Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
(ຊົມເຊີຍ ປີສາມັກຄີລາວ-ຫວຽດນາມ 2022)
ການພົວພັນຮ່ວມມືວຽກງານປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ເຕີບໃຫຍ່ຂະຫຍາຍຕົວ
(ເນື່ອງໃນໂອກາດປີສາມັກຄີລາວ-ຫວຽດນາມ 2022)
ໂດຍ: ບຸນອູ້ມ
ເນື່ອງໃນໂອກາດການສະເຫຼີມສະຫຼອງ 2 ວັນປະຫວັດສາດລາວ-ຫວຽດນາມ ຄື: ວັນເຊັນສົນທິ ສັນຍາມິດຕະພາບ ລາວ-ຫວຽດນາມ ຄົບຮອບ 45 ປີ ແລະ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ, ທ່ານ ພົນຕີ ວັນທອງ ກອງມະນີ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ສໍາພາດວ່າ: ກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໄລຍະຜ່ານມາ ໄດ້ສືບຕໍ່ຮ່ວມມື ແລະ ປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ພ້ອມກັນພັດທະນາເຂດຊາຍແດນຮອບດ້ານ ໂດຍສົມທົບກັບກອງທັບ, ອົງການປົກຄອງທ້ອງຖິ່ນ ເພື່ອປະກອບສ່ວນຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນຕາມເຂດຊາຍແດນໃຫ້ນັບມື້ດີຂຶ້ນ.
ໃນໄລຍະ 5 ປີຜ່ານມາ, ກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ໄດ້ພົວພັນຮ່ວມມືກັນຢ່າງຮອບດ້ານ ຊຶ່ງຕິດພັນກັບວຽກງານວິຊາສະເພາະ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ມີອັນພົ້ນເດັ່ນດັ່ງນີ້: ສອງຝ່າຍໄດ້ຈັດກອງປະຊຸມ, ແຈ້ງສະພາບ ແລະ ແລກປ່ຽນຂໍ້ມູນ-ຂ່າວສານ ທີ່ພົວພັນເຖິງຄວາມສະຫງົບຂອງສອງປະເທດລາວ-ຫວຽດນາມ ເປັນຕົ້ນແມ່ນກົນອຸບາຍ, ເລ່ຫຼ່ຽມ, ຮູບການ ແລະ ວິທີການເຄື່ອນໄຫວຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ; ຕິດພັນກັບການປະສານສົມທົບ ແລະ ແລກປ່ຽນດ້ານເຕັກນິກວິຊາສະເພາະ ຂັ້ນກະຊວງ, ກົມກອງວິຊາສະເພາະຕາມສາຍຕັ້ງ ທີ່ຕິດພັນກັບສະພາບຄວາມເປັນຈິງແຕ່ລະໄລຍະ. ນອກນັ້ນ, ສອງຝ່າຍ ໄດ້ຊີ້ນໍາ ກົມກອງ, ທ້ອງຖິ່ນ ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດສັນຍາຮ່ວມມືປະຈໍາປີ ລະຫວ່າງ ສອງກະຊວງກໍານົດໃຫ້ໄດ້ຮັບຜົນເປັນຢ່າງດີ, ໄດ້ມີການສະຫຼຸບການແລກປ່ຽນຊຶ່ງກັນ ແລະ ກັນ ກ່ຽວກັບຂໍ້ມູນ-ຂ່າວສານ ແລະ ບົດຮຽນ ໃນການຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງສອງປະເທດ, ເພີ່ມທະວີຂອດການໂຄສະນາອົບຮົມພົນລະເມືອງຂອງຕົນ ໃນການເຄົາລົບ ແລະ ປະຕິບັດກົດໝາຍ ກໍຄືລະບຽບການ ແລະ ຮີດຄອງປະເພນີອັນດີງາມຂອງປະເທດທີ່ຕົນອາໄສຢູ່ຢ່າງເຂັ້ມງວດ, ພ້ອມທັງເປັນເຈົ້າການປ້ອງກັນສະກັດກັ້ນ ແລະ ຕ້ານອາຊະຍາກໍາຕ່າງໆ ມີຜົນສໍາເລັດຢ່າງຕັ້ງໜ້າ ໂດຍສະເພາະການຮ່ວມມືແກ້ໄຂບັນຫາຢາເສບຕິດ, ການເຂົ້າ-ອອກເມືອງຜິດກົດໝາຍ ແລະ ດໍາເນີນການສືບຕໍ່ຄົ້ນຫາເປົ້າ ໝາຍກະທໍາຜິດ ທີ່ສອງຝ່າຍແຈ້ງຕໍ່ກັນ ເພື່ອນໍາໄປດໍາເນີນຄະດີຕາມກົດໝາຍ. ຄຽງຄູ່ກັບການສ້າງເງື່ອນໄຂອໍານວຍຄວາມສະດວກ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງຂອງສອງປະເທດ ເປັນຕົ້ນ ແມ່ນການໄປມາຢ້ຽມຢາມ ແລະ ພົບປະເຮັດວຽກຂອງຄະນະຜູ້ແທນຂັ້ນສູງ, ຄູ່ຮ່ວມມືຂອງສູນກາງ ແລະ ທ້ອງຖິ່ນ, ການສຶກສາຮໍ່າຮຽນ, ທ່ອງທ່ຽວ, ດໍາເນີນທຸລະກິດ ແລະ ອື່ນໆ. ເພື່ອຜັນຂະຫຍາຍ ແລະ ປະຕິບັດແຜນການຮ່ວມມືຂອງສອງກະຊວງ, ໃນໄລະຍຜ່ານມາ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບລາວ ໃນລະບົບຕ່າງໆ ເປັນຕົ້ນແມ່ນລະບົບປະລິນຍາເອກ, ປະລິນຍາໂທ, ປະລິນຍາຕີ, ການບໍາລຸງວິຊາສະເພາະຕໍາຫຼວດ ແລະ ກໍ່ສ້າງນັກຮຽນວັດທະນະທໍານ້ອງນ້ອຍ ກະຊວງປ້ອງກັນຄວາມສະຫງົບລາວ ລວມ 1.638 ທຶນ, ນັບທັງການສົ່ງນັກຄົ້ນຄວ້າ, ອາຈານສາຍວິຊາສະເພາະ ແລະ ຄູສອນພາສາຫວຽດນາມ ມາແລກປ່ຽນ ແລະ ສິດສອນ ຢູ່ວິທະຍາຄານ ແລະ ໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ຫຼັກ 67 ຫຼາຍຊຸດ ຊຶ່ງເປັນການພັດທະນາກໍາລັງປ້ອງກັນຄວາມສະຫງົບລາວ ໃຫ້ມີປະສິດທິຜົນກ້າວຂຶ້ນ. ສອງຝ່າຍ ໄດ້ໃຫ້ຄວາມສໍາຄັນ,ເອົາໃຈໃສ່ການພົວພັນຮ່ວມມື ເພື່ອເປັນການຢັ້ງຢືນມູນເຊື້ອຄວາມສາມັກຄີ, ການຮ່ວມມື ລະຫວ່າງ ກໍາລັງປ້ອງກັນຄວາມສະຫງົບລາວ ແລະ ກໍາລັງປ້ອງກັນຄວາມສະຫງົບຫວຽດນາມ. ສືບຕໍ່ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນ.
