Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ເມືອງເລົ່າງາມ ສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 21/07/2022 11:20:27 ຈຳ​ນວນ​​ຢ້ຽມ​ຊົມ 1627 ຄັ້ງ

ເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງການທູດລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ ຄົບຮອບ 45 ປີ (18/7/1977-18/7/2022) ຂຶ້ນເມື່ອບໍ່ດົນມານີ້ ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ຂັນໄຊ ຮັດຖະເຮົ້າ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນ ແຂວງສາລະວັນ, ມີ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ສົມສັກ ທົງຄໍາຫານ ກໍາມະພັກແຂວງ ເລຂາພັກເມືອງ ເຈົ້າເມືອງເລົ່າງາມ, ມີບັນດາທ່ານໃນຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວຫ້ອງການອ້ອມຂ້າງ, ມີບັນດາບໍລິສັດ, ນັກທຸລະກິດ ຊາວຫວຽດນາມ ທີ່ເຄື່ອນໄຫວດໍາເນີນທຸລະກິດ ຢູ່ໃນເມືອງເລົ່າງາມເຂົ້າຮ່ວມ.

ຈາກນັ້ນຜູ້ເຂົ້າຮ່ວມໄດ້ຮັບຟັງການບັນລະຍາຍ 4 ເອກະສານທີ່ສໍາຄັນຂອງພັກ ຂອງຊາດຄື: ການແກ້ໄຂ 2 ວາລະແຫ່ງຊາດ, ເປັນຕົ້ນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ, ວັນສ້າງຕັ້ງການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໂດຍໃຫ້ກຽດຜ່ານເອກະສານ ຂອງ ທ່ານ ຈັນສະໝອນ ພົມມະແສງ ແລະ ທ່ານ ຂັນໄຊ ຮັດຖະເຮົ້າ, ຈຸດປະສົງເພື່ອເຊື່ອມຊຶມໃຫ້ພະນັກງານການນໍາພາຫຼັກແຫຼ່ງຂອງເມືອງເລົ່າງາມ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່່ແນວທາງນະໂຍບາຍການນໍາພາຂອງພັກຢ່າງເລິກເຊິ່ງ ໃນການແກ້ໄຂ 2 ວາລະແຫ່ງຊາດ ໃຫ້ໜັກແໜ້ນເຂັ້ມແຂງ ແລະ ສືບຕໍ່ເອົາໃຈໃສ່ຮັດແໜ້ນ ສ້າງສາຍພົວພັນມິດຕະພາບອັນດີງາມ ຂອງສອງຊາດ ລາວ-ຫວຽດນາມ ໃນການປົກປັກຮັກສາເສີມຂະຫຍາຍມູນເຊື້ອສາມັກຄີແບບພິເສດໃຫ້ຍືນຍົງຕະຫຼອດໄປ.

ໃນພິທີສະເຫຼີມສະຫຼອງ 2 ວັນດັ່ງກ່າວ ໄດ້ມີການແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງ ທີມ ຄະນະນໍາຂັ້ນແຂວງ, ທີມຄະນະນໍາຂັ້ນເມືອງເລົ່າງາມ ແລະ ທີມນັກກິລາ ອ້າຍນ້ອງຊາວຫວຽດນາມ ເຂົ້າຮ່ວມແຂ່ງຂັນກິລາບານເຕະ ຢ່າງເປັນຂະບວນການຟົດພື້ນ ແລະ ເບີກບານມ່ວນຊື່ນ.

(ຂ່າວ-ພາບ: ເມືອງເລົ່ງາມ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com