັນນີ້, ສະຫາຍ ພັນເອກ ບຸນມີ ພາມີໄຊ ໄດ້ເນັ້ນໜັກໃຫ້ກໍາລັງ ປກຊ-ປກສ ຢູ່ບັນດາກົມກອງ ຈົ່ງເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດ ເປັນກົກຕິດພັນກັບການຫັນເອົາກໍາລັງລົງກໍ່ສ້າງຮາກຖານແບບມູນເຊື້ອເປັນສໍາຄັນ ເພື່ອພ້ອມກັນສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນໃນທ້ອງຖິ່ນ, ເອົາໃຈໃສ່ເຄື່ອນໄຫວແກ້ໄຂບັນດາໜໍ່ແໜງທີ່ສ້າງຄວາມບໍ່ສະຫງົບໃນຂອບເຂດຄວາມຮັບຜິດຊອບໃຫ້ໝົດໄປເທື່ອລະກ້າວ ແລະ ຕ້ອງຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງອັນມີກຽດສະຫງ່າທີ່ ພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້, ພ້ອມກັນຕັ້ງໜ້າຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກໃຫ້ມີຜົນສໍາເລັດ ເພື່ອຮັບປະກັນໃຫ້ປະເທດຊາດ ກໍຄືແຂວງບໍ່ແກ້ວ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມຜາສຸກ, ສ້າງບາດກ້າວການພັດທະນາໃຫ້ບັນລຸຕາມເປົ້າໝາຍທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.

(ຂ່າວ-ພາບ: ສົມໄຊ ສີລາຈັນ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com