Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດນ: ສ. ພະຈັນ
ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ກໍຄື: ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962 - 5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022); ເມື່ອທົບທວນຄືນປະຫວັດສາດແຫ່ງການພົວພັນອັນຍາວນານລະຫວ່າງສອງພັກ-ລັດ ແລະ ປະຊາຊົນ 2 ຊາດ ຍິ່ງຈົດຈໍາລໍາລຶກ ແລະ ຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ປະທານໂຮ່ຈິມິນ ຜູ້ຍິ່ງໃຫ່ຍ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ຊຶ່ງເປັນຜູ້ໃຫ້ກໍາເນີດ ແລະ ໄດ້ເປັນແບບຢ່າງອັນຈະແຈ້ງໃຫ້ແກ່ການຖະນຸຖະໜອມ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດລະຫວ່າງສອງຊາດ, ເປັນສາຍພົວພັນໜຶ່ງດຽວທີ່ບໍ່ມີປະເທດໃດໃນໂລກມີໄດ້ຄືດັ່ງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ ເວົ້າສະເພາະກໍຄືແຂວງສາລະວັນກັບບັນດາແຂວງຂອງ ສສ ຫວຽດນາມ ທີ່ຍັງສືບຕໍ່ເອົາໃຈໃສ່ເພີ່ມພູນຄູນສ້າງສາຍພົວພັນໃຫ້ອຸດົມສົມບູນ ແລະ ໄດ້ຮັບການປັບປຸງຍົກລະດັບທັງທາງດ້ານປະລິມານ ແລະ ຄຸນນະພາບ, ເນື້ອໃນຂອງການຮ່ວມມືນັບມື້ນັບເຂົ້າສູ່ລວງເລິກ ໂດຍສະເພາະການພົວພັນຮ່ວມມືລະຫວ່າງລະດັບທ້ອງຖິ່ນ, ຂະແໜງການແມ່ນມີປະສິດທິຜົນຫຼາຍຂຶ້ນ ແລະ ນັບມື້ເປີດກວ້າງອອກ.
ທ່ານ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ ເລຂາພັກ-ເຈົ້າແຂວງໆສາລະວັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນທ້າຍເດືອນສິງຫາ 2022 ຜ່ານມາວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ແຂວງສາລະວັນ ກໍແມ່ນໜຶ່ງແຂວງທີ່ມີການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືກັບບັນດາແຂວງຕ່າງໆ ຂອງ ສສ ຫວຽດນາມ ມາຮອດໄລຍະປັດຈຸບັນແມ່ນໄດ້ມີການພົວພັນຮ່ວມມືສອງຝ່າຍກັບ 13 ແຂວງ/ນະຄອນຫຼວງ ຂອງ ສສ ຫວຽດນາມ. ໃນນັ້ນການພົວພັນຮ່ວມມືສອງຝ່າຍກໍມີຫຼາຍດ້ານທີ່ພົ້ນເດັ່ນ ໂດຍສະເພາະດ້ານການເມືອງ ແລະ ການຕ່າງປະເທດ, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຄຸ້ມຄອງພັດທະນາຕາມບໍລິເວນຊາຍແດນ, ດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ດ້ານການຮັກສາສຸຂະພາບ, ດ້ານການແຮກສ່ຽວ ແລະ ຮ່ວມມືເກັບກູ້ອັດຖິຊ່ຽວຊານທະຫານອາສາສະໝັກຫວຽດນາມ ເສຍຊີວິດຢູ່ລາວໃນປາງສົງຄາມ ຊຶ່ງມັນສະແດງອອກໃຫ້ເຫັນດ້ານການເມືອງໄລຍະຜ່ານມາການນໍາສອງພັກ-ລັດ ໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນມູນເຊື້ອອັນດີງາມຂອງສອງພັກ-ລັດ ທີ່ມີມາຍາວນານ ຊຶ່ງການນໍາທັງສອງຝ່າຍກໍໄດ້ມີການພົບປະ ແລະ ຢ້ຽມຢາມກັບພະແນກການອ້ອມຂ້າງແຂວງ ແລະ ເມືອງ ສສ ຫວຽດນາມ ເພື່ອຮັດແໜ້ນສາຍພົວພັນໃຫ້ແໜ້ນແຟ້ນ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຄຸ້ມຄອງ, ພັດທະນາຕາມບໍລິເວນຊາຍແດນ. ນອກນັ້ນ ແຂວງສາລະວັນກໍເປັນອີກແຂວງໜຶ່ງທີ່ໄດ້ຮັບທຶນຊ່ວຍເຫຼືອຈາກບັນແຂວງອ້ອມຂ້າງ ສສ ຫວຽດນາມ ເປັນຕົ້ນ: ແຂວງກວາງຈິ ຈໍານວນ 4 ທຶນ, ແຂວງເທື່ອທຽນເຫວ້ ຈໍານວນ 1 ທຶນ ຊຶ່ງທຶນທີ່ໄດ້ຮັບຈາກແຂວງກວາງຈິ ເປັນທຶນເພື່ອພັດທະນາພື້ນຖານໂຄງລ່າງບໍລິເວນຊາຍແດນ ລາວ-ຫວຽດນາມ ມູນຄ່າ 15,6 ຕື້ກວ່າດົງ, ທຶນກໍ່ສ້າງຫ້ອງການຕໍາຫຼວດບ້ານ ຈໍານວນ 13 ຈຸດ, ມູນຄ່າ 5,2 ຕື້ດົງ, ທຶນກໍ່ສ້າງເຮືອນສາມັກຄີປອງດອງ ຈໍານວນ 5 ຫຼັງ, ໂຄງການນໍ້າສະອາດ 1 ແຫ່ງ ລວມມູນຄ່າ 1,09 ຕື້ດົງ, ແລະ ທຶນເຄື່ອນໄຫວວຽກງານຊາຍແດນລາວ-ຫວຽດນາມ ຈໍານວນ 100 ລ້ານດົງ; ສ່ວນແຂວງເທື່ອທຽນເຫວ້ ກໍໄດ້ຊ່ວຍເຫຼືອທຶນກໍ່ສ້າງ, ສ້ອມແປງໂຮງຮຽນບໍລິເວນຊາຍແດນ ລວມມູນຄ່າທັງໝົດ 976 ລ້ານດົງ; ການຮ່ວມມືດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ແຂວງສາລະວັນ ກໍຍັງໄດ້ຮັບການການຊ່ວຍເຫຼືອ ຈໍານວນ 2 ທຶນ ໂດຍສະເພາະດ້ານທຶນການສຶກສາຂອງພະນັກງານ-ນັກຮຽນ, ທຶນກໍ່ສ້າງພື້ນຖານໂຄງລ່າງ ຈໍານວນ 4 ທຶນ; ດ້ານທຶນການສຶກສາຂອງພະນັກງານ, ນັກຮຽນ ສາຍວິຊາສະເພາະ ດ້ວຍທຶນຊ່ວຍເຫຼືອ 100% ແລະ 50% ຢູ່ແຂວງກວາງຈິ, ແຂວງເທື່ອທຽນເຫວ້, ນະຄອນດານັງ, ແຂວງບິ່ງດິ້ງ, ແຂວງກອນຕູມ ແລະ ແຂວງດົ່ງຖ໊າບ ແລະ ທຶນການບໍາລຸງສ້າງດ້ານທິດສະດີການເມືອງ-ການປົກຄອງໃຫ້ພະນັກງານຫຼັກແຫຼ່ງລະດັບຊັ້ນກາງ, ລະບົບ 10 ເດືອນ ຢູ່ແຂວງກວາງຈິ; ນອກນັ້ນຍັງໄດ້ທຶນກໍ່ສ້າງພື້ນຖານໂຄງລ່າງຈາກນະຄອນດານັງ ຊ່ວຍກໍ່ສ້າງ, ຍົກລະດັບພື້ນຖານໂຄງລ່າງໂຮງຮຽນ ມ.ສ ມິດຕະພາບ ສາລະວັນ-ດານັງ ມູນຄ່າຫຼາຍກວ່າ 22 ຕື້ດົງ; ກໍ່ສ້າງສູນພາສາຫວຽດນາມ ຢູ່ແຂວງສາລະວັນ ມູນຄ່າ 7,1 ຕື້ກວ່າດົງ ແລະ ສົ່ງຄູມາສອນຢູ່ສູນດັ່ງກ່າວ ໃຊ້ງົບປະມານໃນໄລຍະ 5 ປີ ປະມານ 1,5 ຕື້ດົງ ແລະ ແຂວງເທື່ອທຽນເຫວ້ ໄດ້ຊ່ວຍຕໍ່ເຕີມຫ້ອງຮຽນ ໂຮງຮຽນປະຖົມຫວຽດກຽວເມືອງຄົງເຊໂດນ ມູນຄ່າ 230 ລ້ານດົງ; ການຮ່ວມມືດ້ານການຮັກສາສຸຂະພາບ: ຄະນະຊາວໜຸ່ມ ແຂວງເທື່ອທຽນເຫວ້ ແລະ ນະຄອນດານັງ ໄດ້ຈັດຕັ້ງອາສາສະໝັກມາກວດພະຍາດ, ຈ່າຍຢາບໍ່ເສຍຄ່າ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນ ມູນຄ່າ 441 ລ້ານກີບ, ກອງບັນຊາການທະຫານນະຄອນດານັງ ຈັດກິດຈະກໍາກວດພະຍາດ, ຈ່າຍຢາບໍ່ເສຍຄ່າ, ມອບຂອງຂວັນໃຫ້ປະຊາຊົນ, ມອບເງິນໃຫ້ແກ່ພະນັກງານ ຜູ້ທຸກຍາກ ມູນຄ່າ 348 ລ້ານກວ່າດົງ ແລະ ຊ່ວຍກໍ່ສ້າງເຮືອນພັກ-ເຮືອນຄົວແພດ-ໂຮງໝໍ 20 ຕຽງ ມູນຄ່າ 2,6 ຕື້ດົງ; ການສ້າງບ້ານແຮກສ່ຽວ: ຈັດຕັ້ງປະຕິບັດຮ່ວມກັບແຂວງກວາງຈິ ໄດ້ທັງໝົດຈຳນວນ 12 ຄູ່ບ້ານ, ຮ່ວມກັບແຂວງເທື່ອທຽນເຫວ້ ແມ່ນລະຫວ່າງກອງຮ້ອຍຊາຍແດນ 511, ກອງບັນຊາການທະຫານແຂວງ ກັບຄ້າຍທະຫານຊາຍແດນດ່ານຮົ່ງເວິນ, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້ ແລະ ລະຫວ່າງບ້ານອາແດງໂກຕ່າຍ, ເມືອງສະໝ້ວຍ ກັບບ້ານສອງ, ຕາແສງຮົ່ງທຸ້ຍ, ເມືອງອາເຫຼືອຍ; ການຮ່ວມມືເກັບກູ້ອັດຖິ ເລີ່ມແຕ່ປີ 1994 ແຂວງໄດ້ສົມທົບກັບກອງປະຕິບັດງານພິເສດ 192 ຈາກແຂວງເທື່ອທຽນເຫວ້ ດໍາເນີນການຊອກຄົ້ນ, ເກັບກູ້ ແລະ ຈັດຕັ້ງພິທີນໍາສົ່ງອັດຖິທະຫານອາສາສະໝັກ, ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ຂອບເຂດຂອງແຂວງສາລະວັນ ກັບຄືນສູ່ປິຕິພູມ ໄດ້ທັງໝົດ 855 ອັດຖິ.
ສໍາລັບແຂວງສາລະວັນ ກໍໄດ້ຊ່ວຍທຶນການສຶກສາວິຊາສະເພາະ ລະດັບປະລິນຍາຕີ ໄລຍະ 5 ປີ ຢູ່ມະຫາວິທະຍາໄລແຫ່ງຊາດ ໃຫ້ແກ່ນັກຮຽນຈາກແຂວງກວາງຈິ ແລະ ແຂວງເທື່ອທຽນເຫວ້, ຊຸກຍູ້ຊ່ວຍເຫຼືອປະຊາຊົນຫວຽດນາມທີ່ມາເຄື່ອນໄຫວ ແລະ ດໍາລົງຊີວິດຢູ່ແຂວງສາລະວັນ ໄດ້ມີການຮ່ວມມືໃນຫຼາຍຂົງເຂດວຽກງານ, ຂະແໜງການ, ທີ່ມີການພົວພັນຮ່ວມມືກັນໃນຮູບການພົບປະ, ແລກປ່ຽນບົດຮຽນ, ສະໜັບສະໜູນທຶນຮອນ, ຊ່ວຍຝຶກອົບຮົມດ້ານວິຊາການ ແລະ ອື່ນໆອີກຈໍານວນໜຶ່ງ; ການຮ່ວມມື ລະຫວ່າງແຂວງສາລະວັນ ກັບບັນດາທ້ອງຖິ່ນຂອງຫວຽດນາມໃນໄລຍະຜ່ານມາ ໄດ້ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອແບບພິເສດ ລະຫວ່າງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ການພັດທະນາເສດຖະກິດ-ສັງຄົມຂອງແຂວງສາລະວັນ ແລະ ເປັນຂີດໝາຍແຫ່ງການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງໃຫ້ຈະເລີນງອກງາມ ແລະ ເກີດດອກອອກຜົນຫຼາຍຂຶ້ນຕື່ມອີກ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມສ້າງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການເຊື່ອມໂຍງໃນພາກພື້ນ ແລະ ສາກົນ ເພື່ອຄວາມຈະເລີນວັດທະນາຂອງບັນດາປະຊາຊາດ ເຮັດໃຫ້ປີສາມັກຄີມິດຕະພາບ 2022 ເປັນປີທີ່ມີຄວາມ ໝາຍສໍາຄັນຍິ່ງຕໍ່ປວງຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະປະຊາຊົນແຂວງສາລະວັນ ແລະ ບັນດາແຂວງໃກ້ຄຽງ ສສ ຫວຽດນາມ ມີຄວາມຮັກແພງສາມັກຄີປອງດອງ ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com