Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

6 ເດືອນ ໂຮງໝໍແຂວງໄຊຍະບູລີ ປິ່ນປົວຄົນເຈັບໄດ້ 20.413 ເທື່ອຄົນ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 16/08/2022 13:29:26 ຈຳ​ນວນ​​ຢ້ຽມ​ຊົມ 15247 ຄັ້ງ

ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ຕ້ອນຮັບ ທ່ານ Kobayashi KEMCHI ເອກອັກຄະຣາຊະທູດ ຢີ່ປຸ່ນປະຈໍາລາວ ແລະ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມຄະນະ ໃນວັນທີ 15 ສິງຫາ ຜ່ານມາ ທີ່ຫ້ອງຮັບແຂກຊັ້ນ 4 ຫ້ອງວ່າການແຂວງ.

ກ່ອນອື່ນ, ທ່ານເອກອັກຄະຣາຊະທູດ ຢີ່ປຸ່ນປະຈໍາລາວ ຕາງໜ້າໃຫ້ທີມງານໄດ້ສະເໜີຈຸດປະສົງທີ່ລົງມາເຮັດວຽກຢູ່ແຂວງໄຊຍະບູລີ ຄັ້ງນີ້. ຈາກນັ້ນ, ທ່ານເຈົ້າແຂວງໄຊຍະບູລີ ກໍໄດ້ລາຍງານສະພາບການພັດທະນາທີ່ພົ້ນເດັ່ນຂອງແຂວງໂດຍສັງເຂບ, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານຍີ່ປຸ່ນທີ່ໄດ້ໃຫ້ການຊ່ວຍເຫຼືອແຂວງໄຊຍະບູລີ ໃນໄລຍະຜ່ານມາເປັນຕົ້ນແມ່ນ: ຊ່ວຍສ້າງໂຮງໝໍນ້ອຍ, ສຸກສາລາ, ອຸປະກອນການແພດ ແລະ ກໍ່ສ້າງລະບົບນໍ້າລິນ ຢູ່ບັນດາເມືອງຂອງແຂວງ.

ໂອກາດນີ້, ກໍໄດ້ນໍາພາຄະນະຜູ້ແທນດັ່ງກ່າວ ເຂົ້າຢ້ຽມຢາມໂຮງໝໍແຂວງໄຊຍະບູລີ, ພ້ອມທັງໄດ້ຮັບຟັງການເຄື່ອນໄຫວວຽກງານ ບໍລິການ - ການປິ່ນປົວ ໂດຍຫຍໍ້ຂອງໂຮງໝໍແຂວງ ຈາກ ທ່ານ ຄຸນສະຫວັດ ເສນາພັນ ອໍານວຍການໂຮງໝໍ ຊຶ່ງທ່ານໄດ້ກ່າວວ່າ: ໃນໄລຍະ 6 ເດືອນຜ່ານມາ ໂຮງໝໍແຂວງໄຊຍະບູລີ ສາມາດກວດ ແລະ ປິ່ນປົ່ວຄົນເຈັບໄດ້ທັງໝົດ 20.413 ເທື່ອຄົນ. ໃນນີ້, ມີຄົນເຈັບກວດເຂດນອກ 13.969 ຄົນ, ເຂົ້ານອນ 6.444 ຄົນ, ອັດຕາການຕາຍ 1,07%, ຜ່າຕັດທັງໝົດ 1.609 ກໍລະນີ. ໃນນັ້ນ, ຜ່າຕັດໃຫຍ່ 689 ກໍລະນີ, ຜ່າຕັດກາງ 179 ກໍລະນີ, ຜ່າຕັດນ້ອຍ ແລະ ລ້າງບາດ 639 ກໍລະນີ, ກວດວິເຄາະທັງໝົດ 25.664 ເທື່ອຄົນ, ກວດເອໂກ 2.570 ເທື່ອຄົນ, ແທກກະແສຫົວໃຈ 2.282 ເທື່ອຄົນ, ຊ່ອງໄຟຟ້າ 3.533 ເທື່ອຄົນ, ກວດຊອກຄົ້ນຫາເຊື້ອວັນນະໂລກ 696 ຄົນ, ຈຳນວນແມ່ມານກວດຄັ້ງທີ 1 ມີ 570 ຄົນ, ກວດຄັ້ງທີ 4 ມີ 404 ຄົນ, ຈໍານວນຄົນມາເກີດລູກ 706 ຄົນ ແລະ ເກີດດ້ວຍການຜ່າຕັດ 105 ຄົນ.

(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com