ທ່ານ ພົນຕີ ວັນທອງ ກອງມະນີ ໃຫ້ຮູ້ອີກວ່າ: ພາຍຫຼັງສອງປະເທດ ໄດ້ຮັບການປົດປ່ອຍ ກໍໄດ້ສືບຕໍ່ຊ່ວຍເຫຼືອກັນ ຢ່າງບໍ່ມີເງື່ອນໄຂ ດ້ວຍຄໍາຂວັນທີ່ວ່າ: “ໄມ້ຮ່ວມກໍ ຄືປໍຮວມເຊືອກ ແລະ ສຸກທຸກຮ່ວມກັນ” ພ້ອມກັນກ້າວເດີນຕາມເສັ້ນທາງທີ່ໄດ້ກໍານົດໄວ້ຢ່າງໜັກແໜ້ນ. ປະທານ ໄກສອນ ພົມວິຫານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟາມວັນດົງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຂອງສອງປະເທດ ໃນວັນທີ 18 ກໍລະກົດ 1977 ຖືວ່າການພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຍິ່ງໄດ້ຮັບການເພີ່ມພູນຄູນສ້າງ, ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ບໍ່ວ່າທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງ ຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ, ເຕັກນິກວິທະຍາສາດ ແລະ ອື່ນໆ ຊຶ່ງໄດ້ຮັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມາເຖິງປັດຈຸບັນ. ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ພິສູດ ແລະ ຢັ້ງຢືນຈາກຂະບວນວິວັດໃນປະຫວັດສາດ ແຫ່ງການຕໍ່ສູ້ຂອງສອງຊາດ, ຜ່ານແປວໄຟປະຕິວັດ ຊຶ່ງມັນໄດ້ຊຸບຫຼໍ່ນໍ້າໃຈມິດຕະພາບທີ່ບໍ່ມີວັນບົກແຫ້ງ, ຄວາມສາມັກຄີພິເສດອັນດູດດື່ມ ແລະ ຜ່ອງໃສນັ້ນ ໃຫ້ໝັ້ນຄົງຂະໜົງແກ່ນ, ບໍ່ມີສັດຕູໂຕໃດທີ່ຈະສາມາດມາທັບມ້າງໄດ້, ອັນໄດ້ກາຍເປັນມູນມໍລະດົກທີ່ລໍ້າຄ່າຂອງສອງຊາດລາວ-ຫວຽດນາມ ຕະຫຼອດຊົ່ວກາລະນານ.
ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ການນໍາຮຸ່ນທໍາອິດ ໄດ້ເປັນຜູ້ລິເລີ່ມສ້າງຂຶ້ນ ໄດ້ກາຍເປັນມູນເຊື້ອໃຫ້ການນໍາຮຸ່ນຕໍ່ໆມາຂອງສອງພັກ, ສອງລັດ ໄດ້ສືບຕໍ່ເສີມຂະຫຍາຍ, ເພີ່ມພູນຄູນສ້າງ, ທະໜຸຖະໜອມຫອມຮັກນັບມື້ງອກງາມ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ໂດຍຜ່ານພຶດຕິກໍາຕົວຈິງ ໃນໜ້າປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ, ທັງເປັນບົດຮຽນອັນລໍ້າຄ່າ ທີ່ບໍ່ສາມາດຊອກຫາໄດ້ອີກແລ້ວໃນໂລກນີ້.
ເພື່ອຢັ້ງຢືນເຖິງຄວາມສາມັກຄີທີ່ເປັນມູນເຊື້ອດັ່ງກ່າວ, ຜູ້ນໍາທີ່ຍິ່ງໃຫຍ່ ແລະ ແສນເຄົາລົບຮັກ ຂອງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້ພັນລະນາເປັນກາບກອນ ແລະ ຄໍາເວົ້າທີ່ຫອມຫວນດັ່ງມວນດອກໄມ້ນາໆຊະນິດ ທີ່ມີຄວາມໝາຍເລິກເຊິ່ງຄື: ປະທານ ໂຮ່ຈິມິນ ໄດ້ແຕ່ງບົດກາບກອນ ທີ່ເປັນອໍາມະຕະກ່ຽວກັບສາຍສໍາພັນ ລະຫວ່າງ ຫວຽດນາມ-ລາວ ວ່າ: “ຮັກແພງກັນໝາຍໝັ້ນ, ຫຼາຍສັນພູກໍປີນໄຕ່, ຫຼາຍຫ້ວຍໃຫຍ່ ແລະ ໂຄກນ້ອຍຂວາງຂັ້ນກໍດຸ່ງໄປ, ສອງຊາດລາວ-ຫວຽດ ໄດ້ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້", ປະທານ ສຸພານຸວົງ ກໍໄດ້ມີຄໍາເວົ້າອັນສັກກະລະບູຊາ, ທີ່ດູດດື່ມ ແລະ ຈິງໃຈ ເພື່ອສັນລະເສີນມິດຕະພາບ, ຄວາມສາມັກຄີ ລາວ-ຫວຽດນາມ ວ່າ: “ສາຍພົວພັນມິດຕະພາບ ຖານອ້າຍນ້ອງ ລະຫວ່າງ ປະຊາຊົນ ລາວ-ຫວຽດນາມ ແມ່ນຍິ່ງໃຫຍ່ມະຫາສານ ຊຶ່ງບໍ່ມີບົດເພງໃດ, ບົດກະວີໃດໆ ທີ່ຖືວ່າມວນທີ່ສຸດນັ້ນ ຈະພັນລະນາໃຫ້ໝົດໄດ້. ມິດຕະພາບດັ່ງກ່າວ ສູງຍິ່ງກວ່າພູເຂົາ, ຍາວຍິ່ງກວ່າແມ່ນໍ້າ, ກວ້າງຍິ່ງກວ່າທະເລຫຼວງ, ງາມຍິ່ງກວ່າເດືອນເພັງ, ຫອມຫວນຍິ່ງກວ່າດອກໄມ້ຊະນິດທີ່ຫອມທີ່ສຸດ". ປະທານ ໄກສອນ ພົມວິຫານ ກໍໄດ້ກ່າວໄວ້ຢ່າງມີຄວາມໝາຍເລິກເຊິ່ງ ເພື່ອຢັ້ງຢືນສາຍພົວພັນພິເສດ ທີ່ເປັນມູນເຊື້ອຂອງ ລາວ-ຫວຽດນາມ ວ່າ: “ເຖິງວ່າ ພູຈະຖືກເຊາະເຈື່ອນ, ແມ່ນໍ້າລໍາເຊຈະເຫືອດແຫ້ງ, ແຕ່ສາຍພົວພັນມິດຕະພາບ ລາວ-ຫວຽດນາມ ຈະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”.
