Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຂປລ. ໃນວັນທີ 7 ມິຖຸນານີ້, ກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ແລະ ໂຮງຮຽນມັດທະຍົມປາຍມິດຕະພາບວຽງຈັນ-ໂຮ່ຈິມິນ ຈັດກິດຈະກຳເຜີຍແຜ່ການປົກປັກຮັກສາສິ່ງແວດລ້ອມ ເພື່ອການທ່ອງທ່ຽວທີ່ຍືນຍົງ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ 5 ມິຖຸນາ ຢູ່ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ການສົ່ງເສີມ, ປູກຈິດສຳນຶກ ແລະ ໂຄສະນາເຜີຍແຜ່ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ເພື່ອການທ່ອງທ່ຽວທີ່ຍືນຍົງ” ໂດຍມີທ່ານນາງ ແສງໂສດາ ວັນທານຸວົງ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ, ທ່ານນາງ ບຸນພາມາ ໂພທິສານ ຮອງຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດ ລ້ອມ, ພ້ອມດ້ວຍຄູ-ອາຈານ, ນັກຮຽນເຂົ້າຮ່ວມ.
ທ່ານນາງ ແສງໂສດາ ວັນທານຸວົງ ກ່າວວ່າ: ການຈັດກິດຈະກຳຄັ້ງນີ້ແນໃສ່ຊຸກຍູ້, ສົ່ງເສີມໃຫ້ນັກຮຽນ ແລະ ຄູ-ອາຈານ ຮັບຮູ້ເຂົ້າໃຈຄວາມໝາຍ, ຄວາມສຳຄັນຂອງການປົກປັກຮັກສາສິ່ງແວດລ້ອມ, ທັງເປັນການໂຄສະນາເຜີຍແຜ່ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ເພື່ອການທ່ອງທ່ຽວທີ່ຍືນຍົງ, ໃນນັ້ນ, ໄດ້ຈັດກິດຈະກຳ ຖາມ-ຕອບຄວາມຮູ້ກ່ຽວກັບສິ່ງແວດລ້ອມ ແລະ ກິດຈະກໍາອະນາໄມລວມ ຢູ່ບໍລິເວນສວນເຈົ້າອານຸວົງ ແນໃສ່ຊຸກຍູ້ສົ່ງເສີມໃຫ້ຄູ-ອາຈານ, ນັກຮຽນປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມທາງທຳມະຊາດໃຫ້ຄົງຢູ່ເພື່ອການທ່ອງທ່ຽວທີ່ຍືນຍົງ, ທັງເປັນການເພີ່ມຄວາມຮູ້ທີ່ເປັນປະໂຫຍດໃຫ້ແກ່ນັກຮຽນ ເພື່ອນໍາໄປປະຕິບັດໃນໂຮງຮຽນຄອບຄົວ ແລະ ຊຸມຊົນທ້ອງຖິ່ນທີ່ຕົນເອງອາໄສຢູ່ໃຫ້ສອດຄ່ອງກັບສະພາບຕົວຈິງ.
ພ້ອມນີ້, ທ່ານນາງ ບຸນພາມາ ໂພທິສານ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນສິ່ງແວດລ້ອມໂລກ ຊຶ່ງກອງປະຊຸມສຸດຍອດໂລກ ກ່ຽວກັບສິ່ງແວດລ້ອມຂອງມະນຸດ ທີ່ອົງການສະຫະປະຊາຊາດໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ 1972 ທີ່ເມືອງສະຕັອກໂຮມ ປະເທດຊູແອັດ ຊຶ່ງເປັນວັນທີ່ຜູ້ນໍາຮ້ອຍກວ່າປະເທດຈາກທົ່ວໂລກ ໄດ້ປຶກສາຫາລືກ່ຽວກັບພຶດຕິກໍາຂອງມະນຸດ ທີ່ສ້າງບັນຫາດ້ານສິ່ງແວດລ້ອມ ແລະ ໄດ້ຮັບຮອງເອົາວັນດັ່ງກ່າວເປັນວັນສິ່ງແວດລ້ອມໂລກ. ສຳລັບ ສປປ ລາວ ກໍໄດ້ເລັງເຫັນຄວາມສໍາຄັນຂອງການປົກປັກຮັກສາສິ່ງແວດລ້ອມ ຈຶ່ງໄດ້ສ້າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມເປັນສະບັບທໍາອິດຂຶ້ນໃນປີ 1999 ແລະ ໄດ້ກໍານົດເອົາວັນທີ 5 ມິຖຸນາ ເປັນວັນສິ່ງແວດລ້ອມແຫ່ງຊາດ, ຫຼັງຈາກນັ້ນ, ກອງທຶນປົກປັກຮັກສາສິ່ງແວດລ້ອມ ກໍໄດ້ສ້າງຂຶ້ນໃນປີ 2005 ເພື່ອເຮັດໜ້າທີ່ລະດົມ, ສະສົມ ແລະ ສະໜອງທຶນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄຸ້ມຄອງຊັບ ພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ.
ທ່ານນາງ ບຸນພາມາ ໂພທິສານ ໃຫ້ຮູ້ອີກວ່າ: ອີງຕາມຂໍ້ມູນຂອງອົງການອະນາໄມໂລກໄດ້ສະແດງໃຫ້ຮູ້ວ່າ ມີຄົນເສຍຊີວິດຫຼາຍກວ່າ 10 ລ້ານຄົນໃນທົ່ວໂລກໃນແຕ່ລະປີ ຍ້ອນບັນຫາທາງດ້ານສິ່ງແວດລ້ອມ, ໃນນັ້ນປະ ມານ 7 ລ້ານຄົນໄດ້ເສຍຊີວິດ ຈາກບັນຫາມົນລະພິດທາງອາກາດ. ສະນັ້ນ, ພວກເຮົາຈົ່ງຮ່ວມແຮງຮ່ວມໃຈກັນຢ່າງຈິງຈັງ ເພື່ອຖະໜຸຖະໜອມໂລກດ້ວຍການປົກປັກຮັກສາ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ພາຍໃຕ້ຄຳຂວັນ “ໂລກມີພຽງໜຶ່ງດຽວ” (Only One Earth), ພວກເຮົາຕ້ອງສາມາດຢູ່ຮ່ວມກັບທຳມະຊາດຢ່າງກົມກຽວຍືນຍົງ.
ຂ່າວ-ພາບ: ທະນູທອງ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com