Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ກອງປະຊຸມແມ່ຍິງອົງການໄອຍະການປະຊາຊົນສູງສຸດ ປະຈຳໄຕມາດ II

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 22/06/2022 11:15:45 ຈຳ​ນວນ​​ຢ້ຽມ​ຊົມ 23842 ຄັ້ງ

ເມື່ອບໍ່ດົນມານີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງ ອົງການໄອຍະການປະຊາຊົນສູງສຸດ ເພື່ອເປັນການຕີລາຄາການ ຈັດຕັ້ງປະຕິບັດວຽກງານ ປະຈຳໄຕມາດ II ປີ 2022 ແລະ ທິດທາງແຜນວຽກຈຸດສຸມ ປະຈຳໄຕມາດ III ໂດຍການເປັນປະທານຂອງ ທ່ານ ນາງ ພອນທິບ ສາວະລີ ຄະນະບໍລິຫານງານພັກ ຫົວໜ້າກົມກວດກາ ອົງການໄອຍະການປະຊາຊົນສູງສຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ສະໄໝ VIII ປະທານສະຫະພັນແມ່ຍິງອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະບໍລິຫານງານສະ ຫະພັນແມ່ຍິງ, ຫົວໜ້າໜ່ວຍ, ຮອງຫົວໜ້າໜ່ວຍສະຫະພັນແມ່ຍິງທີ່ຂຶ້ນອົງການໄອຍະການປະຊາຊົນສູງສຸດເຂົ້າຮ່ວມ.

ກອງປະຊຸມດັ່ງກາວ ເພື່ອຈັດຕັ້ງຜັນຂະຫຍາຍວຽກງານຍົກສູງຄຸນນະພາບ ວຽກງານການ ເມືອງ - ແນວຄິດ ໃນໄລຍະໃໝ່ ແລະ ກວດກາຄືນການຈັດຕັ້ງປະຕິບັດວຽກງານເຫັນໄດ້ຜົນສໍາເລັດ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນການເປັນຢູ່ໃນສະພາບສັງ ຄົມປັດຈຸບັນ ແລະ ທິດທາງແຜນການວຽກຈຸດສຸມ ປະຈໍາໄຕມາດ III 2022 ແລະ ພ້ອມກັນນັ້ນ ຍັງໄດ້ປະກາດການແຕ່ງຕັ້ງ ຫົວໜ້າໜ່ວຍ ແລະ ຮອງຫົວໜ້າໜ່ວຍ.

ໃນໂອກາດດັ່ງກ່າວ ປະທານກອງປະຊຸມຍັງໄດ້ຊີ້ນຳ ແລະ ເນັ້ນໜັກໃນການສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ແກ່ເອື້ອຍນ້ອງແມ່ຍິງ ເພີ່ມທະວີເອົາໃຈໃສ່ຕັ້ງໜ້າປະຕິບັດໜ້າທີ່ການເມືອງທີ່ການ ຈັດຕັ້ງມອບໜາຍໃຫ້ດ້ວຍຜົນສໍາເລັດ ແລະ ຖືເອົາວຽກງານສຶກສາການເມືອງ-ແນວຄິດ ເປັນປາຍແຫຼມ ແລະ ສອດຫ້ອຍເຂົ້າທຸກຂົງເຂດວຽກງານອົງການໄອຍະການປະຊາຊົນ.

(ຂ່າວ: ອົງການໄອຍະການປະຊາຊົນສູງສຸດ)

 

 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com