ສະນັ້ນ, ມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໄດ້ກາຍເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຢ່າງພາວະວິໄສ ຂອງສອງຊາດ, ເປັນກໍາລັງແຮງຊຸກດັນໃຫ້ສອງຊາດພວກເຮົາ ກ້າວສູ່ຄວາມຈະເລີນຮຸ່ງເຮືອງ, ສີວິໄລ ແລະ ທັນສະໄໝເທື່ອລະກ້າວ. ໃນເງື່ອນໄຂສະພາບການໃໝ່, ພວກອິດທິກໍາລັງປໍລະປັກໄດ້ຊອກທຸກວິທີທາງ ເພື່ອທໍາລາຍມ້າງເພມິດຕະພາບ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ກໍຄືທໍາລາຍມ້າງເພສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ. ດັ່ງນັ້ນ, ພວກເຮົາທຸກຄົນ ຕ້ອງຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ກ່ຽວກັບຂະບວນວິວັດທີ່ເປັນປະຫວັດສາດອັນຍາວນານ ແຫ່ງສາຍສໍາພັນມິດຕະພາບ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ເພື່ອເດັດດ່ຽວຕໍ່ສູ້, ຕີຖອຍທຸກຖ້ອຍທໍານອງ ແລະ ພຶດຕິກໍາທີ່ບໍ່ຖືກຕ້ອງ, ການໃສ່ຮ້າຍປ້າຍສີໃນຮູບການຕ່າງໆ ຂອງບັນດາອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ທີ່ຫວັງທໍາລາຍ ມິດຕະພາບ, ຄວາມສາມັກຄີອັນສວຍສົດງົດງາມດັ່ງກ່າວ. ພວກເຮົາ ຈົ່ງພ້ອມກັນປົກປັກຮັກສາມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ກໍຄືເພື່ອປົກປັກຮັກສາໝາກຜົນຂອງການປະຕິວັດລາວ-ຫວຽດນາມ ໃຫ້ໝັ້ນຄົງຍາວນານຕະຫຼອດໄປ. ທັງໝົດເຫຼົ່ານັ້ນ, ສະແດງໃຫ້ເຫັນຢ່າງຈະແຈ້ງ ແລະ ເປັນຮູບປະທໍາວ່າ: ມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ ບໍ່ແມ່ນເກີດຂຶ້ນໂດຍບັງເອີນ, ແຕ່ຫາກໄດ້ຜ່ານການທົດສອບອັນຂ້ຽວຂາດທີ່ສຸດໃນແປວໄຟຂອງສົງຄາມຕໍ່ສູ້ອັນດຸເດືອດ, ມັນເກີດຂຶ້ນຈາກຢາດເລືອດ ແລະ ນໍ້າຕາແຫ່ງຄວາມເສຍສະຫຼະ, ຄວາມຮັກແພງອັນດູດດື່ມ, ບົນຈິດໃຈສະຫາຍອ້າຍນ້ອງ ຂອງພວກເຮົາ ແລະ ເພື່ອນຢ່າງແທ້ຈິງ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com