Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສານປະຊາຊົນແຂວງຄໍາ​ມ່ວນ-ກວາງ​ບິ່ງ ສືບ​ຕໍ່​ເພີ່ມ​ທະ​ວີການ ຮ່ວມ​ມື

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 22/08/2022 11:29:47 ຈຳ​ນວນ​​ຢ້ຽມ​ຊົມ 1359 ຄັ້ງ

ກອງປະຊຸມແລກປ່ຽນບົດຮຽນ ແລະ ຕີລາຄາໝາກຜົນການຈັດຕັ້ງປະຕິບັດ ຕາມບົດບັນທຶກຊ່ວຍຈຳ ພ້ອມທັງລົງນາມບົດບັນທຶກ ການພົວພັນຮ່ວມມືລະຫວ່າງຄະນະຜູ້ແທນ ສານປະຊາຊົນ ແຂວງຄໍາ​ມ່ວນ ສປປ ລາວ ແລະ ສານປະຊາຊົນ ແຂວງກວາງ​ບິ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມສໍານັກງານສານປະຊາຊົນແຂວງກວາງບິ່ງ ສສ ຫວຽດນາມ, ຄະນະຜູ້ແທນສານປະຊາຊົນ ແຂວງຄຳມ່ວນ ນຳໂດຍ ສະຫາຍ ພິມພອນ ສຸລິວົງສາ ປະທານສານປະຊາຊົນ ແຂວງຄຳມ່ວນ ແລະ ຄະນະຜູ້ແທນສານປະຊາຊົນ ແຂວງກວາງບິ່ງ ນຳໂດຍ ສະຫາຍ ຫງວຽນ ຫຶວຕຽນ ປະທານສານປະຊາຊົນ ແຂວງກວາງບິ່ງ, ມີ​​ບັນດາສະຫາຍຄະນະຜູ້ແທນສານປະຊາຊົນສອງແຂວງເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍຫົວໜ້າຄະນະຜູ້ແທນທັງສອງແຂວງ ຕ່າງກໍໄດ້ລາຍງານສະພາບໂດຍລວມຂອງແຂວງໃຫ້ກັນຊາບ ແລະ ບັນດາຜົນສຳເລັດໃນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກຊ່ວຍຈໍາໃນຊຸມປີຜ່ານມາບົນຈິດໃຈແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ່, ​ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສານປະຊາຊົນສອງແຂວງ, ເພື່ອສືບຕໍ່ເພີ່ມພູນຄູນສ້າງມິດຕະພາບການພົວພັນຮ່ວມມືໃນຕໍ່ໜ້າໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ພ້ອມທັງຖືໂອກາດດັ່ງກ່າວແລກປ່ຽນບົດຮຽນຮ່ວມກັນ ໂດຍສະເພາະແມ່ນດ້ານວິຊາການໃນການດໍາເນີນຕັດສິນຄະດີຄວາມໃນຮູບແບບຕ່າງໆ ແລະ ບົດຮຽນກ່ຽວກັບການປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ລວມທັງການປະຕິບັດບັນດາຂໍ້ກໍານົດກ່ຽວກັບການຊ່ວຍເຫຼືອທາງດ້ານຍຸຕິທໍາ, ທີ່ສໍາຄັນຍັງໄດ້ສືບຕໍ່ສ້າງບົດບັນທຶກຮ່ວມກັນ ​ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃນ​ໄລຍະ 2 ປີຕໍ່ໜ້າ ຊຶ່ງທັງສອງຝ່າຍ ເຫັນດີເປັນເອກະພາບ ຈະສືບຕໍ່​ປະສານ​ສົມທົບກັນຢ່າງ​ເຂັ້ມງວດ​ ​ໃນ​ການເພີ່ມທະວີສາຍ​ພົວພັນມິດຕະພາບ, ປະກອບສ່ວນຮັກສາຄວາມສະຫງົບ ແລະ ຄວາມປອດໄພສັງຄົມ. ສ້າງເງື່ອນໄຂອໍານວຍຄວາມສະດວກໃນການເຄື່ອນໄຫວຮ່ວມມືຂອງສອງຝ່າຍ, ເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງສານປະຊາຊົນ ແຂວງຄໍາມ່ວນ ແລະ ສານປະຊາຊົນ ແຂວງກວາງບິ່ງ ໃຫ້ນັບມືມີຄວາມຂະຫຍາຍຕົວດີຂຶ້ນ.

(ຂ່າວ-ພາບ: ມະນີວັນ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com