Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
(ຊົມເຊີຍ ປີສາມັກຄີ ລາວ-ຫວຽດນາມ 2022)
ການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ສນຊ ມີຜົນງານຫຼາຍດ້ານ
ການປະກອບສ່ວນຂອງຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຕໍ່ປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ສນຊ ມີຜົນງານຫຼາຍດ້ານ.
ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳ, ຄະນະກຳມະການ ສນຊ ແລະ ພະນັກງານ-ລັດຖະກອນ ຂອງ ສນຊ ໄດ້ແຫຼງຂ່າວຕໍ່ສື່ມວນຊົນ ເມື່ອວັນທີ 14 ກໍລະກົດ ນີ້ວ່າ: ສອງຊາດລາວ ແລະ ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່, ຮ່ວມທຸກຮ່ວມສຸກ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ.
ພາຍຫຼັງສອງປະເທດ ໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975, ເພື່ອເສີມຂະຫຍາຍສາຍພົວພັນ ລາວ-ຫວຽດນາມ ໃຫ້ມີການພັດທະນາຢ່າງຮອບດ້ານ ແລະ ນັບມື້ນັບໃຫ້ກ້າວສູ່ລວງເລິກ ສອງປະເທດໄດ້ລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ໃນວັນທີ 18/7/1977. ໃນນັ້ນ, ໄດ້ເນັ້ນ ສາຍພົວພັນພິເສດລາວ-ຫວຽດນາມ, ຄວາມສາມັກຄີສູ້ຮົບ ແລະ ມິດຕະພາບ ທີ່ບໍ່ມີສິ່ງໃດໆສາມາດເຮັດໃຫ້ສັ່ນສະເທືອນໄດ້ ລະຫວ່າງປະຊາຊົນລາວ ແລະ ຫວຽດນາມ, ຄວາມຮັກແພງຖານສະຫາຍອັນຍິ່ງໃຫຍ່ ລະຫວ່າງພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໄດ້ຜ່ານການທົດສອບຮ່ວມທຸກຮ່ວມສຸກມາໃນຫຼາຍສິບປີ, ຮ່ວມສູ້ຮົບ, ຮ່ວມກັນຕີເອົາຊະນະສັດຕູຜູ້ຮຸກຮານ, ພ້ອມກັນຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນການສ້າງສາປະເທດຊາດ ເປັນມູນເຊື້ອໜຶ່ງທີ່ປະເສີດ, ເປັນກຳລັງແຮງຊະນະເລີດ ຂອງສອງຊາດ, ສອງພັກ. 45 ປີ ຜ່ານມາ, ສົນທິສັນຍາສະບັບນີ້ ໄດ້ກາຍເປັນພື້ນຖານອັນໜັກແໜ້ນ ທາງດ້ານການເມືອງ, ນິຕິກໍາອັນສໍາຄັນ ເພື່ອປັບປຸງ ແລະ ເສີມຂະຫຍາຍສາຍພົວພັນ ລະຫວ່າງສອງປະເທດ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ຮັບໃຊ້ຢ່າງແຂງແຮງໃຫ້ແກ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຂອງແຕ່ລະປະເທດ.
ຜ່ານການພົວພັນ ແລະ ຮ່ວມມື ບົນພື້ນຖານ ການຈັດຕັ້ງຜັນຂະຫຍາຍ ສົນທິສັນຍາມິດຕະພາບ ແລະ ການຮ່ວມມື, ສາຍພົວພັນການທູດລະຫວ່າງ ສປປ ລາວ - ສສ ຫວຽດນາມ ເປັນຕົ້ນມາ ອົງການແນວລາວສ້າງຊາດ ກໍໄດ້ມີການພົວພັນ ແລະ ຮ່ວມມື ກັບແນວໂຮມປະເທດຊາດຫວຽດນາມ, ຄະນະຂົນຂວາຍສູນກາງພັກກອມມູນິດຫວຽດນາມ, ຄະນະກຳມະການຊົນຊາດ ແຫ່ງລັດຖະບານ ສສ ຫວຽດນາມ ແລະ ຄະນະກຳມະການສາສະໜາ ແຫ່ງ ລັດຖະບານ ສສ ຫວຽດນາມ ຊຶ່ງສະແດງອອກໃຫ້ເຫັນຜົນສຳເລັດບາງດ້ານຄື:
1. ການພົວພັນຮ່ວມມືທາງດ້ານການເມືອງ, ທາງດ້ານພິທີການ: ແຕ່ລະປີ ໄດ້ມີການສົ່ງກະຕ່າດອກໄມ້ອວຍພອນ ແລະ ສານອວຍພອນ ວັນຊາດ ຂອງສອງປະເທດ ໂດຍຜ່ານສະຖານທູດປະຈຳປະເທດຂອງຕົນ. ພ້ອມນັ້ນ, ກໍໄດ້ມີສານອວຍພອນ ກອງປະຊຸມໃຫຍ່ ຊຶ່ງກັນ ແລະ ກັນ ລວມເຖິງສານສະແດງຄວາມເສຍໃຈ ຕໍ່ເຫດການຕ່າງໆທີ່ສ້າງຄວາມສູນເສຍ ໃຫ້ແກ່ປະເທດຊາດຂອງສອງປະເທດ.
