Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ງານສະແດງສິລະປະສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 19/07/2022 13:24:01 ຈຳ​ນວນ​​ຢ້ຽມ​ຊົມ 1700 ຄັ້ງ

ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແລະ ທ່ານ ຫວໍ ວັນ ເຖື້ອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຊີ້ນໍາລະດັບຊາດ ຮ່ວມສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ-ລາວ ປີ 2022 ພ້ອມດ້ວຍການນໍາພັກ-ລັດ, ອະດີດການນໍາພັກ-ລັດຂັ້ນສູງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ພະນັກງານ, ທະຫານ, ຕໍາຫຼວດ, ຊາວໜຸ່ມ, ເຍົາວະຊົນ, ຊາວນະຄອນຫຼວງວຽງຈັນ ແລະ ຊາວຫວຽດນາມ ທີ່ດໍາລົງຊີວິດຢູ່ ສປປ ລາວ ໄດ້ພ້ອມກັນເຂົ້າຊົມການສະແດງສິລະປະ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ (18/7/1977-18/7/2022) ໃນວັນທີ 18 ກໍລະກົດ ນີ້ ທີ່ຫໍວັດທະນະທໍາແຫ່ງຊາດ.

ສໍາລັບລາຍການສະແດງສະເຫຼີມສະຫຼອງສອງວັນປະຫວັດສາດດັ່ງກ່າວປະກອບມີ: ບົດເພງ ແລະ ບົດຟ້ອນ ຫວຽດນາມບ້ານເກີດເມືອງນອນຂອງຂ້ອຍ-ເຜົ່າລາວເອີຍ; ພາກທີ 1 ປະເພດແຫ່ງຄວາມຮັກ ບົດເພງສັນລະເສີນຜູ້ນໍາຂອງປະເທດ ທ່ານຄືຜູ້ທີ່ພວກເຮົາເຊື່ອໝັ້ນແຫ່ງການນໍາພາໄປສູ່ໄຊຊະນະ; ບົດເພງ ລຸງໄກສອນ ວິລະບູລຸດໃນດວງໃຈ; ບົດຟ້ອນ ຈິດວິນຍານດອກບົວ, ດອກໄມ້ປະຈໍາຊາດຂອງຫວຽດນາມ; ບົດເພງ 12 ລະດູດອກໄມ້ຂອງຮ່າໂນ້ຍ; ບົດເພງ ວຽງຈັນເມືອງງາມ; ບົດຟ້ອນ ລໍາເຕີ້ຍກ້ຽວສາວ; ຮ້ອງຄູ່ຍິງ-ຊາຍ: ສົ່ງເພງຮັກແພງຊຶ່ງກັນ ແລະ ກັນ; ພາກທີ 2 ດອກໄມ້ທີ່ສວຍສົດງົດງາມ ບົດຟ້ອນ ລະຄັງປ່ຽນລະດູການ; ສີຊໍດ່ຽວ ສຽງບາດຕີນມ້າກ້ອງໄປທົ່ວເວຫາ; ຮ້ອງເພງ ແລະ ຟ້ອນ ເສີມຮ່າໂນ້ຍ; ເພງ ແສງອາລຸນພົ້ນຂຶ້ນມະຫາສະໜຸດ; ຮ້ອງເພງ ແລະ ຟ້ອນ ຈໍາປາເມືອງລາວ-ຮ່າໂນ້ຍ-ວຽງຈັນ ຊຶ່ງເນື້ອໃນຂອງບົດເພງ ແລະ ບົດຟ້ອນ ທີ່ນໍາມາສະແດງໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນຄວາມສາມັກຄີຮັກແພງ, ໃຫ້ການຮ່ວມມືຊ່ວຍເຫຼືອກັນຮອບດ້ານລະຫວ່າງສອງພັກ-ສອງລັດ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມ ທີ່ມີສາຍພົວພັນຄວາມສາມັກຄີແບບພິເສດຕະຫຼອດໄລຍະຜ່ານມາ ກໍຄືປັດຈຸບັນທີ່ໄດ້ມີການເສີມຂະຫຍາຍແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.

ຂ່າວ-ພາບ: ຍຸພິນທອງ

 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com