Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ແຂວງບໍລິຄຳໄຊ ຈັດພິທີປາຖະກະຖາວັນກຳມະກອນສາກົນ ຄົບຮອບ 136 ປີ (1 ພຶດສະພາ 1886 – 1 ພຶດສະພາ 2022) ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ ນີ້ ຢູ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານ ແລະ ເລົ່າຄືນມູນເຊື້ອໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ແລະ ນັກຮຽນ – ນັກສຶກສາ ເຂົ້າຮ່ວມຮັບຟັງ.
ໃນພິທີໄດ້ຍົກໃຫ້ເຫັນວ່າ: ສັດຕະວັດທີ XVII ຫາຕົ້ນສັດຕະວັດ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມຣິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ, ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກຳມະກອນຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ເຮັດວຽກໜັກ ໂດຍບໍ່ມີເວລາພັກຜ່ອນ ມື້ໜຶ່ງເຮັດວຽກ 14 – 15 ຊົ່ວໂມງ ແຕ່ຄ່າແຮງງານພັດຕ່ຳ, ບໍ່ເອົາໃຈໃສ່ກ່ຽວກັບສຸຂະພາບ ແລະ ສະຫວັດດີການ – ສັງຄົມ. ດ້ວຍສະພາບການດັ່ງກ່າວ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈຳເປັນຕ້ອງລຸກຮືຂຶ້ນສູ້ກັບຊົນຊັ້ນນາຍທຶນຢູ່ຫຼາຍປະເທດ, ຂະບວນຕໍ່ສູ້ຄັ້ງທຳອິດແມ່ນຢູ່ປະເທດອັງກິດ ໃນປີ 1764 ແລະ ຢູ່ເມືອງຫຼວງຊິກາໂກ ຂອງປະເທດອາເມຣິກາ, ໃນເດືອນພະຈິກ 1884, ມາຮອດວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດໃນປະເທດອາເມຣິກາ ຢູ່ຕົວເມືອງຊິກາໂກ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ມີການຕໍ່ສູ້ສົມທົບກັບເນື້ອໃນຖະແຫຼງການການຮຽກຮ້ອງ ໃຫ້ນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກຳມະກອນວ່າ: “ຕໍ່ໄປນີ້ບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮ່ຳຮຽນ”, ໃນມື້ນັ້ນ ໄດ້ມີກຳມະກອນນັດຢຸດງານເຖິງ 5 ພັນແຫ່ງ ໃນບັນດາຕົວເມືອງໃຫຍ່ຂອງອາເມຣິກາ, ມີຜູ້ເຂົ້າຮ່ວມ 3 ແສນ 4 ໝື່ນຄົນ. ຈາກເຫດການຂອງວັນທີ 1 ພຶດສະພາ 1886 ມັນໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງເຖິງຂະບວນການກຳມະກອນຢູ່ທະວີບເອີຣົບ ແລະ ທະວີບອາເມຣິກາ ເປັນກຳລັງໃຈໃຫ້ຂະບວນການຕໍ່ສູ້ຂອງກຳມະກອນໂລກ ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ. ມາຮອດວັນທີ 14 ກໍລະກົດ 1889 ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້ເປີດຂຶ້ນຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ, ມີຜູ້ແທນເຂົ້າຮ່ວມ 393 ຄົນ ມາຈາກ 22 ປະເທດເອີຣົບ, ອາເມຣິກາ ແລະ ອາກຊັງຕິງ ທີ່ປະຊຸມໄດ້ຜ່ານໂຄງການດໍາເນີນງານສໍາຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ເພື່ອປະຕິບັດຄຳຂວັນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ”. ແຕ່ນັ້ນມາ ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນທົ່ວໂລກ. ທ່ານເຈົ້າແຂວງ ຍັງຍົກໃຫ້ເຫັນເຖິງການປະກອບສ່ວນໃນພາລະກິດປະຕິວັດ ຂອງກໍາມະກອນລາວຕະຫຼອດໄລຍະທີ່ຜ່ານມາ ເປັນຕົ້ນແມ່ນໄລຍະຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບເກົ່າ, ການປະກອບສ່ວນປົກປັນຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ການເສີມຂະຫຍາຍມູນເຊື້ອອັນດີງາມຂອງຊົນຊັ້ນກໍາມະກອນລາວ ໂດຍຕິດພັນກັບມູນເຊື້ອຂອງຊົນຊັ້ນກໍາມະກອນສາກົນ ທີ່ມີຄຸນລັກສະອັນດີເລີດ ຄື: ເປັນຊົນຊັ້ນທີ່ມີນໍ້າໃຈຮັກຊາດຢ່າງແທ້ຈິງ ແລະ ມີນໍ້າໃຈສາກົນກຳມະຊີບອັນຜ່ອງໃສ, ເປັນຊົນຊັ້ນທີ່ດີເລີດ ແລະ ກ້າວໜ້າກວ່າໝູ່, ເປັນຊົນຊັ້ນທີ່ມີມານະຈິດປະຕິວັດອັນສູງສົ່ງ, ມີຄວາມຕື່ນຕົວຕໍ່ສູ້ດ້ວຍຄວາມເດັດດ່ຽວ, ກ້າຫານບໍ່ຍອມຈໍານົນ, ມີສະຕິ ແລະ ມີລະບຽບວິໄນຢ່າງເຂັ້ມງວດໃນການອອກແຮງງານ, ຮັກອາຊີບຂອງຕົນ, ມີຄວາມດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດບໍ່ຟຸ່ມເຟືອຍ, ບໍ່ສໍ້ໂກງ, ບໍ່ໂລບມາກໂລພາ, ມີແນວຄິດເອື້ອເຟື້ອເຜື່ອແຜ່, ມີຄວາມສາມັກຄີປອງດອງຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ມີຫົວຄິດປະດິດສ້າງ, ພັດທະນາຕົນເອງ ທາງດ້ານເຕັກນິກວິທະຍາສາດ ທີ່ມີການຂະຫຍາຍຕົວ ໃນແຕ່ລະໄລຍະ ແລະ ຕິດພັນກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ເປັນເຈົ້າຕົນເອງ, ບໍ່ເອື່ອຍອີງໃສ່ຄົນອື່ນ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ.
ຂ່າວ-ພາບ: ບໍລິຄຳໄຊ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com