Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພະນັກງານ-ລັດຖະກອນ ຂອງຂະແໜງສ່ວຍສາອາກອນຈາກ 8 ແຂວງພາກເໜືອ ແລະ ສະຖາບັນການສຶກສາ ໄດ້ຮັບການຍົກລະດັບວຽກງານກວດກາຂອງສ່ວຍສາອາກອນ ປະຈຳປີ 2022. ຊຸດຝຶກອົບຮົມວຽກງານດັ່ງກ່າວໄດ້ຂຶ້ນໃນວັນທີ 27 ມິຖຸນາ ຜ່ານມານີ້ ທີ່ວິທະຍາໄລການເງິນພາກເໜືອ ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ຫົວໜ້າພະແນກການເງິນແຂວງ, ສ່ວຍສາອາກອນປະຈໍາແຂວງ, ຄະນະອຳນວຍການວິທະຍາໄລການເງິນພາກເໜືອ, ຕະຫຼອດຮອດນັກສຳມະນາກອນເຂົ້າຮ່ວມ.
ຊຸດຝຶກອົບຮົມຄັ້ງນີ້, ຈັດຂຶ້ນເພື່ອແນໃສ່ການພັດທະນາຊັບພະຍາກອນມະນຸດຂອງຂະແໜງການເງິນ ໂດຍສະເພາະຂະແໜງສ່ວຍສາອາກອນ ເພື່ອຍົກສູງທັກສະ, ຄວາມຮູ້, ຄວາມສາມາດຮອບດ້ານຂອງພະນັກງານສ່ວຍສາອາກອນ. ໃນນີ້, ວຽກງານກວດກາຫຼັງການແຈ້ງ, ກວດກາໄລ່ລຽງອາກອນປະຈຳປີ ເພື່ອກວດກາ ແລະ ຕີລາຄາຄືນຕໍ່ກັບການປະຕິບັດລະບຽບ, ກົດໝາຍ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ທີ່ເຄື່ອນໄຫວມີລາຍໄດ້, ມີລາຍຮັບ ແລະ ໄດ້ມີການແຈ້ງ-ມອບກໍຄືການປະຕິບັດສິດ ແລະ ພັນທະຂອງຕົນໄດ້ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ.
ທັງນີ້, ກໍເພື່ອສ້າງຄວາມເປັນເອກະພາບໃຫ້ແກ່ພະນັກງານສ່ວຍສາອາກອນທີ່ຮັບຜິດຊອບ ແລະ ປະຕິບັດວຽກງານດັ່ງກ່າວນີ້ໄດ້ມີຄວາມເປັນເອກະພາບກັນບົນພື້ນຖານການປະຕິບັດໄດ້ຢ່າງຖືກຕ້ອງ ແລະ ສອດຄ່ອງກັບລະບຽບ, ກົດໝາຍທີ່ກ່ຽວຂ້ອງ, ທັງຮັບປະກັນໄດ້ທາງດ້ານປະລິມານຄຸນນະພາບຂອງວຽກງານການກວດກາສ່ວຍສາອາກອນ, ເພື່ອບັນລຸໄດ້ຕາມແຜນການພັດທະນາຊັບພະຍາກອນມະນຸດຂອງກະຊວງການເງິນ ກໍຄືຂອງກົມສ່ວຍສາອາກອນນັບແຕ່ນີ້ ຮອດປີ 2025 ແລະ ສ້າງຄວາມເຂັ້ມແຂງໃນວຽກງານການກວດກາສ່ວຍສາອາກອນໃຫ້ນັບມື້ນັບຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ.
ສໍາລັບນັກສຳມະນາກອນເຂົ້າຮ່ວມຝຶກອົບຮົມຄັ້ງນີ້, ມີທັງໝົດ 37 ທ່ານ. ໃນນີ້ມີພະນັກງານຈາກສ່ວຍສາອາກອນປະຈໍາແຂວງຫຼວງພະບາງ 11 ທ່ານ, ໄຊຍະບູລີ 5 ທ່ານ, ຫົວພັນ 3 ທ່ານ, ອຸດົມໄຊ 5 ທ່ານ, ຫຼວງນໍ້າທາ 5 ທ່ານ, ບໍ່ແກ້ວ 3 ທ່ານ, ຜົ້ງສາລີ 3 ທ່ານ ແລະ ພະນັກງານຄູ-ອາຈານຈາກວິທະຍາໄລການເງິນພາກເໜືອ 2 ທ່ານ.
(ຂ່າວ: ກະຊວງການເງິນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com