Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີສະເຫຼີມສະຫຼອງປີສາມັກຄີລາວ-ຫວຽດນາມ ກໍຄືວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1997 - 18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962 - 5/9/2022) ຂຶ້ນ ຫວ່າງບໍ່ດົນມານີ້ ທີ່ອາຄານແກ້ວມີໄຊ ໂດຍເປັນກຽດຂຶ້ນຫວນຄືນ 2 ວັນສຳຄັນດັ່ງກ່າວຂອງ ທ່ານ ເພັດສະໄໝ ໄຊຍະທິຈັກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຄຳເກີດ ມີຄະນະບໍລິຫານງານພັກເມືອງ ມີພາກສ່ວນກ່ຽວຂ້ອງ, ອຳນາດການປົກຄອງຂັ້ນບ້ານ 62 ບ້ານເຂົ້າຮ່ວມ.
ທ່ານ ເພັດສະໄໝ ໄຊຍະທິຈັກ ໄດ້ຍົກໃຫ້ເຫັນເນື້ອໃນ ຄວາມໝາຍສໍາຄັນຂອງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ປະຫວັດສາດແຫ່ງການຕໍ່ສູ້ຂອງປະຊາຊົນສອງປະເທດ, ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ (1975 ເຖິງປັດຈຸບັນ) 45 ປີ ແຫ່ງການປະຕິບັດສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຊຶ່ງເນື້ອໃນບາງຕອນທ່ານໄດ້ຍົກໃຫ້ເຫັນແຈ້ງ ສາຍພົວພັນ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ບໍ່ແມ່ນເກີດຂຶ້ນເອງ, ແຕ່ຫາກເກີດຂຶ້ນໃນຂະບວນວິວັດອັນຍາວນານບົນເສັ້ນທາງແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ທີ່ເຕັມໄປດ້ວຍການເສຍສະຫຼະທັງຊີວິດ ແລະ ເລືອດເນື້ອ ຂອງກອງທັບ ແລະ ປະຊາຊົນສອງຊາດ. ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານທີ່ມີຄວາມດູດດື່ມເລິກເຊິ່ງແໜ້ນແຟ້ນ, ໝັ້ນຄົງ ແລະ ມີຊີວິດຊີວາທີ່ເຕັມໄປດ້ວຍຄວາມເຫຼື້ອມໃສ, ຕະຫຼອດໄລຍະ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຫວຽດນາມ ແລະ 45 ປີ ແຫ່ງການປະຕິບັດສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ; ສອງຊາດລາວ-ຫວຽດນາມ ໄດ້ພ້ອມກັນເພີ່ມພູນຄູນສ້າງມິດຕະພາບແບບພິເສດ, ການພົວພັນຮ່ວມມືຮອບດ້ານນັບມື້ຍິ່ງຂະຫຍາຍຕົວກ້າວເຂົ້າສູ່ລວງເລິກ, ແທດເໝາະກັບສະພາບຕົວຈິງ ແລະ ມີປະສິດທິຜົນ, ສາມາດຕອບສະໜອງຄວາມມຸ່ງມາດປາຖະໜາຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ສໍາລັບເມືອງຄໍາເກີດ ໄດ້ມີສາຍພົວພັນຮ່ວມມືແຮກສ່ຽວກັບ ເມືອງເຮືອງເຊີນ, ເມືອງຫວູກວາງ ແລະ ຍັງໄດ້ມີການພົວພັນຮ່ວມມືມິດຕະພາບກັບບາງທ້ອງຖິ່ນ ຢູ່ແຂວງ ຮ່າຕິ່ງ (ເປັນຕົ້ນແມ່ນການພົວພັນກັບ ຄະນະປະຊາຊົນຕາແສງເຊີນກີມ 1 ແລະ ຕາແສງເຊີນກີມ 2 ທີ່ເປັນບ້ານແຮກສ່ຽວກັບບ້ານທົ່ງແປ ແລະ ບ້ານນາແປ) ໄດ້ມີການຜັດປ່ຽນຈັດກອງປະຊຸມລະຫວ່າງເມືອງຮ່ວມກັນໃນທຸກປີ. ນອກນັ້ນ ບັນດາກົມກອງ, ຫ້ອງການອ້ອມຂ້າງເມືອງ ແລະ ບັນດາບ້ານລຽບຊາຍແດນ ໄດ້ໄປມາຢ້ຽມຢາມ, ຮ່ວມເຮັດວຽກ, ອວຍພອນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນເປັນປົກກະຕິ. ພົ້ນເດັ່ນແມ່ນການລົງນາມບົດບັນທຶກການຮ່ວມມືລະຫວ່າງບ້ານທົ່ງແປ ກັບ ຕາແສງເຊີນກີມ 1 ແລະ ຕາແສງເຊີນກີມ 2 ສາມາດຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດລາວ-ຫວຽດນາມ ໄດ້ເປັນຢ່າງດີ. ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໄດ້ຊ່ວຍເຫຼືອງົບປະມານປຸກສ້າງຫ້ອງການ ປກສ ບ້ານ ຕິດຊາຍແດນໄດ້ ຈຳນວນ 5 ຫຼັງ ມູນຄ່າທັງໝົດ 900 ລ້ານກີບ, ເມືອງຄໍາເກີດໄດ້ປະກອບສ່ວນ ແລະ ອຳນວຍຄວາມສະດວກໃຫ້ແກ່ຄະນະປະຕິບັດງານພິເສດຂຸດຄົ້ນອັດຖິທະຫານອາສາສະໝັກ ສສ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ. ໃນທ້າຍເດືອນກໍລະກົດ 2022 ຄະນະຜູ້ແທນເມືອງຄໍາເກີດ ໄດ້ເດີນທາງໄປຮ່ວມກອງປະຊຸມພົບປະແລກປ່ຽນກັບຄະນະຜູ້ແທນເມືອງວູ່ກວາງ ແຂວງຮ່າຕິ່ງ ສສ ຫວຽດນາມ ຊຶ່ງໄດ້ລົງນາມບົດບັນທຶກຊ່ວຍຈໍາຫຼາຍດ້ານ.
ເນື່ອງໃນໂອກາດທີ່ເມືອງຄຳເກີດ ສະເຫຼີມສະຫຼອງປີສາມັກຄີ 2022 ລາວ-ຫວຽດນາມ ໃນຄັ້ງນີ້ ທ່ານ ເພັດສະໄໝ ໄຊຍະທິຈັກ ຕາງໜ້າໃຫ້ຄະນະບໍລິຫານງານພັກເມືອງ ຍັງໄດ້ເປັນກຽດມອບໃບຍ້ອງຍໍ,ໃບຊົມເຊີຍ ແລະ ໃບຂອບໃຈ ຈຳນວນ 59 ໃບ, ໃບຊົມເຊີຍ 3 ໃບ ແລະ ໃບຂອບໃຈ 6 ໃບ ໃຫ້ກົມກອງ, ບຸກຄົນ, ນິຕິບຸກຄົນ, ວິສາຫະກິດ, ຜູ້ປະກອບການທຸລະກິດ ທີ່ມີຜົນງານດີເດັ່ນປະກອບສ່ວນການສ້າງສາພັດທະນາເມືອງຄຳເກີດ ຕະຫຼອດໄລຍະຜ່ານມາຕື່ມອີກ.
(ຂ່າວ-ພາບ: ສາຍະໝອນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com