ໃນໄລຍະຜ່ານມາໄດ້ສຳເລັດກອງປະຊຸມທາງໄກ ວຽກງານແນວໂຮມລາວ-ຫວຽດນາມ-ກຳປູເຈຍ ໃນເດືອນ 3 ປີ 2021 ແລະ ໄດ້ເຊັນສັນຍາຮ່ວມມືລະຫວ່າງສາມແນວໂຮມ ໄລຍະປີ 2020-2023; ໄດ້ຮ່ວມກັບຄະນະກຳມະການສາສະໜາ ແຫ່ງລັດຖະບານ ສສ ຫວຽດນາມ ແລະ ກະຊວງທຳມະການ ແລະ ສາສະໜາ ແຫ່ງຣາຊະອານາຈັກກຳປູເຈຍ ຊຸຸກຍູ້ໃຫ້ອົງການພຸດທະສາສະໜາ 3 ປະເທດ ລາວ-ຫວຽດນາມ ແລະ ກຳປູເຈຍ ຈັດກອງປະຊຸມສາກົນ 3 ອົງການພຸດທະສາສະໜາ ລາວ-ຫວຽດນາມ ແລະ ກຳປູເຈຍ ຄັ້ງທີ I ຂຶ້ນທີ່ ສປປ ລາວ; ໄດ້ຈັດຕັ້ງກອງປະຊຸມເສີມສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ ລາວ - ຫວຽດນາມ ຂອງ 10 ແຂວງ ທີ່ມີຊາຍແດນຕິດຈອດກັນ ຂອງສອງອົງການແນວໂຮມ ຊຶ່ງໄດ້ຜັດປ່ຽນກັນເປັນເຈົ້າພາບ ແລະ ໄດ້ດຳເນີນມາແລ້ວ 6 ຄັ້ງ ແລ້ວ; ຮ່ວມກັບຄະນະກຳມະການສາສະໜາ ແຫ່ງ ສສ ຫວຽດນາມ ຈັດຕັ້ງກອງປະຊຸມ 10 ແຂວງ ຊາຍແດນ ລາວ-ຫວຽດນາມ ຂົງເຂດວຽກງານສາສະໜາ ຄັ້ງທີ 1 ທີ່ແຂວງເທື່ອທຽນເຫວ້ ສສ ຫວຽດນາມ; ໄດ້ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ວິຊາການ ຢູ່ສູນກາງ ແລະ ທ້ອງຖິ່ນ ໃນການຢ້ຽມຢາມ ແລະ ເຮັດວຽກ ໂດຍການຜັດປ່ຽນກັນເປັນເຈົ້າພາບໃນການຕ້ອນຮັບຫຼາຍຄະນະ ພິເສດໃນປີ 2018 ຄະນະຜູ້ແທນຂັ້ນສູງນຳໂດຍ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປ ສສ ຫວຽດນາມ ເພື່ອຢ້ຽມຢາມ ແລະ ໄດ້ຕາງໜ້າການນໍາພັກ-ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນໄຊຊັ້ນ I- II ແລະ III ໃຫ້ຄູ່ຮ່ວມງານ 4 ພາກສ່ວນ ຄື: ແນວໂຮມປະເທດຊາດຫວຽດນາມ, ຄະນະຂົນຂວາຍປະຊາຊົນ ສູນກາງພັກກອມມູນິດຫວຽດນາມ, ຄະນະກໍາມະການສາສະໜາ ແລະ ຄະນະກໍາມະການຊົນເຜົ່າ ແຫ່ງລັດຖະບານຫວຽດນາມ ແລະ ໃນໂອກາດທີ່ຜູ້ແທນຂັ້ນສູງຂອງພັກ ແລະ ລັດ ນຳໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄປຢ້ຽມຢາມສັນທະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ ສູນກາງແນວລາວສ້າງຊາດ ກໍໄດ້ສົ່ງຜູ້ແທນຂອງຕົນໄປເຊັນສັນຍາຮ່ວມມືກັບຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ (2021-2025).
2. ການກໍ່ສ້າງ ແລະ ບຳລຸງພະນັກງານ: ສອງຝ່າຍຫວຽດນາມ ໄດ້ຊ່ວຍສ້າງ - ບໍາລຸງພະນັກງານແນວລາວສ້າງຊາດ ຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນການຈັດຊຸດຝຶກອົບຮົມໄລຍະສັ້ນ ໄລຍະ 2 ອາທິດ, 3 ອາທິດ, 1 ເດືອນ ແລະ 3 ເດືອນ ໂດຍຈັດຕັ້ງການໄປຝຶກອົບຮົມ ຢູ່ ສສ ຫວຽດນາມ ແລະ ໄດ້ສົ່ງຄູຝຶກ, ນັກຊ່ຽວຊານ ມາຈັດຕັ້ງຝຶກອົບຮົມ ຢູ່ ສປປ ລາວ; ນອກຈາກນີ້, ບັນດາຄູ່ຮ່ວມງານຂອງຝ່າຍຫວຽດນາມ ຍັງໄດ້ຊ່ວຍເຫຼືອທາງດ້ານວັດຖຸ ແລະ ທຶນຮອນ ເພື່ອປະກອບສ່ວນຊຸກຍູ້ການເຄື່ອນໄຫວວຽກງານແນວລາວສ້າງຊາດ ເປັນຈຳນວນຫຼາຍສົມຄວນ.
ໂດຍປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສູນກາງພັກ ເລກທີ 38/ຫສພ, ລົງວັນທີ 3 ກຸມພາ 2022 ກ່ຽວກັບ ຂຶ້ນແຜນສ້າງກິດຈະກຳ ແລະ ແຜນວຽກລະອຽດຂອງຂະແໜງການຕົນ ໃນການກະກຽມສະເຫຼີມສະຫຼອງປີສາມັກຄີພິເສດມິດຕະພາບ ລາວ-ຫວຽດນາມ ປີ 2022, ຄະນະປະຈຳສູນກາງແນວລາວສ້າງຊາດ ໄດ້ກະກຽມການສະເຫຼີມສະຫຼອງສອງວັນດັ່ງກ່າວ, ມາເຖິງປັດຈຸບັນ ສະເພາະສູນກາງແນວລາວສ້າງຊາດ ໄດ້ກຳນົດ 5 ກິດຈະກຳ ຄື: ຈັດກອງປະຊຸມທາງໄກຮ່ວມກັບຄະນະກຳມະການແນວໂຮມປະເທດຊາດຫວຽດນາມ, ຄະນະຂົນຂວາຍສູນກາງພັກກອມມູນິດຫວຽດນາມ, ຄະນະກຳມະການຊົນເຜົ່າ ແລະ ຄະນະກຳມະການສາສະໜາ ແຫ່ງ ລັດຖະບານ ສສຫວຽດນາມ; ຢ້ຽມຢາມ ແລະ ພົບປະກັບຝ່າຍຫວຽດນາມຢູ່ທີ່ຊາຍແດນດ່ານລາວບາວ ແຂວງສະຫວັນນະເຂດ; ຈັດຕັ້ງພິທີປາຖະກະຖາ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ພ້ອມທັງເລົ່າມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ; ແຂ່ງຂັນຂຽນບົດຄວາມກ່ຽວກັບຄວາມສາມັກຄີມິດຕະພາບ ລາວ-ຫວຽດນາມ ແລະ ກິດຈະກຳ ງານວາງສະແດງຮູບພາບ-ວັດຖຸພັນ ແລະ ງານວາງສະແດງເທດສະການອາຫານ ລາວ-ຫວຽດນາມ;
ສະນັ້ນ, ໃນໂອກາດສະເຫຼີມສະຫຼອງ ອັນມີຄວາມໝາຍປະຫວັດສາດນີ້, ອີກເທື່ອໜຶ່ງ ຂ້າພະເຈົ້າຕາງໜ້າໃຫ້ຄະນະພັກ, ຄະນະນຳສູນກາງແນວລາວສ້າງຊາດ ພ້ອມດ້ວຍພະນັກງານ-ລັດຖະກອນທັງໝົດ ຂອງສູນກາງແນວລາວສ້າງຊາດ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງຕໍ່ ການນຳພັກ-ລັດ ຂອງສອງປະເທດ ໄດ້ສ້າງເງື່ອນໄຂ ເອື້ອອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ອົງການແນວລາວສ້າງຊາດ ແລະ 4 ພາກສ່ວນຄູ່ຮ່ວມງານຂອງຫວຽດນາມ ໄດ້ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ການເມືອງ, ຄວາມຮັບຜິດຊອບ ບົນພື້ນຖານການພົວພັນຮ່ວມມື ອັນເອກອ້າງທະນົງໃຈ ແລະ ສາມາດຍາດໄດ້ຜົນສຳເລັດອັນສະຫງ່າງາມ.
(ຂ່າວ-ພາບ: ບຸນທົງ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com